Breaking News

Daily Archives: 29/05/2017

ວິທີຈັດການກັບ “ນັກເລງຄີບອດໃນສັງຄົມ Online” ທີ່ເຮັດໃຫ້ເຮົາເຊື່ອມເສຍກຽດສັກສີ!!!

ຈັດການກັບ “ນັກເລງ” ໃນສື່ສັງຄົມ online ດ້ວຍກົດໝາຍ #ຢ່າລືມແຊຣບົດຄວາມດີໆແບບນີ້ໃຫ້ໝູ່ຄົນອື່ນໄດ້ເຫັນນຳແດ່ “ຫາກນັກເລງໃນສື່ສັງຄົມ online ໄດ້ໃສ່ຮ້າຍປ້າຍສີ ຫຼືປ້ອຍດ່າ ດ້ວຍວາຈາ ການຂຽນ ຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຖືວ່າຂັດຕໍ່ ມາດຕາ 94 & 95 ຂອງກົດໝາຍວ່າດ້ວຍອາຍາ ຈະຖືກລົງໂທດຕັດອິດສະຫຼະພາບ ຫຼືປັບໃໝ” ໃນຍຸກ Digital ທີ່ຜູ້ຄົນທົ່ວໂລກເສບຕິດສື່ອອນລາຍຢ່າງໜັກໜ່ວງ ໂດຍສະເພາະບັນດາສາວໆທັງຫຼາຍ ທີ່ກາຍເປັນເຈົ້າແມ່ update ວ່າງຍາມໃດ ນາງຕ້ອງຈັບມືຖືຂຶ້ນມາຖ່າຍຮູບຕົນເອງ ອາຫານ ສະຖານທີ່ ແລະກິດຈະກຳຕ່າງໆ post ລົງສື່ສັງຄົມ online ແບບເອີ້ນໄດ້ວ່າ update ທຸກລົມຫາຍໃຈກັນເລີຍ (ບາດຍາມເຮັດວຽກ ຄືບໍ່ໝັ່ນແບບນີ້ແດ່ນໍ້) ແນ່ນອນວ່າ ການທີ່ມີຍຸກນີ້ Internet ມີສື່ສັງຄົມ online ເກີດຂຶ້ນມາໂລກຂອງເຮົາ ມັນເຮັດໃຫ້ໂລກທີ່ເຄີຍກວ້າງໃຫຍ່ໄພສານ ແຄບລົງທັນທີ ຜູ້ຄົນກໍຮູ້ຈັກກັນງ່າຍຂຶ້ນ …

Read More »

ປະຕິມະກຳ ແກະສະຫຼັກພຣະປະຈຳວັນເກີດຢູ່ຜາຫີນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ເຮົາໄດ້ນໍາເອົາຮູບພາບງາມໆຂອງປະຕິມະກໍາ ການແກະສະຫຼັກພຣະປະຈໍາວັນເກີດຢູ່ຜາຫີນອ່ອນ ມາໃຫ້ແຟນໆຂວັນໃຈໄດ້ຊົມ!! ປະຕິມະກຳ ແກະສະຫຼັກພຣະປະຈຳວັນເກີດຢູ່ຜາຫີນອ່ອນ ເສັ້ນທາງ1E ລະຫວ່າງຊາຍແດນ ເມືອງນາກາຍ ແຂວງຄໍາມ່ວນ ກັບ ເມືອງຄຳເກີດ ແຂວງບໍລິຄໍາໄຊ. ເປັນການແກະສະຫຼັກທີ່ມີຄວາມປານີດ, ມີຄວາມງົດງາມ ແລະ ມີຄວາມໝາຍທາງສິລະປະ, ພຸດທະສາສະໜາ. ຢູ່ຕາມສອງຝາກທາງຈະມີຮູບແກະສະຫຼັກພຣະພຸດທະຮູບ ເຊິ່ງຖືໄດ້ວ່າເປັນເສັ້ນທາງແຫ່ງທໍາອິດຂອງປະເທດ ທີ່ມີການແກະສະຫຼັກ ພຣະພຸດທະຮູບຕາມຫີນອ່ອນຂອງທັງສອງຝາກທາງ ຜູ້ຄົນທີ່ເດີນຜ່ານໄປມາລ້ວນແຕ່ຈອດລົດລົງມາກາບໄຫວ້ເພື່ອພອນສິ່ງສັກສິດ ຖ້າໃຜໄດ້ຜ່ານໄປມາຕາມເສັ້ນທາງນັ້ນກໍຢ່າລືມແວ່ຂໍພອນເດີ້!! ຮູບພາບ: Saylakham Images

Read More »

ເກີດເທື່ອດຽວໄດ້ຝາແຝດ 6 ຄົນ

ນາງ ອະຈິໂບລາ ໄທໄວ ແມ່ຍິງຄົນໄນຈີເລຍ ໄດ້ເກີດລູກຝາແຝດເຖິງ 6 ຄົນດ້ວຍການປາດ ທີ່ສູນການແພດມະຫາວິທະຍາໄລເຄືອລັດເວີຈີເນຍ ໃນສະຫະລັດເມື່ອບໍ່ດົນມານີ້ ຊຶ່ງຝາແຝດ ທັງ6 ຄົນນັ້ນເປັນຍິງ 3 ແລະ ຊາຍ 3 ຄົນ ແລະ ທັງໝົດແມ່ນມີສຸຂະພາບແຂງແຮງດີ ແລະ ການປາດທ້ອງໃນຄັ້ງນີ້ຕ້ອງໄດ້ໃຊ້ທີມແພດເຖິງ 40 ຄົນ ຊຶ່ງຜົວເມຍຄູ່ນີ້ມາຈາກທິດຕະເວັນຕົກຂອງປະເທດໄນຈີເລຍ ໄດ້ພະຍາຍາມມີລູກນໍາກັນມາໄດ້ 17 ປີແລ້ວແຕ່ບໍ່ໄດ້ຜົນ ຈົນມາເຖິງເດືອນ ພະຈິກ ປີຜ່ານມາ ແພດໄດ້ວິໄຈວ່າ: ນາງ ອະຈິໂບລາ ໄດ້ມານລູກ. ຊຶ່ງກໍລະນີທີ່ມານລູກຝາແຝດເຖິງ 6 ຄົນນີ້ ມີຄວາມຍາກທີ່ຈະເກີດຂຶ້ນ ໂດຍປີ 2015 ມີເດັກນ້ອຍ 4 ລ້ານກວ່າຄົນເກີດໃນສະຫະລັດ ແລະ ຈໍານວນນີ້ເປັນແຝດ 4 ຄົນຂຶ້ນໄປພຽງ 24 ຄົນເທົ່ານັ້ນ.

Read More »

ເອົາແລ້ວໆ! ສິລະປິນລາວ Hot ເວີ້ ເມື່ອແຟນຄລັບຊາວຍີ່ປຸ່ນແຮ່ຂໍຖ່າຍຮູບ ແລະ ລາຍເຊັນຢ່າງຫຼວງຫຼາຍ…

ສິລະປິນລາວຈາກຄ້າຍ ອິນ​ດີ້ ເຣັກ​ຂອດ ຄ້າຍເພງອັນດັບ 1 ນຳທີມໂດຍ ສັກ ເຊວ​ສ໌, ນ້ຳ​ຝົນ ແລະ ໂອ​ລ້າ ແບ​ລັກ​ອ້າຍ ໄປໂຊຜົນງານທີ່ບຸນລາວ ໃນປະເທດ ຍີ່ປຸ່ນ (LAO FESTIVAL 2017 TOKYP JAPAN) ໃນວັນທີ 27-28 ພຶດສະພາ 2017 ທີ່ຜ່ານມາ, ແຖມສິລະປິນລາວທັງ 3 ທ່ານ ຍັງເປັນຂວັນໃຈແຟນເພງຊາວຍີ່ປຸ່ນ ພໍແຕ່ທັງ 3 ສິລະປິນຂຶ້ນໂຊກໍມີແຟນຄລັບແຮ່ມາຮ່ວມໃຫ້ກຳລັງໃຈ, ຂໍຖ່າຍຮູບ ແລະ ຂໍລາຍເຊັນກັນຢ່າງໜາແໜ້ນ ແລະ ໃນປີນີ້ ບຸນລາວໃນປະເທດຍີ່ປຸ່ນ ກໍໄດ້ຮັບຄວາມນິຍົມ ແລະ ເຮັດໃຫ້ມີຜູ້ຄົນເຂົ້າຮ່ວມໃນງານດັ່ງກ່າວຢ່າງຄຶກຄື້ນ. #ແຊຣໄປໃຫ້ໂລກຮູ້ຄວາມສາມາດຂອງຄົນລາວ ຊະນີIndy ກໍບໍ່ພາດທີ່ຈະເກັບເອົາຮູບມາຝາກທຸກຄົນ ໄປເບິ່ງນຳກັນເລີຍ!!!

Read More »

Idea ໃສ່ເສື້ອເຂົ້າໃນທີ່ບໍ່ແມ່ນນຸ່ງສິ້ນ ແບບບໍ່ມີຄໍາວ່າ “ເຊີຍ” ແຖມຍັງງາມໄດ້ທຸກ Style ສາວໆຈັດເລີຍ!

ສາວໆທີ່ກໍາລັງຄິດຢາກໃສ່ເສື້ອທັບໃນ ຫຼືນູ່ງເສື້ອເຂົ້າໃນ ທີ່ບໍ່ແມ່ນນຸ່ງສິ້ນ ແຕ່ບໍ່ມີຄວາມໝັ້ນໃຈ ຢ້ານໃສ່ແລ້ວຈະບໍ່ງາມ ບໍ່ເຂົ້າກັບຕົວເອງ ບໍ່ຕ້ອງຢ້ານແລ້ວ ຂໍແຕ່ບໍ່ເຊີຍກໍພໍ ມາລອງປ່ຽນ Look ກັນເລີຍດີກວ່າ ກັບ Look ໃສ່ເສື້ອເຂົ້າໃນ ເກ໋ສຸດໆ ທີ່ຂັວນໃຈເອົາມາຕ້ອນກັນໃນມື້ນີ້ ແບບວ່າເຫັນແລ້ວຕ້ອງບອກຕົວເອງວ່າ ຈັດເລີຍ ບໍ່ຕ້ອງຢ້ານວ່າ ໃສ່ແລ້ວຈະອອກມາບໍ່ງາມ ເຊີຍ ສາວໆຍຸກນີ້ມັນສະໄໝໃດກັນແລ້ວ ເປັນສາວທັນສະໄໝຕ້ອງມີຄວາມໝັ້ນໃຈ ຮັບຮອງບໍ່ມີຄໍາວ່າ “ເຊີຍ” ແນ່ນອນຈ້າ!! ໜ້າຮັກສົດໃສ Style two tone ເປີດໄຫຼ່ກັບສົ້ງລາຍ ໜ້າຮັກສຸດໆ ຊິດດດດ ຂາສັ້ນກັບເສື້ອສີເຈັບໆ ງານເທ່ກໍມາ ເບົາໆ Style ຄຸນໜູຫວານໆ ພ້ອມໄປເຮັດວຽກ ສີພີ້ນລຽບໆແຕ່ດູດີ ສຸດຊີດດດ ມີ Style ສຸດໆ Sexy ເບົາໆ ແບບມີລາຄາ ສະບາຍ ສະບາຍ ເສື້ອຢືດກັບຂາສັ້ນ …

Read More »