Breaking News

Daily Archives: 07/07/2017

ວັນໃໝ່ ມົນຈຳປາ ສາວປະເພດສອງສຸດຮ໋ອດ ສະແດງເອັມວີເພງ “ປ່ຽນ” ເພງໃໝ່ຫຼ້າສຸດຂອງວົງ GB2

ວັນສຸກທ້າຍອາທິດແບບນີ້ ຊະນີIndy ມີເພງສະຕຣິງໃໝ່ຫຼ້າສຸດຂອງວົງ GB2 ມາຝາກແຟນໆ ເຊິ່ງຜົນງານເພງໃໝ່ຫຼ້າສຸດຂອງ 4 ໜຸ່ມນີ້ກໍໄດ້ມີການ featuring ຮ່ວມກັບສາວ ນໍ້າຝົນ ແລະ ໜຸ່ມ ໂຈອີ້ ອີກດ້ວຍ ແລະ ທີ່ເຊີໄພ້ທີ່ສຸດກໍໜ້າຈະເປັນນາງເອກຂອງເອັມວີທີ່ໄດ້ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງສຸດຮ໋ອດ ມາຮ່ວມສະແດງເປັນນາງເອກໃນເອັມວີຂອງເພງ, ດັ່ງນັ້ນບໍ່ລໍຖ້າຊ້າເດີ້ລອງມາເບິ່ງຜົນງານເພງ “ປ່ຽນ”  ນີ້ກັນເລີຍ ຮັບຮອງວ່າຕ້ອງຖືກໃຈແຟນເພສທຸກໆຄົນຢ່າງແນ່ນອນ. #ແຊຣໄປເພື່ອຊ່ວຍສະໜັບສະໜູນເພງລາວ ຄລິບຈາກ ແລະ ຮູບພາບຈາກ: Indee Laos , Wanmai Thammavong

Read More »

ບໍລິສັດ ໄຟຟ້ານໍ້າເທີນ 2 ມອບທຶນການສຶກໄປຮຽນຢູ່ຝຣັ່ງ ໃຫ້ນັກຮຽນ 3 ຄົນຄົນ

ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ລົງນາມເຊັນສັນຍາຮ່ວມມືກັບ ສະຖານທູດຝຣັ່ງປະຈໍາລາວ ເພື່ອໃຫ້ທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ຈໍານວນ 3 ທຶນສໍາລັບປີ 2017 ເພື່ອໄປຮຽນຕໍ່ທີ່ປະເທດຝຣັ່ງເປັນເວລາ 2 ປີ ໂດຍການຄັດເລືອກເອົານັກຮຽນທີ່ເວົ້າພາສາຝຣັ່ງໄດ້ນັ້ນເອງ ຈຸດປະສົງກະເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ແລະ ຕອບສະໜອງຕາມຄວາມຕ້ອງການຂອງອຸດສາຫະກໍາພະລັງງານ ໂຄງການໃຫ້ທຶນການສຶກສາ ນີ້ແມ່ນເລີ່ມຈັດຕັ້ງມາແຕ່ປີ 2015 ຈົນຮອດປັດຈຸບັນ ເຊິ່ງຜ່ານການຄັດເລືອກມີນັກຮຽນທີ່ໄດ້ຮັບທຶນດັ່ງກ່າວ 3 ຄົນຄື: ທ້າວ ເພັດທະສອນ ມານີປະກອນ ຈາກໂຮງຮຽນມັດທະຍົມຝຣັ່ງ, ທ້າວ ອາລິຍະເດດ ທໍາມະວົງ ແລະ ນາງ ດາຣານີ ສໍລາງກຸນ ຈາກໂຮງຮຽນມັດທະຍົມສົມບູນວຽງຈັນ. ນ້ອງນັກຮຽນທັງ 3 ຄົນນີ້ຈະໄດ້ໄປສຶກສາທີ່ມະຫາວິທະຍາໄລ ດ້ານເຕັກໂນໂລຊີ ທີ່ມີຊື່ສຽງຕັ້ງພາກຕາເວັນອອກສຽງໃຕ້ຂອງປະເທດຝຣັ່ງ ແລະ ນ້ອງນັກຮຽນທັງ 3 ຈະເດີນທາງໃນວັນທີ 21 ກໍລະກົດ ນີ້. ຫຼັງຈາກທີ່ນ້ອງສໍາເລັດການສຶກສາແລ້ວ ກໍຈະກັບຄືນມາບ້ານເກີດ ເພື່ອຈະເລີ່ມຕົ້ນເຮັດວຽກຢູ່ທີ …

Read More »

ນັກສຶກສາລາວ ໄດ້ຮັບໃບປະກາດສະນີຍະບັດກຽດນິຍົມອັນດັບໜຶ່ງທີ່ປັກກິ່ງ

ມີມາອີກແລ້ວນັກສຶກສາລາວເຮົາ ທີ່ໄປຮຽນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ນາງ​ຫອມ​ມະ​ນີ ໄຊ​ຍະ​ເລີດ ນັກ​ສຶກ​ສາ​ລາວ​ຮຽນ​ຢູ່​ ຄະ​ນະ​ການ​ເງິນ​ ແລະ​ ການ​ທະ​ນາ​ຄານ ​ມະ​ຫາ​ວິ​ທະ​ຍາ​ໄລ ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ ​ທີີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ເປັນ​ເວ​ລາ 5 ປີຈຶ່ງ​ໄດ້​ສຳ​ເລັດ​ການ​ສຶກ​ສາ​ ລະ​ດັບ​ປະ​ລິນ​ຍາ​ຕີ ໃນ​ສົກ​ປີ 2016-2017 ແລະ ​ເປັນ​ໜຶ່ງ​ດຽວ​ຂອງ​ນັກ​ສຶກ​ສາ​ລາວ ໃນ​ສົກ​ຮຽນ​ນີ້ທີ່​ໄດ້​ຮັບ​ໃບ​ປະ​ກາດ​ສະ​ນິ​ຍະ​ບັດ​ກຽດ​ນິ​ຍົມ​ອັນ​ດັບ​ໜຶ່ງ ​ໃນ​ຈຳ​ນວນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທັງ​ໝົດ 54 ຄົນ, ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຄູ​ອາ​ຈານ, ພໍ່​ແມ່ນ​ຍາດ​ຕິ​ພີ່​ນ້ອງ​ກໍ​ຄື​ໝູ່​ເພື່ອນ​ນັກ​ສຶກ​ສາ​ລາວ ​ແລະ ​ຕ່າງ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ. ໃນສົກຮຽນໜ້ານີ້ ສາວຫອມມະນີ ກໍ່ຈະສືບຕໍ່ສຶກສາຮໍ່າຮຽນ ໃນ​ລະ​ດັບ​ປະ​ລິນ​ຍາ​ໂທ​ ສາ​ຂາ​ການ​ເງິນ​ທີ່​ ມະ​ຫາ​ວິ​ທະ​ຍາ​ໄລ ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ ນະ​ຄອນ​ຫຼວງ​ປັກ​ກິ່ງ​ຕື່ມ​ອີກ. ທີ່ມາ: CRI

Read More »