Breaking News

Daily Archives: 27/03/2017

ຜູ້ຖືກບາດເຈັບຈາກເຫດການລະເບີດແຕກໄດ້ຮັບຄວາມຊ່ວຍເຫຼືອ

ອົງການເວີລດ໌ເອດຢູເຄຊັນ (World Education Lao) ແລະ ສະມາຄົມຟື້ນຟູຄຸນນະພາບຊີວິດ ໄດ້ໃຫ້ການຊ່ວຍເຫຼືອ ຜູ້ຖືກເຄາະຖືກເຄາະຮ້າຍຈາກເຫດລະເບີດແຕກ ເມື່ອວັນທີ 21 ມີນາ 2017 ທີ່ຜ່ານມາ ຢູ່ທີ່ບ້ານຍອດງື່ມ (ໜອງເປັດ) ເມືອງແປກ, ແຂວງ ຊຶ່ງນາງ ຫຼາບ ລີ (ອາຍຸ 10 ປີ) ໄດ້ເສຍຊີວິດ ແລະ ບາດເຈັບອີກ 12 ຄົນ. ໂດຍການໃຫ້ຄວາມຊ່ວຍເຫຼືອໃນຄັ້ງນີ້ ຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ຜູ້ລອດຊີວິດ ຈະໄດ້ຮັບການຊ່ວຍເຫຼືອຈ່າຍຄ່າປິ່ນປົວ ຕາມຄວາມສາມາດທີ່ເປັນໄປໄດ້ ແລະ ໃຫ້ການຊ່ວຍເຫຼືອສໍາລັບພິທີງານສົບໃຫ້ກັບຄອບຄົວນາງ ຫຼາບ ລີ ນອກນີ້, ພ້ອມທີ່ຈະອໍານວຍຄວາມສະດວກໃນການຊ່ວຍເຫຼືອໂດຍຜ່ານກອງທຶນປິ່ນປົວສຳລັບຜູ້ເຄາະຮ້າຍຈາກ ລບຕ,   ຂໍຂອບໃຈຂໍ້ມູນ ແລະ ຮູບຈາກ: World Education Laos ເວີລດ໌ເອດຢູເຄຊັນ …

Read More »

ນາຍແບບໜຸ່ມ ຜູ້ທີ່ມີຄວາມຝັນຢາກເປັນນັກສະແດງທີ່ດີ

ຄໍລໍາ: His Mind ສໍາພາດ ນາຍແບບໜຸ່ມ ເຕົ໋າ ຈັນທະວົງ (ເຕົ໋າ) ຜູ້ທີ່ມີຄວາມຝັນຢາກເປັນນັກສະແດງທີ່ດີ ແລະ ຢາກພັດທະນາການສະແດງໃນວົງການບັນເທິງບ້ານເຮົາ ໃຫ້ມີຄຸນນະພາບ ແລະ ເພີ່ນຍັງບອກອີກວ່າ ການເປັນນັກສະແດງທີ່ດີ ຕ້ອງກົງຕໍ່ເວລາ ມີສັດຈະ ບໍ່ຫຼາຍເລື່ອງ ຮູ້ຈັກໃຫ້ກຽດລຸ້ນອ້າຍ-ເອື້ອຍ ແລະ ລຸ້ນນ້ອງ ວ່າຊັ້ນ ສະນັ້ນ ເຊື່ອແນ່ວ່າໃນອະນາຄົດຂອງວົງການບັນເທິງບ້ານເຮົາ ອາດຈະມີໜຸ່ມຄົນນີ້ກໍ່ເປັນໄດ້ ສໍາລັບສາວໃນສະເປັກຂອງໜຸ່ມຄົນນີ້ກໍບໍ່ມີຫຍັງຫຼາຍ ເພີ່ນບອກວ່າ ມັກແມ່ຍິງທີ່ຍີ້ມຫວານ ເພາະຮອຍຍີ້ມຂອງແມ່ຍິງຈະມີສະເໜ່ທີ່ສຸດ ໂອ໋ຍໆໆ ແບບນີ້ສາວໆທີ່ໜ້າຕາທໍາມະດາ ແຕ່ຍີ້ມເກັ່ງກໍລຸ້ນກັນຫຼາຍຂື້ນເລີຍລະ ສໍາລັບລາຍລະອຽດແມ່ນສາມາດຕິດຕາມໄດ້ໃນ ວາລະສານຂັວນໃຈ ສະບັບເດຶອນມີນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ມີໂຄງການດີໆມາບອກໝູ່ເພື່ອນ ເປີດຮັບສະໝັກນັກສຶກສາໄປຮຽນຕໍ່ USA

  ທ່ານສົນໃຈຢາກໄປຮຽນແລກປ່ຽນທີ່ສະຫະລັດອາເມລິກາບໍ່? ໂຄງການ YSEALI Professional Fellow 2017 ເປີດຮັບສະຫມັກແລ້ວ! ຢ່າລືມກົດໄລ້ ກົດແຊຣ ໃຫ້ໝູ່ເພື່ອນໄດ້ຮູ້ນຳກັນເດີ້! ຖ້າໝູ່ເພື່ອນທ່ານໃດມີອາຍຸລະຫວ່າງ 25-35 ປີ, ສະໝັກເລີຍເພື່ອຮຽນຮູ້ ແລະ ສຶກສາໃນຂົງເຂດເສດຖະກິດ ຢູ່ທີ່ສະຫະລັດອາເມລິກາ ເປັນໄລຍະເວລາ 5 ອາທິດ ໃນວັນທີ່ 10 ຕຸລາ ຫາ ວັນທີ່ 17 ພະຈິກ. ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່  https://goo.gl/XdCQMY ແລະ ສາມາດສະໝັກອອກລາຍໄດ້ຕາມລິ້ງນີ້ເລີຍ https://ais.americancouncils.org/pfp. ຢ່າພາດໂອກາດດີໆແບບນີ້ເດີ້! ປິດຮັບສະຫມັກວັນທີ່ 7 ເມສາ 2017 ນີ້! ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ: U.S. Embassy Vientiane

Read More »

ບົດເພງ: “ຍອມ” ຈາກ Tou Hero

  Update ເພງສະຕຣິງລາວໃໝ່ຫຼ້າສຸດກັນແດ່ກັບບົດເພງ  “ຍອມ” ຂອງໝຸ່ມ Tou Hero ເຊິ່ງບົດເພງນີ້ເປັນບົດເພງທີ່ບອກໄດ້ຄຳດຽວເລີຍເພາະວ່າຍອມ… ສົມກັບຊື່ເພງ ເພາະວ່າພໍແຕ່ປ່ອຍເພງນີ້ໄດ້ບໍ່ເຖິງອາທິດກໍມີແຟນເພງຂອງໝຸ່ມ Tou Hero ເຂົ້າມາກົດໄລ້ກົດແຊຣ ຄອມເມັ້ນ ກັນຢ່າງລົ້ນເຫຼືອ, ສ່ວນເນື້ອຫາ ແລະ MV ຂອງເພງດັ່ງກ່າວກໍເຖິງໃຈເຖິງອາລົມແທ້ໆ ບໍ່ເຊື່ອແຟນໆລອງມາເບິ່ງກັນວ່າຈະສົມກັບຄຳວ່າ “ຍອມ” ສົມກັບຊື່ເພງແທ້ບໍ່? #ກົດໄລ້ກົດແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ     ທີ່ມາຈາກ: HERO MUSIC Official

Read More »

ນາງສັງຂານປີນີ້ ຂີ່ຫຍັງ, ສະເຫວີຍຫຍັງເປັນອາຫານ, ເຄື່ອງນຸ່ງປະດັບດ້ວຍຫຍັງ? ແລະ ຈະມີຫຍັງເກີດຂື້ນໃນປີຕໍ່ໄປນີ້ (ມີຄໍາຕອບ)

ຄໍາທໍານາຍ ບຸນປີໃໝ່ລາວ ພສ 2560 (ຄສ 2017) ສະບາຍດີສາວໆ ຕ້ອນຮັບສູ່ຕອນເຊົ້າວັນຈັນ ອາກາດເຢັນໆໃນມື້ນີ້ ໄລຍະນີ້ກໍເອີ້ນໄດ້ວ່າເປັນໄລຍະກະກຽມສູ່ປະເພນີບຸນປີໃໝ່ລາວກັນແລ້ວ ຊິ່ງບຸນປີໃໝ່ລາວເປັນບຸນປະເພນີ 1 ໃນຮີດສິບຂອງ ຮີດຂອງຄົນລາວທີ່ໄດ້ປະຕິບັດກັນມາແຕ່ສະໄໝບູຮານກັແລ້ວ ຈົນມາຮອດປັດຈຸບັນບຸນປີໃໝ່ໄດ້ກາຍເປັນ ປະເພນີທີ່ຄົນລາວ ກໍຄືຊາວພຸດທະບໍຣິສັດທັງຫຼາຍຈົດຈໍາໄດ້ດີ ແລະ ໃຫ້ຄວາມສໍາຄັນຫຼາຍ ເພາະຄົນລາວສ່ວນຫຼາຍທີ່ຢູ່ຕ່າງແຂວງມາອາໄສຢູ່ໃນເມືອງ ຫຼືຄົນລາວທີ່ອາໄສຢູ່ຕ່າງປະເທດ ກໍຈະມັກຖືເອົາໂອກາດບຸນປີໃໝ່ລາວນີ້ ເປັນມື້ພັກຜ່ອນເພື່ອໄປຢ້ຽມພໍ່ແມ່ ຍາດຕິພີ່ນ້ອງທີ່ຢູ່ທາງບ້ານເກີດ ແລະ ມື້ນີ້ BeautyGuru ຈະມາສະເໜີໃຫ້ສາວໆຮູ້ກ່ຽວກັບຄໍາທໍານາຍ ປີໃໝ່ລາວ ພສ 2568 ນີ້ວ່າຈະດໍາເນີນໄປແນວໃດແດ່ ແລະ ນາງສັງຂານຂີ່ຫຍັງ, ມີນາມວ່າຫຍັງ? ແລະ ການດໍາລົງຊີວິດຈະເປັນແນວໃດນັ້ນ ເຮົາໄປຮູ້ຈັກພ້ອມໆກັນເລີຍ ປະຕິທີນ ປີລະກາ, ນົບພະສົກ, ປົກຕິມາດ ພສ 2560, ຈສ 1397, ຄສ 2017 ວັນສັງຂານລ່ວງ: ວັນສຸກ …

Read More »