Breaking News

Daily Archives: 11/06/2017

ເບິ່ງຂ້າມຕັ້ງດົນ!!! ຄຸນປະໂຫຍດສຸດເລີດຈາກ “ໝາກໜອດ”

ໝາກໜອດເປັນໝາກໄມ້ບ້ານໆທີ່ໃຜໆກໍເບິ່ງຂ້າມ ແຕ່ຮູ້ບໍ່? ວ່າໜາກໜອດດີຕໍ່ສຸຂະພາບຫຼາຍໄດ໋…! ນໍ້າໝາກໜອດ ເຖິງຈະມີລົດສົ້ມ ແຕ່ກໍໃຫ້ຄຸນປະໂຫຍດຢ່າງໜ້າເຫຼືອເຊື່ອ  ຖ້າດື່ມເປັນປະຈຳຈະເຮັດໃຫ້ຫາຍເຊົາຈາກພະຍາດຢ່າງໜ້າອັດສະຈັນແນ່ນອນ… ນອກຈາກນີ້ ການດື່ມນໍ້າໝາກໜອດຍັງຊ່ວຍເພີ່ມປະລິມານສານຕ້ານອະນຸມູນອິດສະລະ ຈຶ່ງຊ່ວຍສ້າງພູມຄຸ້ມກັນພະຍາດໄດ້ດີ ໂດຍສະເພາະໃນຜູ້ສູງອາຍຸຄວນດື່ມນໍ້າໜາກໜອດເປັນປະຈຳເພື່ອກະຕຸ້ນລະບົບພູມຄຸ້ມກັນ ສ່ວນຄົນທົ່ວໄປໃນທຸກເພດທຸກໄວ ກໍບໍ່ຄວນພາດທີ່ຈະດື່ມນໍ້າໝາກໜອດເຊັ່ນກັນ ເພາະໝາກໜອດທຸກໆສາຍພັນຈະມີວິຕາມິນ A ສູງທີ່ມີສ່ວນຊ່ວຍບໍາລຸງດວງຕາ ແລະ ຍັງມີວິຕາມິນ C ທີ່ຊ່ວຍບຳລຸງຜິວພັນ ຫຼຸດຮອຍຕີນກາ ແລະ ຫຼຸດໄຂມັນໃນເສັ້ນເລືອດນຳອີກ ແຕ່ຂໍ້ແນະນຳກໍຄື: ຖ້າຈະດື່ມນໍ້າໜາກໜອດກໍຄວນຄັ້ນແບບສົດໆ ບໍ່ຄວນເຕີມນໍ້າຕານເພື່ອເພີ່ມຄວາມຫວານ ຫຼື ຖ້າທ່ານອົດຕໍ່ຄວາມສົ້ມຂອງໝາກໜອດບໍ່ໄຫວກໍຄວນໃສ່ພຽງໜ້ອຍດຽວກໍພຽງພໍ ເພື່ອທຸກທ່ານຈະໄດ້ຮັບປະໂຫຍດທີ່ດີຕໍ່ສຸຂະພາບຈາກໝາກໜອດຢ່າງເຕັມທີ່ນັ້ນເອງ. #ດີແບບນີ້ຢ່າລືມແຊຣຕໍ່ໆກັນເດີ້

Read More »