Breaking News

Daily Archives: 26/04/2017

ກວດພົບສິນຄ້າປອມແປງເຄື່ອງໜາຍການຄ້າ

  ຜ່ານການລົງກວດກາໃນ 12 ຮ້ານ ສາມາດພົບເຫັນສິນຄ້າດັ່ງກ່າວ 7 ຮ້ານຄ້າ ໃນນັ້ນມີຮ້ານຄ້າ ທີ່ເປັນຄົນຕ່າງປະເທດ (ຮ້ານຄ້າຊາວຈີນ) ມີ 5 ຮ້ານຄ້າ, ຮ້ານຂອງຄົນລາວ 2 ຮ້ານຄ້າ ສາມາດຢຶດສິນຄ້າໄດ້ ທັງໝົດ 22 ລາຍການ, ລວມມູນຄ່າເກືອບ 30 ລ້ານກີບ ເຊິ່ງສິນຄ້າດັ່ງກ່າວ ເປັນສິນຄ້າປອມແປງເຄື່ອງ ໝາຍການຄ້າ ເປັນການລະເມີດລິຂະສິດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງສິດ ແລະ ເປັນການລະເມີດ ກົດໜາຍຊັບສິນທາງປັນຍາ. ສ່ວນເຈົ້າຂອງຮ້ານຄ້າ ທີ່ປອມແປງເຄື່ອມໝາຍການຄ້າ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກໄວ້ເປັນຫລັກຖານ ແລະ ເປັນການຮັບຮູ້ທັງສອງຝ່າຍ ພ້ອມທັງໄດ້ຍຶດ ສິນຄ້າດັ່ງກ່າວ ມາເກັບໄວ້ທີ່ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ເພື່ອລໍຖ້າດຳເນີນ ຕາມລະບຽບກົດໜາຍທີ່ກຳນົດໄວ້. ການລົງກວດກາດັ່ງກ່າວແມ່ນມີຂຶ້ນ ເມື່ອວັນທີ 21 ເມສາ …

Read More »

ແບບຢ່າງທີ່ດີ! ຫຼິງຫຼິງ ປິຍະດາ ສຸດກະຕັນຍູ!!!

ມື້ນີ້ນຳຮູບພາບຂອງ ຫຼິງຫຼິງ ປິຍະດາ ທີ່ໄດ້ໂພສຮູບພາບສຸດປະທັບໃຈໃນຊ່ວງປີໃໝ່ລາວທີ່ຜ່ານມາ ໂດຍ ຫຼິງຫຼິງ ໄດ້ໂພສຮູບນົບຕີນພໍ່ ໃນອິນສະຕາແກຼມພ້ອມຂຽນອະທິບາຍວ່າ “ກາບຕີນພໍ່ກ່ອນກັບ ເພາະຜູ້ໃຫ້ກຳເນີດຄືພະຜູ້ປະເສີດທີ່ສຸດ” ເຊິ່ງພຽງແຕ່ ຊະນີIndy ເຫັນເທົ່ານັ້ນກໍຮູ້ສຶກວ່າເປັນພາບທີ່ບົ່ງບອກຄວາມໝາຍ ສື່ໄປເຖິງຄວາມກະຕັນຍູຮູ້ຄຸນຜູ້ທີ່ມີພະຄຸນຂອງສາວງາມຄົນນີ້ ແລະຍັງເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນ ແລະນ້ອງໆທຸກຄົນ, ຈັ່ງໃດກໍຂໍຊົມເຊີຍ!!! #ແຊຣໄປໃຫ້ໂລກຮູ້ ??ກາບຕີນພໍ່ກ່ອນກັບ ເພາະຜູ້ໃຫ້ກຳເນີດຄືພະຜູ້ປະເສີດທີ່ສຸດ #ການບໍ່ລືມບຸນຄຸນຄົນຄືກຸສົນສູງສຸດ✔️ #ໂຊກດີປີໃຫມ່ເດີທຸກຄົນຫລິ້ນນຳ້ຢ່າງລະມັດລະວັງເດີ#ເມົາບໍ່ຂັບເດີ A post shared by I'm Lingling Piyadar(laos) (@lingpiyadar) on Apr 14, 2017 at 11:09pm PDT หมดเวลาเที่ยวแล้ว bye bye #japan?? #tokyo? #kyoto⛩ #osaka? #กลับไปกราบเท้าพ่อแม่ก่อนน้าาาาาา #thaiairways A post shared by …

Read More »

ຍາກບໍ່ຖ້າຢາກເປັນ ພິທີກອນມືອາຊີບ ຄືກັບ Touy Overdane ມາເບິ່ງຄໍາແນະນໍາດີໆຈາກໜຸ່ມຄົນນີ້ກັນ!

ຄໍລໍາ: Entertainment Lao ສໍາພາດ ອິນປັນ ບໍລິຫານ ຫຼື Touy Overdane ທີ່ຫຼາຍຄົນຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນຖານະຂອງ MC ຫຼືພິທີກອນ ຊື່ດັງລະດັບແຖວໜ້າຂອງປະເທດລາວເຮົານັ້ນເອງ. ຊຶ່ງໃນວາລະສານຂວັນໃຈຂອງເຮົາສະບັບນີ້ ຕຸ້ຍ ຈະມາໃຫ້ສາລະ ແລະ ຂໍ້ມູນດີໆສໍາລັບຄົນທີ່ມີພອນສະຫວັນ ແລະ ຄວາມຕັ້ງໃຈທີ່ຈະຢາກເປັນພິທີກອນ ຈະຕ້ອງມີການກຽມຕົວ ແລະ ເລີ່ມຕົ້ນແນວໃດແດ່? ຕ້ອງເຮັດແນວໃດຈຶ່ງຈະເປັນພິທີກອນມືອາຊີບແບບ ຕຸ້ຍ ໄດ້. ສໍາລັບຂໍ້ມູນເຕັມ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ເມສາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »