Breaking News

Daily Archives: 10/05/2017

ກິກ ໄພລິນດາ ຈາກອະດີດນາງງາມສູ່ວ່າທີ່ແມ່ມືໃໝ່ ຖືພາທ້ອງແກ່ແລ້ວແຕ່ຍັງງາມ…

ກິກ ໄພລິນດາ ອະດີດ Miss Laos ປີ 2009 ດຽວນີ້ນາງແຕ່ງດອງມີຄອບຄົວແຖມກຳລັງຈະມີລູກ ແຕ່ເບິ່ງແລ້ວ ກິກ ກໍຍັງງາມບໍ່ມີປ່ຽນເຖິງແມ່ນວ່ານາງກຳລັງຖືພາລູກຢູ່… ເຮົາເລີຍອົດບໍ່ໄດ້ທີ່ຈະລວບລວມເອົາຮູບພາບທີ່ແສນໜ້າຮັກຂອງແມ່ມານກິກມາຝາກ, ຢ່າງໃດກໍຂໍສະແດງຄວາມຍິນດີກັບວ່າທີ່ແມ່ມືໃໝ່ເດີ້ ຂໍໃຫ້ສຸຂະພາບແຂງແຮງທັງແມ່ທັງລູກ…   ມານ 2017 ດູດ້ວຍຍຍ 😎💇👼👨‍👩‍👦💢 โพสต์โดย Kik Phailinda Philavanh บน 27 เมษายน 2017 ເລາະກິນອາຫານຢູໂຣບກ່ອນ โพสต์โดย Kik Phailinda Philavanh บน 6 พฤษภาคม 2017 👪 tgt โพสต์โดย Kik Phailinda Philavanh บน 14 เมษายน 2017 ຂໍຂອບໃຈຮູບພາບຈາກ: Kik Phailinda Philavanh

Read More »

ແພນດ້າ ສາວລາວໜ້າຮັກຂວັນໃຈໜຸ່ມໆ…

ຈະເອ໋…ສະບາຍດີແຟນໆ ມື້ນີ້ ຊະນີIndy ຈະພາທຸກຄົນມາຮູ້ຈັກກັບສາວນ້ອຍໜ້າຮັກຂວັນໃຈໜຸ່ມໆນັ້ນກໍຄື ແພນດ້າ ຝົນນະພາ ໄຕມະນີ ອາຍຸ 22 ປີ ສາວລາວໜ້າຮັກ ແຖມຮຽນເກັ່ງ ນາງສາມາດເສັງເອົາທຶນໄປຮຽນຕໍ່ທີ່ ສ.ເກົາຫລີ ໃນດ້ານການອອກແບບສື່ສິ່ງພິມ ພຸ້ນໃດ…(ຊົມເຊີຍເດີ້), ແພນດ້າ ເປັນສາວໜ້າຫວານທີ່ເບິ່ງແລ້ວຄ້າຍໆຄືກັບສາວເກົາຫລີ ແຕ່ຂໍບອກເດີ້ວ່ານາງເປັນສາວລາວແທ້ໆມາແຕ່ກຳເນີດ ແລະສາວຄົນນີ້ກໍມີແຟນຄລັບຕິດຕາມເປັນຈຳນວນຫຼາຍ ຫຼື ຈະເອີ້ນງ່າຍໆວ່າ ເນັດໄອດໍ້ ນັ້ນແຫຼະ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມໜ້າຮັກຂອງສາວລາວ   ຖ້າແຟນໆຢາກຮູ້ທີ່ມາທີ່ໄປຂອງສາວນ້ອຍໜ້າຕາຈິ້ມລິ້ມຄົນນີ້ເພີ່ມຕື່ມ ສາມາດຕິດຕາມໄດ້ທີ່ ວາລະສານ ຂວັນໃຈ ສະບັບທີ 117 ມີວາງຂາຍແລ້ວຕາມມິນີມາກ U Express M Point Mart ແລະ Jeffy Mart ທຸກສາຂາ. ຂໍຂອບໃຈຮູບພາບຈາກ: panda_f5 ແລະ ວາລະສານ ຂວັນໃຈ ສະບັບທີ 117

Read More »

ສວນນໍ້າປ່າພູເຂົາຄວາຍ ສະຖານທີ່ຫຼິ້ນນໍ້າແຫ່ງໃໝ່ ແຂວງວຽງຈັນ

ສະບາຍດີ ແຟນໆຂວັນໃຈ ອາກາດຮ້ອນໆແນວນີ້ ຂວັນໃຈຈະມາແນະນໍາສະຖານທີ່ ໃຫ້ແຟນໆໄດ້ໄປຫຼິ້ນໃນມື້ພັກຜ່ອນ ແລະ ສະຖານທີ່ ຂວັນໃຈຈະມາແນະນໍານັ້ນກໍຄື: “ສວນນໍ້າພູເຂົາຄວາຍ” ນັ້ນເອງ. ສວນນໍ້າພູເຂົາຄວາຍ ຕັ້ງຢູ່ ບ້ານພູເຂົາຄວາຍໃໝ່ ເມືອງທຸລະຄົມ ແຂວງວຽງຈັນ. ທາງໄປເຄື່ອນໄຟຟ້ານໍ້າມັງ3 ເສັ້ນທາງເຂົ້າໄປຫາສວນນໍ້າແມ່ນສະດວກສະບາຍ ເປັນທາງປູຍາງໄປຮອດສວນເລີຍ ແລະ ເປັນອີກສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງຈາກນະຄອນຫຼວງວຽງຈັນໄປຫາສວນນໍ້າປະມານ 1 ຊົ່ວໂມງ ຫຼື 1 ຊົ່ວໂມງກັບ 30 ນາທີ ກໍຮອດສວນນໍ້າແລ້ວ. ຖ້າໃຜຍັງບໍ່ເຄີຍໄປລອງໄປເບິ່ງເດີ້ ແລ້ວທ່ານຈະຕິດໃຈກັບຄວາມງົດງາມ ແລະ ອາກາດທີ່ສົດຊື່ນ, ນໍ້າເຢັນໆຂອງສວນນໍ້າດັ່ງກ່າວ. ສວນນໍ້າປ່າພູເຂົາຄວາຍ ເປີດໃຫ້ບໍລິການທຸກໆວັນເສົາ – ອາທິດ ແລະ ວັນພັກຕ່າງໆ. ສໍາລັບມື້ນີ້ ໄດ້ນໍາເອົາຮູບພາບງາມໆຂອງ ສວນນໍ້າພູເຂົາຄວາຍ ດັ່ງກ່າວມາໃຫ້ແຟນໆຂວັນໃຈໄດ້ຊົມ ຮູບພາບຈະງາມປານໃດນັ້ນໄປເບິ່ງເລີຍ!!! ຂໍ້ມູນ ແລະ ຮູບພາບ: ສວນນໍ້າປ່າພູເຂົາຄວາຍ

Read More »

ຈະເປັນແນວໃດ? ເມື່ອອາຈານແມ່ ອາຍຸ 63 ປີ ລຸກຂຶ້ນມາແຕ່ງຕົວໄປກິນເຂົ້າປານຈະໄປເດີນ Fashion ແບບນີ້!

ວ້າວວວ (ວອີກລ້ານຕົວກໍຍັງບໍ່ພໍ) ໝົດຄໍາຊິມາປຽບທຽບກັບແມ່ແທ້ໆ ບອກໄດ້ຄໍາດຽວວ່າ ເລີ໋ດໆໆໆ ເມື່ອສາວຮຸ້ນແມ່ເຖົ້າລຸກຂຶ້ນມາແຕ່ງຕົວປານຈະໄປເດີນ Fashion ແຕ່ຄວາມຈິງແລ້ວເປັນການແຕ່ງຕົວໄປເຮັດວຽກປົກກະຕິ ແລະ ທີ່ສໍາຄັນແມ່ຍັງເປັນອາຈານໃນມະຫາວິທະຍາໄລແຫ່ງໜຶ່ງ ໃນປະເທດສະຫະລັດອາເມຣິກາ ເມື່ອຮູບພາບຂອງລາວຖືກເຜີຍແຜ່ອອກໄປ ກໍເຮັດໃຫ້ຫຼາຍຄົນມີຄວາມສົນໃຈ ແລະ ເປັນຄົນດັງໃນຊົ່ວຂ້າມຄືນ.  ເຊິ່ງຄົນທີ່ເຮົາກໍາລັງກ່າວເຖິງໃນນີ້ກໍຄື: ອາຈານ Lyn Slater ອາຍຸ 63 ປີ ຈາກ Frodham University New York ນັ້ນເອງ. ຄົນທໍາມະດາທີ່ມີວິຖີຊີວິດທໍາມະດາ ແຕ່ອາດຈະມີສີສັນຫຼາຍກວ່າຄົນໃນໄວດຽວກັນເລັກໜ້ອຍ ຈັ່ງໃດແຟນໆຂວັນໃຈທີ່ມັກໃນເລື່ອງຂອງ Fashion ກໍຢ່າລຶມເອົາໄປເປັນແບບຢ່າງກັນໄດ້ເດີ້ ເພາະຂັວນໃຈເຊື່ອວ່າ Fashion ບໍ່ໄດ້ກໍານົດເພດໄວ ທຸກຢ່າງມັນຢູ່ທີ່ໃຈ ເຮັດຫຍັງແລ້ວສະບາຍໃຈກໍເຮັດໄປ ເຮັດໃນສິ່ງທີ່ມັກ ແລະ ພໍໃຈແລ້ວຊີວິດຈະມີຄວາມສຸກກວ່າເດີ້ສາວໆ. ເວົ້າມາຫຼາຍເຮົາໄປເບິ່ງ Fashion ໃນ Life Style ຂອງອາຈານແມ່ ກັນດີກວ່າ! By: BeautyGuru …

Read More »

ຮ້ານ Pricco ໃຫ້ບໍລິການເບເກີຣີ້ ຕາມເອກະລັກຂອງຝຣັ່ງ

ທ່ານໃດທີ່ຄຸ້ນເຄີຍກັບບໍລິເວນວັດມີໄຊ ຄົງຈະບໍ່ປະຕິເສດວ່າ ເຂດນັ້ນຖືເປັນອີກເຂດຫນຶ່ງທີ່ມີຮ້ານອາຫານຫລາກຫລາຍປະເພດ ເຊິ່ງທ່ານສາມາດຍ່າງເລາະກິນໄດ້ແບບສະບາຍໆເລີຍ. ພິເສດ ຫລາຍທ່ານອາດຈະເຄີຍຜ່ານກາຍ ຮ້ານເບເກີຣີ້ ໃນຮູບແບບຕາເວັນຕົກທີ່ມີຊື່ວ່າ Pricco. ຮ້ານ Pricco ໃຫ້ບໍລິການເບເກີຣີ້ ຕາມເອກະລັກຂອງຝຣັ່ງ ເຊັ່ນ: ເຂົ້າໜົມຕ່າງໆ, ແຊນວິສ, ເຄື່ອງດື່ມປະເພດຕ່າງໆເຊັ່ນ:  ກາເຟ…  ທາງຮ້ານເປີດບໍລິການແຕ່ເຊົ້າໆ ດັ່ງນັ້ນ, ທ່ານໄດ້ທີ່ຕ້ອງການແວ່ຮັບປະ ທານອາຫານເຊົ້າ ກໍສາມາດຢ້ຽມຢາມ ຫລື ຈະແວ່ຮັບປະທານອາຫານທ່ຽງເພື່ອສຸຂະພາບຈັກຈານກໍ່ໄດ້ເຊັ່ນດຽວກັນ. ຮ້ານ Pricco ເນັ້ນການຕົກແຕ່ງໃນຮູບແບບ ຄລາສສິກ ແຕ່ມີຄວາມລຽບງ່າຍ ແບບສະບາຍ ສະບາຍ ເປັນກັນເອງ ຈຶ່ງເໝາະສົມສໍາລັບການພົບປະກັບໝູ່ຄູ່ ຫລື ຈະໃຊ້ເວລາກັບຄອບຄົວ. ທາງຮ້ານມີການແບ່ງຂອບເຂດໃນການນັ່ງອອກເປັນສອງລັກສະນະ ກໍ່ຄືພາຍໃນຮ້ານແບບຕິດແອເຢັນສະບາຍ ຫລື ທ່ານສາມາດເລືອກນັ່ງໄດ້ທີ່ດ້ານໜ້າຂອງຮ້ານ ກໍໄດ້ບັນຍາກາດອີກແບບໜຶ່ງ ໃນການເບິ່ງຄົນຜ່ານໄປມາ ໂດຍສະເພາະ ໃນໄລຍະທີ່ອາກາດເຢັນສະບາຍແບບນີ້. ຈຸດພິເສດຂອງທາງຮ້ານ ກໍ່ແມ່ນເຂົ້າຈີ່ທີ່ທາງຮ້ານເຮັດເອງ ຮັບປະກັນຄວາມສົດໃໝ່ທຸກມື້, ນອກ ຈາກນັ້ນ, ຍັງມີການນໍາໃຊ້ຜັກສະຫລັດ, …

Read More »