Breaking News

Daily Archives: 14/07/2017

ດ່ວນ! ເກີດເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ!!! (ມີຄລິບ)

ດ່ວນ! ໃນຕອນແລງວັນທີ 14 ກໍລະກົດ 2017 ໄດ້ເກີດໄຟໃໝ້ທີ່ສູນການຄ້າຊັ່ງຈຽງສາກົນ ຖະໜົນ T2 ນະຄອນຫຼວງວຽງຈັນ, ໄຟໄດ້ລຸກລາມໃໝ້ຢ່າງຮຸນແຮງ ສຳລັບສາເຫດການເກີດອັກຄີໄພໃນເທື່ອນີ້ຍັງບໍ່ຮູ້ສາເຫດທີ່ແນ່ຊັດ, ຢ່າງໃດກໍຂໍສະແດງຄວາມເສຍໃຈກັບພໍ່ຄ້າຊາວຂາຍ ແລະປະຊາຊົນທີ່ພົບເຫດອັກຄີໄພໃນຄັ້ງນີ້ດ້ວຍ. ຂວັນໃຈ ແລະແຟນເພສຂໍເປັນກຳລັງໃຈໃຫ້ໝົດທຸກຄົນ. ໄຟໄໝ້ຕະຫຼາດໃຫຍ່ຊັງຈຽງວັນທີ່14/07/2017 ປະມາ 5:30-6:00ແລງ โพสต์โดย Koungnang Nednida บน 14 กรกฎาคม 2017 ຂໍຂອບໃຈຄລິບ ແລະຮູບພາບ.  

Read More »

ຢາກແນະນໍາໃຫ້ຮູ້ຈັກກັບ! ບ່າວນ້ອຍໜ້າຕາດີນັກ Basketball ດາວລຸ່ງມາແຮງທີ່ສຸດໃນຕອນນີ້! ທັງເປັນນາຍແບບພ້ອມ!

Patrick Abraham ອາຍຸ 18 ປີ ລູກຊອດ ຫຼວງພະບາງ-ເຢຍມັນ ດາວລຸ່ງນັກ Basketball ທີ່ກໍາລັງມາແຮງທີ່ສຸດໃນຕອນນີ້ ດັງໄກຂ້າມປະເທດ ຈົນໄດ້ຮັບການຍ້ອງຍໍຈາກຕ່າງປະເທດ. Patrick ນັກ Basketball ປະຈໍາທີມແຂວງ ຫຼວງພະບາງ ແລະ ທິມຊາດລາວ ນອກຈາກນັ້ນຍັງດ້ວຍໜ້າຕາທີ່ມີຄວາມເຈົ້າຊູ້ຕັ້ງແຕ່ນ້ອຍ ຈົນໄດ້ເປັນ Presenter ໃຫ້ກັບກາເຟດາວນໍາອີກອີກ. ວ້າວໆໆ ດ້ວຍຄວາມເກັ່ງ ພ້ອມດ້ວຍຫຸ່ນ ແລະ ໜ້າຕາທີ່ບໍ່ເປັນຮອງໃຜ ຮັບຮອງວ່າສາວໆທີ່ໄດ້ເຫັນໜຸ່ມນ້ອຍຄົນນີ້ຕ້ອງຮ້ອງ ກຼີດດດດ ເປັນຊະນີແນ່ນອນ! ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ດັງໄກຂ້າມປະເທດ By: BeautyGuru ຮູບຈາກ: Facebook: Patrick Abraham

Read More »

ດຣ່າມ່າ! ກິຕ້າ ເຖິງຂັ້ນຕ້ອງອອກມາເຄຍບັນຫາໂລກແຕກກ່ຽວກັບກະແສສັງຄົມລາວທີ່ບໍ່ຍອມຮັບຕົນເວົ້າພາສາໄທອອກສື່!!! (ມີຄລິບ)

ກາຍເປັນຂ່າວທີ່ຮ້ອນແຮງ Talk of the town ກັນເລີຍ ສຳລັບສາວລາວຄົນງາມ ກິຕ້າ ພັດທະສອນ ມະນີດາລັດ ອາຍຸ 25ປີ ສາວລາວຄົນທຳອິດທີ່ໄປອອກລາຍການເລືອກຄຸ່ຊື່ດັງ Take me out Thailand ຈົນສາມາດແຈ້ງເກີດໂດ່ງດັງກັນມາຮອດທຸກມື້ນີ້, ແລະຫຼ້າສຸດ ກິຕ້າ ກໍໄດ້ຖືກເຊີນໄປອອກລາຍການຂອງຝັ່ງປະເທດເພື່ອນບ້ານລາຍການໜຶ່ງ ແລະ ລາຍການດັ່ງກ່າວກໍຂໍໃຫ້ ກິຕ້າ ເວົ້າພາສາໄທເພື່ອໃຫ້ພວກເຂົາເຂົ້າໃຈ ສາວ ກິຕ້າ ຂອງເຮົາກໍເລີຍເຮັດຕາມທີ່ລາຍການຕ້ອງການເວົ້າພາສາໄທໄປໜ້ອຍໜຶ່ງ ພຽງແຕ່ເທົ່ານັ້ນກໍເກີດກະແສ ດຣ່າມ່າຈາກແຟນໆຊາວລາວທີ່ວ່າສາວກິຕ້າເປັນຄົນລາວບໍ່ຄວນໄປເວົ້າພາສາເພື່ອນບ້ານອອກສື່ແບບນັ້ນ ງານນີ້ ກິຕ້າ ກໍບໍ່ໄດ້ນິ່ງນອນໃຈເລີຍອອກມາເຄຍໃຈໝົດເປືອກໂດຍການ Live ສົດທາງເຟສບຸກຂອງຕົວເອງຕອບບັນຫາຄາໃຈຂອງທຸກໆຄົນຢ່າງດຸເດັດເຜັດເດືອດ ໂດຍສາວ ກິຕ້າ ກໍໄດ້ອອກມາເປີດໃຈດັ່ງນີ້: “ມັນຄືບັນຫາໂລກແຕກທີ່ຫຼາຍໆຄົນຍັງບໍ່ເປີດໃຈ ຕອນນີ້ໂລກມັນໄປໄກແລ້ວ ມັນເປັນປີ 2017 ແລ້ວ ການຮັກສາວັດທະນະທຳຂອງລາວເຮົາກໍຍັງຄືເກົ່າ ການຮັກສາວັດທະນະທຳມັນບໍ່ໄດ້ໝາຍຄວາມວ່າເຮົາຈະເວົ້າພາສາອື່ນບໍ່ໄດ້ ເປັນປະເດັນທີ່ບໍ່ຈົບບໍ່ສິ້ນຈັກເທື່ອ ເປັນປະເດັນທີ່ວ່າເຮົາໄປເວົ້າພາສາໄທ ແລະເວລາຄົນລາວເວົ້າພາສາໄທຈະກາຍເປັນປະເດັນທັນທີ ແຕ່ພໍຄົນລາວເວົ້າພາສາອັງກິດ ພາສາອິນເດຍ …

Read More »

ໃຜວ່າ! ຜູ້ຊາຍເຈົ້າທີ່ຊູ້ໜ້າຕາດີບໍ່ແມ່ນຜູ້ຊາຍແທ້!

Hi Happy Friday ສາວໆ ວັນສຸກກັນແລ້ວ ມື້ນີ້ກໍຂໍໃຫ້ເປັນວັນສຸກທີ່ສຸກສັນກັນເດີ້! ແລະ ເພື່ອເປັນການເພິ່ມຕຶ່ມຄວາມສຸກໃຫ້ອີກ ມື້ນີ້ BeautyGuru ກໍມີສິ່ງດີໆມາຕ້ອນກັນອີກແລ້ວ ແຕ່ວ່າຈະເປັນຫຍັງນັ້ນກໍໄປຕິດຕາມກັນເລີຍ! ສາວໆບໍ່ວ່າຍຸກໃດສະໄໝໃດ ໃຜໆກໍມັກຄວາມສວຍຄວາມງາມກັນໝົດ ແຕ່ຍຸກນີ້ສະໄໝນີ້ຄວາມສວຍຄວາມງາມນັ້ນມັນໄວ້ໃຈບໍ່ຄ່ອຍໄດ້ແລ້ວ ເພາະຜູ້ຊາຍບາງຄົນສຸດແສນຈະເຈົ້າຊູ້ເປັນທີ່ຫຼົງໄຫຼຂອງສາວໆແຕ່ກໍບໍ່ໄດ້ງາບກັນດອກເພາະເຂົາຫັນໄປກິນກັນເອງໝົດ ຈົນເຮັດໃຫ້ສາວໆນັ່ງເສຍອົກເສຍໃຈວ່າ ເປັນຫຍັງຜູ້ຊາຍທີ່ໜ້າຕາອ່າຍດີໜ້ອຍໜຶ່ງຈຶ່ງຫັນໄປເປັນເກ, ເປັນກະເທີຍ ກັນໝົດແລ້ວແມ່ຍິງຄືເຮົາໆເດໃຜຈະເອົາລະ! ແລະ ກໍພາກັນເໝົາລວມໄປວ່າຜູ້ຊາຍດີໆທີ່ໜ້າຕາດີໆບໍ່ແມ່ນຜູ້ຊາຍແທ້ດອກ! ອ້າວໆໆ ອັນນີ້ມັນກໍເປັນສິ່ງຫ້າມກັນບໍ່ໄດ້ເນາະຄວາມມັກຂອງໃຜລາວ ໃຜມັກຫຍັງກໍວ່າກັນໄປຕາມທີ່ສະບາຍໃຈ ແຕ່ສາວໆຢຸດເສຍໃຈໄປເລີຍ ເພາະມື້ນີ້ແອັດໄດ້ນໍາເອົາບ່າວທີ່ແສນຈະເຈົ້າຊູ້ເປັນເຖິງສະຈວດຢູ່ສາຍການບິນ Laos Air lines ແຕ່ໝັ້ນໃຈໄດ້ເລີຍວ່າບ່າວຄົນນີ້ເປັນຜູ້ຊາຍແທ້ໆ ຮັບຮອງບໍ່ກິນກັນເອງຢ່າງແນ່ນອນຮັບປະກັນດ້ວຍກຽດຂອງ BeautyGuru ຄົນຜູ້ງາມໆໆໆ ຈົນຊອກບໍ່ເຫັນຄົນນີ້ເຈົ້າ. (ສະຫຼຸບອັນທີ່ເວົ້າມາຫຼາຍໆກະບໍ່ກ່ຽວກັບຂ່າວເລີຍ…ງົງ) ເອົາເປັນວ່າເຮົາໄປເບິ່ງໜ້າຕາຂອງລາວດີກວ່າວ່າຈະເຈົ້າຊູ້ຄືແອັດໂມ້ໄປບໍ່? ອ້າຍບ່າສະຈວດຄົນເຈົ້າຊູ້ ຍິ້ມໃຈລະລາຍ ອ່ອຍຍຍ ລວມພົນຄົນໜ້າຕາດີ 555 With team jah ກະກົດເງິນແລ້ວແຕ່ບໍ່ຮູ້ຈະໄປຫຼິ້ນໃສ? ຢູ່ໃສນີ້? ອາຊີບເສີມ ກາລັນຕີຄວາມເຈົ້າຊູ້ດ້າຍວາບນາຍແບບ. By: …

Read More »