Breaking News

Daily Archives: 07/06/2017

ມາແລ້ວໆ… Superstar ອໍ້າ ພັດຊະຣາພາ ແຖມໃຫ້ສຳພາດເອີ່ຍເຖິງຄົນລາວເຮົາວ່າ??? (ມີຄລິບ)

ມາແລ້ວໆໆໆ!!! Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາໝາຍເລກ 1 ຂອງປະເທດເພື່ອນບ້ານ ໄດ້ເດີນທາງມາທີ່ ສປປ ລາວ ເຮົາ ເພື່ອເປັນສິລະປິນຮັບເຊີນໃນງານ “Top Thai Brands Vientiane 2017” ຢູ່ທີ່ສູນການຄ້າ ລາວ-ໄອເຕັກ, ເຊິ່ງກໍເປັນໄປຕາມຄາດ ແລະ ຕາມສາຍາຂອງເອື້ອຍອໍ້າທີ່ວ່າເປັນ “ຊຸບເປີສະຕາຫ້າງແຕກ” ເພາະນາງປະກົດຕົວຢູ່ໃສກໍຈະມີເຫຼົ່າແຟນຄລັບນຳໄປເຊີຍ ແລະ ໃຫ້ກຳລັງໃຈຢ່າງລົ້ນເຫຼືອ, ໃນມື້ນີ້ Superstar ອໍ້າ ພັດຊະຣາພາ ກໍມາພົບກັບແຟນໆດ້ວຍໄບໜ້າຍິ້ມແຍ້ມແຈ່ມໃສ ຊຸດທີ່ນາງໃສ່ກໍເປັນຊຸດສີຂາວລາຍລູກໄມ້ລຽບໆ ແຕ່ເບິ່ງແລ້ວງາມຫຼາຍ, ແຖມງານນີ້ເອື້ອຍ ອໍ້າ ຍັງເອີ່ຍທັກທາຍສະບາຍດີແຟນໆຊາວລາວ ແຖມຍັງບອກຮັກແຟນໆຊາວລາວໃນສຳນຽງສຽງພາສາລາວເຮົາ ແລະ ຍັງກ່າວອີກວ່າໃນເທື່ອນີ້ກໍເປັນເທື່ອທີ່ 2 ແລ້ວທີ່ເດີນທາງມາ ແລະ ຕົນກໍມີຄວາມດີໃຈຫຼາຍ ບໍ່ຄິດວ່າແຟນໆຊາວລາວຈະໃຫ້ການຕ້ອນຮັບຕົນຫຼາຍປານນີ້ ພ້ອມຍັງບອກອີກວ່າຕົນຍັງຈື່ໄດ້ທີ່ເທື່ອກ່ອນທີ່ໄດ້ມາລາວນັ້ນຕົນມີໂອກາດໄດ້ນຸ່ງຊຸດໄໝລາວ ແລະ ກໍໄດ້ນຳເອົາກັບປະເທດເພາະມັກໃນຊຸດໄໝລາວຫຼາຍ ແລະ ຊຸດໄໝລາວກໍເປັນສິ່ງທີ່ຕົນເອງມີຄວາມດີໃຈທີ່ໄດ້ເຫັນ ໄດ້ນຸ່ງໃນເທື່ອນັ້ນອີກດ້ວຍ!!! ເຫັນແບບນີ້ແລ້ວກໍເປັນທີ່ໜ້າພູມໃຈທີ່ວ່າຂະໜາດ Superstar ເພິ່ນກໍຍັງຫຼົງໄຫຼໃນຄວາມເປັນລາວ, …

Read More »

ຮ້ານອາຫານ ແສງລາວ @Senglao Cafe

ບັນຍາກາດດີ ສຸດແສນໂຣແມນຕິກ, ລົດຊາດອາຫານແຊບ​ ​ແລະ ມີ​ຈຸດ​ພິ​ເສດທີ່ແຕກຕ່າງຈາກຮ້ານອື່ນກໍຄື Concept ຫຼືຮູບແບບຂອງອາຫານປະເພດ “Fusion of Life” ຄືການປະສົມປະສານລະຫວ່າງອາຫານລາວທີ່ເປັນເອກະລັກ ແລະ ອາຫານນາໆຊາດ ທີ່ປະສົມປະສານກັນຢ່າງລົງຕົວ, ການເອົາເມນູມາດັດແປງ ເພື່ອໃຫ້ໄດ້ເມນູໃໝ່.   ນອກຈາກ​ນີ້, ຍັງມີຄວາມໂດດເດັ່ນທັງ​ດ້ານການຕົບແຕ່ງຮ້ານແມ່ນຈະເນັ້ນໃຫ້ຄວາມຮູ້ສຶກເປັນບັນຍາກາດໂຮງໜັງໃນອາດີດ ຍຸກ 70 ໂດຍສະເພາະແມ່ນໃຊ້ອຸປະກອນໂຮງໜັງມາເປັນເປັນສ່ວນໜຶ່ງຂອງການຕົບແຕ່ງຮ້ານຄື: ຕັ່ງນັ່ງທີ່ເປັນເອກະລັກຂອງໂຮງສາຍຮູບເງົາ​ເກົ່າ, ໂປສເຕີ້, ເຄື່ອງສາຍໜັງ. ສ່ວນເມນູທຸກຈານຮັບຮອງວ່າສະອາດ  ເພາະຮ້ານແມ່ນໃສ່ໃຈດ້ານການປຸງແຕ່ງອາຫານເປັນທີ່ສຸດ ທີ່ສຳຄັນທຸກເມນູອາຫານທີ່ແສງລາວ ຄາເຟ ແມ່ນບໍ່ໃສ່ແປ້ງນົວ. ມີທັງພິດຊ່າ ລາຄາຖືກ ແລະ ມີຫຼາກຫຼາຍໜ້າໃຫ້ທ່ານໄດ້ເລືອກຊິມ ຮັບຮອງຖືກໃຈຫຼາຍໆຄົນແນ່ນອນ ນອກນີ້, ສຳລັບ ໃຜທີ່ໃສ່ໃຈຮັກສາເສຸຂະພາບ ທາງຮ້ານເພິ່ນ ກໍມີເມນູ ທີ່ເປັນ Healthy  ຫຼາກຫຼາຍເມນູໄວ້ໃຫ້ທ່ານເລືອກຮັບປະທານໄດ້. ບໍ່ພໍເທົ່ານັ້ນ, ທຸກໆວັນເສົາ ທາງຮ້ານແສງລາວ ຍັງມີເມນູເດັດ ເຟີເຮືອ  Titanic ບໍ່ໃສ່ແປງນົວ …

Read More »

ສາວແທ້ມີໜາວ…ງານນີ້ຕ້ອງຍອມໃນຄວາມລຽບຫຼູຂອງ ຫຼິງຫຼິງ ປິຍະດາ!!!

ສາວແທ້ງານນີ້ມີຮ້ອນໆໜາວໆແນ່ນອນເພາະ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາທີ່ເບິ່ງຢ່າງໃດກໍງາມບໍ່ມີເບື່ອ ຫຼ້າສຸດຫຼິງຫຼິງກໍໄດ້ໂພສຮູບພາບໃນອິນສະຕາແກຼມ ແລະ ຮູບພາບທີ່ນາງໂພສແຕ່ລະຮູບມີຄວາມງາມ ລຽບຫຼູດູດີ ເບິ່ງແລ້ວແມ່ຍິງແທ້ໆຍັງຍອມໃນຄວາມງາມຂອງຫຼິງຫຼິງກັນເລີຍ, ຊະນີIndy ເອງກໍບໍ່ພາດທີ່ຈະນຳເອົາຮູບພາບງາມໆຂອງສາວຄົນນີ້ມາຝາກແຟນໆ, ດັ່ງນັ້ນລອງມາເບິ່ງແລ້ວຄອມເມັ້ນບອກກັນແດ່ວ່າ ຫຼິງຫຼິງ ງາມຄືກັບທີ່ ຊະນີIndy ຍ້ອງແທ້ຫຼືບໍ່? #ແຊຣໄປໃຫ້ໂລກຮູ້ສາວປະເພດສອງຂອງລາວງາມບໍ່ແພ້ຊາດອື່ນ ເວົ້າແທ້!!! ຮູບນີ້ກິນຂາດອີ່ຫລີ ງາມຫຼາຍ… ຮູບນີ້ກໍເປະປັງອະລັງເວີ້ 555 ຂໍຂອບໃຈຮູບພາບຈາກ: lingpiyadar

Read More »

ເຈົ້າແມ່ຫ້າງແຕກກັບມາອີກແລ້ວ! ມື້ນີ້ກຽມພົບກັບ ອໍ້າ ພັດຊະຣາພາ ດາລາໝາຍເລກ 1 ຂອງປະເທດເພື່ອນບ້ານແນ່ນອນ!!!

ອີກແລ້ວໆໆໆ!!! ແຟນຄລັບຊາວລາວເຮົາມີເຮ…ເພາະກຽມພົບກັບດາລາໃນດວງໃຈຂອງໃຜຫຼາຍໆຄົນ ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາ-ນັກສະແດງ ໝາຍເລກໜຶ່ງຂອງປະເທດເພື່ອນບ້ານທີ່ກຽມມາພົບກັບແຟນໆຊາວລາວເຮົາອີກແລ້ວເປັນເທື່ອທີ 2 ໃນວັນທີ 7 ມິຖຸນາ 2017 , ຫຼັງຈາກທີ່ເທື່ອກ່ອນຕອນທີ່ເອື້ອຍອໍ້າໄດ້ມາລາວຄັ້ງທຳອິດເຊື່ອວ່າທຸກໆຄົນກໍຄົງຈະຍັງຈື່ກັນໄດ້ເພາະສ້າງປະກົດການຮືຮາໄປທົ່ວປະເທດເພາະມີແຟນໆຊາວລາວໄປໃຫ້ການຕ້ອນຮັບກັນຢ່າງເນື່ອງແໜ້ນຈົນໄດ້ສາຍາວ່າ “ເຈົ້າແມ່ຫ້າງແຕກ” ແລະມາໃນເທື່ອນີ້ ເອື້ອຍອໍ້າ ພັດຊະຣາພາ ຊຸບຕາຄົນງາມກໍຈະມາພົບກັບແຟນໆອີກແລ້ວ ສາມາດໄປເຈິກັບເອື້ອຍອໍ້າໄດ້ເລີຍຢູ່ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນງານ ” Top Thai Brands 2017 ” ໃນເວລາ 17:00-18:00 ໂມງ ແລະ ນອກຈາກຈະມີ Superstar  ອໍ້າ ພັດຊະຣາພາ ແລ້ວຍັງມີສິນລະປິນທີ່ມາຮ່ວມໃນງານອີກຢ່າງຫຼວງຫຼາຍ, ຍັງບໍ່ໝົດ!!! ເພາະການມາຂອງເອື້ອຍ ອໍ້າ ພັດຊະຣາພາ ໄຊເຊື້ອ ໃນເທື່ອນີ້ຈະມາໃນແບບທີ່ໃຫ້ແຟນໆໄດ້ເວົ້າລົມ ແລະ ສຳພາດກັນແບບໃກ້ຊິດອີກເດີ້!!! (ຢ່າລືມຢ່າພາດ) #ໃຜເປັນແຟນຄລັບຂອງ Superstar ສາວຄົນນີ້ກໍຢ່າລືມແຊຣບອກໝູ່ແດ່ເດີ້ ໝາຍເຫດ: ສຳລັບໝູ່ເພື່ອນຄົນໃດທີ່ບໍ່ສາມາດມາຮ່ວມໃນງານມື້ນີ້ກໍບໍ່ຕ້ອງເສຍໃຈໄປເດີ້ ສາມາດຕິດຕາມຮັບຊົມການ Live ສົດຈາກເພສ ຂວັນໃຈ ເຮົາໄດ້ ແລະ ຈະມີການເກັບພາບຂອງ ຊຸບຕາຫ້າງແຕກ …

Read More »