Breaking News

Daily Archives: 22/06/2017

ອາຍຸຫຼັກໃດບໍ່ສໍາຄັນຂໍແຕ່ງາມໄວ້ກ່ອນ! ເພາະພວກເຮົາຄືແມ່ຍິງຍຸກໃໝ່ ຈົ່ງຢ່າຢຸດທີ່ຈະງາມ…

ສາວໆ ບໍ່ມີຫຍັງທີ່ຈະຢູ່ກັບເຮົາແບບຄົງທີ່ໄປຕະຫຼອດດອກ ຄວາມງາມກໍເຊັ່ນດຽວກັນມັນບໍ່ສາມາດຢູ່ກັບເຮົາຕະຫຼອດໄປໄດ້ ຜິວໜັງທີ່ເຫັນຕຶ່ງໆ, ໃສໆນັ້ນ ມື້ໜຶ່ງທີ່ມັນໝົດອາຍຸໄຂມັນກໍຈະລ່ວງໂລຍໄປຕາມການເວລາ ແລະ ບໍ່ສາມາດເອົາຄືນກັບມາໄດ້ ຄືກັບສິ່ງທີ່ມີຊີວິດອື່ນໆນັ້ນລະ! ແຕ່…ຢຸດກ່ອນ! ນັ້ນມັນເປັນພຽງຄວາມຈິງໃນເມື່ອກ່ອນ ແຕ່ສໍາລັບປັດຈຸບັນແລ້ວ ສາວໆບໍ່ມີຫຍັງຕ້ອງຫ່ວງສໍາລັບເລື່ອງນີ້ ເອົາເວລາໄປເຮັດວຽກໃຫ້ເຕັມທີ່ກຽມເກັບເງິນໄວ້ເພື່ອຈະໄດ້ງາມໄວ້ຕະຫຼອດດີກວ່າ ເພາະທຸກມື້ນີ້ສາວໆສາມາດງາມແບບອໍາມະຕະໄດ້ ເຖິງອາຍຸຈະເຂົ້າໄປຮອດຫຼັກໃດ ໜັງໜ້າຈະໝົດອາຍຸໄຂຈົນຕ້ອງແຫ່ວໄປເຖິງຂັ້ນໃດ ແຕ່ເຮົາບໍ່ຍອມໃຫ້ມັນແຫ່ວ ກໍຕ້ອງນີ້ເລີຍ Botox ຫຼຸດຮອຍຕີນກາ ຮອຍແຫ່ວເທິງໃບໜ້າ ທີ່ສາວໆອາຍຸຫຼັກ 3-4-5 ທີ່ຢາກໄດ້ໜ້າຕຶ່ງໆປານສາວອາຍຸ ຫຼັກ 1 ຍັງສາມາດເຮັດໄດ້ ແລະ ເລື່ອງດີໆແບບນີ້ ເລື່ອງຫຍັງທີ່ແອດຈະເກັບໄວ້ຄົນດຽວ ມື້ນີ້ BeautyGuru ກໍເລີຍຈະມາແນະນໍາສາວໆແຟນໆຂວັນໃຈກ່ຽວກັບ ຄຼີນິກ ທີ່ສາວໆສາມາດໄປເຮັດ Botox ໄດ້ງ່າຍໆ ແລະ ມີຢູ່ໃນປະເທດເຮົາເອງພ້ອມ ແຖມບໍ່ໄດ້ມີພຽງບ່ອນດຽວ ມື້ນີ້ແອດຊອກມາໃຫ້ສາວໆໄດ້ເລືອກກັນເຖິງ 3 ຄຼີນິກ ສໍາຄັນໄປກວ່ານັ້ນແຕ່ລະຄຼີນິກນັ້ນ ກໍໄດ້ຮັບມາດຕະຖານທີ່ສູງຫຼາຍ ມີທັງລາວຄາມາໃຫ້ທຽບກັນພ້ອມ ຮັບຮອງວ່າບໍ່ຜິດຫວັງແນ່ນອນ! ໄປເຮັດຊະຖ້າຍັງບໍ່ຢາກເຖົ້າ! ຖ້າເລືອກໄດ້ແລ້ວກໍຢ່າລືມຄອມເມັ້ນມາບອກກັນແນ່ເດີ້ …

Read More »

ແມ່ກໍຄືແມ່! ເຄີຍເຫັນແຕ່ຕອນແຕ່ງໜ້າບໍ່ຄິດວ່າໜ້າສົດ ອໍ້າ ພັດຊະຣາພາ ຈະເປັນແບບນີ້???

ເວົ້າເຖິງ ອໍ້າ ພັດຊະຣາພາ ໄຊເຊື້ອ ໃຜໆກໍຄົງຈະຮູ້ຈັກ ເພາະນາງເປັນເຖິງຊຸບເປີສະຕາໝາຍເລກໜຶ່ງຂອງປະເທດເພື່ອນບ້ານ ແຖມມີແຟນຄລັບຢ່າງຫຼວງຫຼາຍໄປໂຊໂຕຢູ່ໃສ ຫ້າງໃດ ຫ້າງນັ້ນຕ້ອງຄັບຄາໜາແໜ້ນໄປດ້ວຍຜູ້ຄົນທີ່ໄປລໍຖ້າເບິ່ງຄວາມງາມ ໜ້າຮັກ ແລະ ເຊັກຊີ່ຂອງເພິ່ນ, ແຕ່ແຟນຄລັບສ່ວນຫຼາຍກໍຄົງຈະຍັງບໍ່ເຄີຍເຫັນຕອນທີ່ ອໍ້າ ພັດຊະຣາພາ ເຜີຍໜ້າສົດໆ ແບບໄຮ້ເຄື່ອງສຳອາງແມ່ນບໍ່? ຫຼ້າສຸດ ອໍ້າ ພັດຊະຣາພາ ກໍໂພສຮູບພາບເຂົ້າວັດເຮັດບຸນແຕ່ເຊົ້າໆ ແຖມບໍ່ແຕ່ງໜ້າເປີດເຜີຍໜ້າສົດທີ່ໃສໆ ປານສາວນ້ອຍຂຶ້ນໃໝ່ ຂະໜາດບໍ່ແຕ່ງຍັງງາມສົມກັບເປັນຊຸບເປີສະຕາໝາຍເລກ 1 ອີ່ຫລີ!!! ບໍ່ເຊື່ອລອງມາເບິ່ງຮູບພາບໜ້າສົດຂອງ ຊຸບເປີສະຕາ ອໍ້າ ພັດຊະຣາພາ ຄົນນີ້ລອງເບິ່ງເດີ້!!! ທີ່ມາ: aum_patchrapa

Read More »

ນັກຮຽນລາວໄດ້ຮັບລາງວັນຫຼຽນທອງແດງ ກ່ຽວກັບສິ່ງແວດລ້ອມໂລກ ຢູ່ນະຄອນຫຼວງນິວຢອກ

ຂໍຊົມເຊີຍ! ກັບນ້ອງໆນັກຮຽນລາວ ທ້າວ ແສງສອນເພັດ ວົງດາຣາ ແລະ ທ້າວ ພອນທໍາ ວິຊາປຣາ ຈາກໂຮງຮຽນ ອິດສະເຕີນສະຕາ ໂດຍຕາງໜ້າ ສປປ ລາວ ໄດ້ຮັບຫຼຽນທອງແດງອັນດັບໂລກ ໃນການແຂ່ງຂັນຫົວຄິດປະດິດສ້າງກ່ຽວກັບສິ່ງແວດລ້ອມໂລກ ປະຈໍາປີ 2017 (Genius Olympiad 2017) ທີ່ນະຄອນຫຼວງນິວຢອກ ສະຫະລັດອາເມລິກາ ເຊິ່ງ ລາວສາມາດຍາດໄດ້ຫຼຽນທອງແດງ ສາຂາ ວິຈິດສິນມາມອບໃຫ້ປະຊາຊົນລາວຢ່າງຫນ້າພາກພູມໃຈ. ການແຂ່ງຂັນຄັ້ງນີ້ປະກອບມີ 6 ສາຂາຈາກ 73 ປະເທດທົ່ວໂລກເຂົ້າຮ່ວມແຂ່ງຂັນ. ທີ່ມາ: ຂ່າວສານປະເທດລາວ  

Read More »