Breaking News

Daily Archives: 20/03/2017

ແພນເຄັກ ໂພສຂອບໃຈແຟນໆຊາວລາວ ພ້ອມຈັດງານ Meet and Greet ບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ!!!

ແພນເຄັກ ເຂມມະນິດ ຈາມິກອນ ດາລາ-ນາງແບບແຖວໜ້າ ຈາກປະເທດໄທ ໂພສຂອບໃຈແຟນຊາວລາວໃນອິນສະຕຣາແກຼມສ່ວນຕົວ ໃນວັນທີ 19 ມີນາ 2017, ພ້ອມທັງຈັດງານ Meet and Greet ໃຫ້ແຟນໆໄດ້ໃກ້ຊິດກັນຢ່າງອົບອຸ່ນ ແລະ ດາລາຊື່ດັງຍັງໄດ້ໂພສຄລິບກິນເຂົ້າຈີ່ປາເຕ້ຂອງລາວເຮົາເປັນເທື່ອທຳອິດ ພ້ອມທັງບອກວ່າແຊບຫຼາຍ ກິນເທື່ອດຽວເຖິງຂັ້ນຕິດໃຈ, ຍັງບໍ່ໝົດນາງຍັງມີຄວາມດີໃຈທີ່ແຟນຄຣັບຊາວລາວມອບສິ້ນຜືນງາມເປັນຂອງຝາກໃຫ້ດາລາສາວກັບບ້ານ ແລະ ນາງຍັງສັນຍາວ່າຖ້າມີໂອກາດໄດ້ມາ ປະເທດລາວ ອີກນາງກໍຈະນຸ່ງສິ້ນຜືນງາມມາໃຫ້ເບິ່ງແນ່ນອນ. Lovely time with all fans ka. Thank you for coming na ka. ขอบใจหลายหลายเด้อ!!!! ?????????? #khemanito #pancakekhemanitofficial A post shared by PANCAKE KHEMANIT JAMIKORN (@khemanito) on Mar 18, …

Read More »

ึึຄົນເຮົາທຸກຄົນຈະເປັນດັ່ງເຮົາເຊື່ອ ຖ້າເຮົາເຊື່ອວ່າເຮົາຈະຕ້ອງເກັ່ງກວ່ານີ້ ເຮົາກໍຈະຊອກວິທີເຮັດໃຫ້ເຮົາເກັ່ງຂື້ນ.

ຄໍລໍາ: Chic Working Women ສໍາລັບສາວຄົນໃດທີ່ຍັງບໍ່ໝັ້ນໃຈຕົວເອງ ຄິດມາຕະຫຼອດວ່າຕົວເອງຕ້ອງເຮັດບໍ່ໄດ້ ຫຼືບໍ່ໄດ້ດີ ລອງມາອ່ານກ່ຽວກັບເລື່ອງລາວຂອງສາວຄົນນີ້ ທິບພາວັນ ມະນີພູໃສ (ນູນີ່) ຜູ້ຊ່ຽວຊານລະບົບນິເວດນໍ້າຈືດ ໄດ້ບອກໄວ້ວ່າ: “ຄົນເຮົາທຸກຄົນຈະເປັນດັ່ງເຮົາເຊື່ອ ຫາກເຮົາເຊື່ອວ່າເຮົາຄວນເກັ່ງກວ່ານີ້ ເຮົາກໍຈະຊອກວິທີທີ່ເຮັດໃຫ້ເຮົາເກັ່ງຂຶ້ນ ແຕ່ຖ້າເຮົາບໍ່ເຊື່ອຕັ້ງແຕ່ຕົ້ນເຮົາກໍຈະຢຸດຢູ່ບ່ອນເກົ່າຕະຫຼອດໄປ” ສໍາລັບສາວຄົນໃດທີ່ຢາກຮູ້ເລື່ອງລາວ ແລະ ຂໍ້ຄິດດີໆຈາກສາວຄົນນີ້ເພີມຕື່ມສາມາດຕິດຕາມໄດ້ຈາກ ວາລະສານຂວັນໃຈສະບັບ 115 ເດືອນແຫ່ງຄວາມຮັກ (ກຸມພາ) 2017 ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ງານ Vientiane WOW Fashion Week 2017

  ໃນການສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວສູ່ປີທີ 6 ຂອງວາລສານ ວ້າວ (wow Magazine) ເມື່ອວັນເສົາ ທີ 18 ມີນາ 2017 ທີຜ່ານມາ ທີ່ໂຮງແຮມແລນມາກ ວາລະສານ ວ້າວ ໄດ້ຈັດ ກິດຈະກໍາການສະແດງ Fashion ສຸດພິເສດແຫ່ງປີ ໂດຍມີຊື່ວ່າ: “Vientiane WOW Fashion Week 2017” ຂຶ້ນຢ່າງຍິ່ງໃຫຍ່. ງານ “Vientiane WOW Fashion Week 2017” ເປັນກິດຈະກໍາການສະແດງ Fashion ຈາກນັກອອກແບບລະດັບ ແຖວໜ້າ ຂອງ 2 ປະເທດ ສປປ ລາວ-ໄທ ຊຶ່ງມາໃນເຄື່ອງແຕ່ງກາຍທີ່ຫຼູຫຼາ ໂດຍ Collection ຕ້ອນຮັບ Summer …

Read More »

ເລັ່ງປັບປຸງ ການບໍລິການ ລົດເມ ສາທາລະນະ

​ທ່ານ ຄໍ​າພູນ ​ເຕ​ເມຣາດ ອໍາ​ນວຍ​ການ​ ລັດ​ວິ​ສາ​ຫະກິດ​ລົດ​ເມ​ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຖະ​ແຫຼງຂ່າວ ໃນທ້າຍອາທິດທີ່ຜ່ານມາວ່າ: ​ເພື່ອແນ່ໃສ່ປັບປຸງການ​ຂົນ​ສົ່ງ​ ສາທາລະນະ​ ໃນ​ນະຄອນຫຼວງ​ວຽງ​ຈັນ​ ພ້ອມ​ທັງ​ປັບປຸງລະບົບ ​ການ​ຄຸ້ມ​ຄອງ​ຂອງ​ລັດ​ວິ​ສາ​ຫະກິດ ​ລົດ​ເມ​ ຄືນ​ໃໝ່ ​ເພື່ອ​ເຮັດ​ໃຫ້ການ ​ບໍລິການ​ມວນ​ຊົນ​ ດີ​ຂຶ້ນ​ ແນ່​ໃສ່​ເຮັດ​ໃຫ້​ມວນ​ຊົນ ຫຼຸ​ດ​ຜ່ອນ​ການ​ນໍາ​ໃຊ້​ລົດ​ສ່ວນຕົວ ຫັນ​ມາ​ນໍາ​ໃຊ້​ລົດ​ສາທາລະນະ ​ໃຫ້​ຫຼາຍ​ຂຶ້ນ.  ​​ໂດຍໄດ້ສືບ​ຕໍ່​ໂຄງການ​ ປັບປຸງ​ໄລຍະ II ​ໃຫ້​ບໍລິການ​ສັງຄົມ ​​ມີ​ຄວາມ​ວ່ອງ​ໄວ, ປອດ​​ໄພ, ລາຄາ​ປະ​ຢັດ ​ແລະ ຂະຫຍາຍ​ເສັ້ນທາງ​ບໍລິການ ​ໃຫ້​ກວ້າງຂວາງ ​ເພື່ອ​ຊ່ວຍ​ຫຼຸດຜ່ອນ​ບັນຫາ ​ການ​ສັນຈອນ​ແອ​ອັດ ​ໃນ​ຕົວ​ເມືອງ ​ແລະ ອຸບັດ​ເຫດ​ຕາມ​ທ້ອງ​ຖະໜົນ ​ໃຫ້​ຫຼຸດລົງ​ເທື່ອ​ລະ​ກ້າວ. ພາຍ​ໃຕ້ອົງການ JICA ປະ​ເທດ​ຍີ່ປຸ່ນ​ ແຕ່​ປີ 2016-2018, ​ເຊິ່ງລັດ​ວິ​ສາ​ຫະກິດ​ລົດ​ເມ ຈະ​ນໍ​າ​ໃຊ້​ລົດ​ເມ​ໃໝ່ ​ຈໍານວນ 34 ຄັນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ ຈາກ​ນະຄອນ​ຫຼວງກຽວ​ໂຕ ປະ​ເທດ​ຍີ່​ປຸ່ນ.  …

Read More »

ມ່ວນຫຼາຍ!!! Joss Stone ສິລະປິນສາວຊື່ດັງລະດັບໂລກ Cover ເພງ “ຈໍາປາເມືອງລາວ” (ມີ Clip)

ສິລະປິນສາວສັນຊາດ ອັງກິດ Joss Stone ນັກຮ້ອງ-ສິລະປິນລະດັບໂລກ Cover ເພງ “ຈຳປາເມືອງລາວ” ຮ່ວມກັບ ໂຈ ພູມະໂນ ສິລະປິນໜຸ່ມລາວ, ເຊິ່ງບົດເພງ “ຈຳປາເມືອງລາວ”  ເປັນບົດເພງປະຈຳຊາດຂອງລາວເຮົາ ແລະ  ເປັນອີກບົດເພງໜຶ່ງທີ່ມ່ວນຫຼາຍຈົນເຮັດໃຫ້  Joss ມີຄວາມສົນໃຈໃນບົດເພງນີ້ ແລະ Cover ບົດເພງ “ຈຳປາເມືອງລາວ” ແລ້ວປ່ອຍລົງໃນ YouTube ເພື່ອໃຫ້ຜູ້ຄົນໄດ້ເຫັນກັນທົ່ວໂລກ. Joss Stone ເປັນນັກຮ້ອງສິລະປິນຍິງທີ່ມີພະລັງສຽງຊົງພະລັງ ແລະ ມີຊື່ສຽງລະດັບໂລກ ໂດຍເພງຮິດຂອງສາວຄົນນີ້ກໍມີຫຼາຍບົດເພງເຊັ່ນ: Stuck On You, The Love We Had, You Had Me, It’s a Man’s World ແລະ ຍັງມີອີກຫຼາຍຫຼາຍບົດເພງທີ່ມ່ວນ, ຫຼ້າສຸດນັກຮ້ອງສາວ Joss Stone …

Read More »