Breaking News

Daily Archives: 20/06/2017

ມ່ວນຫຼາຍ! “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກ 4 ໜຸ່ມວົງ GB2

ມາເດີ້ໆໆ ມາຟັງເພງລາວສະໜັບສະໜູນເພງລາວນຳກັນ!!!  ມື້ນີ້ ຊະນີIndy ກໍມີເພງລາວໃໝ່ໆ ມ່ວນໆ ມາຝາກທຸກໆຄົນເປັນເພງຈາກ 4 ໜຸ່ມສຸດເຈົ້າຊູ້ແຫ່ງວົງ GB2 ເຊິ່ງເມື່ອບໍ່ດົນມານີ້ເພິ່ນກໍໄດ້ເປີດຕົວເພງໃໝ່ຊື່ວ່າເພງ “ປ່ຽນ” ເປັນບົດເພງທີ່ມ່ວນກິນໃຈ ຖືກໃຈໄວໜຸ່ມບ້ານເຮົາກັນສຸດໆ, ປົກກະຕິ ເວົ້າແທ້ໄດ໋ວ່າແຕ່ກ່ອນ ຊະນີIndy ເປັນຄົນທີ່ບໍ່ມັກຟັງເພງລາວປານໄດ໋ ສ່ວນຫຼາຍຈະເປັນສາຍເພງ Inter ຫັ້ນນ່າ… ແນະໆ ແຕ່ບໍ່ໄດ້ໝາຍຄວາມວ່າເພງລາວເຮົາບໍ່ມ່ວນເດີ້ ເປັນບົດເພງທີ່ມ່ວນ ແລະ ໜ້າສະໜັບສະໜູນຫຼາຍ ແຕ່ມັນກໍຂຶ້ນກັບຄວາມມັກຂອງໃຜມັນຫັ້ນເດ ແຮ່ໆ… ແຕ່ມາດຽວນີ້ມີເພງລາວມ່ວນໆ ຊຶ້້ງໆ ມາໃຫ້ເຮົາໄດ້ຟັງກັນເລື້ອຍໆ ຈົນເຮັດໃຫ້ ຊະນີIndy ເອງມີຄວາມຄິດປ່ຽນ ແລະ ຫັນມາຟັງເພງລາວຈົນຮ້ອງໄດ້ເກືອບໝົດທຸກເພງ  (ເອົາຈົນ…ໝູ່ທາງຂ້າງລຳຄານພຸ້ນລະ ຮະຮ່າ) ແລະ ກໍຢາກມາຊວນໝູ່ເພື່ອນທຸກຄົນຫັນມາຟັງເພງລາວ ເພື່ອເປັນການສະໜັບສະໜູນສິລະປິນລາວ ຜູ້ສ້າງສັນເພງລາວເຮົາໃຫ້ກ້າວໄກລະດັບໂລກ. ໂອ້ຍ…ຝອຍສະຍືດຍາວເລີຍແມ່ນບໍ່? ບໍ່ວ່າກັນເນາະ ແນວຄົນມັກຝອຍເຮັດແນວໄດ໋ໄດ້ 555, ເອົາເປັນວ່າລອງມາຟັງບົດເພງ “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກວົງ GB2 ກັນເລີຍ!!! #ແຊຣໄປເພື່ອໃຫ້ກຳລັງໃຈສິລະປິນລາວ ຄລິບຈາກ: Indee Laos

Read More »

ໄປເບິ່ງກັນວ່າ! ງາມສົມກັບຄໍາເຂົາຊ່າລືກັນແທ້ບໍ່? (ຢ່າລືມບອກໃຫ້ຮູ້ນໍາແດ່ເດີ້)

Hi! ສາວໆ ແລະ ແຟນໆຂວັນໃຈທຸກໆຄົນ ມື້ນີ້ BeautyGuru ຢາກຈະມາຖາມທຸກຄົນວ່າເຄີຍໄດ້ຍິນປະໂຫຍກນີ້ບໍ່: ຢາກໄດ້ເມຍຫາເງິນເກັ່ງໃຫ້ເອົາເມຍແມ່ຄ້າ, ຢາກໄດ້ເມຍເກັ່ງກ້າໃຫ້ເອົາສາວທະຫານ ແຕ່ຖ້າຢາກໄດ້ເມຍງາມໃຫ້ເອົາສາວທະນາຄານ ຮີ້ວວວວ ແລະ ມີຄົນບອກ BeuatyGuru ມາວ່າ ຢາກໄດ້ຄົນງາມວ່າຊັ້ນ ວ່າແຕ່ວ່າສາວທະນາຄານຈະງາມສົມກັບຄໍາກອນເພີ່ນວ່າບໍ່ນັ້ນ ມື້ນີ້ແອດເລີຍຈະມາຢັ້ງຢືນໃຫ້ໄດ້ເຫັນກັນ ກັບສາວທະນາຄານ JDB ກັນກ່ອນ ສ່ວນສາວທະນາຄານອື່ນນັ້ນຈະເອົາມາໃຫ້ໄດ້ເບິ່ງກັນຕາມຫຼັງເດີ້!! ເອົາເປັນວ່າເຮົາໄປເບິ່ງກັນກ່ອນເລີຍດີກວ່າ!     By: BeautyGuru ຂໍຂອບໃຈຮູບຈາກ: FB: ສາວທະນາຄານ JDB

Read More »