Breaking News

Daily Archives: 30/06/2017

ອ້າຍບ່າວທະຫານຫວຽດນາມ Degree ຄວາມເຈົ້າຊູ້ມາເຕັມ! ສາວລາວຄົນໃດຢາກໄປຮົບກັບອ້າຍບ່າວທະຫານແນ່ຍົກມືຂຶ້ນ! (ແອດຍົກກ່ອນ55)

ມື້ນີ້ບໍ່ມີຫຍັງຫຼາຍ ຈະມາພາສາວໆໄປນໍ້າລາຍໄຫຼ ກັບອ້າຍບ່າວຫວຽດນາມ ທີ່ເອີ້ນໄດ້ວ່າ Degree ຄວາມເຈົ້າຊູ້ທີ່ຂະໜາດນາຍແບບຍັງຕ້ອງຊິດຊ້າຍ ແອດນີ້ບໍ່ຢາກຈະເວົ້າຫຍັງຫຼາຍ ຮູ້ແຕ່ວ່າ ຄວາມເຈົ້າຊູ້ ຄວາມຫຍັງທັງໝົດລວມຢູ່ກັບອ້າຍບ່າວຄົນນີ້ ຈົນແອດຕ້ອງເທໃຈໃຫ້ໝົດເລີຍແຕ່ບໍ່ຮູ້ລາວຈະເຫັນ ຫຼືບໍ່ (ເສົ້າແປ໊ບ) ຖ້າສາວໆຄົນໃດໄດ້ເຫັນອ້າຍບ່າວທະຫານຫວຽດນາມທີ່ ແອດເອົາມາຕ້ອນມື້ນີ້ແລ້ວ ໃຜທີ່ຈະເກັບເອົາໄປຄິດໄປຝັນ ຢາກປັ້ນຈະແຕ່ງຫຍັງຂຶ້ນນີ້ແອດກໍບໍ່ຫ້າມເດີ້ ເພາະແອດກໍກໍາລັງຕົກຢູ່ໃນສະຖານະການແບບນັ້ນຄືກັນ. ເອົ້າ… ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ໄປນໍາອ້າຍບໍ່ ເຂົາແກ້ມບ່ອງໃດ໋ ພະເອກ ນັ່ງຄົນດຽວອີກ ຢາກຈະໄປນັ່ງທາງຂ້າງໆ ຮ່ະ ມີຫັຍງກັບຄົນຫຼໍ່ ນອກເຄື່ອງແບບຍັງຫຼໍ່ໄດ້ອີກ ໂອ໊ຍໆໆໆ​ ໃຈລະລາຍແລ້ວ By: BeautyGuru ຂອບໃຈຮູບຈາກ: ໂຄສະນາ

Read More »

ຫ້ອງການໃໝ່ ຂອງບໍລິສັດຫົວເຫວີຍ ໃນລາວ

ພິທີເປີດ ຫ້ອງການໃໝ່ ບໍລິສັດຫົວເຫວີຍ ແລະ ສູນ CSIC (ສູນວາງສະແດງໄອຊີທີ) ຢ່າງເປັນທາງການໃນລາວ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ  28 ມິຖຸນາ 2017 ສະຖານທີ່ຕັ້ງຢູ່ ແຄມຂອງ ໂລກໃໝ່ແຫ່ງວຽງຈັນ (Vientiane New World) ຢູ່ບ້ານ​ເພຍ​ວັດ ​ເມືອງ​ສີ​ສັດຕະ​ນາກ, ນະຄອນຫຼວງວຽງຈັນ.  ຫ້ອງການ​ໃໝ່​ນີ້ ປະກອບ​ມີ 3 ຊັ້ນ.  ໃຫ້ກຽດເຂົ້າຮ່ວມການເປີດງານໂດຍທ່ານ ປອ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ Zhao Chenggang ອຸປະທູດ ຂອງສະຖານທູດ ສປ ຈີນ ປະຈຳລາວ, ທ່ານ Zhanglin ປະທານບໍລິສັດຫົວເຫວີຍ ປະຈຳອາຊີຕາເວັນອອກສຽງໃຕ້, ທ່ານ Patrick Zhang ຫົວໜ້າບໍລິສັດຫົວເຫວີຍປະຈຳ ລາວ ແລະ ມີບັນດາແຂກເຂົ້າຮ່ວມຢ່າງຫຼວງຫຼາຍ. ​ບໍລິສັດ​ຫົວ​ເຫວີຍ​ ເປັນບໍລິສັດ​ແຖວ​ໜ້າຂອງ​ໂລກ ​ໃນ​ການ​ເປັນຜູ້​ສະໜອງ​ເຕັກ​ໂນ​ໂລ​ຊີ, …

Read More »

ເຊຍລາວສຸດໃຈ! ເມ ວະລິສະລາ ກ້າວເປັນນາງແບບສາກົນຢ່າງເຕັມໂຕ ໄປປະກວດເວທີ “Top Model of the World”

ເມ ວະລິສະລາ ຕັງສຸວັນ ນາງແບບລາວທີ່ມີຄວາມສາມາດໄດ້ກ້າວເປັນນາງແບບລະດັບສາກົນຢ່າງເຕັມໂຕແລ້ວເພາະຖືກທາບທາມໃຫ້ໄປປະກວດສຸດຍອດນາງແບບໂລກໃນເວທີ “Top Model of the World 2017” ເຊິ່ງຖືວ່າເປັນບາດກ້າວສຳຄັນຂອງວົງການ Model ຂອງລາວເຮົາທີ່ຕ່າງຊາດຍັງໃຫ້ຄວາມສົນໃຈ ແລະ ຂໍຕົວແທນເພື່ອໄປປະກວດໃນເວທີດັ່ງກ່າວ, ການປະກວດໃນຄັ້ງນີ້ຈະຈັດຂຶ້ນໃນວັນທີ 14 ກໍລະກົດ 2017 ຢູ່ທີ່ປະເທດ ອີຢິບ (Egypt) ແລະ ເມ ວະລິສະລາ ນາງແບບສາວລາວຂອງເຮົາກໍກຳລັງເດີນທາງເພື່ອເຂົ້າເກັບຕົວ ແລະ ເຮັດກິດຈະກຳໃນກອງປະກວດນັ້ນເອງ. ສຳລັບ ເມ ວະລິສະລາ ຕັງສຸວັນ ຫຼາຍໆຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະເປັນຄົນທີ່ມີຄວາມສາມາດຫຼາຍ ນາງຜ່ານການປະກວດເວທີລະດັບໂລກມາແລ້ວຫຼາຍເວທີ ຈົນກ້າວຜ່ານຄຳວ່າບໍ່ກ້າ ຜັກດັນໃຫ້ຕົວເອງກ້າວເຂົ້າໄປເປັນເຖິງໜຶ່ງໃນນາງແບບສາກົນຢ່າງເຕັມໂຕ. (ຂໍຊົມເຊີຍ) ສາມາດເຂົ້າໄປໃຫ້ກຳລັງໃຈ ແລະ ຮ່ວມໂຫວດໃຫ້ ເມ ວະລິສະລາ ໄດ້ທີ່ເພສ Top Model of the World ເຂົ້າໄປກົດໄລ້ ກົດແຊຣໃຫ້ນາງໄດ້ເລີຍ. #ແຊຣໄປເພື່ອເຊຍສຸດຍອດນາງແບບຈາກລາວ  ຮູບພາບຈາກ: Varissara May …

Read More »

ຮ້ານອາຫານ CoreBeer Brewhouse

ໄດ້ສື່ຄວາມຫມາຍຂອງຄຳວ່າ ”ເບຍ” ໄປອີກໃນມູມມອງຫນື່ງ ຫຼາຍໆຄົນມັກເຂົ້າໃຈຄຳວ່າ: “ຄໍເບຍ” (Core Beer) ໝາຍເຖິງຄົນທີ່ດື່ມເບຍເກັ່ງ, ດື່ມບໍ່ເຄີຍເມົາ ແຕ່ໃນທີ່ຮ້ານນີ້ຄຳວ່າ “ຄໍເບຍ” ແມ່ນໝາຍເຖິງຜູ້ມັກຮັກໃນການດື່ມເບຍ, ໄດ້ຮູ້ເຖິງລົດຊາດຂອງເບຍ, ເປັນຜູ້ທີ່ຊ່ຽວຊານກ່ຽວກັບເບຍ ແລະ ຫຼົງໄຫຼໃນຣົດຊາດ, ສີ, ກິ່ນ ແລະ ຄວາມນຸ່ມ ຂອງເບຍ ທີ່ເປັນເອກະລັກຂອງເບຍແຕ່ລະຊະນິດ ແຕ່ລະປະເພດ ບໍ່ແມ່ນດື່ມເພື່ອເມົາໄປລ້າໆນັ້ນເອງ. ຈຸດເລີ່ມຕົ້ນຂອງການເປີດຮ້ານ ມາຈາກ ອ້າຍໂຕ້ຍ ລົມເວຫາ ວົງຂັນຕີ ເຈົ້າຂອງຮ້ານ ຢາກໃຫ້ທຸກໆຄົນທີ່ມັກຮັກການດື່ມເບຍໄດ້ເຂົ້າໃຈຄຳວ່າ “ຄໍເບຍ” ທີ່ມີສອງຄວາມໝາຍດັ່ງທີ່ກ່າວໄປແລ້ວນັ້ນ ໄດ້ຮັບຮູ້ເຖິງຂັ້ນຕອນການຜະລິດເບຍ ວ່າກວ່າຈະກາຍມາເປັນເບຍໃຫ້ເຮົາໄດ້ດື່ມກັນທຸກມື້ນີ້ ໄດ້ຜ່ານຂະບວນການ ແລະ ກຳມະວິທີທີ່ຫຼາກຫຼາຍ ແລະ ຊັບຊ້ອນ ເຊິ່ງນຳໃຊ້ຂະບວນການ ແລະ ວັດຖຸດິບທີ່ແຕກຕ່າງກັນ ນຳມາປຸງແຕ່ງເບຍ ຈຶ່ງເຮັດໃຫ້ເບຍແຕ່ລະຊະນິດແຕກຕ່າງກັນໄປທາງດ້ານລົດຊາດ, ກິ່ນ ແລະ ສີ. ສະນັ້ນ ເບຍຈຶ່ງເປັນເຄື່ອງດື່ມຊະນິດໜຶ່ງທີ່ເຕັມໄປດ້ວຍສິລະປະ …

Read More »