Breaking News

Daily Archives: 05/04/2017

ຄຶກຄັກ! ມວນຊົນແຫ່ຊື້ເສື້ອຜ້າຕ້ອນຮັບປີໃໝ່ລາວ

ໃກ້ເຂົ້າມາແລ້ວສຳລັບເທສະການບຸນປີໃໝ່ລາວ ບຸນປະເພນີຂອງຊາດລາວເຮົາ ເຊິ່ງປີນີ້ກົງກັບວັນທີ 14,15,16 ເມສາ 2017 ແລະ ຍັງມີວັນພັກຊົດເຊີຍອີກ 2 ມື້ ຄືວັນທີ 13 ແລະ 17 ເມສາ 2017 ດັ້ງນັ້ນພໍ່ແມ່ພີ່ນ້ອງປະຊາຊົນລາວຖືວ່າມີມື້ພັກກັນແບບຍາວຢຽດກັນເລີຍ, ເທົ່າທີ່ທີມງາມ ເວັບໄຊ້ ຂວັນໃຈ ເຮົາໄດ້ລົງພື້ນທີ່ຕິດຕາມຂ່າວໃນເຂດ ແຄມຂອງ ຈຸດໃຈກາງເມືອງຂອງ ນະຄອນຫຼວງວຽງຈັນ ກໍເຫັນວ່າມີພໍ່ແມ່ປະຊາຊົນເລີ່ມອອກມາຈັບຈ່າຍຊື້ເຄື່ອງຂອງໃຊ້ ແລະ ເສື້ອຜ້າຕ້ອນຮັບປີໃໝ່ລາວກັນຢ່າງຄຶກຄັກ ບາງທ່ານກໍກະກຽມຊື້ໄວ້ໃສ່ໃນຊ່ວງເທສະການ ບາງທ່ານກໍກະກຽມຊື້ໄວ້ເປັນຂອງຕ້ອນຂອງຝາກໃຫ້ແກ່ຄອບຄົວ ເຊິ່ງລາຄາເສື້ອ “ສະບາຍດີປີໃໝ່ລາວ” ໃນປີນີ້ຕົກຢູ່ທີ່ລາຄາ 25,000-35,000 ກີບ (ສຳລັບຜູ້ໃຫ່ຍ) ແລະ 20,000 ກີບ (ສຳລັບເດັກນ້ອຍ) ກໍຖືວ່າຍັງຢູ່ໃນເກນປົກກະຕິທຽບເທົ່າກັບປີທີ່ຜ່ານມາ ແລະ ນອກຈາກນັ້ນກໍຍັງມີເສື້ອຜ້າ Fashion ລາຍດອກໄມ້ ລາຄາເລີມຕົ້ນກໍ 10,000 ກີບ-38,000 ກີບ ມີໃຫ້ເລືອກຫຼາຍແບບຫຼາຍ Style …

Read More »

ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ

  ເມື່ອວັນທີ 30 ມີນາ 2017 ທີ່ຜ່ານມາ ໜ່ວຍງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອົງການເວີລດ໌ເອດຢູເຄຊັນ (World Education Laos) ພາຍໃຕ້ກອງທຶນປິ່ນປົວສຳລັບຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ໄດ້ໄປຢ້ຽມຢາມຄອບຄົວຂອງເອຍລີ ໜຶ່ງໃນເຫຍື່ອຜູ້ເຄາະຮ້າຍທີ່ເສຍຊີວິດກັບທີ່ໃນເວລາເກີດອຸບັດຕິເຫດຈາກລະເບີດບໍ່ທັນແຕກ. ທາງອົງການໄດ້ນຳເອົາການຊ່ວຍເຫຼືອທາງດ້ານການເງິນໄປໃຫ້ຄອບຄົວ ເພື່ອເປັນການປະກອບສ່ວນເຂົ້າໃນການຈັດງານຊາປານະກິດສົບ ແລະ ພິທີທາງສາດສະໜາ, ໂດຍຫວັງວ່າຈະເປັນການແບ່ງເບົາພາລະທີ່ຄອບຄົວກຳລັງແບກຫາບຢູ່ ໃນການສູນເສຍລູກສາວຜູ້ເປັນທີ່ຮັກ ແລະ ໃຫ້ກຳລັງໃຈຄອບຄົວເພື່ອບໍ່ໃຫ້ກັງວົນເລື່ອງຄ່າປິ່ນປົວສຳລັບລູກອີກສອງຄົນທີ່ໄດ້ຮັບບາດເຈັບ ແລະ ລອດຊີວິດຈາກອຸປະຕິເຫດໃນຄັ້ງດຽວກັນນັ້ນ ຊຶ່ງກອງທຶນປິ່ນປົວນີ້ຈະເປັນຜູ້ຮັບຜິດຊອບຄ່າປິ່ນປົວທັງໝົດຈົນກວ່າພວກເຂົາຈະຫາຍດີ. ແຫຼ່ງຂໍ້ມູນ ແລະ ພາບຈາກ: World Education Laos.

Read More »