Breaking News

Daily Archives: 06/06/2017

ອຸງ ທົດສະພອນ ໜຸ່ມສຸດເຈົ້າຊູ້ຕົວແທນປະເທດລາວໃນການແຂ່ງຂັນ “Mister National Universe 2017”

ມາຮ່ວມເປັນແຮງໃຈໃຫ້ກັບ ອຸງ ທົດສະພອນ ສິດພະໄຊ ໃນການເປັນຕົວແທນປະເທດລາວໃນການແຂ່ງຂັນເວທີລະດັບສາກົນ “Mister National Universe 2017” ເຊິ່ງປີນີ້ໄດ້ຈັດຂຶ້ນທີ່ ຫົວຫິນ (ປະເທດໄທ) ໃນລະຫວ່າງວັນທີ 5-13 ມິຖຸນາ 2017, ແລະ ຈະມີໜຸ່ມໆຈາກຫຼາຍປະເທດເຂົ້າຮ່ວມແຂ່ງຂັນໃນເວທີນີ້, ສຳລັບການປະກວດ “Mister National Universe 2017” ເປັນການປະກວດຊາຍໜຸ່ມທີ່ມີຄວາມເຈົ້າຊູ້ ມີບຸກຂະລິກດີ ມີຄວາມ Smart, ເຊິ່ງຊຸດທີ່ຜູ້ເຂົ້າແຂ່ງຂັນຈະໄດ້ນຸ່ງກໍຄືຈະມີຊຸດສຸພາບ ຊຸດປະຈຳຊາດ ແລະ ຊຸດລອຍນໍ້າ. #ຢ່າລືມແຊຣໄປເປັນກຳລັງໃຈໃຫ້ໜຸ່ມຕົວແທນຈາກປະເທດລາວ Arrived safe and sounds at Intercontinental Hua Hin Reseort ��� ຂໍLike ຂໍshare ຫຼາຍໆເດີ ເພື່ອຊິໄດ້ Social Media vote #Intercontinentalhuahintresort#misternationaluniverse#misternationaluniverse2017@Intercontinentalhuahinresort โพสต์โดย Oung Thotsaphone …

Read More »

ເພື່ອນໆຮູ້ຫຼືບໍ່? ໝາກຖົ່ວດຳທີ່ເຮົາກິນມີຄຸນປະໂຫຍດຕ້ານພະຍາດຫຼາຍຊະນິດ!!!

ເພື່ອນໆຮູ້ຫຼືບໍ່? ໝາກຖົ່ວດຳເປັນທັນຍະພືດທີ່ມີຄຸນປະໂຫຍດຢ່າງດີເລີດ ຖ້າກິນເປັນປະຈຳຈະສາມາດປ້ອງກັນ ແລະ ຮັກສາພະຍາດຕ່າງໆໄດ້ເປັນຢ່າງດີ, ດັ່ງນັ້ນບໍ່ລໍຊ້າ ເພື່ອນໆລອງມາເບິ່ງຄຸນປະໂຫຍດຕ່າງໆຂອງ ຖົ່ວດຳ ເບິ່ງແລ້ວຈະຮູ້ວ່າດີພຽງໃດ!!! ປ້ອງກັນພະຍາດມະເຮັງລໍາໄສ້       ຖົ່ວດຳ ມີສັບພະຄຸນຊ່ວຍຕ້ານພະຍາດມະເຮັງ ເພາະເປືອກຂອງຖົ່ວດໍາເປັນແຫຼ່ງອາຫານສະສົມສານຟຣາໂວນອຍ (Flavonoids) ຊຶ່ງເປັນສານຕ້ານອະນຸມູນອິດສະຫຼະ ໂດຍມີງານວິໄຈພົບວ່າ ສານຟຣາໂວນອຍທີ່ມີຢູ່ໃນເປືອກຖົ່ວດໍາມີເຖິງ 8 ຊະນິດ ປ້ອງກັນພະຍາດມະເຮັງຕັບ ໝາກຖົ່ວດໍາຍັງມີສານ ຊີລີນຽ່ມ (Selenium) ຊຶ່ງເປັນສານຊ່ວຍປັບຄວາມສົມດຸນ ເຮັດໃຫ້ຕັບເຮັດວຽກໄດ້ດີຂຶ້ນ ແລະ ຊ່ວຍສະລ້າງສານພິດໃນຕັບທີ່ອາດກໍ່ໃຫ້ເກີດເຊວພະຍາດມະເຮັງ ປ້ອງກັນພາວະເລືອດຈາງ ເນື່ອງຈາກປະລິມານທາດເຫຼັກໃນໝາກຖົ່ວດໍາມີຫຼາຍ ຈຶ່ງຊ່ວຍເພີ່ມທາດເຫຼັກໃຫ້ກັບຄົນເຮົາ ທີ່ມີຄວາມສ່ຽງຕໍ່ພະຍາດເລືອດຈາງໄດ້ເປັນຢ່າງດີ ຊ່ວຍລ້າງສານພິດ       ໝາກຖົ່ວດໍາມີສັບພະຄຸນຊ່ວຍລ້າງສານພິດ ແລະ ບໍາລຸງໝາກໄຂ່ຫຼັງ ເພາະມີສານຟຣາໂວນອຍ (Flavonoids) ທີ່ເປັນສານລ້າງພິດ ແລະ ຖົ່ວດໍາຍັງມີສານສໍາຄັນຢ່າງ ແອນໂທໄຊຢານິນ (Anthocyanin) ທີ່ເປັນສານລ້າງສານຜິດໄດ້ດີເຊັ່ນກັນ ຫຼຸດຄວາມສ່ຽງການເປັນມະເຮັງເຕົ້ານົມ       ຈາກການສຶກສາພົບວ່າ …

Read More »

ອ່ອຍຍຍ… ຈັ່ງແມ່ນຜູ້ງາມກະດໍ້ສາວໃນເຄື່ອງແບບນີ້ເນາະ!! (ທຽບກັນເລີຍ)

ສະບາຍດີສາວໆມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ອີກແລ້ວ ມາພົບກັນທຸກມື້ກໍຕ້ອງມີເລື່ອງລາວດີໆກ່ຽວກັບຄວາມສວຍຄວາມງາມ ສິ່ງທີ່ຄຽງຄູ່ກັບສາວໆທຸກຄົນນັ້ນເອງ ແຕ່ມື້ນີ້ ຈະຂໍໂຈະເລື່ອງຄວາມສວຍງາມຂອງຕົວເອງເອົາໄວ້ກ່ອນ ເພາະວ່າ BeautyGuru ຈະພາສາວໆໄປເບິ່ງບັນດາສາວລາວໃນເຄື່ອງແບບກັນ ບອກເລີຍວ່າ ງາມບໍ່ແພ້ຊາດໃດໃນໂລກເລີຍລ່ະ ບໍ່ວ່າຈະເປັນສາວຄູ ທີ່ເຫັນແລ້ວໜຸ່ມໆຕ້ອງຢາກຈະກັບໄປຮຽນອີກຄັ້ງ, ສາວແພດທີ່ເຫັນແລ້ວເກີດອາການຄືຈະເປັນໄຂ້ຕ້ອງໄປໂຮງກັບບາດ, ສາວຕໍາຫຼວດທີ່ຢາກໃຫ້ມາກວດຫົວໃຈ ເພາະກໍາລັງເຮັດຜິດຢູ່ ຫຼືຈະເປັນສາວທະຫານທີ່ທັງງາມທັງເກັ່ງໜ້າຍົກຍ້ອງອີ່ຫຼີ ຢາກເຫັນແລ້ວບໍ່ສາວໆ ຄັ້ນຊັ້ນເຮົາໄປເບິ່ງພ້ອມກັນເລີຍ ສາວຄູເຫັນແລ້ວຢາກຈະກັບໄປຮຽນອີກຄັ້ງ ເຫັນສາວແພດ ແລ້ວເກີດມີອາການໜາວໆຮ້ອນຄືຈະເປັນໄຂ້ ຢາກໃຫ້ສາວແພດມາຊ່ວຍຮັກສາ ອິອິ ສາວຕໍ່າຫຼວດຊ່ວຍມາກວດຫົວໃຈແດ່ ກໍາລັງເຮັດສິ່ງຜິດກົດໝາຍ ເພາະກໍາລັງໄປລັກເອົາຫົວໃຈເຈົ້າຢູ່ 555 ສາວທະຫານລາວໃຈກ້າ ງາມທັງໜ້າຕາ ແລະ ຈິດໃຈ By: BeautyGuru ຂໍຂອບໃຈຮູບພາບຈາກ: F.B ຫຼາຍແຫຼ່ງ

Read More »