Breaking News

Daily Archives: 19/05/2017

ສາວນ້ອຍທັງງາມທັງເກັ່ງ NET IDOL ທີ່ຄ່ອງແຄ້ວ 3 ພາສາຫຼັງຈາກຮຽນ 1 ປີ ທີ່ຕ່າງປະເທດ!!!

  ສະບາຍດີແຟນໆທຸກໆຄົນມື້ນີ້ ຂວັນໃຈ ຈະມາແນະນຳໃຫ້ຮູ້ຈັກ ສາວນ້ອຍໜ້າຮັກ ສຸກພະໄທ ລັງສີ  ອາຍຸ 20 ປີ ສາວນ້ອຍຮຽນເກັ່ງຈາກເມືອງ ປາກເຊ ແຂວງ ຈຳປາສັກ, ສາວນ້ອຍຄົນນີ້ຮຽນເກັ່ງຫຼາຍ ແລະ ໄດ້ຮັບທຶນການສຶກສາ Bach Khoa University(ມະຫາວິທະຍາໄລບັດຄວາ)   ທີ່ປະເທດ ຫວຽດນາມ ຕັ້ງແຕ່ປີ 2015 – ປັດຈຸບັນ ແລະ ຍັງມີລາງວັນອື່ນອີກເຊັ່ນ: ນັກຮຽນດີເດັ່ນທີ່ BKU, ລາງວັນຊະນະເລີດ ສອບເສັງຄະນິດສາດລະດັບແຂວງ ປີ 2015, ລາງວັນຊະນະເລີດASEAN Quiz ລະດັບປະເທດ 2014, ອັນດັບທີ 1 ຂອງແຂວງໃນການສອບເສັງຈົບຊັ້ນ ດ້ວຍຄະແນນ 73/80 ກັນເລີຍ…(ຂໍຊົມເຊີຍເດີ້ເກັ່ງອີ່ຫລີ) ກ່ອນທີ່ຈະໄປຕ່າງປະເທດ ສຸກພະໄທ ລັງສີ (ຫຼືຮູ້ກັນໃນນາມ Amlex) ຊຳນານພຽງແຕ່ພາສາລາວ ແລະ …

Read More »

ນຸ່ງເສື້ອລາຍ Scott ແນວໃດ? ໃຫ້ໜ້າຮັກແບບສາວເກົາຫຼີ (ງານນີ້ໃຜພາດແລ້ວຈະເສຍໃຈ)

Hi ສາວໆ ສະບາຍດີກັບຕອນເຊົ້າມື້ສຸດທ້າຍຂອງການເຮັດວຽກ ສໍາລັບອາທິດນີ້ ສະບາຍດີຕອນເຊົ້າກັບອາກາດດີໆ (ອອກໜາວໜ້ອຍໜຶ່ງ) ມາພົບກັບ BeautyGuru ຄົນເກົ່າທີ່ຍັງມາເຮັດໜ້າທີ່ ຊອກຄົ້ນຫາເລື່ອງລາວດີໆ ທີ່ຈະມາເຮັດໃຫ້ສາວໆງາມໄປພ້ອມກັນ ແລະ ມື້ນີ້ກໍເຊັ່ນເຄີຍ ທີ່ BeautyGuru ຈະມານໍາສະເໜີກ່ຽວກັບ Idea ການນຸ່ງເສື້ອລາຍ Scott ແນວໃດໃຫ້ໜ້າຮັກເວີ່ ເບິ່ງເປັນສາວເກົາຫຼີ ມາໃຫ້ສາວໆໄດ້ Update ກັນ ບອກເລີຍວ່າງານນີ້ມາເຕັມ ສາຍເກົາຫຼີຫ້າມພາດ!! By: BeautyGuru Cr: Sprice

Read More »

ຈື່ໄດ້ບໍ່ນໍ? ຕອນ Superstar ອໍ້າ ພັດຊະຣາພາ ມາບ້ານເຮົາເພິ່ນກໍບໍ່ພາດທີ່ຈະໃສ່ຊຸດໄໝລາວ!!!

ມີໃຜຈື່ໄດ້ແນ່ໃຫ້ຍົກມືຂຶ້ນໄວໆ? ບໍ່ຮູ້ວ່າຈະມີແຟນໆຄົນໃດຈື່ຄືກັບ ຊະນີIndy ແນ່ບໍ່ນໍ (ຫຸຫຸ)…ເມື່ອຕອນທີ່ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາໝາຍເລກ 1 ຂອງປະເທດເພື່ອນບ້ານໄດ້ມາລາວໃນຊ່ວງຕົ້ນປີ 2017 ທີ່ຜ່ານມານັ້ນນາງກໍບໍ່ພາດທີ່ຈະນຸ່ງຊຸດໄໝລາວຈົນສ້າງຄວາມຮືຮາໄປທົ່ວປະເທດ,  ເອື້ອຍ ອໍ້າ ເພິ່ນກໍງາມຢູ່ແລ້ວ ແລະ ຍິ່ງໄດ້ໃສ່ຊຸດໄໝລາວເຂົ້າໄປອີກກໍຍິ່ງເບິ່ງຍິ່ງງາມ… ແບບນີ້ບົ່ງບອກເຖິງເອກະລັກປະເພນີລາວທີ່ງົດງາມ ເພາະຄົນດັງໆຢ່າງ Superstar ອໍ້າ ພັດຊະຣາພາ ກໍຍັງບໍ່ພາດທີ່ນຸ່ງ ແລະ ທີ່ເດັດໄປກວ່ານັ້ນນາງຍັງນຸ່ງຊຸດໄໝລາວກັບປະເທດຈົນສ້າງປະກົດການເປັນຂ່າວດັງຢ່າງຄຶກໂຄມ… ປະເພນີລາວ ເອກະລັກແບບລາວໆ ເປັນສິ່ງທີ່ງົດງາມ Superstar ອໍ້າ ພັດຊະຣາພາ ກໍຍັງຫຼົງໄຫຼມາແລ້ວ, ເຮົາເປັນຄົນລາວກໍຄວນອະນຸລັກຮັກສາໄວ້ເດີ້ ເພາະເອກະລັກທີ່ເຮົາມີເປັນສິ່ງທີ່ງົດງາມຫຼາຍ. #ແຊຣວົນໄປໃຫ້ໂລກຮູ້ວ່າລາວເຮົາມີດີ ຂໍຂອບໃຂຮູບພາບ:  aum_patchrapa , saykeo_sayfon

Read More »