Breaking News

Daily Archives: 26/06/2017

ເທັກນິກຄວນຮູ້ກ່ອນໄປຕັດຜົມ ຮັບຮອງອອກມາງາມແນ່ນອນ! (ສາວໆຫ້າມພາດ)

ບໍ່ງ່າຍເລີຍແມ່ນບໍ່ສາວໆ ກ່ອນທີ່ຈະເລືອກຄວາມຍາວຂອງຜົມ ແລະ ໃຫ້ເໝາະສົມກັບໃບໜ້າຂອງເຮົາ ບາງຄົນຢາກຕັດຜົມສັ້ນແຕ່ຢ້ານອອກມາບໍ່ງາມ ບາງຄົນເໝາະທີ່ຈະໄວ້ຜົມຍາວ ແຕ່ຕັດສັ້ນຕະຫຼອດ ມື້ນີ້ BeautyGuru ກໍເລີຍຈະມາແນະນໍາເທັກນິກກ່ອນຈະໄປຕັດຜົມ ໃຫ້ໄດ້ງາມກັນທົ່ວໜ້າວ່າ ຮູບໜ້າແບບໃດຄວນຈະຕັດຜົມແບບໃດ? ໄປເບິ່ງກັນເລີຍ ໃບໜ້າຮູບໄຂ່ ໂຊກດີຫຼາຍສໍາລັບສາວຄົນໃດທີ່ມີໃບໜ້າຮູບໄຂ່ ເພາະສາມາດເຮັດຜົມໄດ້ທຸກຊົງເລີຍ ແຕ່ທີ່ເຮັດແລ້ວເກີດກໍໜ້າຈະເປັນຜົມຍາວປານກາງ, ຜົມຕັດລອນ ແລະ ບ໊ອບສະໄລ້ງາມ. ຄວນຫຼີກລ່ຽງແມ່ນ ຜົມສັ້ນສະໄລ້ລະດັບທີ່ເພີ່ມຄວາມສູງໃຫ້ກັບຫົວ ເພາະຈະເຮັດໃຫ້ໃບໜ້າຍາວເກີນໄປ ໃບໜ້າຮູບສີ່ຫຼ່ຽມ ສາວຄົນໃດທີ່ມີລັກສະນະໜ້າພາກກວ້າງ ໂໜກແກ້ມຫຼາຍ ຫຼືຄາງປາດ ຍິ່ງເບິ່ງກໍຍິ່ງເຫັນຮູບໜ້າສີ່ຫຼ່ຽມໄດ້ຊັດເຈນ ແບບຜົມສໍາລັບໜ້າຊົງນີ້ຕ້ອງເຮັດໃຫ້ໜ້າເບິ່ງ Soft ລົງ ການແຊກຂ້າງສາມາດຊ່ວຍໄດ້: ການສະໄລ່ຜົມມາຫຸ້ມໃບໜ້າດ້ານຂ້າງ (ເພື່ອປິດຄາງກະໄຕ) ຫຼືດັດປາຍຜົມເປັນລອນອ່ອນໆ ກໍຈະຊ່ວຍໃຫ້ໃບໜ້ານຸ່ມນວນຂຶ້ນໄດ້. ຄວນຫຼີກລ່ຽງ ຜົມບ໊ອບຕັດຊື່ ຫຼືຜົມສັ້ນລະດັບຄາງ ຫຼືຜົມມ້າຊື່ໆ ເພາະມັນຈະໄປເນັ້ນບໍລິເວນກາມ ໃຫ້ເຫັນຫຼ່ຽມຂອງມຸມໜ້າເດັ່ນຊັດຂຶ້ນກວ່າເກົ່າ ຮູບໜ້າກົມ ສາວໜ້າກົມມີຄາງສັ້ນ ບາງຄັ້ງກໍມີແກ້ມແຖມມານໍາ ເຮັດໃຫ້ຄວາມກວ້າງ ແລະ ຄວາມຍາວຂອງໃບໜ້າເທົ່າກັນໄປໝົດ ຊົງຜົມທີ່ເຂົ້າກັບສາວໜ້າກົມຄວນເປັນຊົງຜົມທີ່ເພີ່ມຄວາມສູງໃຫ້ກັບຫົວລົງມາທາງລູ່ມເພື່ອເປັນການຖ່າຍເທນໍ້າໜັກ ແລະ …

Read More »

ໜ້າຮັກ! ວ່າທີ່ເຈົ້າສາວ ແອັບເປີ້ນ ສີສະຫງຽນ ຈັດເຕັມແຕ່ງໂຕແຟນຊີມາໃນລຸກກະຕູນດັງ “Power Puff girls”

ເປັນຕາຮັກ ເປັນຕາແພງສຸດໆກັບວ່າທີ່ເຈົ້າສາວ ແອັບເປີ້ນ ສີສະຫງຽນ ສີຫາລາດ ທີ່ແຕ່ງໂຕແຟນຊີໃນວັນເກີດຂອງໝູ່ ງານນີ້ແອັບເປີ້ນມາໃນລຸກຂອງ “Buttercup” ໝຶ່ງໃນຕົວລະຄອນຂອງກະຕູນດັງ “Power Puff girls” ແອັບເປີ້ນແຕ່ງອອກມາແລ້ວມີຄວາມຄ້າຍຄື ແລະ ໜ້າຮັກຫຼາຍ, ຊະນີIndy ເລີຍອົດບໍ່ໄດ້ທີ່ຈະນຳເອົາຮູບພາບໜ້າຮັກຂອງວ່າທີ່ເຈົ້າສາວຄົນນີ້ມາຝາກ ນອກຈາກນັ້ນຍັງມີຮູບພາບຂອງບັນດາໜູ່ເພື່ອນຂອງ ແອັບເປີ້ນ ທີ່ແຕ່ງຕົວໃນລຸກຂອງກະຕູນດັງ ແລະ ບັນດາເຫຼົ່າຍອດມະນຸດຕ່າງໆ ແຟນໆລອງມາເບິ່ງເອງເລີຍ ຫຼື ແຟນເພສຄົນໃດມັກແລະຍາກຈັດວັນເກີດແນວຄັກໆແບບນີ້ກໍລອງເກັບໄວ້ເປັນໄອເດຍໄດ້ເລີຍ!!! #ຂ່າວຄັກໆແບບນີ້ໜູ່ເຈົ້າຮູ້ແລ້ວຫວາແຊຣໄປໃຫ້ໝູ່ຮູ້ນຳແດ່ ຮູບພາບຈາກ: Appleple Sihalath

Read More »