Breaking News

Daily Archives: 22/06/2017

ບໍລິສັດ ປັນຍາທິບແອັດເວີທາຍຊິງ ຈັບມືກັບ ແພຼນບີ ມີເດຍ ຮ່ວມລົງທຶນເພື່ອພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນາ.

ປັນຍາທິບແອັດເວີທາຍຊິງ ຈັບມືກັບແພຼນບີ ມີເດຍ ຮ່ວມລົງທຶນເພື່ອການພັດທະນາເປັນອັນດັບ 1 ໃນຕະຫຼາດສື່ໂຄສະນານອກສະຖານທີ່ໃນ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ. ນະຄອນຫຼວງວຽງຈັນ ວັນທີ 22 ມິຖຸນາ 2017 ທີ່ໂຮງແຮມ ລາວ-ພຣາຊ່າ ໄດ້ມີພີທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ ປັນຍາທິບ ແອັດເວີທາຍຊິງ ເຊິ່ງເປັນບໍລິສັດການລົງທຶນທາງດ້ານໂຄສະນາຄົບວົງຈອນອັນດັບຕົ້ນໆຂອງ ສປປ ລາວ ແລະ ບໍລິສັດ ແພຼນບີ ມີເດຍ (ຈາກປະເທດໄທ) ໄດ້ຮ່ວມເຊັນສັນຍາລົງນາມຮ່ວມທຸລະກິດດ້ານສື່ໂຄສະນາ, ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິດສະໜາ ວົງໄຊ ປະທານກຸ່ມ ບໍລິສັດ ເຄແອນຊີ, ທ່ານ ນາງ ຢານີ ສີວິໄຊ ອັກຄະຣາຊະທູດທີ່ປຶກສາຝ່າຍການຄ້າປະຈຳສະຖານທູດໄທ ປະຈຳນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກຜູ້ທີ່ມີກຽດ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາໃນຄັ້ງນີ້. ບໍລິສັດ …

Read More »

ໃຊ້ຊີວິດຢ່າງມີເປົ້າໝາຍ ແລະ ການທີ່ຈະພາຕົວເອງໄປເຖິງເປົ້າໝາຍດັ່ງກ່າວ ເຮົາຕ້ອງລົງມືເຮັດ ແລະ ມີຄວາມກະຕືລືລົ້ນ ບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ

ຄໍລໍາ: Chic Working Women ສາວໆ! ເຄີຍບໍ່ທີ່ມີຄວາມຝັນ ແລະ ມັກຫຍັງຈັກຢ່າງມາແຕ່ນ້ອຍ ແຕ່ບັງເອີນບໍ່ໄດ້ຮຽນສາຍທີ່ຕົວເອງຝັນໄວ້ ເລີຍບໍ່ໄດ້ເຮັດຫຍັງທີ່ຝັນໄວ້ເລີຍ! ເມື່ອຍບໍ່? ທໍ້ບໍ່? ທີ່ນອກຈາກຈະບໍ່ໄດ້ເຮັດຕາມຄວາມຝັນແລ້ວ ຍັງຕ້ອງໄດ້ບັງຄັບຕົວເອງເຮັດໃນສິ່ງທີ່ຕົວເອງບໍ່ມັກອີກ! ທັ້ງທີ່ຮູ້ວ່າຕົວເອງບໍ່ມັກແຕ່ກໍຕ້ອງເຮັດ ເພາະເຮົາຮຽນຈົບມາດ້ານນີ້ມາ ຖ້າຈະເຮັດອັນອື່ນກໍຢ້ານເຮັດບໍ່ໄດ້! ສາວໆຄວນຢຸດຄວາມຄິດນັ້ນໄດ້ແລ້ວ ແລ້ວມາອ່ານເລື່ອງລາວຂອງສາວຄົນນີ້ ສາວ ສຸດສະດາ ພໍລະສິມ (ຕຸກຕາ) ທີ່ຮຽນຈົບສາຂາ ວິທະຍາສາດຄອມພິວເຕີ ແຕ່ມາເປັນຄູສອນ ເນື່ອງຈາກເປັນຄວາມໄຟ່ຝັນທີ່ຢາກເປັນມາແຕ່ນ້ອຍ ເຖິງຈະຮຽນຈົບສາຍໃດມາກໍຕາມ ແຕ່ນາງກໍຍັງຊອກຫາວິທີທີ່ຈະເຮັດມັນໃຫ້ໄດ້ ເພາະນາງເຊື່ອວ່າ: “ການທີ່ຈະພາຕົວເອງໄປເຖິງເປົ້າໝາຍດັ່ງກ່າວ ເຮົາຕ້ອງລົງມືເຮັດ ແລະ ມີຄວາມກະຕືລືລົ້ນ ບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ” ສໍາລັບເລື່ອງລາວຂອງສາວຄູ ຕຸກຕາ ແບບເຕັມໆນັ້ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີຖຸນາ 2017 ນີ້ ຕາມ U Express M Point Mart ແລະ …

Read More »

ເກີດຫຍັງຂຶ້ນເມື່ອສາວແກ້ວຕາໂພສແບບນີ້ໃນເຟສບຸກຈົນເຮັດໃຫ້ສິນລະປິນເພື່ອນບ້ານເຂົ້າມາ…

ອຸ້ຍໆໆໆ…ເນັດໄອດໍ້ຄົນດັງຂອງລາວເຮົາບໍ່ທໍາມະດາ ນ້ອງແກ້ວຕາ ພອນປະເສີດ ຫຼັງຈາກທີ່ນາງໄດ້ໂພສຮູບ ຕອນທີ່ນາງກໍາລັງໃຫ້ໝູ່ເພື່ອນແຈກລາຍເຊັນໃສ່ເສື້ອຫຼັງຈາກທີ່ເສັງມໍ 7 ແລ້ວ ລົງໃນເຟສບຸກສ່ວນຂອງນາງ ແຕ່ສິ່ງທີ່ຄິດບໍ່ເຖິງກໍ່ເກີດຂຶ້ນ ເມື່ອມີສິນລະປິນໜຸ່ມຫຼໍ່ຄົນດັງຜູ້ມີຄວາມສາມາດຫຼາຍໆດ້ານ ຂອງປະເທດເພື່ອນບ້ານເຂົ້າມາກົດໄລ໌ໃຫ້ ເຊິ່ງເຮັດໃຫ້ເປັນທີ່ຮືຮາຂອງບັນດາແຟນຄັບທັງປະເທດເຮົາ ແລະ ປະເທດເພື່ອນບ້ານອີກ ເຊິ່ງໜຸ່ມຫຼໍ່ໜ້າຕາດີ ທີ່ແອດເວົ້າເຖິງນີ້ເປັນເຈົ້າຂອງເພງດັງທີ່ໃຜກໍຮ້ອງໄດ້ ນັ້ນກໍຄື ໜຸ່ມເບີ້ນ ປະທຸມຣາດ ເຈົ້າຂອງບົດເພງ ອ້າຍມີເຫດຜົນ ນັ້ນເອງ ວ້າວໆໆ…ດັງຂ້າມປະເທດເລີຍ ແລະ ໄດ້ມີເພສດັງຂອງປະເທດເພື່ອນບ້ານເຮົາກໍ່ໄດ້ເວົ້າເຖິງສາວແກ້ວຕາແບບນີ້ອີກ.

Read More »

ຫຼັງຈາກເສັງຈົບຊັ້ນແລ້ວໃຜເຄີຍເຮັດແນວນີ້ແດ່!

ການເສັງຈົບຊັ້ນຂອງນ້ອງໆນັກຮຽນມໍ 7 ລຸ້ນທີ 7 ປີ 2017 ( ປາໂທເລກງາມແທ້ 777 ) ກໍ່ເປັນອັນວ່າສໍາເລັດໄປແລ້ວເນາະ ແຕ່ຍັງບໍ່ຮູ້ວ່າຜົນການສອບເສັງຊິອອກມາເປັນແບບໃດ. ມື້ວານເປັນມື້ສຸດທ້າຍຂອງການສອບເສັງ ຫຼັງຈາກສອບເສັງແລ້ວບັນດານ້ອງໆຮັກຮຽນມໍ 7 ທັງຫຼາຍຕ່າງກໍພາກັນດີໃຈ ແຈກລາຍເຊັນ, ຂຽນຄວາມຮູ້ສຶກ…ໃສ່ເສື້ອໃຫ້ກັນໄປຕ່າງໆນາໆ ( ສະໄໝຕອນແອດຮຽນຈົບກໍແຈກລາຍເຊັນປານດາລາພຸ້ນແຫຼະ…555 ). ຕໍ່ຈາກນີ້ໄປກໍເລີ່ມກ້າວເຂົ້າຮົ້ວຂອງການສຶກສາໄປເປັນໜຸ່ມໆສາວໆມະຫາໄລແລ້ວ ແຕ່ທີ່ຍັງເຫຼືອໄວ້ກໍຄືມິດຕະພາບ ແລະ ຄວາມຊົງຈໍາທີ່ດີທີ່ມີໃຫ້ກັນ ຫຼື ລາຍເຊັນຢູ່ເສື້ອ…555. ແອດໄດ້ນໍາເອົາຮູບພາບຄວາມປະທັບໃຈຂອງນ້ອງໆນັກຮຽນ ແລະ ບົດເພງມ່ວນໆມາຝາກ!! #ຖ້າໃຜຄິດຮອດສະໄໝຕອນເປັນນັກຮຽນມໍ 7  ຫຼື ມີຮູບໃຜຢ່າລືມແຊໄປໃຫ້ທຸກຄົນໄດ້ຮູ້!! ບົດເພງ: ລາຍເຊັນ ມໍ 7 ສິນລະປິນ: MiXERS

Read More »

ຂໍສະແດງຄວາມຍິນດີ! ກິກ ໄພລິນດາ ໃຫ້ກຳເນີດທາຍາດແລ້ວເປັນລູກຊາຍ ແຖມໜ້າຮັກຫຼາຍ!!!

ກາຍເປັນຄອບຄົວທີ່ສົມບູນແບບເປັນທີ່ຮຽບຮ້ອຍສຳລັບ ກິກ ໄພລິນດາ ພິລາວັນ ອະດີດນາງງາມປີ 2009 ທີ່ກ່ອນໜ້ານີ້ເພິ່ນກໍແຕ່ງດອງໄປກັບຄົນຮັກກໍຖືວ່າເປັນຂ່າວດີກັບວົງການບັນເທິງບ້ານເຮົາ ແລະ ຫຼ້າສຸດກໍຍິ່ງເປັນຂ່າວດີອີກແລ້ວເມື່ອໄດ້ຍິນຂ່າວວ່າກິກໃຫ້ກຳເນີດທາຍາດໃນວັນທີ 21 ມິຖຸນາ 2017 ເຊິ່ງລູກຂອງກິກເປັນເພດຊາຍ ແຖມມີຄວາມໜ້າຮັກໜ້າຊັງຫຼາຍ ອອກມາໄດ້ສົມບູນແຂງແຮງ, ຢ່າງໃດ ທີມງານ ຂວັນໃຈ ແລະ ແຟນເພສທຸກໆຄົນກໍຂໍສະແດງຄວາມດີໃຈກັບສາວ ກິກ ນຳຫຼາຍໆ ຂໍໃຫ້ແຂງແຮງທັງແມ່ທັງລູກໄວໆເລີຍເດີ້!!! #ແຊຣໄປເປັນກຳລັງໃຈໃຫ້ແມ່ມືໃໝ່ກັນແດ່ ທີ່ມາ: Kik Phailinda Philavanh

Read More »