Breaking News

Daily Archives: 14/03/2017

ຄວາມເຊື່ອຂອງຄົນບູຮານມີຫຼາກຫຼາບຮູບແບບ ເຖິງຈະບໍ່ເຊື່ອແຕ່ກໍຢ່າດູໝີ່ນ 17 ຂໍ້ຫ້າມສໍາລັບຄົນຖືພາທີ່ ຄົນບູຮານເພີ່ນຫ້າມ (ຢາກໃຫ້ອ່ານ)

ຂໍ້ຫ້າມຄົນບູຮານສໍາລັບແມ່ຍິງຖືພາ ສະບາຍດີສາວໆ ແຟນໆຂວັນໃຈ ຖ້າຈະເວົ້າເຖິງຄວາມເຊື່ອຂອງຄົນບູຮານແລ້ວ ແມ່ນມີຄວາມເຊື່ອຫຼາກຫຼາຍແບບ ເປັນກົນອຸບາຍທີ່ປ້ອງກັນຈາກສິ່ງບໍ່ດີທີ່ຈະເກີດກັບຕົວເຮົາ ດັ່ງນັ້ນຖ້າເຮົາຈະເຊື່ອ ແລະ ເຮັດຕາມຄວາມເຊື່ອຂອງຄົນບູຮານນັ້ນກໍຈະເປັນການດີ ໂດຍສະເພາະແມ່ຍິງທີ່ຖືພາມັນແມ່ນມີຄວາມສໍາຄັນ ແລະ ຈໍາເປັນຫຼາຍໃນການເບີ່ງແຍງຮັກສາ ບໍ່ໃຫ້ເກີດການກະທົບກະທັ່ງ ຫຼືສົ່ງຜົນເຖິງລູກທີ່ຢູ່ໃນທ້ອງ ແລະ ຕົວແມ່ເອງ. ມື້ນີ້ BeautyGru ຈະເອົາເລື່ອງລາວນີ້ມາເວົ້າໃຫ້ສາວໆ ແລະ ແຟນໆຂວັນໃຈໄດ້ຮູ້ກັນກ່ຽວກັບ 17 ຂໍ້ຫ້າມຕາມຄວາມເຊື່ອຂອງຄົນບູຮານສໍາລັບແມ່ຍິງຖືພາ ຫ້າມໄປງານສົບ: ເພາະຈະເຮັດໃຫ້ວິນຍານເລ່ລ່ອນທີ່ຢູ່ໃນວັດນໍາມາເຮືອນ ຄວນກິນເຂົ້າກັບປາແຫ້ງ: ເພາະຖ້າບໍາລຸງດີເກີນໄປ ເດັກນ້ອຍຈະຕົວໃຫຍ່ ແລະ ເກີດຍາກ ຫ້າມກິນຫົວໝາກປີ: ເພາະຢາງຈາກຫົວໝາກປີຈະເຮັດໃຫ້ລູກເກີດຍາກ ຫ້າມແຫງນໜ້າເບີ່ງເດືອນ: ເພາະຈະເຮັດໃຫ້ລູກຕາເຫຼ່ວ ຫ້າມອາບນໍ້າຕອນເດຶກ: ຄົນບູຮານເຊື່ອວ່າການທີ່ອາບນໍ້າຕອນເດິກຈະເຮັດໃຫ້ມີນໍ້າຄໍ່າຫຼາຍ ຫ້າມຊື້ເຄື່ອງໃຊ້ເດັກນ້ອຍມາໄວ້ກ່ອນຈະເກີດ: ໂດຍເຊື່ອວ່າຖ້າຊື້ມາໄວ້ກ່ອນແລ້ວເດັກນ້ອຍອາດຈະບໍ່ໄດ້ເກີດມາເພາະມີວິນຍານທີ່ອິດສາຈະມາເອົາເດັກນ້ອຍທີ່ຢູ່ໃນທ້ອງໄປບໍ່ໃຫ້ເກີດ ຕິດເຂັມຂັດໃສ່ເສື້ອເມື່ອຕ້ອງອອກຈາກເຮືອນຕອນແລງ: ເພື່ອປ້ອງກັນສິ່ງຊົ່ວຮ້າຍທີ່ຈະເຂົ້າມາທໍາຮ້າຍ ຢ່າປ້ອຍດ່າ ຫຼືສາບແຊ່ງຄົນອື່ນ: ເພາະຈະເຮັດໃຫ້ລູກຕົວເອງໄດ້ຮັບຜົນກໍານັ້ນແທນຄົນທີ່ເຮົາປ້ອຍດ່າ ຫຼືສາບແຊ່ງ ຫ້າມໃຫ້ເຈາະ, ທຸບ, ຂຸດ, ຕັດເຄື່ອງໃຊ້ ເຟີນີເຈີພາຍໃນເຮືອນ: ໂດຍເຊື່ອວ່າວິນຍານ …

Read More »