Breaking News

Daily Archives: 25/06/2017

ຮອຍຍິ້ມບາດໃຈ! ມາເບິ່ງຄວາມໜ້າຮັກ ຍິ້ມຫວານປານນໍ້າເຜິ້ງຂອງສາວ ສຸດາ ວັນທອງທິບ

ຈະເອ໋…ມື້ພັກແບບນີ້ ຊະນີIndy ມີຈະເຄີຍພັກ ຮັ່ນແນ່ ເວົ້າແບບນີ້ແນ່ນອນເລີຍວ່າຕ້ອງມີເລື່ອງມາເມົ້າກັບແຟນໆແນ່ນອນ ເປັນເລື່ອງຂອງສາວ ສຸດາ ວັນທອງທິບ ຮອງອັນດັບ 2 ນາງສາວ ນະຄອນຫຼວງວຽງຈັນ ແລະ ລາງວັນຂວັນໃຈມະຫາຊົນ 2017, ທີ່ດຽວນີ້ເພິ່ນກຳລັງມາແຮງແຊງທາງໂຄ້ງກັນເລີຍ ບໍ່ວ່າຈະເປັນເລື່ອງຜົນງານທັງຖ່າຍແບບ ຖ່າຍລາຍການ ຫຼິ້ນເອັມວີ ແລະ ໃນໄວໆນີ້ເພິ່ນກໍຈະມີຜົນງານເປັນການສະແດງຮູບເງົາເປັນຊີ່ຣີ່ອີກໄດ໋… ວ້າວໆໆ ມີວຽກຫຼາຍປານນີ້ເອົາເວລາໄດ໋ພັກຜ່ອນນໍສາວສຸດາ (ອິອິ) ແຕ່ທີ່ ຊະນີIndy ຈະມາເມົ້າ ມາເວົ້າ ມາຝອຍ (ໂອ້ຍ…ຄືວ່າຢາກຫຼາຍເນາະ 555 ) ເຂົ້າເລື່ອງກັນເລີຍ ກໍຄືວ່າສາວ ສຸດາ ວັນທອງທິບ ສາວລາວຄົນງາມຂອງເຮົາເພິ່ນມີຮອຍຍິ້ມທີ່ງາມໆ ບາດຕາບາດໃຈ ຍິ້ມຫວານໆພໍກັບນໍ້າເຜິ້ງພຸ້ນລະ ໃຜໆທີ່ໄດ້ເຫັນເປັນຕ້ອງຫຼົງໄຫຼໃນຮອຍຍິ້ມຂອງນາງ, ເວົ້າໄປດຽວສິຫາວ່າ ຊະນີIndy ຍ້ອງ ສຸດາ ເກີນໜ້າເກີນຕາ ດັ່ງນັ້ນຖ້າບໍ່ເຊື່ອກໍລອງມາເບິ່ງກັນເອົາເອງເລີຍວ່າຈະງາມ ໜ້າຮັກ ຍິ້ມຫວານແທ້ບໍ່? #ແຊຣໄປໃຫ້ໂລກຮູ້ສາວລາວຍິ້ມຫວານ ຮູບພາບຈາກ: Souda Vanthongthip

Read More »

ຕະລຶງທົ່ວປະເທດ! ອະລັງການງານສ້າງເຈົ້າບ່າວເໝົາຍົນເພື່ອແຮ່ເຂີຍ ສ້າງສຽງຮືຮາທົ່ວໂລກອອນລາຍ!!! (ມີຄລິບ)

ຕະລຶງທົ່ວປະເທດ!!! ອະລັງການງານສ້າງຫຼາຍ ໃນວັນທີ 24 ມິຖຸນາ 2017 ທີ່ຜ່ານມາໄດ້ສ້າງປະກົດການຮືຮາທົ່ວໂລກອອກລາຍ ເມື່ອເຈົ້າບ່າວໃຈປໍ້າເໝົາຍົນເພື່ອແຮ່ເຂີຍ ງານນີ້ເຮັດໃຫ້ຄົນໃນງານດອງຕ້ອງຕະລຶງໄປຕາມໆກັນ ເມື່ອເຈົ້າບ່າວແຮ່ຂັນໝາກມາແບບນີ້, ບໍ່ເທົ່ານັ້ນພໍແຕ່ຮູບພາບຂອງເຈົ້າສາວເຈົ້າບ່າວສຸດອະລັງການຄູ່ນີ້ໄດ້ເຜີຍແຜ່ໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ກົດໄລ້ ກົດແຊຣກັນຢ່າງສະໜັ່ນໂລກອອນລາຍກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມອະລັງການ ແມ່ເຖົ້າເອີຍລູກເຂີຍມາແລ້ວ?R&King ? Ning Naovarathさんの投稿 2017年6月24日(土)   ສຳລັບງານແຕ່ງຂອງຄູ່ວິວາສຸດອະລັງການນີ້ໄດ້ຈັດຂຶ້ນທີ່ ບ້ານ ຫາດກ້ຽງ ເມືອງ ທຸລະຄົມ ແຂວງ ວຽງຈັນ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງທ່ານນຳເດີ້!!! ຂໍຂອບໃຈຮຸບພາບ ແລະ ຄລິບຈາກ: Ning Naovarath , ບ່າວ-ສາວ Laoskyway

Read More »