Breaking News

Daily Archives: 18/07/2017

ລັດຖະບານໃຫ້ຄວາມຫ່ວງໃຍຕໍ່ເຫດໄຟໃໝ້ຊັ່ງຈຽງ ພວມພະຍາຍາມຊອກທຸກວິຖີທາງເພື່ອຊ່ວຍເຫຼືອພໍ່ຄ້າຊາວຂາຍ!!!

ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2017 ຢູ່ທີ່ຫ້ອງວ່າການນະຄອນຫຼວງ ໄດ້ມີຖະແຫຼງການຈາກລັດຖະບານກ່ຽວກັບເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ ໃນວັນທີ 14 ກໍລະກົດ 2017 ທີ່ຜ່ານມາ. ໂດຍໃຫ້ກຽດເປັນປະທານການຖະແຫຼງການໂດຍ ທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງ ແລະ ທ່ານ ພທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ນວ ພ້ອມດ້ວຍບັນດາສື່ມວນຊົນທົ່ວທຸກພາກສ່ວນ. ໃນເວລາປະມານ 17:30 ໂມງຂອງວັນທີ 14 ກໍລະກົດ 2017 ໄດ້ເກີດເຫດໄຟໃໝ້ສູນການຄ້າຊັ່ງຈຽງ ພາຍຫຼັງໄດ້ຮັບການແຈ້ງເຫດເຈົ້າໜ້າທີ່ມອດໄຟ ນະຄອນຫຼວງວຽງຈັນ ໄດ້ສົ່ງລົດມອດໄຟໄປມອດພາຍໃນເວລາ 10ນາທີຕໍ່ມາ, ແຕ່ໄຟໄດ້ໄໝ້ລຸກລາມສູນການຄ້າຊັ່ງຈຽງຢ່າງໄວວາຍ້ອນມີສິນຄ້າທີ່ເປັນວັດຖຸໄວໄຟຢ່າງຫຼວງຫຼາຍ, ທັງເອົາເພດານເປັນສາງເກັບເຄື່ອງຂອງນຳອີກ. ການມອດໄຟໃນຄັ້ງນີ້ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ໄດ້ໃຊ້ລົດ 16 ຄັນ, ໃນນີ້ລວມທັງລະດົມລົດມອດໄຟຈາກກະຊວງ ປກສ, ກອງບັນຊາການທະຫານ, ລົດມອດໄຟສະໜາມບິນ, ລົດນໍ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ …

Read More »

ມາອ່ານ! ແຮງບັນດານໃຈຈາກພໍ່ລູກອ່ອນທັງ 4 ແບບເຕັມຮູບແບບໄດ້ແລ້ວມື້ນີ້!

ສໍາລັບແຟນໆຂວັນໃຈຄົນໃດ ທີ່ຍັງບໍ່ທັນໄດ້ອ່ານ ຄໍລໍາ (Column) Special Scoop ປະຈໍາເດືອນ ກຸມພາ ທີ່ມາໃນ Theme ເຈາະໃຈພໍ່ລຸກອ່ອນ! ມື້ນີ້ເຮົາກໍໄດ້ນໍາເອົາສະບັບເຕັມມາໃຫ້ແຟນໆໄດ້ອ່ານ ເພື່ອເປັນແຮງບັນດານໃຈໃນການລ້ຽງລູກກັນແລ້ວ! ມາພົບກັບ 4 ພໍ່ລຸກອ່ອນ Daddy Family Love! ຫ້າມພາດ! ສໍາລັບແຟນໆຂວັນໃຈຄົນໃດທີ່ຢາກຈະໄດ້ແຮງບັນໃຈດີໆແບບນີ້! ສາມາດຕິດຕາມໄດ້ຈາກວາລະສານຂວັນໃຈ ໄດ້ທຸກໆເດືອນກັນເລີຍ! ເພາະໃນວາລະສານຂອງພວກເຮົາທີ່ອອກມາໃນແຕ່ລະເດືອນ, ແຕ່ລະຄໍລໍາ ແມ່ນອັດແໜ້ນໄປດ້ວຍສາລະໜ້າຮູ້ ແລະ ແຮງບັນດານໃຈດີໆ ທີ່ແຕກຕ່າງກັນໄປ! ຢ່າລືມຕິດຕາມກັນເດີ່!

Read More »

Go Inter!!! ວັນໃໝ່ ທຳມະວົງ ດັງໄກຮ່ວມເດີນແບບແຟຼຊັ່ນໂຊລະດັບໂລກທີ່ປະເທດສິງກະໂປ

ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດ2 ອັນດັບຕົ້ນໆຂອງລາວເຮົາ Go Inter ແລ້ວເພາະຖືກເຊີນໄປເປັນນາງແບບໃນງານ “ASEAN Fashion Designers Showcase” ຈັດຂຶ້ນທີ່ປະເທດ ສິງກະໂປ ໃນວັນທີ 7 ກໍລະກົດ 2017 ທີ່ຜ່ານມາ, ເຊິ່ງງານ “ASEAN Fashion Designers Showcase” ກໍເປັນງານທີ່ຍິ່ງໃຫ່ຍມີຫ້ອງເສື້ອ, ນັກອອກແບບ (Designers), ນາງແບບ, ຊາຍແບບ ແລະເຫຼົ່າແຟຼຊັ່ນນິດຕ້າຈາກຫຼາຍໆປະເທດເຂົ້າຮ່ວມ. ສຳລັບ ວັນໃໝ່ ມົນຈຳປາ ທຳມະວົງ ກໍເປັນສາວປະເພດສອງຂອງລາວເຮົາທີ່ມີຄວາມສາມາດໃນຫຼາຍໆດ້ານ ເພາະເຄີຍຜ່ານເວທີປະກວດຈາກເວທີ Miss International Queen ເຊິ່ງເປັນເວທີການປະກວດລະດັບໂລກ,  ຜ່ານມາມີຜົນງານມີປະກວດ Miss International Queen 2016 ໄດ້ຮັບລາງວັນຊຸດປະຈໍາຊາດດີເດັ່ນ ແລະ ກ່ອນໜ້າທີ່ໄປປະກວດ ວັນໃໝ່ ກໍມີວຽກດ້ານວົງການບັນເທິງມາກ່ອນກໍຄື ເດີນແບບຢູ່ບ້ານເຮົາ ແລະມີໂອກາດໄດ້ໄປເດີນແບບຢູ່ປະເທດເພື່ອນບ້ານ …

Read More »

ມາຮູ້ຈັກກັບ! ແອນນ່າ ສາວງາມຈາກສາຍການບິນ Lao ທີ່ງາມປານນາງຟ້າ (ສາວລາວງາມ ແຊໄປໃຫ້ໂລກຮູ້)

Hi ສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ ມາພົບກັບສິ່ງດີໆທີ່ເຮົາຄັດມາຕ້ອນກັນໄດ້ແລ້ວ ໃນຕອນເຊົ້າໃຫ້ຈະສວາຍແບບນີ້ ມາເບິ່ງກັນເລີຍວ່າມື້ນີ້ເຮົາຈະນໍາເອົາເລື່ອງລາວຫຍັງມາຕ້ອນກັນ ຖ້າຢາກຮູ້ກໍຢ່າລືມກົດຕິດຕາມ Page ແລ້ວເຂົ້າມາເບິ່ງກັນໄດ້ເລີຍ ສໍາລັບມື້ນີ້ ແອັດຢາກຈະມາແນະນໍາໃຫ້ຮູ້ຈັກກັບ ສາວງາມທີ່ງາມປານນາງຟ້າຄົນງາມທີ່ມີຍອດຄົນຕິດຕາມ Face book ເປັນພັນໆຄົນ ໃນ Face book ທີ່ມີຊື່ວ່າ Anna Na ເຊິ່ງສາວງາມຄົນນີ້ກໍຄືສາວ ແອນນ່າ ພະນັກງານ Check In ຈາກສາຍການບິນ Lao ປະຈໍາຫຼວງພະບາງນັ້ນເອງ. ວ້າວໆໆ ເລີ໋ດຈ໋າ ເຫັນສາວງາມໆແບບນີ້ ຫວັງວ່າຜູ້ໂດຍສານທີ່ມາໃຊ້ບໍລິການຄົງຈະອິ່ມອົກອີ່ມໃຈໄປທົ່ວໜ້າກັນແນ່ນອນ! ເອົາລະຖ້າຢາກຮູ້ວ່ານາງຈະງາມສົມຄໍາທີ່ແອັດໂມ້ໄປກ່ອນບໍ່ນັ້ນ ສາວໆກໍໄປເບິ່ງພ້ອມກັນເລີຍ! ມີຄວາມເປັນນາງຟ້າແບບຈິງຈັງ ງາມໆ ຖ່າຍເອງກະງາມຄືກັນ ສະບາຍດີ ໜ້າຮັກ ກຽມຕົວພ້ອມ ໜ້າໃສ ຍິ້ມງາມ ແບບນີ້ກະເທ່ ໃສໆ ຫຸ່ນດີ By: BeautyGuru ຂອບໃຈຮູບຈາກ: Facebook: Anna …

Read More »