Breaking News

Daily Archives: 16/07/2017

ງາມຢ່າງດຽວບໍ່ພໍຕ້ອງສະຫຼາດແລະພິບໄຫວດີ ມາເບິ່ງການຕອບຄຳຖາມຂອງ ຟ້າໃສ ຈິນນາລີ ມິດແກຣນລາວ 2017

ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດນາງສາວ ມິສແກຣນລາວ (MISS GRAND LAOS 2017) ແລະ ສາວງາມຜູ້ທີ່ຄວ້າມົງກຸດອັນຊົງກຽດໄປໄດ້ກໍຄື ຟ້າໃສ ຈິນນາລີ ນໍລະສິງ ອາຍຸ 18 ປີ ມີລວງສູງ 1,73 cm ເຊິ່ງຖືວ່າ ຟ້າໃສ ກໍເປັນໂຕເກັງຂອງການປະກວດມາຕັ້ງແຕ່ທຳອິດ. ແຕ່ເຖິງຢ່າງໃດກໍຕາມການປະກວດເວທີໃຫ່ຍລະດັບປະເທດສາວງາມຜູ້ເຂົ້າປະກວດຈະງາມແຕ່ພຽງຢ່າງດຽວກໍຄົງຈະບໍ່ພໍ ຕ້ອງເປັນສາວງາມທີ່ມີຄວາມສະຫຼາດ ແລະມີພິບໄຫວໃນການແກ້ໄຂສະຖານະການ ແລະການຕອບຄຳຖາມໄດ້ເປັນຢ່າງດີ ແລະໃນຮອບ Top5 ຫຼືໃນຮອບ 5 ຄົນສຸດທ້າຍຂອງການປະກວດກໍຈະມີການຕອບຄຳຖາມຂອງບັນດາສາວງາມ ແລະຄົນທີ່ຕອບຄຳຖາມໄດ້ດີ ຖືກໃຈກຳມະການ ແລະກອງເຊຍຫຼາຍທີ່ສຸດກໍຄື ຟ້າໃສ ຈິນນາລີ ເພາະຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ໄດ້ໃຈຄວາມທີ່ດີ ຈົນສາມາດພິຊິດໃຈກຳມະການ ແລະຜູ້ຊົມຈົນສາມາດຄວ້າຕຳແໜ່ງມິສແກຣນລາວຄົນທຳອິດໄດ້ຢ່າງງົດງາມ. ຄຳຖາມທີ່ພິທີກອນຖາມ ຟ້າໃສ ມິສແກຣນລາວ 2017 ກໍຄື: ນ້ອງຄິດແນວໃດກັບການຕັດໄມ້ທຳລາຍປ່າ ແລະຄວນມີວິທີການປົກປັກຮັກສາປ່າໄມ້ແນວໃດ? ຟ້າໃສຕອບວ່າ: “ນ້ອງມີຄວາມຄິດວ່າການຕັດໄມ້ທຳລາຍປ່າສົ່ງຜົນກະທົບຕໍ່ວິຖີຊີວິດຂອງຄົນ ສັດປ່າ ສິ່ງແວດລ້ອມ ແລະການກະສິກຳ,  ສຳລັບນ້ອງແລ້ວການຫຼຸດຜ່ອນການຕັດໄມ້ທຳລາຍປ່າທຳອິດເລີຍຕ້ອງເລີ່ມຈາກການປຸກລະດົມຈິດສຳນຶກຂອງຄົນໃຫ້ເຫັນຄວາມສຳຄັນຂອງປ່າໄມ້ໃນປະເທດລາວ ພໍຄົນເຮົາມີຈິດສຳນຶກຫຼືຄວາມຄິດນັ້ນແລ້ວ …

Read More »

ຂໍສະແດງຄວາມຍິນດີ! ຈິນນາລີ ນໍລະສິງ (ຟ້າໃສ) ຄວ້າມົງກຸດອັນຊົງກຽດ ໄດ້ເປັນມິສແກຣນຄົນທຳອິດຂອງປະເທດລາວ

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງງາມ Miss Grand Laos 2017 ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2017 ທີ່ຜ່ານມາ, ເຊື່ອວ່າຫຼາຍໆທ່ານຄົງຈະລຸ້ນ ແລະເຊຍບັນດານ້ອງໆນາງສາວງາມຜູ້ເຂົ້າປະກວດກັນຢ່າງໃຈຈົດໃຈຈໍ່ ແລະໃນມື້ນີ້ ຂວັນໃຈ ກໍມີຜົນການປະກວດ Miss Grand Laos 2017 ມາຝາກທຸກໆທ່ານ, ເຊິ່ງສາວງາມຄົນທີ່ເໝາະສົມແລະໄດ້ຮັບມົງກຸດອັນຊົງກຽດໄດ້ເປັນມິສແກຣນຄົນທຳອິດຂອງປະເທດລາວກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ໝາຍເລກ MG19 ແລະຍັງບໍ່ໝົດພຽງແຕ່ເທົ່ານັ້ນເພາະ ຟ້າໃສ ຈິນນາລີ ຍັງໄດ້ຮັບອີກໜຶ່ງລາງວັນນັ້ນກໍຄື: ລາງວັນນາງສາວຂວັນໃຈມະຫາຊົນ (Miss Popular vote) ຖືວ່າຄວບເຖິງ 2 ຕໍາແໜ່ງກັນເລີຍ ແລະ ຕໍ່ຈາກນີ້ຟ້າໃສຍັງຈະໄດ້ໄປເປັນຕົວແທນປະເທດລາວໃນການປະກວດ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ ໃນເດືອນ ຕຸລາ 2017 ທີ່ຈະມາເຖິງນີ້. ສ່ວນລາງວັນຮອງອັນດັບມີດັ່ງນີ້: ຮອງອັນດັບ 1: MG13 ພູນຊັບ ພົນໂຍທາ …

Read More »