Breaking News

Daily Archives: 06/07/2017

ສາວໆແຕ່ລະມື້ຕ້ອງເສຍເວລາກັບການແຕ້ມຄິ້ວດົນປານໃດ? (ລົງທຶນເທາະ! ຖ້າຢາກງາມຄືສາວ ນຸຖາ)

ສະບາຍດີສາວໆ ຂວັນໃຈທຸກ ເພາະຄວາມງາມມັນບໍ່ເຂົ້າໃຜອອກໃຜ ໂດຍສະເພາະແມ່ຍິງຄືກັບເຮົາໆທັງຫຼາຍ ບາງຄົນງາມກໍງາມໄປໝົດທຸກຢ່າງ ອັນນີ້ກໍດີຂໍສະແດງຄວາມຍິນດີນໍາ ບາງຄົນງາມແຕ່ຍັງມີຂໍ້ບົກຜ່ອງບາງຢ່າງທີ່ກາຍເປັນປົມດ້ອຍ ແລະ ເຮັດໃຫ້ເຮົາຄິດສະເໝີວ່າ ເອີ່… ຖ້າບ່ອນນີ້ງາມເປັນແບບນີ້ເຮົາຕ້ອງງາມແນ່ນອນເລີຍ ເຄີຍມີແມ່ນບໍ່ສາວໆ ແລ້ວເຮັດແນວໃດຈຶ່ງຈະສາມາດລົບປົມນັ້ນໄດ້ ກໍຕິດຕາມຂວັນໃຈເລີຍ ຮັບຮອງຢາກແກ້ໄຂປົມຫຍັງພວກເຮົາມີມານໍາສະເໜີຄົບ ແລະ ມື້ນີ້ ຂວັນໃຈ ເລີຍຢາກຈະມາຊ່ວຍສາວໆລົບປົມເລື່ອງ ຄິ້ວ ນັ້ນເອງ ສາວໆຄົງເຄີຍໄດ້ຍິນຄໍານີ້ເນາະ ຄິ້ວຄືມຸງກຸດຂອງໜ້າ ນັ້ນມັນແມ່ນຄວາມຈິງທີ່ສຸດແລ້ວ ຖ້າຄິ້ວງາມມັນກໍຈະຊ່ວຍໃນການປັບສ່ວນຕ່າງໆເທິງໃບໜ້າໃຫ້ງາມໄປນໍາ ສາວໆສ່ວນຫຼາຍຈະມັກມີປົມເລື່ອງຄິ້ວຫຼາຍເພາະໄປທາງໃດກໍໄດ້ຍິນແຕ່ຄົນຈົ່ມວ່າ ຄິ້ວໜ້ອຍ, ຄິ້ວບາງ ແຕ່ລະມື້ຕ້ອງຕື່ນແຕ່ເຊົ້າເພາະຢ້ານແຕ້ມຄິ້ວບໍ່ທັນໄປວຽກ ຖ້າບໍ່ໄດ້ແຕ້ມຄິ້ວອອກຈາກເຮຶອນບໍ່ໄດ້ແນ່ນອນ ສາວໆມັນຈະດີບໍ່ຖ້າເຈົ້າກ້າເຜີຍໜ້າສົດໂດຍບໍ່ຕ້ອງແຕ້ມຄິ້ວ ຫຼືແຕ້ມກໍພຽງແຕ່ເສີມຕຶ່ມບໍ່ຕ້ອງເສຍເວລາກັບມັນຫຼາຍ ເອົາເວລາໄປເຮັດຢ່າງອື່ນໄດ້ສະບາຍ ຮູ້ບໍ່ວ່າຕ້ອງເຮັດແນວໃດ? ຂວັນໃຈຂໍແນະນໍາວ່າ ຄວນລົງທຶນຈັກເລັກຈັກໜ້ອຍໃດ໋ ເພາະຄວາມງາມມັນບໍ່ເຂົ້າໃຜອອກໃຜ ແລະ ເງິນກໍບໍ່ເຂົ້າໃຜອອກໃຜນໍາອີກ ແອັດເວົ້າຫຍັງຜິດໄປບໍ່? ມື້ນີ້ ກໍເລີຍຢາກຈະມາແນະນໍາສາວໆວ່າຖ້າບໍ່ຢາກເສຍເວລາກັບຄິ້ວໄປຫຼາຍກວ່ານີ້ ໄປພົບແພດຜູ້ຊ່ຽວຊານ ແລະ ສັກຄິ້ວມັນໄປໃຫ້ມັນແລ້ວໄປເລີຍສາ ເທື່ອດຽວຈົບມັກແບບໃດຂໍແຕ່ສັ່ງໄດ້ຕາມໃຈ ທີ່ເວົ້າໄປແອັດບໍ່ໄດ້ຂາຍເຄື່ອງເດີ້ ແຕ່ແອັດຫວັງດີ ຢາກເຫັນສາວໆຍຸກໃໝ່ໄດ້ງາມກັນຖ້ວນໜ້າຄືກັບແອັດນີ້ລະ!!! (ບໍ່ຄ່ອຍຫຼົງຕົວເອງປານໃດ) …

Read More »

ແດງ ລັດຕະນາ ນາງແບບໜ້າໃໝ່ຈາກແດນໃຕ້ ດາວເດັ່ນໃນການປະກວດ “Lao Super Model 2017”

ສະບາຍດີແຟນເພສ ຂວັນໃຈ ທີ່ໜ້າຮັກທຸກໆຄົນ ມື້ນີ້ ຊະນີIndy ມີນາງແບບໜ້າໃໝ່ຢາກມາແນະນຳໃຫ້ທຸກໆຄົນໄດ້ຮູ້ຈັກເປັນສາວງາມທີ່ມີຄວາມໝັ້ນໃຈສູງ ເປັນສາວລາວລຸກອິນເຕີເພາະນາງມີຜິວສີນໍ້າເຜິ້ງ (ຜິວແທນ) ມາຈາກແຂວງ ສາລະວັນ ນັ້ນກໍຄື: ລັດຕະນາ ໝັ້ນວິໄລ (ແດງ) ລອງມາຟັງບົດສຳພາດສາວຄົນນີ້ກັນລອງເບິ່ງເດີ້ ແລ້ວແຟນໆຈະຫຼົງຮັກໃນຄວາມໜ້າຮັກ ແລະ ນໍ້າສຽງທີ່ມີເອກະລັກຂອງນາງ… ຂວັນໃຈ: ແນະນຳຕົວເອງໃຫ້ແຟນໆໄດ້ຮູ້ຈັກແດ່… ແດງ: ສະບາຍດີນ້ອງຊື່ ລັດຕະນາ ໝັ້ນວິໄລ (ແດງ) ອາຍຸ 23 ປີ ຕອນນີ້ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍະກຳ ປີທີ 5 ຢູ່ທີ່ສະຖາປັດມີພາກວິຊາໜຶ່ງທີ່ຕ້ອງຮຽນຫຼັກສູດ 5 ປີ ກໍຄືພາກວິຊາສະຖາປັດຕະຍະກຳ ເປັນສາວໃຕ້ໃຈດີເດີ້ ມາຈາກແຂວງສາລະວັນ ປັດຈຸບັນຢູ່ບ້ານດົງໂດກ ຍິນດີທີ່ໄດ້ຮູ້ຈັກທຸກຄົນເດີ້.. ຂວັນໃຈ: ໂອ…ເປັນສາວໃຕ້ ຍ້ອນຫຍັງນໍຈຶ່ງຂຶ້ນມາຢູ່ນະຄອນຫຼວງວຽງຈັນ? ແດງ:  ໂດຍ…ແດງມາຢູ່ນະຄອນຫຼວງວຽງຈັນຕັ້ງແຕ່ຢູ່ມັດທະຍົມປາຍ ຮຽນ ມ4 ຕອນນັ້ນແດງຮຽນຢູ່ທີ່ ມສ ວຽງຈັນ …

Read More »

ອ໋ອບປະກາດແບບລູກຜູ້ຊາຍຕັ້ງໃຈມາເລືອກນູ່ນີ່ໃນລາຍການ “TAKE ME OUT THAILAND” (ມີຄລິບ)

ຕອນແລງວັນທີ 5 ກໍລະກົດ ທີ່ຜ່ານມາທາງເພສລາຍການ “TAKE ME OUT THAILAND” ໄດ້ເປີດໂອກາດໃຫ້ຄູ່ຮັກທີ່ກຳລັງເປັນກະແສຮືຮາກັນທີ່ສຸດໃນຕອນນີ້ຈະເປັນໃຜບໍ່ໄດ້ເລີຍນັ້ນກໍຄື ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ໄດ້ມີໂອກາດມາ Live ສົດເພື່ອເປີດໃຈ ແລະ ຕອບຄຳຖາມຂອງເຫຼົ່າບັນດາແຟນຄລັບ, ການ Live ສົດຂອງທັງສອງໃນເທື່ອນີ້ເຕັມໄປດ້ວຍຄວາມຫວານ Live ໄປຍິ້ມໄປ ເບິ່ງຕາກັນໄປ…ຍິ່ງເຮັດໃຫ້ແຟນຄລັບເຂົ້າໄປຕິດຕາມ ແລະ ກົດໄລ້ກົດແຊຣກັນ, ແລະ ທີ່ເຮັດໃຫ້ຖືກໃຈແຟນຄລັບຫຼາຍທີ່ສຸດນັ້ນກໍຄື ໜຸ່ມ ອ໋ອບ ຫວານໃຈນູ່ນີ່ໄດ້ປະກາດອອກທາງ Live ສົດໃນຄັ້ງນີ້ເລີຍວ່າຕົນເອງນັ້ນຂໍເວົ້າ ແລະ ຍືດເອິກຮັບແບບລູກຜູ້ຊາຍເລີຍວ່າທີ່ຕົນມາໃນລາຍການໃນເທື່ອນີ້ແມ່ນຕ້ອງການມາເລືອກນູ່ນີ່ ແລະ ກໍໂຊກດີທີ່ນູ່ນີ່ນັ້ນຍັງເປີດໄຟຈົນເຮັດໃຫ້ມີໂອກາດໄດ້ໄປເດດກັນ ແລະ ເລີ່ມຕົ້ນສຳພັນທີ່ດີ (ສົມກັບເປັນລູກຜູ້ຊາຍແທ້ໆ…ສຸດຍອດ) ແລະ ນອກຈາກນີ້ທັງ ນູ່ນີ່ ແລະ ອ໋ອບ ຍັງໄດ້ຕອບບັນຫາຄາໃຈຂອງແຟນໆຫຼາຍຢ່າງບໍ່ວ່າຈະເປັນຂ່າວເລື່ອງທີ່ນູ່ນີ່ສັນຍະກຳ, ບອກແຟນໆເຖິງເລື່ອງລາຍການເທັກມີເອົ້າວ່າບໍ່ໄດ້ມີສະຄລິບຄືທີ່ທຸກຄົນຄິດ ແລະ ສຸດທ້າຍທັງສອງກໍຍັງຂອບໃຈແຟນຄລັບທຸກຄົນທີ່ຕິດຕາມອີກດ້ວຍ. ມີຄລິບມາຝາກ: มาคุยกันต่อ #Takemeoutthailand #นุนี …

Read More »