Breaking News

Daily Archives: 28/03/2017

ແຫຼ່ງທ່ອງທ່ຽວທີ່ຫຼາຍຄົນບໍ່ຮູ້?

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ເຮົາໄປທ່ຽວ ແຂວງຫົວພັນ ໄປຫຼິ້ນຕາດນໍ້ານົ່ວ ເຊິ່ງຕາດແຫ່ງນີ້ຕັ້ງຢູ່ ເຂດບ້ານສາມັກຄີໄຊ ຂຶ້ນກັບເມືອງວຽງໄຊ ເຊິ່ງຢູ່ລະຫວ່າງກິໂລແມັດທີ 22 ເທິງເສັ້ນທາງແຕ່ ເມືອງ ຊໍາເໜືອຫາເມືອງວຽງໄຊ. ນໍ້າຕົກຕາດນໍ້ານົ່ວມີຄວາມພິເສດກວ່າຕາດອື່ນ ເນື່ອງຈາກວ່າ ມັນຕັ້ງຢູ່ໃຈກາງພູຜາປ່າດົງທີ່ເຕັມໄປດ້ວຍສຽງຮ້ອງຂອງສັດສາວາສິ່ງອ້ອຍອິ່ນມາຕາມສາຍລົມ ເມື່ອໄດ້ຟັງແລ້ວກໍ່ຈະຮູ້ສຶກຫຼົງໄຫຼໄປກັບທິວທັດທໍາມະຊາດອັນຂຽວສົດງົດງາມ. ນອກຈາກການລົງຫຼິ້ນນໍ້າແລ້ວ ທ່ານຍັງສາມາດຍ່າງປ່າ ເພື່ອເລາະຊົມບໍລິເວນອ້ອມແອ້ມຕາດນໍ້ານົ່ວ ຫຼື ຈະນັ່ງພັກຜ່ອນ ກິນເຂົ້າປ່າພ້ອມທັງສໍາຜັດກັບອາກາດສົດຊື່ນຢູ່ແຄມຕາດກໍ່ໄດ້. ເຄຼດິດຮູບພາບ: google.com ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ

Read More »

The Anniversary “ວັນຄົບຮອບ”

ໃນຕອນແລງ ຂອງວັນ 27 ມີນາ 2017 ທີ່ສູນການຄ້າວຽງຈັນເຊັເຕີ ໄດ້ມີພິທີເປີດຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການສາຍຮູບເງົາເລື່ອງ “ວັນຄົບຮອບ” (The Anniversary) ຈາກຝີມືການກໍາກັບຂອງຄົນລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິທູນ ສູນດາລາ ວ່າການຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ຜູ້ກໍາກັບຮູບເງົາ ວັນຄົບຮອບ, ທ່ານສົມບັດ ສິລິພອນວິທະຍາ ອໍານວຍການສູນການຄ້າວຽງຈັນ ເຊັນເຕີ ພ້ອມດ້ວຍ ພະເອກ-ນາງເອກ, ແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ຮູບເງົາເລື່ອງ “ວັນຄົບຮອບ” ເປັນຮູບເງົາຄຸນນະພາບຈາກຝີມືການກໍາກັບຂອງຄົນລາວ 100% ແລະ ເປັນເລື່ອງທໍາອິດຂອງ ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ທີ່ວາງໄມມາກໍາກັບຮູບເງົາ ເຊີ່ງເລື່ອງດັ່ງກ່າວນີ້ …

Read More »

ຄົນບັນເທິງຮ່ວມງານເປີດໂຕຮູບເງົາ “ວັນຄົບຮອບ” ໃນຮອບສື່ມວນຊົນຢ່າງຫຼວງຫຼາຍ!!!

ເປີດໂຕຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮູບເງົາເລື່ອງ “ວັນຄົບຮອບ” ເຊິ່ງກຳກັບໂດຍຜູ້ກຳກັບຄົນເກັ່ງຄື JoJo Miracle ແລະ ຍັງມີບັນດາຄົນວົງການບັນເທິງຂອງລາວເຮົາ ເຂົ້າຮ່ວມຈຳນວນຫຼວງຫຼາຍເຊັ່ນ: ໄກ່ ໂອເວີ້ແດ໋ນ, ເຈ້ຍ ປາຊີຟິກ, ລູກນໍ້າ ທິດາລັດ, ຕ້າ Apacts, ນຸຖາ ລາດສະວົງເລົາ, ໂອລ່າ ຄຳປະສົງ, ແອນນິຕ້າ,  ອະເລັກ LOG, ປ໋ອກ ແສງມະນີ, Dj ອາມມີ່, ຄຣິດຕິນ້າ, ແລະ ຍັງມີອີກຫຼາຍໆທ່ານທີ່ເຂົ້າຮ່ວມງານໃນຄັ້ງນີ້, ສ່ວນບັນຍາກາດພາຍໃນງານຈະເປັນຢ່າງໃດ ລອງໄປເບິ່ງຮູບພາບທີ່ທາງທີມງານເຮົາໄດ້ລວບລວມມາຝາກແຟນໆກັນເລີຍ. ຂໍຂອບໃຈຮູບພາບຈາກ: Tar Apacts Thavixay, Kai Overdance, Annita Chanthrasomboune, Khampasong Thirasack, Maminé Pockyy, Jear Pacific,  Pj Nutha, Aleqs Log

Read More »

ການໃສ່ບາດເປັນການເຮັດບຸນທີ່ເຮັດໄດ້ງ່າຍ, ສະດວກ ແລະ ດີທີ່ສຸດແຕ່ກໍຕ້ອງເລືອກສິ່ງທີ່ຈະເອົາມາໃສ່ພ້ອມວ່າຄວນ ຫຼືບໍ່ຈຶ່ງຈະໄດ້ບຸນສົມຄໍາປາຖະໜາເດີ້ສາວໆ

ສິ່ງທີ່ຫ້າມນໍາເອົາໄປໃສ່ບາດ ສະບາຍດີສາວໆ ມາພໍ້ກັນທີ່ເກົ່າເວລາເດີມ ມາພໍ້ກັບ BeautyGuru ຄົນເກົ່າຄົນເດີມ ທີ່ມາພ້ອມກັບເລື່ອງລາວຕ່າງໆໃນແຕ່ລະມື້ ສ່ວນວ່າມື້ນີ້ຈະມີຫຍັງມາຕ້ອນກັນນັ້ນ ຕ້ອງມາຕິດຕາມກັນເບີ່ງ ສາວໆເມື່ອເວົ້າເຖິງການເຮັດບຸນໃນບ້ານເຮົາ ແນ່ນອນວ່າສາວໆຕ້ອງຄິດເຖິງການໃສ່ບາດຢ່າງແນ່ນອນ ແມ່ນບໍ່ ເພາະການໃສ່ບາດເປັນການເຮັດບຸນທີ່ບໍ່ຫຍຸ້ງຍາກ ເຮັດໄດ້ງ່າຍໆໃນທຸກໆເຊົ້າເລີຍລະ ແລະສາວໆຮູ້ບໍ່ວ່າການໃສ່ບາດນັ້ນ ສິ່ງທີ່ສາມາດນໍາມາໃສ່ບາດໄດ້ນັ້ນມີຫຍັງແດ່? ແລະ ສິ່ງທີ່ເພີ່ນຫ້າມໃສ່ບາດນັ້ນມີຫັຍງແດ່? ຖ້າສາວໆຢາກຮູ້ວ່າ “ສິ່ງໃດແດ່ທີ່ເຮົາບໍ່ຄວນນໍາໄປໃສ່ບາດ” ແລະ ຍ້ອນຫຍັງ? ກໍພ້ອມກັນມາເບີ່ງກັບ BeautyGuru ກັນເລີຍ ເຂົ້າສານ, ອາຫານແຫ້ງ, ຊີ້ນສົດ ບໍ່ຄວນນໍາເອົາມາໃສ່ບາດ ເນື່ອງຈາກວ່າວິໄນທາງສົງແມ່ນ ພຣະສົງບໍ່ສາມາດປຸງແຕ່ງອາຫານສັນເອງໄດ້ ແລະ ອາຫານທີ່ຖວາຍໄປແມ່ນບໍ່ສາມາດເກັບໄວ້ຂ້າມຄືນໄດ້ ສະນັ້ນຕ້ອງຖວາຍອາຫານທີ່ສາມາດສັນໄດ້ເລີຍ ເງິນໃສ່ບາດບໍ່ໄດ້ເດັດຂາດ ຜິດພຣະວິໄນ ພຣະຮັບເງິນນັ້ນເອີ້ນໄດ້ວ່າ ອາບັດທຸກກໍລະນີ ສໍາລັບຊາວພຸດທະບໍຣິສັດທີ່ຕ້ອງການຢາກຖວາຍປັດໃຈ ໃຫ້ນໍາເອົາໄປຖວາຍກັບວັດໂດຍກົງ ຫຼືປ່ອນຕູ້ບໍລິຈາກທີ່ມີຢູ່ໃນວັດຈະດີກວ່າ ຊີ້ນທີ່ຕ້ອງຫ້າມ ຫຼາຍ ຊະນິດ ເຊັ່ນ: ຊີ້ນຄົນ, ຊີ້ນຊ້າງ, ຊີ້ນມ້າ, ຊີ້ນໝາ, ຊີ້ນງູ, …

Read More »