Breaking News

Daily Archives: 15/06/2017

 ຊົມເຊີຍ! ໄວໜຸ່ມລາວຄົນເກັ່ງ ບິນລີ່ ສີອຳພັນ ພິຊິດມາແລ້ວ 2 ໂຄງການໃຫ່ຍ, ວ່າທີ່ອະນາຄົດຂອງວົງການແຟຼຊັ່ນ!!!

ວ້າວໆໆ!!! ມື້ນີ້ ຊະນີIndy ຮູ້ສຶກຕື່ນເຕັ້ນກັບໄວໝຸ່ມລາວເຮົາຫຼາຍໆ ແລະ ພາກພູມໃຈທີ່ຈະນຳສະເໝີວ່າທີ່ອະນະຄົດຂອງວົງການແຟຊັ່ນລາວນັ້ນກໍຄື ທ້າວ ສີອຳພັນ ຈັນທະວົງວິຈິດ (ບິນລີ່) ອາຍຸ 19 ປີ ຈາກເມືອງ ປາກເຊ ແຂວງຈຳປາສັກ, ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍາກຳສາດ ພາກວິຊາອອກແບບຜະລິດຕະພັນ, ບິນລີ່ ຈະເອີ້ນໄດ້ວ່າເປັນໄວໜຸ່ມລາວທີ່ເກັ່ງ ແລະ ມີຄວາມສາມາດຫຼາຍກໍວ່າໄດ້ ເພາະສາມາດແຂ່ງຂັນເປັນຜູ້ຊະນະເລີດໃນໂຄງການ ນັກອອກແບບໜຸ່ມນ້ອຍ “Lao Young Designer 2016” ຈົນໄດ້ທຶນໄປສຶກສາຕໍ່ທີ່ສະຖາບັນແຟຼຊັ່ນລະດັບໂລກໃນປະເທດ ຝຣັ່ງ ມາແລ້ວ ແລະ ຫຼ້າສຸດໃນເມື່ອບໍ່ດົນມານີ້ ບິນລີ່ ກໍຍັງເປັນ 1 ໃນ 2 ຄົນ ສຸດທ້າຍຂອງໂຄງການ “AirAsia Runway Ready Designer Search 2017” ທີ່ຈະເປັນຕົວແທນຈາກປະເທດລາວໄປແຂ່ງຂັນຮອບສຸດທ້າຍ ຊຶ່ງການແຂ່ງຂັນດັ່ງກ່າວຈະມີທັງໝົດ 10 …

Read More »

ໜ້າຮັກ! ແອັບເປີ້ນ-ຟຸກ ວ່າທີ່ເຈົ້າສາວ-ເຈົ້າບ່າວ ກຽມຕົວໃນຊຸດໄໝລາວ

ໜ້າຮັກແທ້ເດສຳລັບຄູ່ຮັກໄອດໍ້ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ເຊິ່ງທັງສອງເປັນເຖິງຄູ່ຮັກດາລາສາວລາວ-ບ່າວໄທ ທີ່ໃຜໆກໍຄົງຈະຮູ້ຈັກ ແລະ ທັງ 2 ກໍກຳລັງທີ່ຈະມີຂ່າວດີພິທີວິວາໃນຊ່ວງເດືອນ ພະຈິກ ທີ່ຈະມາເຖິງ, ກ່ອນໜ້ານີ້ແອັບເປີ້ນກໍມີການເປີດເຜີຍຊຸດເຈົ້າສາວປະເພນີໄທເຊິ່ງເປັນຊຸດລາຕີຍາວລາຍລູກໄມ້ສີຂາວທີ່ງາມ ແລະ ລຽບຫຼູ ໄປແລ້ວ ແລະ ຫຼ້າສຸດວ່າທີ່ເຈົ້າສາວເຈົ້າບ່າວກໍໄດ້ເດີນທາງກັບມາທີ່ປະເທດລາວເພື່ອມາເບິ່ງຊຸດໄໝລາວທີ່ຈະໃຊ້ໃນພິທີມົງຄຸນສົມຣົດຂອງທັງສອງນັ້ນເອງ. ສຳລັບຊຸດໄໝລາວຂອງທັງສອງນັ້ນຄາດວ່າຈະຍັງຢູ່ໃນຊ່ວງຄັດເລືອກເພື່ອໃຫ້ໄດ້ຊຸດທີ່ງາມແລະຖືກໃຈທັງສອງທີ່ສຸດ, ກໍແນວວ່າງານມົງຄຸນສົມຣົດທັງທີຕ້ອງໃຫ້ໄດ້ຊຸດທີ່ງາມ ຕໍ່າທໍດ້ວຍຄວາມປານີດ ແລະ ລຽບຫຼູໃຫ້ສົມຊື່ສາວແອັບເປີ້ນ ແລະ ໜຸ່ມຟຸກ ຢູ່ແລ້ວແມ່ນບໍ່…ອິອິ ແຟນເພສຄົນໃດທີ່ຍັງບໍ່ເຫັນຊຸດເຈົ້າສາວທີ່ເປັນຊຸດປະເພນີໄທຂອງສາວແອັບເປີ້ນ, ຊະນີIndy ກໍບໍ່ລືມທີ່ຈະເອົາຮູບພາບມາຝາກທຸກຄົນນຳເດີ້!!! ຂໍຂອບໃຈຮູບພາບ: fluke_jira , appleminiberry

Read More »

ໄປເບິ່ງ 3 Clinic ສັນຍະກໍາໃນລາວທີ່ມາດຕະຖານຄຸ້ມລາຄາ!! (ໃຜຢາກມີຕາສອງຊັ້ນຕ້ອງອ່ານ)

ສາວໆຍ້ອນຄວາມງາມບໍ່ເຂົ້າຂ້າງໃຜ ແຕ່ເຮົາເລືອກທີ່ຈະງາມໄດ້ບໍ່ຢາກດ້ວຍການສັນຍະກໍາວ່າຊັ້ນ! ສະບາຍດີສາວໆທີ່ກໍາລັງຕ້ອງການຄວາມງາມທຸກໆຄົນ ເພາະມື້ນີ້ BeautyGuru ຈະພາສາວໆງມໄປພ້ອມໆກັນ ສ່ວນວ່າຈະງາມໃນເລື່ອງໃດນັ້ນນໍາແອດມາເລີຍ! ມື້ນີ້ແອດຢາກຈະມາເອົາໃຈພິເສດສໍາລັບສາວຄົນໃດທີ່ມີຮີມຕາຊັ້ນດຽວເຮັດໃຫ້ເບິ່ງບໍ່ງາມ ເຖິງວ່າຈະອອກແນວສາວເກົາຫຼີແຕ່ໜ້າເຮົາຊໍ້າພັດບໍ່ເຂົ້າທາງເກົາຫຼີ ອັນນີ້ມັນກໍເຮັດໃຫ້ເກີດຄວາມບໍ່ພໍໃຈກັນຢູ່ເນາະວ່າບໍ່ສາວໆ ດັ່ງນັ້ນຈຶ່ງເຮັດໃຫ້ເກີດຄວາມຄິດຢາກປ່ຽນຕົວເອງດ້ວຍການໄປເຮັດຕາສອງຊັ້ນເພື່ອໃຫ້ເຂົ້າກັບໃບໜ້າຕົວເອງຄືທີ່ກໍາລັງເປັນທີ່ນິຍົມກັນໃນຕອນນີ້ບໍ່? ອັນນີ້ກໍບໍ່ຜິດເນາະ ເພາະວ່າຄວາມງາມບໍ່ໄດ້ເຂົ້າຂ້າງໃຜຄືແອດເວົ້າຫັ່ນລະ ແຕ່… ສາວໆກໍຄວນຄິດ ແລະ ທົບທວນໃຫ້ດີໆກ່ອນທີ່ຈະຕັດສິນໃຈເຮັດຫຍັງລົງໄປ ເພາະມູນຄ່າໃນການຮັກສາບໍ່ແມ່ນລາຄາຖືກໆ, ບາງຄົນກໍບິນໄກໄປເຮັດຢູ່ຕ່າງປະເທດເລີຍ ຄ່າໃຊ້ຈ່າຍມັນກໍເພີ່ມຂຶ້ນໄປອີກ ແຖມຍັງຕ້ອງມານັ່ງເສຍໃຈຖ້າເຮັດມາແລ້ວມັນບໍ່ດີ ເຮັດມາແລ້ວບໍ່ໄດ້ຕາມຄວາມຄາດຫວັງຂອງຕົວເອງ ຄັ້ນຊັ້ນໃນມື້ນີ້ແອດຈຶ່ງມາແນະນໍາ ລາຄາ ສັນຍະກໍາຕາສອງຊັ້ນ ໃນ Clinic ສັນຍະກໍາໃນລາວທີ່ເໝາະສົມກັບມາດຕະຖານ ແລະ ເຊື່ອວ່າຈະບໍ່ເຮັດໃຫ້ສາວຜິດຫວັງຢ່າງແນ່ນອນ ແຖມຍັງສະດວກຖ້າມີບັນຫາກໍສາມາດເຂົ້າໄປປຶກສາໄດ້ເລີຍ ເພາະຢູ່ບ້ານເຮົາເອງ. The Beauty Center ຄຼີນິກເສີມຄວາມງາມຄົບວົງຈອນໃນນະຄອນຫຼວງວຽງຈັນ ສໍາລັບລາຄາສັນຍະກໍາຕາສອງຊັ້ນແມ່ນຢູ່ທີ່ 14.999 ບາດ ເຮັດໄດ້ທັງການຜ່າຕັດ ແລະ ດ້ວຍເລເຊີ່ກໍໄດ້ ມື້ນີ້ເຮົາມີ ຣີວິວມາໃຫ້ເບິ່ງກັນພ້ອມ DK Clinic Laos ສໍາລັບລາຄາສັນຍະກໍາຕາສອງຊັ້ນແມ່ນຢູ່ທີ່ 15.000 ບາດ …

Read More »