Breaking News

Daily Archives: 03/07/2017

ລວມຮິດຄວາມໜ້າຮັກ ຄວາມຮາ ຕັ້ງແຕ່ເປັນໂສດຈົນມີແຟນຂອງ ນູ່ນີ່ ກຸມພົນພັກດີ (ມີຄລິບ)

ລວມຮິດຄວາມໜ້າຮັກ ຄວາມຮາ ຕັ້ງແຕ່ເປັນໂສດຈົນມີແຟນຂອງ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປເລືອກຄູ່ໃນລາຍການ “Take Me Out Thailand”, ຫຼ້າສຸດກໍມີຄລິບລວມຮິດຄວາມໜ້າຮັກ ຄວາມຕະຫຼົກເຮຮາຂອງນາງອອກມາແລ້ວ, ຊະນີIndy ເລີຍບໍ່ພາດທີ່ຈະນຳເອົາມາຝາກແຟນເພສ ຂວັນໃຈ ທຸກໆຄົນ. ດັ່ງນັ້ນ ມາເບິ່ງກັນເລີຍເດີ້ຮັບຮອງວ່າໜ້າຮັກ ປົນຮາແນ່ນອນ. #ຢ່າລືມແຊຣເປັນກຳລັງໃຈໃຫ້ສາວນູ່ນີ່ ຂໍຂອບໃຈຄລິບ ແລະ ຮູບພາບຈາກ: TV Thunder Official , Noony Koumphonphakdee

Read More »

ມາອີກແລ້ວນັກຮຽນເກັ່ງປະເທດລາວເຮົາ

ປັດຈຸບັນນັກຮຽນລາວເຮົານັບມື້ນັບເກັ່ງຂຶ້ນເລື້ອຍໆ ແລະ ຄືດັ່ງທີ່ເຮົາຮູ້ເຮົາເຫັນນັ້ນແຫຼະ ນັກຮຽນລາວເຮົາເຂົ້າຮ່ວມ ການແຂ່ງຂັນລະດັບປະເທດ, ລະດັບໂລກຫຼາຍຂຶ້ນ ບໍ່ວ່າຈະເປັນກິລາ, ສິນລະປະວັນນະຄະດີ…ແລະ ມື້ນີ້ແອັດມີນຈະມາແນະນໍາໃຫ້ ແຟນໆໄດ້ຮູ້ຈັກກັບນັກຮຽນເກັ່ງຂອງລາວອີກຄົນໜຶ່ງນັ້ນກໍຄື ທ້າວ ຈີນູ ບົວປາວ (Chinou Bouapao) ທີ່ກາຍເປັນຜູ້ຊະນະເລີດ ລະດັບປະເທດ ໃນການແຂ່ງຂັນ ທົດສອບທັກສະພາສາອັງກິດ ຊິງແຊມ ຂອງປະເທດໃນງານ TOEFL Junior Challenge 2016 ແລະ ທັງກາຍເປັນຕົວແທນຂອງປະເທດລາວ ເຂົ້າຮ່ວມແຂ່ງຂັນ TOEFL Junior Challenge ລາຍການໃຫຍ່ ທີ່ປະເທດອາເມລິກາ ໃນທ້າຍປີນີ້ອີກດ້ວຍ (​ ວ້າວໆໆ…). Cr. Aj. Leepaia

Read More »

ນູ່ນີ່ ແລະ ອ໋ອບ ເຄມີເຂົ້າກັນກາຍເປັນຄູ່ຮັກໄອດໍ້ຄູ່ໃໝ່ ແຟນຄລັບແຫ່ກົດໄລ້ຮູບຄູ່!!!

ສະບາຍດີ ວັນຈັນ ວັນແຫ່ງການເຮັດວຽກ ມາເລີ່ມຕົ້ນວັນໃໝ່ຂອງອາທິດດ້ວຍຄວາມໜ້າຮັກຂອງ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງຝັ່ງປະເທດເພື່ອນບ້ານ, ແລະ ໃນ 2-3 ມື້ທີ່ຜ່ານມາປະຕິເສດບໍ່ໄດ້ເລີຍວ່າທັງສອງໄດ້ສ້າງປະກົດການຮືຮາໄປທົ່ວທັງປະເທດລາວແລະໄທ ເພາະເປັນຄູ່ທີ່ໜ້າຮັກ ເຄມີເຂົ້າກັນສຸດໆ ບໍ່ວ່າທັງສອງຈະໂພສຮູບ ຫຼືໂພສສະເຕຕັສຫຍັງກໍຈະມີແຟນຄລັບໃຫ້ຄວາມສົນໃຈ ແລະ ເຂົ້າໄປກົດໄລ້ກົດແຊຣ ສະແດງຄວາມຄິດເຫັນຮູບຄູ່ຂອງ ນູ່ນີ່ ແລະ ອ໋ອບ ເປັນຈຳນວນຫຼວງຫຼາຍ, ຈົນສາມາດເວົ້າໄດ້ເລີຍວ່າທັງສອງກາຍເປັນຄູ່ຮັກໄອດໍ້ຄົນໃໝ່ໄປແລ້ວ, ຊະນີIndy ແລະ ແຟນໆກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້ ເພາະທັງ 2 ເໝາະສົມກັນດີ ໜ້າຮັກໝົດທັງສອງເລີຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣໄປໆ ຂໍຂອບໃຈສຳລັບຮູບພາບ

Read More »

ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວ

ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານໄດ້ເຊັກອິນທີ່ປະເທດລາວເຮົາໃນວັນອາທິດ ວັນທີ 2 ກໍລະກົດ ທີ່ຜ່ານມາ ເຊິ່ງດາລາຄົນດັງໄດ້ແວ່ໄປຖ່າຍຮູບເຊັກອິນທີ່ ປະຕູໄຊ ເຊິ່ງເປັນສະຖານທີ່ແລນມາກຂອງລາວເຮົາ, ແລະ ເກສ ເອງກໍໄດ້ຖ່າຍຮູບຢູູ່ທີ່ນັ້ນດ້ວຍຄວາມ Happy ແລະ ມີໜ້າຕາທີ່ຍິ້ມແຍ້ມແຈ່ມໃສ ແຖມຍັງໂພສຮູບໃນອິນສະຕາແກຼມ ແລະ ຂຽນຄຳອະທິບາຍວ່າ: “ມາເຮັດວຽກຢູ່ນີ້ Happy ທຸກໆເທື່ອ ແຟນໆທີ່ນີ້ໜ້າຮັກ ແລະ ໃຫ້ການຕອບຮັບເປັນຢ່າງດີ ຂໍຂອບໃຈແຟນໆທຸກຄົນຫຼາຍໆ” , ສຳລັບດາລາສາວ ເກສ ການເກົ້າ ການເດີນທາງມາລາວເຮົາໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດ ເພາະກ່ອນໜ້ານີ້ແຟນໆຈື່ໄດ້ບໍ່ເພາະນາງກໍເຄີຍມາແລ້ວກັບດາລານັກສະແດງຊື່ດັງອີກຫຼາຍຄົນເຊັ່ນ: ແພນເຄັກ, ຢາດ ຢາດທິບ, ໜູແຫວນ ໃນຊ່ວງເດືອນ ພຶດສະພາ ທີ່ຜ່ານມາ. #ແຊຣໄປໃຫ້ໂລກຮູ້ປະເທດລາວໃຜໆກໍຢາກມາ @invvhiteofficial ขาวท้าแดดได้ข้ามประเทศ ไม่กลัวดำ!! ?thank you #karenwalkerthailand @marvel_vision naka me love it! มาทำงานที่นี่ …

Read More »

ມາເບິ່ີງ! Idea ໃສ່ສົ້ງຢີນໄປເຮັດວຽກແບບ Professional

Idea ໃສ່ສົ້ງຢີນໄປເຮັດວຽກແບບ Professional ອະໂຫຼສາວໆ ຂວັນໃຈ ສະບາຍດີຕອນເຊົ້າຂອງມື້ວັນຈັນ ມື້ເລີ່ມຕົ້ນຂອງການເຮັດວຽກ ມື້ນີ້ເລີຍຂໍເອົາໃຈສາວໆ Office ທີ່ອາດຈະເບື່ອກັບການແຕ່ງຕົວໄປເຮັດວຽກແບບຊໍ້າຊາກຈໍາເຈເກືອບທຸກມື້ ເພາະບໍ່ຮູ້ວ່າຈະ Mix & Match ເສື້ອຜ້າທີ່ມີຢູ່ໃຫ້ເຂົ້າກັນແນວໃດ ມື້ນີ້ກໍເລີຍຢາກຈະມາແນະນໍາສາວໆກັບ Item ສຸດ Classic ທີ່ຮັບຮອງວ່າສາວໆຈະຕ້ອງໄປຊອກມາເອົາໄວ້ໃນຄອບຄອງຢ່າງແນ່ນອນ… ນັ້ນກໍຄື ສົ້ງຢີນ ນັ້ນເອງ ເຊິ່ງຕ້ອງບອກເລີຍວ່າ ການ Match ສົ້ງຢີນກັບເສື້ອແນວຕ່າງໆທີ່ເອົາມາຕ້ອນກັນໃນມື້ນີ້ ຈະສາມາດໄປເຮັດວຽກໄດ້ໃນແບບ Professional ຢ່າງແນ່ນອນ ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າເນາະສາວໆ! By: BeautyGuru Cr: Sprice

Read More »