Breaking News

Daily Archives: 26/06/2017

ເອົາແລ້ວໆ!!! ນູ່ນີ່ ກຸມພົນພັກດີ ສາວລາວໃນລາຍການ “Take Me Out Thailad” ກຳລັງຈະໄດ້ຄູ່ເດດແລ້ວເດີ້.

ຮືຮາກັນອີກແລ້ວ ກະແສດີບໍ່ມີຕົກອີ່ຫລີສຳລັບສາວງາມຄົນນີ້ ນູ່ນີ່ ກຸມພົນພັກດີ  ເຊິ່ງຫຼ້າສຸດລາຍການເລືອກຄູ່ຊື່ດັງ “Take Me Out Thailad” ກໍໄດ້ປ່ອຍພາບຕົວຢ່າງຂອງລາຍການໃນອາທິດໜ້າເຜີຍເປັນໃນໆໃຫ້ຮູ້ວ່າ ນູ່ນີ່ ຄົນງາມຂວັນໃຈແຟນຄລັບຫຼາຍໆຄົນກຳລັງຈະໄດ້ໜຸ່ມໄປເດດແລ້ວເດີ້, ແລະ ຄ້າຍກັບຈະແມ່ນຄວາມຈິງເພາະເຟສບຸກຂອງນູ່ນີ່ເອງກໍໄດ້ໂພສເປັນປິດສະໜາເຊັ່ນກັນ, ດັ່ງນັ້ນໃນວັນ ເສົາ ວັນທີ 1 ກໍລະກົດ 2017 ເວລາບ່າຍ 2 ໂມງທີ່ຈະມາເຖິງນີ້ຢ່າລືມຕິດຕາມກັນເບິ່ງ ເພື່ອຈະໄດ້ຮູ້ກັນວ່າໜຸ່ມຄູ່ເດດຂອງ ນູ່ນີ່ ກຸມພົນພັກດີ ຄົນນີ້ຈະເປັນໃຜ??? ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວ ນູ່ນີ່ ລ່ວງໜ້າເລີຍເດີ້ (ອິອິ) #ຢ່າລືມແຊຣໄປໃຫ້ໝູ່ຮູ້ນຳແດ່ ມີຄລິບຕົວຢ່າງລາຍມາຝາກນໍາເດີ້!!! ຮູບພາບຈາກ: Noony Koumphonphakdee ຄລິບ: Take Me Out Thailand

Read More »

ໄປນໍາກັນບໍ່? ໄປໃຊ້ຊີວິດຢູ່ກັບທໍາມະຊາດ, ໄປເປັນ Tarzan ກາງປ່າ ແລ້ວລອງຕັດຂາດຈາກໂລກພາຍນອກຊົ່ວຄາວ!

ຈັດກະເປົ໋າ ກຽມຊຸດລຸຍໆໄວ້ໃຫ້ພ້ອມ ເພາະເຮົາຈະພາໄປພະຈົນໄພ ໄປໃຊ້ຊີວິດຢູ່ກາງປ່າ ຮ້ອງ ໂຫ່ ຮີ້ວ ໂຫ້ ແບບທາຊານ ຫ້ອຍໂຫນຜ່ານປ່າໄມ້ ບໍ່ຕ້ອງຍ່າງໃຫ້ເມື່ອຍ ນອນຟັງສຽງນ້ຳຕົກເທິງເຮືອນຕົ້ນໄມ້ ໃຊ້ຊີວິດແບບບໍ່ມີສັນຍານໂທລະສັບ ຕັດຂາດຈາກໂລກພາຍນອກ ຫ່າງໄກຈາກ Comfort Zone ແບບສຸດໆ.  ສະບັບນີ້  ອິນດີ້ພາທ່ຽວ ຈະພາສາວໆຂວັນໃຈ ຜູ້ທີ່ຮັກມັກໃນການທ່ອງທ່ຽວ ໂດຍສະເພາະແມ່ນສາວຂາເລາະແນວພະຈົນໄພໄປຮູ້ຈັກກັບກິດຈະກຳໂຫນຊິບລາຍ (Zipline) ທີ່ ປ່າສະຫງວນດົງຫົວສາວ ເມືອງປາກຊ່ອງ ແຂວງຈຳປາສັກ ກັບ Tree top explorer ເຊິ່ງບ່ອນໂຫນສະລິງທີ່ດີທີ່ສຸດ ລຳດັບຕົ້ນໆຂອງເອເຊຍເລີຍກໍ່ວ່າໄດ້ ເວົ້າສ່ຳນີ້ກໍ່ໜ້າສົນໃຈແລ້ວແມ່ນບໍ່? ພ້ອມແລ້ວກໍ່ໄປລຸຍກັບພວກເຮົາເລີຍ! ກ່ອນອື່ນພວກເຮົາຈອງ Trip ນີ້ຜ່ານ website ຂອງ Tree Top Explorer ກ່ອນ ໂດຍພາຍໃນເວັບກໍ່ຈະມີໂປຼແກຼມພະຈົນໄພຫຼາຍແບບຫຼາຍລາຄາໃຫ້ເລືອກ ແລ້ວແຕ່ກຳລັງຊັບ 5555 ສຳຫຼັບທຼິບນີ້ພວກເຮົາເລືອກ Packet …

Read More »

ສາວໜ້າຮັກກັບ Step ການເຕັ້ນທີ່ບໍ່ທໍາມະດາ

ສະບາຍດີ ແຟນຂວັນໃຈທີໜ້າຮັກ ມື້ນີ້ແອດມິນ ຈະມາແນະນໍາໃຫ້ແຟນໆໄດ້ຮູ້ຈັກກັບ ສາວຄົນໜຶ່ງຊື່ ນາງ ວິໄລລັດ ພົມມະແສງ ອາຍຸ 18 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ສະຖາບັນການທະນາຄານ ປີທີ1. ແອດຂໍບອກເລີຍວ່ານອກຈາກເປັນສາວທະນາຄານທີ່ງາມ ແລະ ໜ້າຮັກແລ້ວ ນາງຍັງມີຄວາມສາມາດອີກຫຼາກຫຼາຍຢ່າງ. ແຕ່ສິ່ງທີ່ນາງມັກທີ່ສຸດແມ່ນເຕັ້ນ ເຊິ່ງຜ່ານມານາງເຄີຍແຂ່ງເຕັ້ນໄດ້ທີ 1 ເຕັ້ນ cover dance ທີ່ thakhek dance, ໄດ້ທີ 2 ງານ dutchmilk talent award ( ວ້າວໆໆໆ… Step ການເຕັ້ນຂອງນາງບໍ່ທໍາມະດາ ) ແຟນໆຢາກເຫັນໜ້າຂອງນາງແລ້ວບໍ ຖ້າຢາກເຫັນແລ້ວໄປເບິ່ງກັນເລີຍ!!!   ຮູບພາບຈາກ: Ringer Ringer

Read More »

ເປີດຮູບພາບ! ຈີຈີ່ ພອຍໄພລິນ ທີ່ນັບມື້ຍິ່ງງາມ ແລະ ເຊັກຊີ່ຫຼາຍ!!!

ວັນຈັນຕົ້ນອາທິດແບບນີ້ແຟນເພສທຸກຄົນຄົງຈະວຸ້ນໆກັບວຽກງານ ແຕ່ບໍ່ຕ້ອງຊີລຽດໄປເດີ້ ເພາະມື້ນີ້ ຊະນີIndy ມີແນວສວຍໆງາມໆ ເຊັກຊີ່ໆ ມາຝາກເປັນໃຜບໍ່ໄດ້ເລີຍເດີ້ນັ້ນກໍຄື ຈີຈີ່ ພອຍໄພລິນ ສີວິໄລ ເນັດໄອດໍ້ຕະຫຼອດການຂອງລາວເຮົາທີ່ນັບມື້ນາງຍິ່ງງາມ ເຊັກຊີ່  ແລະ ມີສະເໜ່ຈົນໃຜໆກໍອາດທຽບບໍ່ຕິດກັນເລີຍ, ຫຼ້າສຸດ ຈີຈີ່ ກໍໄດ້ໂພສຮູບພາບໃນອິນສະຕາແກຼມ ໃນແບບສະບາຍໆ ແຕ່ແອບແຝງໄປດ້ວຍຄວາມງາມ ແລະ ເຊັກຊີ່ຫຼາຍ. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ຂໍຂອບໃຈຮູບພາບຈາກ: chichisvl

Read More »

ຄຣິດຕິນ້າ ອາກີ່ຣ່າ ດີໃຈທີ່ໄດ້ມາປະເທດລາວ ພ້ອມເດີນທາງກາບໄຫວ້ສະຖານທີ່ສັກສິດກ່ອນເດີນທາງກັບ!

ຄຣິດຕິນ້າ ອາກີ່ຣ່າ ຫຼື “Queen Of Dance” ດາລາ-ນັກຮ້ອງຊື່ດັງຂອງປະເທດເພື່ອນບ້ານ ໄດ້ເດີນທາງມາທີ່ປະເທດລາວເພື່ອມາຄອນເສີດຢູ່ທີ່ສະຖານບັນເທິງຊື່ດັງແຫ່ງໜຶ່ງໃນວັນທີ 24 ມິຖຸນາ ທີ່ຜ່ານມາ, ນັກຮ້ອງຊື່ດັງຕະຫຼອດການຄົນນີ້ຍັງໄດ້ໂພສຜ່ານອິນສະຕາແກຼມອີກວ່າ ດີໃຈຫຼາຍທີ່ໄດ້ມາປະເທດລາວ ພ້ອມເດີນທາງໄປຍັງສະຖານທີ່ສັກສິດຂອງລາວເຮົາເຊັ່ນ: ພະທາດຫຼວງວຽງຈັນ ເພື່ອກຼາບໄຫ້ວ ພະເຈົ້າໄຊຍະເສດຖາທິລາດ, ໄປຖ່າຍຮູບເຊັກອິນທີ່ ປະຕູໄຊ ເຊິ່ງເປັນສະຖານທີ່ແລນມາກຂອງລາວເຮົາ ແລະ ຍັງໄປອີກໜຶ່ງສະຖານທີ່ສັກສິດຂອງລາວເຮົາກໍຄື ວັດສີເມືອງ ພ້ອມທັງຂໍພອນເຈົ້າແມ່ສີເມືອງ ແລະ ມັດຂໍ່ຕໍ່ແຂນເພື່ອຂໍໂຊກລາບກ່ອນການເດີນທາງກັບໃນຄັ້ງນີ້ດ້ວຍ!!! ສຳລັບ ຄຣິດຕິນ້າ ອາກີ່ຣ່າ  ເປັນນັກຮ້ອງທີ່ມີຊື່ສຽງໂດ່ງດັງ ຄົນທີ່ເກີດຍຸກ 90’s  ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະຜົນງານເພງຂອງເພິ່ນມີຫຼາຍບົດເພງທີ່ໂດ່ງດັງເຊັ່ນ: ພູດອີກທີ, ພິກລ໋ອກ, ຄົນແພ້ບໍ່ມີທີ່ໄປ, ໄປດ້ວຍກັນນະ ແລະ ຍັງມີອີກຫຼາຍໆບົດເພງທີ່ໂດ່ງດັງ, ປັດຈຸບັນ ຄຣິດຕິນ້າ ອາກີ່ຣ່າ ອາຍຸ 50 ແລ້ວແຕ່ຍັງງາມຫຼາຍ!!! #ແຊຣໄປໃຫ້ໂລກຮູ້ນິແຫຼະປະເທດລາວໃຜໆກໍຢາກມາ ຂໍຂອບໃຈຮູບພາບຈາກ: c_aguilar

Read More »