Breaking News

Daily Archives: 08/06/2017

ມາເບິ່ງ! ຄວາມເຈົ້າຊູ້ຂອງບັນດາໜຸ່ມໆຜູ້ເຂົ້າປະກວດ “Mister National Universe 2017”

ວ້າວໆໆ ເຊື່ອວ່າໝູ່ເພື່ອນທຸກຄົນກໍຄົງຍາກຈະເຫັນໜ້າຕາຂອງບັນດາໜຸ່ມໆຜູ້ເຂົ້າປະກວດໃນເວທີ “Mister National Universe 2017” ແມ່ນບໍ່? ມື້ນີ້ ຊະນີIndy ກໍບໍ່ເຄີຍປ່ອຍໃຫ້ເວລາເສຍໄປລ້າໆ ຈຶ່ງໄດ້ໄປຊອກຊ໋ອກແຊ໋ກນຳເອົາຮູບພາບຂອງໜຸ່ມໆຜູ້ເຂົ້າປະກວດແຕ່ລະປະເທດມາຝາກ, ແຕ່ ແຕ່ ແຕ່ ຂໍບອກກ່ອນເດີ້ ໂດຍສະເພາະສາວໆທັງສາວແທ້ສາວທຽມທັງຫຼາຍ… ໃຫ້ກຽມທິດຊູໄວ້ເຊັດນໍ້າລາຍແນ່ກໍດີເດີ້ 555 ເພາະແຕ່ລະໜຸ່ມຕົວແທນຂອງແຕ່ລະປະເທດນັ້ນບອກໄດ້ເລີຍວ່າມີແຕ່ຄົນເຈົ້າຊູ້ ບຸກຂະລິກແຕ່ລະຄົນກໍດີໆ ບໍ່ລໍຊ້າເດີ້ມາເບິ່ງກັນເລີຍ!! #ຢ່າງໄດກໍຢ່າລືມເຊຍໜຸ່ມຕົວແທນຈາກລາວເຮົາແດ່ເດີ້ເພື່ອນໆ ຊຸດປະຈຳຊາດ…    ຊຸດລອຍນໍ້າ…  via:  misternationaluniverse

Read More »

ຈະເກີດຫຍັງຂຶ້ນ! ເມື່ອອ້າຍເອຜູ້ຈັດການເອີ້ນໃຫ້ Superstar ອໍ້າ ຊ່ວຍ… (ມີຄລິບ)

ອ້າຍ ເອ ສຸພະໄຊ ຜູ້ຈັດການຂອງ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ກໍມີໂອກາດໄດ້ເດີນທາງມາ ສປປ ລາວ ພ້ອມກັບດາລາສາວ, ຫຼ້າສຸດອ້າຍ ເອ  ກໍໄດ້ໂພສຄລິບທີ່ມີແຟນຄລັບສາວອໍ້າທີ່ໄປແຫ່ໃຫ້ກຳລັງໃຈສາວອໍ້າກັນຢ່າງເນື່ອງແໜ້ນ ພ້ອມຂຽນຄຳອະທິບາຍກ້ອງຄລິບວ່າ: “ມ່ວນຫຼາຍ ມີຄົນໄປຮ່ວມງານຫຼາຍ ເຫັນແບບນີ້ກໍປື້ມໃຈແທນນ້ອງອໍ້າ ອ້າຍເອເລີຍຢາກເກັບພາບບັນຍາກາດມາຝາກທຸກໆຄົນ ປະກົດວ່າເວລາແຍກຕົວອອກມາຖ່າຍແລ້ວກັບເຂົ້າໄປບໍ່ໄດ້ ເລີຍຕ້ອງໄດ້ຮ້ອງໃຫ້ນ້ອງອໍ້າມາຊ່ວຍ 555 ຂອບໃຈທຸກໆຄົນທີ່ ສປປ ລາວ ທີ່ໃຫ້ການຕ້ອນຮັບ” ຊະນີIndy ເອງກໍມີໂອກາດໄດ້ໄປງານນີ້ເຊັ່ນກັນ ແລະ ກໍມີໂອກາດໄດ້ເຈິທັງ ເອື້ອຍ ອໍ້າ ແລະ ອ້າຍ ເອ ເຊິ່ງທັງສອງກໍໜ້າຮັກດີ ແລະ ກໍແມ່ນຕາມທີ່ຄວາມ ອ້າຍ ເອ ເພິ່ນໄດ້ໂພສແທ້ ເພາະວ່າໃນງານມີຄົນໄປຮ່ວມເປັນຈຳນວນຫຼາຍ ເຮັດໃຫ້ ອ້າຍ ເອ ເຖິງຂັ້ນເກືອບຂຶ້ນລົດບໍ່ທັນພຸ້ນລະ ເພາະຊົ່ວຈະຝ່າກອງທັບແຟນຄລັບໄປໄດ້ບໍ່ແມ່ນເລື່ອງງ່າຍເລີຍແມ່ນບໍ່ ອ້າຍ ເອ 555. …

Read More »

ຂີ່ເຮືອແພໄມ້ໄຜ່, ຫຼີ້ນນໍ້າເຢັນໆ ທີ່ Blue Lagoon 5 ເມືອງວັງວຽງ

ມື້ນີ້ແອັດມີນຈະມາພາໄປທ່ຽວ ເມືອງວັງວຽງ ໄປທ່ຽວທີ່ Blue Lagoon 5 ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຖ້າໃຜໄດ້ໄປທ່ຽວໄປຫຼີ້ນນໍ້າຢູ່ນີ້ ແອັດມີນເຊື່ອເລີຍວ່າຕ້ອງຕິດອົກຕິດໃຈຢ່າງແນ່ນອນ. Blue Lagoon 5 ແມ່ນໄປຕາມເສັ້ນທາງດຽວກັນກັບ Blue Lagoon 3 ແຕ່ມັນຈະຢູ່ກາຍ Blue Lagoon 3. ຢູ່ໃນ Blue Lagoon 5 ແຫ່ງນີ້ນໍ້າໃສໆເຢັນໆ, ມີເຮືອແພໄມ້ໄວ້ໃຫ້ໄດ້ຂີ່ ແລະ ຍັງມີຖໍ້າໄວ້ໃຫ້ນັກທ່ອງທ່ຽວໄດ້ເຂົ້າໄປທ່ຽວຊົມພາຍໃນ ຢູ່ພາຍໃນຖໍ້າມີຄວາມງົດງາມຫຼາຍທີ່ຫາເບິ່ງໄດ້ຍາກ ແລະ ມື້ນີ້ແອັດມີນມີຮູບງາມໆຂອງ Blue Lagoon 5 ມີໃຫ້ໄດ້ຊົມອີກ. ຂອບໃຈຮູບພາບ: Wherever I Go

Read More »

ວິທີປຸງແຕ່ງ ຍໍາປິ້ງປາແຊວມອນ ແລະ ປີ້ງເອິກໄກ່ ເພື່ອສຸຂະພາບ

ວິທີປຸງແຕ່ງອາຫານເພື່ອສຸຂະພາບ ແບບງ່າຍໆ ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ. ມື້ນີ້ເຮົາຍັງຢູ່ກັບຮ້ານອາຫານແສງລາວ ທີ່ຈະມາເປີດເຜີຍສູດເມນູຍອດນິຍົມ ໃຫ້ແຟນໆຂວັນໃຈໄດ້ຮູ້ກັນ!! ເຊື່ອວ່າຕ້ອງເປັນເມນູຂອງຫຼາຍໆຄົນມັກກິນ ຍໍາປິງປາແຊວມອນ ເພື່ອສຸຂະພາບ ເຊິ່ງມີພະລັງງານ ຫຼື ແຄຣລໍລີພຽງ 110 ເທົ່ນັ້ນ ແລະ ປີ້ງເອິກໄກ່ ເພື່ອສຸຂະພາບ   ແຄຣລໍລີ 150 . ປັດຈຸບັນ, Trend ເລື່ອງສຸຂະພາບກຳລັງມາແຮງ ລອງນຳເອົາ ວິທີ່ນີ້ ໄປລອງເຮັດເບິ່ງຢູ່ບ້ານຮັບຮອງວ່າ ຊິແຊບຄືມືອາຊີບ. ຍໍາປິ້ງປາແຊວມອນ ເພື່ອສຸຂະພາບ (Healthy Salmon Spicy Salad) 110 Calories ສ່ວນປະສົມ: ປາແຊວມອນ (salmon) 150 ກຼາມ, ຫົວສີໄຄ, ໃບຂີ້ຫູດ, ຫົວຜັກທຽມ, ຫອມບົ່ວໃຫຍ່, ນໍ້າໝາກນາວ, ນໍ້າປາ, ນໍ້າຕານເຊື່ອມ, ຜັກສະຫຼັດປອດສານພິດ Red Oak ຫຼື …

Read More »

ເປີດໂຕແລ້ວ! ຊຸດປະຈຳຊາດຂອງລາວໃນການປະກວດ “MISTER NATIONAL UNIVERSE 2017”

ດັ່ງທີ່ທຸກຄົນໄດ້ຮູ້ໄປແລ້ວວ່າມີໜຸ່ມສຸດເຈົ້າຊູ້ ທົດສະພອນ ສິດພາໄຊ (ອຸງ) ໄດ້ເດີນທາງໄປເປັນຕົວແທນປະເທດລາວໃນການແຂ່ງຂັນໃນເວທີ “MISTER NATIONAL UNIVERSE 2017”  ເຊິ່ງເປັນເວທີການປະກວດໃນລະດັບສາກົນມີທັງໝົດ 13 ປະເທດຈາກທົ່ວໂລກມາປະຊັນຄວາມເຈົ້າຊູ້ ຄວາມສະຫຼາດ ແລະ ຄວາມມີບຸກຂະລິກດີນັ້ນເອງ, ແລະ ໃນເວລານີ້ທາງກອງປະກວດກຳລັງຢູ່ໃນຊ່ວງເກັບຕົວ ແລະ ກໍໄດ້ມີການເປີດໂຕຊຸດປະຈຳຊາດຂອງແຕ່ລະປະເທດ ໃນນັ້ນກໍມີພາບຊຸດປະຈຳຊາດລາວ ເຊິ່ງຊຸດປະຈຳຊາດລາວເຮົາໄດ້ມີແຮງບັນດານໃຈໃນການອອກແບບມາຈາກວັນນະຄະດີເລື່ອງ “ສັງສິນໄຊ”, ດັ່ງນັ້ນລອງມາເບິ່ງຊຸດປະຈຳຊາດຂອງລາວທີ່ທາງໜຸ່ມອຸງໄດ້ເປັນຕົວແທນນຸ່ງໃນການປະກວດໃນເທື່ອນີ້ກັນເລີຍ! ສຳລັບການປະກວດ “MISTER NATIONAL UNIVERSE 2017” ໄດ້ເລີ່ມຕັ້ງແຕ່ 5-13 ມິຖຸນາ 2017 ທີ່ຫົວຫິນ ປະເທດໄທ!!! #ແຊຣໄປເພື່ອເປັນກຳລັງໃຈໃຫ້ຕົວແທນຈາກປະເທດລາວ ຮູບພາບຈາກ: misternationaluniverse , Oung Thotsaphone Sitphaxay

Read More »