Breaking News

Daily Archives: 25/05/2017

ຫຸ່ນງາມ, ຫຸ່ນພຽວ, ສຸຂະພາບດີ ມີໄດ້ບໍ່ຍາກ ມາຮູ້ຈັກກັບເຄັດລັບເຫຼົ່ານີ້ຈາກ 4 ສາວນີ້ກັນ!!

ຄໍລໍາ: Specail Scoop ສໍາລັບສາວໆທີ່ຢາກຫຸ່ນພຽວ ສຸຂະພາບດີຫ້າມພາດ! ຫຸ່ນດີ ຫຸ່ນພຽວ ສຸຂະພາບດີ ໃຜໆກໍຢາກມີ ແລ້ວເຮັດແນວໃດຈຶ່ງມີລະສາວໆ! ມັນເປັນເລື່ອງຍາກຫຼາຍແມ່ນບໍ່? ໃນຄວາມຄິດຂອງເຮົາແລ້ວມັນຍາກຫຼາຍທີ່ຕ້ອງມາບັງຄັບຕົວເອງໃນຫຼາຍໆຢ່າງເພື່ອໃຫ້ໄດ້ຫຸ່ນທີ່ດີຄືກັບເຂົາ ຫຼືບາງເທື່ອເຮົາຍັງຄິດອີກວ່າມັນເປັນໄປບໍ່ໄດ້ດອກ ແຕ່ສາວໆຢຸດກ່ອນ ເພາະໃນວາລະສານຂັວນໃຈ ສະບັບຫຼ້າສຸດນີ້ສາວໆຕ້ອງແປກໃຈເມື່ອມີ ບັນດາສາວໆທີ່ແສນຈະເປັນຄົນທໍາມະດາຄືກັບເຮົາ ມາບອກວ່າ ການມີຫຸ່ນທີ່ດີບໍ່ແມ່ນເລື່ອງຍາກເລີຍ ເຮັດແນວໃດຫັ່ນຫວາ? ເຮົາໄປຟັງຈາກປາກພວກນາງກັນເທາະ! ວ່າເຮັດແນວໃດ? ສາວທໍາມະດາຄືພວກນາງ ຈຶ່ງມີຫຸ່ນເປະປານນາງແບບໄດ້ແນວນີ້ ດາວິໄລ ດາວັນ (ໂນະ) ແມ່ລູກ 3 ຫຸ່ນສຸດ Firm ບອກວ່າ ຢຸດອ້າງເຫດຜົນວ່າບໍ່ມີເວລາອອກກໍາລັງກາຍ ເພາະໂລກນີ້ທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນໝົດ ສິລິກຸນ ໂພໄຊ (ຕິກ) ສາວນັກແລ່ນມາລາທອນ ບອກວ່າ ການອອກກໍາລັງກາຍແມ່ນການຮັກໂຕເອງ ປະພັດສອນ ສິດທິວົງ (ອິບ) ສາວນັກສຶກສາຄົນນີ້ບອກວ່າ ສ່ວນຫຼາຍຄົນທີ່ເຂົ້າ Fitness ຈະທໍ້ງ່າຍຫາກບໍ່ຕັ້ງເປົ້າໝາຍທີ່ວັດແທກໄດ້ ແອນນາລີ …

Read More »

ໃຜທີ່ມັກທ່ອງທ່ຽວແບບພະຈົນໄພ ຕ້ອງບໍ່ພາດກັບສະຖານທີ່ແຫ່ງນີ້!!

ສະບາຍດີ ແຟນໆຂວັນໃຈ ມື້ນີ້ທີມງານ ເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ເຊິ່ງຈະມາເອົາໃຈແຟນໆຜູ້ທີ່ມັກການທ່ອງທ່ຽວ ແບບພະຈົນໄພເປັນພິເສດເລີຍ ບໍ່ວ່າຈະເປັນການຂີ່ສະລິງ, ເດີນປ່າ, ໄຕ່ຂົວອູ່ ແລະ ອີກຫຼາຍຢ່າງ. ແຕ່ຖ້າໃຜທີ່ບໍ່ມັກການປະຈົນໄພກໍສາມາດໄປໄດ້ຄືກັນ ແລະ ສະຖານທີ່ແຫ່ງນັ້ນກໍຄື: ຕາດກອຍລອຍຟ້າ ທີ່ຕັ້ງຢູ່ເມືອງປະທຸມພອນ ແຂວງຈໍາປາສັກ ນັ້ນເອງ ຖ້າໃຜໄດ້ໄປທ່ຽວໄປສໍາຜັດກັບຄວາມງົດງາມຂອງທໍາມະຊາດ, ສາຍນໍ້າທີ່ໃສເຢັນ ຮັບຮອງວ່າໃຜທີ່ໄດ້ໄປທ່ຽວຈະຕ້ອງຕິດໃຈຢ່າງແນ່ນອນ ແລະ ທີມງານເຮົາໄດ້ນໍາເອົາຮູບພາບງາມໆຂອງສະຖານທີ່ແຫ່ງນີ້ມາໃຫ້ແຟນໄດ້ຊົມ ແຕ່ຈະງົດງາມປານໃດນັ້ນໄປຊົມກັນເລີຍ!!! ຮູບພາບ: google.com

Read More »

ສຸດຊຶ້ງກິນໃຈ! “ກັບໄປສາ” ຜົນງານເພງໃໝ່ຫຼ້າສຸດຈາກວົງ Black eyes!!!

ວ້າວວວວ!!! ຊຶ້ງກິນໃຈສຸດໆກັບຜົນງານເພງ “ກັບໄປສາ” ຜົນງານເພງໃໝ່ຫຼ້າສຸດຂອງວົງ Black eyes ແຫ່ງຄ້າຍ Indee record ຄ້າຍເພງອັນດັບ 1 ຂອງລາວ, ເຊິ່ງບົດເພງນີ້ກໍໄດ້ປ່ອຍໃຫ້ທຸກຄົນໄດ້ຟັງກັນໃນວັນທີ 23 ພຶດສະພາ ທີ່ຜ່ານມາທາງ YouTube, ພໍແຕ່ປ່ອຍເພງດັງກ່າວອອກມາເທົ່ານັ້ນກໍເຮັດໃຫ້ມີຄວາມສົນໃຈຈາກແຟນເພງ ແລະ ມີຍອດວິວ, ໄລ້, ຄອມເມັ້ມ ແລະ ແຊຣຈຳນວນຫຼວງຫຼາຍ, ດັ່ງນັ້ນຂາຊອ໋ກແຊ໋ກຢ່າງ ຊະນີIndy ມີຫວາຈະພາດ… ນຳເອົາບົດເພງ “ກັບໄປສາ” ຈາກວົງ Black eyes ນີ້ມາຝາກແຟນໆ… #ແຊຣໄປໃຫ້ໂລກຮູ້ ຄລິບຈາກ: Indee Laos

Read More »

ຢາກແຕ່ງຕົວໃຫ້ງາມ ໃນທຸກສະຖານະການ ຢ່າພາດ! ກັບ 5 ກົດຂອງການແຕ່ງຕົວ (ສາວໆຫ້າມເບິ່ງຂ້າມເດັດຂາດ)

ຢຸດ! ຄວນເບິ່ງຄວາມເປັນຈິງເພາະທຸກສິ່ງບໍ່ໄດ້ສວຍງາມສະເໝີໄປ ຖ້າພາດແລ້ວກໍພາດພາດເລີຍ ແລ້ວຈະກັບໄປແກ້ໄຂຫຍັງບໍ່ໄດ້ອີກ ເລື່ອງການແຕ່ງຕົວກໍເຊັ່ນດຽວກັນ ເປັນສິ່ງທີ່ໃກ້ຕົວທີ່ໄປໃສໄປກັນ ເປັນສິ່ງທີ່ສ້າງຄວາມຜະທັບໃຈໃຫ້ຜູ້ອື່ນເມື່ອພົບເຫັນ ເປັນສິ່ງທີ່ເຮັດໃຫ້ເຈົ້າດູດີຂຶ້ນມາແບບທັນຕາເຫັນ ເລື່ອງແບບນີ້ເປັນສິ່ງທີ່ງ່າຍຖ້າເຈົ້າຮູ້ຈັກການທີ່ຈະແຕ່ງຕົວ. ການເລຶອກ “ເຄື່ອງປຕ່ງກາຍ” ຖືເປັນສິ່ງສໍາຄັນອັນດັບທໍາອິດ ຂອງສາວໆຫຼາຍໆຄົນ ບາງຄົນບໍ່ຄ່ອຍສົນໃຈ ແຕ່ໃນຂະນະທີ່ຫຼາຍຄົນທຸ່ມເທໃຫ້ກັບມັນ ເປັນຜູ້ຍິງບໍ່ແມ່ນວ່າໃສ່ຫຍັງແລ້ວຈະງາມໄດ້ ຕ້ອງເລືອກເບິ່ງໃຫ້ດີ ການເລືອກເສື້ອຜ້າຈະຊ່ວຍເສີມສ້າງບຸກຄະລິກຮູບຮ່າງ ຄວາມສະຫງ່າ Style ແລະ ການຮູ້ຈັກກາລະເທສະໄດ້ເປັນຢ່າງດີ ຈະເຮັດໃຫ້ເຄື່ອງແຕ່ງກາຍທີ່ທແສນຈະທໍາມະດາ ແຕ່ເຈົ້າຈະໄດ້ຮັບສິ່ງທີ່ຄຸ້ມຄ່າທີ່ສຸດກັບມາ ມື້ນີ້ ຂັວນໃຈ ຈຶ່ງຢາກຈະມາາສະເໜີສາວໆວ່າ ການແຕ່ງຕົວຖ້າຢາກງາມ ໃນທຸກສະຖານະການ ຕ້ອງຄໍານຶງເຖິງ 5 ກົດດັ່ງນີ: ເລືອກເສື້ອຜ້າໃຫ້ Mate ກັນ ເລືອກເສື້ອຜ້າໃຫ້ເຂົ້າກັບຕົວເອງ ຢຸດ Copy ຄົນອື່ນໄດ້ແລ້ວ ຄວາມໝັ້ນໃຈມີໄດ້ແຕ່ຕ້ອງເບິ່ງສະຖານະການພ້ອມ ຂອງແພງ! ບໍ່ແມ່ນຈະເຮັດໃຫ້ເຮົາຂຶ້ນສະເໝີໄປ By: BeautyGuru Cr: Sprice

Read More »