Breaking News

Daily Archives: 22/03/2017

ສຸດຍອດ! ລີລາສາວຄູສອນນັກຮຽນເລົ່າບັ້ງສູດ!!!

  ກຳລັງຮືຮາໃນໂລກອອນລາຍເມື່ອມີເພສດັງ ໄດ້ໂພສຄລິບສາວຄູ ຄາດວ່າຈະເປັນສາວຄູຂອງປະເທດເພື່ອນບ້ານ ກຳລັງສອນນັກຮຽນເລົ່າບັ້ງສູດຢ່າງມ່ວນຊື່ນ ສາວຄູທ່ານນີ້ໄດ້ເຕັ້ນປະກອບໄປນຳດ້ວຍລີລາທ່າທາງທີ່ເບິ່ງແລ້ວບອກເລີຍວ່າ ສຸດຍອດ!!! ໃນຂະນະທີ່ນ້ອງໆນັກຮຽນເອງກໍ່ເລົ່າບັ້ງສູດໄປດ້ວຍຄວາມຕັ້ງອົກຕັ້ງໃຈ ພໍແຕ່ຄລິບນີ້ໄດ້ໂພສລົງໄປໃນເວລາບໍ່ເທົ່າໃດ ກໍເຮັດໃຫ້ມີຄົນກົດໄລ້ກົດແຊຣກັນສະໜັ່ນຫວັນໄຫວ.   https://www.facebook.com/clipsak/videos/1666006033695552/   ຄລິບຈາກ: คลิปเด็ด คลิปดัง เฟสบุ๊ค

Read More »

ໂສດແບບມີ Style ໂສດຢ່າງມີຄວາມສຸກ ກັບ 4 ສາວ Single Strong Happy

ຄໍລໍາ: Specail Scoop ສາວໂສດທັງຫຼາຍຕ້ອງອ່ານ ໃນນັ້ນຈະພົບກັບ 4 ສາວໂສດ Strong ທີ່ຈະມາເວົ້າເຖີງທັດສະນະຄະຕິວ່າເປັນຫຍັງ ອາຍຸຫຼາຍແລ້ວແຕ່ຍັງບໍ່ແຕ່ງດອງ ແລະ ຈະມາໃຫ້ຂໍ້ຄິດດີໆໃນການໃຊ້ຊີວິດໂສດໃຫ້ມີຄວາມສຸກທີ່ສຸດ, ແລ້ວສາວໂສດທັງຫຼາຍຈະຮູ້ວ່າ ການເປັນໂສດຄືສິ່ງທີ່ດີທີ່ສຸດ. ອາລູນາ ຖາວອນສຸກ (ອາລູນາ) ໃຊ້ສຽງເພງສ້າງຄຸນຄ່າ ແລະ ກໍາລັງໃຈ ວິລີນທອນ ສັກລໍຄໍາ (ບີບີ່) ສາວສຽງຫວານ ໂສດຍ້ອນບໍ່ໄວ້ໃຈສະຖາບັນການແຕ່ງງານ ຄໍາແພງ ພັດທະດາວົງ (ອາຈານນ້ອຍ) ໂສດແບບອາຈານນ້ອຍເອົາເວລາໄປພັດທະນາຕົວເອງໃຫ້ກ້າວໜ້າ ພູມວິໄລ ສິຣິພົນເດດ (ກຸກໄກ່) ໂສດແບບອິດສະຫຼະເປັນໂຕຂອງຕົນເອງ ສໍາລັບຂໍ້ມູນເຕັມສາມາດຊອກອ່ານໄດ້ໃນ ວາລະສານຂວັນໃຈ ສະບັບເດືອນ ມີນາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ຜົນສໍາຫຼວດ 10 ເມືອງທີ່ມີຄ່າຄອງຊີບແພງສຸດ-ຖືກສຸດໃນໂລກ 2017

  ຈາກການຈັດອັນດັບຂອງ Economics Intelligent Unit (EIU) ຊຶ່ງເປັນໜ່ວຍງານວິເຄາະເສດຖະກິດຊັ້ນນໍາຂອງໂລກ ໄດ້ເປີດເຜີຍວ່າ: 10 ເມືອງຄ່າຄອງຊີບແພງສຸດ-ຖືກສຸດໃນໂລກປະຈໍາປີ 2017 ມີດັ່ງນີ້: ເມືອງຄ່າຄອງຊີບແພງສຸດໃນໂລກ 1 ສິງກະໂປ 2 ຮ່ອງກົງ 3 ເມືອງຊູຣິດ ໃນສະວິດເຊີແລນ 4 ໂຕກຽວ ຍີ່ປຸ່ນ 5 ໂອຊາກາ ຍີ່ປຸ່ນ 6 ໂຊລ ສ. ເກົາຫລີ 7 ເມືອງເຈນີວາ ສະວິດເຊີແລນ 8 ປາຣີ ຝຣັ່ງ 9 ນິວຢອກ ສະຫະລັດ ອາເມຣິກາ 10 ໂຄເປັນເຮເກນ ເດມາກ ເມືອງຄ່າຄອງຊີບຖືກສຸດໃນໂລກ 1 ອັລມາຕີ ຄາຊັດສະຖານ 2 ລາກອສ ໄນຈີເລຍ …

Read More »

ນາງສາວນະຄອນຫຼວງວຽງຈັນ 2017 ປີນີ້ຈະແມ່ນໃຜ?

  ໃກ້ເຂົ້າມາແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2017 ເຊິ່ງຈະມີການຕັດສິນໃນວັນທີ 8 ເມສາ 2017 ນີ້, ເຊິ່ງທາງກອງປະກວດນາງສາວນະຄອນຫຼວງກໍໄດ້ເປີດໂຕ 20 ນ້ອງນາງສາວງາມຜູ້ຜ່ານເຂົ້າຮອບມາແລ້ວ ແລະ ມື້ນີ້ ຊະນີIndy ກໍໄດ້ໄປຊອກເອົາຮູບພາບຂອງນາງສາວງາມນະຄອນຫຼວງມາຝາກແຟນໆ ລອງມາເບິ່ງວ່າໃຜຈະງາມ ແລະ ມີຄວາມເໝາະສົມທີ່ຈະເປັນ ນາງສາວນະຄອນຫຼວງ ໃນປີນີ້. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ MVTO1 ນາງ ນໍ້າເຜິ້ງ ຈັນທຸມມີ 2. MVTO2 ນາງ ພຸດທະວີນັນ ຫຼວງລາດ 3. MVTO3 ນາງ ດວງພະໄທ ເມກສີທອງ 4. MVTO4 ນາງ ຫຍິງງາມ ໜໍ່ຄຳ 5. MVTO5 ນາງ ສຸດາລັດ ສີນະລາດ 6. MVTO6 ນາງ ມະນິດາ ເອ້ກັນຫາ 7. MVTO7 ນາງ ວິນັດ …

Read More »

ການຄ້າລາວຈະໄດ້ປຽບ ດ້ວຍຍຸດທະສາດການສົ່ງເສີມ

ເພື່ອແນ່ໃສ່ ເຮັດໃຫ້ ສປປ ລາວ ມີຄວາມໄດ້ປຽບ ໃນການແຂ່ງຂັນການຄ້າ ດ້ວຍການຫຼຸດ ຜ່ອນເວລາ ແລະ ຄ່າໃຊ້ຈ່າຍ ໃນການດຳເນີນການຄ້າລົງ ແລະ ໃຫ້ມີປະສິດທິຜົນຫຼາຍຂື້ນ ໂດຍຜ່ານການກວດກາໃນຈຸດດຽວ, ການບໍລິການປະຕູດຽວ ແຫ່ງຊາດ, ການນໍາໃຊ້ລະບອບຜູ້ປະກອບການ ລະດັບມາດຕະຖານ  AEO ແລະ ເຮັດໃຫ້ຂັ້ນຕອນການແຈ້ງພາສີຂ້າມແດນ ກັບບັນດາປະເທດໃກ້ຄຽງ ມີການເຊື່ອມໂຍງກັນ. ໃນກອງປະຊຸມ ທົບທວນແຜນຍຸດທະສາດ ອໍານວຍຄວາມສະດວກ ທາງດ້ານການຄ້າລາວ ໄລຍະປີ 2017-2020 ແມ່ນຕ້ອງສຸມໃສ່ການຈັດຕັ້ງປະຕິບັດສັນຍາ ອໍານວຍຄວາມສະດວກທາງດ້ານການຄ້າ ຂອງອົງການການຄ້າໂລກ  ພາຍໃນປີ 2020 ເນື່ອງຈາກສັນຍານີ້ ຈະເປັນທ່າແຮງ ທີ່ຈະຊ່ວຍເຮັດໃຫ້ ຫຼຸດຜ່ອນຕົ້ນທຶນທາງດ້ານ ການຄ້າໄດ້ເຖິງ 19%.  ພ້ອມ​ດຽວ​ກັນ​ນີ້, ຍັງ​ໃຫ້​ຮູ້​ ກ່ຽວ​ກັບຮ່າງແຜນດຳເນີນງານ ຍຸດທະສາດອຳນວຍ​ຄວາມ​ສະດວກ ​ທາງ​ດ້ານ​ການ​ຄ້າ ໄລຍະ 2017-2020 ໄດ້ກໍານົດ 6 ມາດຕະການ …

Read More »