Breaking News

Daily Archives: 24/05/2017

ເກັ່ງຫຼາຍ!! ສາວນ້ອຍຜູ້ຄວ້າລາງວັນຊະນະເລີດໂຄງການ “Lao Young Designers 2017” ໄດ້ທຶນໄປສຶກສາຕໍ່ທີ່ປະເທດຝຣັ່ງ

Wow ມື້ນີ້ ຊະນີIndy ມີຄວາມຮູ້ສຶກພາກພູມໃຈກັບໄວໜຸ່ມລາວ ແລະ ຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກນັ້ນກໍຄືນ້ອງ ລີວັນນາ ກູ້ (ເມເມ) ອາຍຸ 19 ປີ ຈາກນະຄອນຫຼວງວຽງຈັນ ຜູ້ຊະນະເລີດໂຄງການນັກອອກແບບໜຸ່ມນ້ອຍ (Lao Young Designers 2017), ຜົນງານຂອງ ເມເມ ທີ່ສົ່ງເຂົ້າປະກວດມີຄວາມໂດດເດັ່ນຈົນສາມາດເອົາຊະນະໃຈກຳມະການ ແລະ ພິຊິດທຶນການສຶກສາດ້ານອອກແບບທີ່ປະເທດ ຝຣັ່ງ ເປັນເວລາ 6 ເດືອນ ໃນສະຖາບັນການອອກແບບ ESMOD ເປັນສະຖາບັນດ້ານການອອກແບບທີ່ມີຊື່ດັງຂອງໂລກ ໂດຍຈະມີການຮ່ວມມືຢ່າງໃກ້ຊິດກັບສະຖາບັນເອັດສໂມດ, ສະຖານທູດຝຣັ່ງປະຈຳລາວ ແລະ ສະຖາບັນແຄມປັດສ ຝຣັ່ງ ປະຈຳລາວ. ຈາກການສຳພາດນ້ອງ ເມເມ ນາງກໍໄດ້ເປີດເຜີຍໃຫ້ ທີມງານ ຂວັນໃຈ ເຮົາຟັງວ່າ: “ບໍ່ຄິດວ່າຕົນເອງຈະໄດ້ ເພາະທີ່ຈິງຕົນບໍ່ມີຊື່ໃນຜູ້ເຂົ້າຮອບສຸດທ້າຍ ແຕ່ໃນມື້ວັນທີ 23 ພຶດສະພາ ທາງໂຄງການເພິ່ນກໍໄດ້ໂທມາໃຫ້ເຂົ້າມາຮ່ວມໃນການແຂ່ງຂັນ ເພາະມີໝູ່ທີ່ເຂົ້າຮ່ວມໂຄງການສະຫຼະສິດໄປ ແລະ …

Read More »

ເປີດໃຈເປັນຄັ້ງທໍາອິດຂອງ Jojo Miracle ກ່ຽວກັບການສ້າງຮູບເງົາ “ວັນຄົບຮອບ” ແລະ ຄໍາແນະນໍາສໍາລັບຄົນທີ່ຢາກສ້າງຮູບເງົາ!

ຄໍລໍາ: Entertainment Lao ມາພົບກັບບົດບາດໃໝ່ຂອງ ຈີລະສັກ ສາຍສະໜິດ (ໂຈໂຈ້) ຫຼື Jojo Miracle ທີ່ທຸກຄົນຮູ້ຈັກກັນດີກັບບົດບາດການເປັນນັກຮ້ອງ, ນັກທຸລະກິດທີ່ມີຄວາມສາມາດຫຼາກຫຼາຍ ແລະ ຄວາມໝັ້ນໃຈສູງ ກັບການສ້າງຮູບເງົາເປັນຄັ້ງທໍາອິດທີ່ສ້າງຄວາມປະທັບໃຈໃຫ້ກັບແຟນໆ ໃນຮູບເງົາເລື່ອງ “ວັນຄົບຮອບ” ທີ່ສໍາຄັນ ໂຈໂຈ້ ຍັງມາເປີດໃຈໃນການຫັນມາສ້າງຮູບເງົາເລື່ອງນີ້ ເປັນຄັ້ງທໍາອິດ ໃນວາລະສານ ຂັວນໃຈ ຂອງພວກເຮົາ ແລະ ທີ່ສໍາຄັນ ໂຈໂຈ້ ຍັງໃຫ້ຄໍາແນະນໍາດີໆສໍາລັບຄົນທີ່ຢາກສ້າງຮູບເງົາ ຫຼືເປັນຜູ້ກໍາກັບນໍາອີກ. ສໍາລັບລາຍລະອຽດ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ພຶດສະພາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ໂສມໜ້າຜູ້ຊະນະເລີດ!!! ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) 2017

ໃນວັນທີ 23 ພຶດສະພາ 2017 ທີ່ຜ່ານມາຢູ່ທີ່ ບ້ານພັກເອກອັກຄະລັດຖະທູດຝຣັ່ງປະຈຳລາວ ນະຄອນຫຼວງວຽງຈັນ ໄດ້ມີການປະກາດຜົນລາງວັນຂອງ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ປະຈຳປີ 2017, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານນາງ ໂກລດີນ ເລີດູ ເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ປະທານຄະນະບໍລິຫານຂອງລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ແລະ ທ່ານນາງ ປານີ ໄຊຍະວົງສ໌, ຜູ້ກໍ່ຕັ້ງ ແລະ ອຳນວຍການລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ, ພ້ອມດ້ວຍແຂກທີ່ມີກຽດ, ນ້ອງໆຜູ້ເຂົ້າແຂ່ງຂັນ ແລະ ສື່ມວນຊົນຢ່າງໜາແໜ້ນ. ສຳລັບໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ທ່ານນາງ ປານີ ໄຊຍະວົງສ໌, …

Read More »

ມາຮູ້ຈັກ! ນັກແຕ້ມຮູບສາວລາວຝີມືດີ ຜົນງານໂດ່ງດັງໄກລະດັບໂລກ!!!

ມາຮູ້ຈັກ! ນັກແຕ້ມຮູບແມ່ຍິງລາວຝີມືດີ ຜົນງານໂດ່ງດັງໄກລະດັບໂລກ ວິຣະວົງ ສະໂກວິວ (ໂອເລ້) ອາຍຸ 39 ປີ, ອາຊີບ ນັກແຕ້ມ ເປັນອີກໜຶ່ງແມ່ຍິງລາວຄົນເກັ່ງທີ່ ຂວັນໃຈ ເຮົາຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກ ແລະ ມື້ນີ້ເຮົາກໍມີໂອກາດນຳເອົາບົດຄວາມດີໆ ເປັນເລື່ອງລາວຂອງແມ່ຍິງທີ່ຊື່ ໂອເລ້ ຄົນນີ້ໃນເສັ້ນທາງການເປັນນັກແຕ້ມທີ່ບອກເລີຍວ່າບໍ່ໄດ້ໂຮຍດ້ວຍກີບກຸຫຼາບ… ບໍ່ຊ້າເດີ້ລອງມາອ່ານບົດຄວາມດີໆຈາກ ວາລະສານ ຂວັນໃຈ ສະບັບທີ 114 ເພາະແຟນໆອ່ານແລ້ວອາດຈະໄດ້ໄອເດຍ ໄດ້ມີແຮງບັນດານໃຈດີໆ ໃນການສ້າງຝັນຂອງຕົວເອງຈົນສຳເລັດຕໍ່ໄປ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ໂອເລ້ ວິຣະວົງ ສະໂກວິວ – ຊາດນີ້ຂໍເປັນນັກແຕ້ມເທົ່ານັ້ນ “ຄົນເຮົາເກີດມາຕ້ອງມີຄວາມຝັນ ຂ້ອຍຝັນຢາກເປັນສິລະປິນຕັ້ງແຕ່ນ້ອຍໆ ຈົນຈິນຕະນາການເຫັນພາບຕົນເອງ ມາຮອດມື້ນີ້ ທີ່ມັນເປັນຈິງ ບໍ່ມີຄວາມສຸກໃດເໜືອກວ່ານີ້ອີກແລ້ວ ບໍ່ມີຫຍັງມາແລກໄດ້” ເມື່ອເອີ່ຍຊື່ ໂອເລ້ ວິຣະວົງ ສະໂກວິວ ສິລະປິນແຕ້ມຮູບຮ່ວມສະໄໝ ທີ່ມີແນວທາງເປັນເອກະລັກຂອງຕົນເອງ ດ້ວຍລວດລາຍ ແລະສີສັນອັນໂດດເດັ່ນ ຜົນງານຂອງລາວສ້າງຄວາມປະທັບໃຈໃຫ້ກັບຊາວຕ່າງປະເທດ ທີ່ໄດ້ພົບເຫັນມາຫຼວງຫຼາຍ …

Read More »