Breaking News

Daily Archives: 04/07/2017

ອໍລະຊອນອ່ອນຊ້ອຍ! ນ້ອຍ ລັດສະໝີ ແລະ ຟ້າໃສ ນໍລະສິງ ຖ່າຍແບບເຊັດໃໝ່!!!

ແລງໆແບບນີ້ມາຊອກເບິ່ງຫຍັງທີ່ມັນສະບາຍຫູສະບາຍຕາກັນດີກວ່າ ມື້ນີ້ ຊະນີIndy ມີຮູບພາບງາມໆມາຝາກແຟນເພສ ຂວັນໃຈ ເຮົາທຸກໆຄົນ ເປັນຮູບພາບຂອງເອື້ອຍ ນ້ອຍ ລັດສະໝີ ໄຊສົງຄາມ ນາງແບບແຖວໜ້າຂອງບ້ານເຮົາ ແລະ ນ້ອງ ຟ້າໃສ ນໍລະສິງ ຜູ້ເຂົ້າປະກວດໝາຍເລກ 19 ໃນເວທີມິສແກນລາວ, ທີ່ທັງສອງສາວໄດ້ຮ່ວມຖ່າຍແບບເຊັດໃໝ່ ແລະ ດ້ວຍຄວາມເປັນມືອາຊີບຂອງທັງສອງຄົນ ລວມໄປເຖິງອົງປະກອບອື່ນໆບໍ່ວ່າຈະເປັນສະຖານທີ່, ຊ່າງແຕ່ງໜ້າ ແລະ ຊ່າງຖ່າຍພາບ ຈຶ່ງເຮັດໃຫ້ຮູບພາບອອກມາໄດ້ງົດງາມ ເບິ່ງແລ້ວຊ່າງເປັນຮູບພາບທີ່ອໍລະຊອນອ່ອນຊ້ອຍ ເຊິ່ງສະຖານທີ່ຖ່າຍແບບໄດ້ຄັ້ງນີ້ແມ່ນຢູ່ທີ່ ຕາດວັງຫລວງ. #ແຊຣໄປໃຫ້ໂລກຮູ້ ນ້ອຍ ລັດສະໝີ  2. ຟ້າໃສ ນໍລະສິງ ຂໍຂອບໃຈຮູບພາບຈາກ: NOy Latsamy Saysongkham,  Vilasak Sengphetmany

Read More »

ຄູ່ແຝດນ້ອຍທີ່ມີຄວາມໜ້າຮັກສົມໄວຂອງເດັກ

ມື້ນີ້ແອດໄດ້ນໍາເອົາຄວາມໜ້າຮັກໜ້າຮັກ ຂອງຄູ່ແຝດຄົນນ້ອຍ ລູກຊາຍທີ່ໜ້າຮັກຂອງອ້າຍ ສັກ ວົງເຊວ ນັກຮ້ອງລຸ້ນໃຫຍ່ຂອງລາວເຮົາ ມາຝາກໃຫ້ແຟນໄດ້ເບິ່ງຄວາມຫຼໍ່, ຄວາມໜ້າຮັກຂອງນ້ອງໆ. ຄູ່ແຝດ 2 ຄົນນ້ອຍນີ້ມີຊື່ວ່າ: ທ້າວ ໄມຕີ້ ແລະ ທ້າວ ແມັຕຊີ້ ເຊິ່ງເປັນຄູ່ແຝດທີ່ມີໜ້າຕາຄ້າຍຄືກັນສຸດໆ ຈົນແຍກບໍ່ອອກຄົນໃດຊື່ ໄມຕີ້ ແລະ ຄົນໃດຊື່ ແມັຕຊີ້ ( ໂອ້ຍໆໆໆ…ທັງຫຼໍ່ທັງໜັາຮັກແຕ່ນ້ອຍແທ້ເດ ) ເຊິ່ງຈະຫຼໍ່ ແລະ ມີຄວາມໜ້າຮັກປານໃດນັ້ນ ໄປເບິ່ງຮູບພາບຄວາມໜ້າຮັກຄວາມສົດໃສຂອງນ້ອງໆເລີຍ!! ຮູບພາບ: Sack Cells

Read More »

ມາຮູ້ຈັກກັບ ອາຈານ ຄົນເຈົ້າຊູ້ທີ່ກໍາລັງເປັນກະແສໃນຕອນນີ້!!

ວ້າວໆໆໆ ຢາກຈະວ້າວຈັກ ພັນເທື່ອເມື່ອໄດ້ເຫັນຄວາມເຈົ້າຊູ້ຂອງອ້າຍຄູຄົນນີ້ ທີ່ກໍາລັງເປັນທີ່ກ່າວເຖິງໃນຕອນນີ້ ແລະ ຫຼາຍຄົນກໍສົງໄສວ່າອ້າຍບ່າວຄູຄົນນີ້ ເປັນຄູແທ້ໆ ຫຼືບໍ່ ຫຼືເປັນພຽງການຖ່າຍແບບຊຸດຄູເທົ່ານັ້ນ ມື້ນີ້ຂວັນໃຈຈະມາແກ້ຂໍ້ຂ້ອງໃຈໃຫ້ກັບແຟນໆກັນ ຄວາມຈິງແລ້ວ ອ້າຍຄູຄົນນີ້ບໍ່ໄດ້ໃສ່ຊຸດຄູເພື່ອຖ່າຍແບບ ຫຼືຫຍັງທັງນັ້ນ ເພິ່ນຄູແທ້ໆ ສອນຢູ່ທີ່ ວິທະຍາໄລຄູຫຼວງພະບາງ ນັ້ນເອງ ເຊິ່ງບັນດາລູກສິດລູກຫາຂອງເພິ່ນນັ້ນ ມັກເອີ້ນວ່າ ອາຈານ ຫຼົງນັ້ນເອງ. ເອົາເປັນວ່າ ໝົດຂໍ້ຂ້ອງໃຈກັນໄປເນາະ ແຕ່ກໍຕ້ອງຍອມຮັບໃນຄວາມເຈົ້າຊູ້ຂອງເພິ່ນອີ່ຫຼີ ແລະ ທີ່ສໍາຄັນນອກຈາກຈະດີທທາງຮູບຮ່າງໜ້າຕາແລ້ວ ຈິດໃຈຍັງດີແສນດີເພາະເພິ່ນເປັນພໍ່ພິມຂອງຊາດເຮົາເລີຍລະ ແລະ ກໍເຊື່ອແນ່ວ່າບັນດານັກສຶກສາທີ່ໄດ້ຮຽນນໍອາຈານ ຫຼົງ ຈະຕ້ອງມີຄວາມຕັ້ງໃຈຮຽນຢ່າງແນ່ນອນ ເພາະຖ້າເປັນແອດນ່າ ຖ້າມີໂອກາດໄດ້ໄປເປັນນັກຮຽນ ຊົ່ວໂມງໃດ ອາຈານ ຫຼົງ ສອນ ແອດສັນຍາວ່າຈະຕັ້ງໃຈແບບບໍ່ພັບຕາພຸ້ນລະ 555 ແນວໃດກໍຕາມ ເອົາເປັນວ່າເຮົາໄປເບິ່ງຮູບທີ່ແອດເອົາມາຕ້ອນກັນມື້ນີ້ດີກວ່າ ເພາະນອກຈາກຊຸດຄູທີ່ເຄີຍເຫັນກັນແລ້ວ ຍັງມີຮູບແບບຫຼໍ່ຫຼາຍໆມາໃຫ້ຟີລກັນໄປອີກ!!   ອາຈານຄົນເຈົ້າຊູ້ ແນວເຈົ້າຊູ້ແທ້ໆ ຄິດວ່ານາຍແບບ ມັກແທ້ໆເລີຍສອງນີ້ນ່າ ໜ້າໃສໆເວີ່ By: …

Read More »