Breaking News

Daily Archives: 19/07/2017

ຫວານໄດ້ອີກ!!! ວິນາທີນີ້ຕ້ອງຄູ່ນີ້ເລີຍນູ່ນີ່ ແລະ ອອ໋ບໜ້າຮັກເໝາະສົມກັນດີ!!!

ວິນາທີນີ້ບໍ່ມີຄູ່ໃດແລ້ວທີ່ຈະຫວານກວ່າຄູ່ນີ້ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ຄູ່ຮັກສຸດຮ້ອນແຮງທີ່ກຳລັງເປັນກະແສສຸດໆ ເບິ່ງຢ່າງໃດກໍໜ້າຮັກເໝາະສົມກັນດີ ແຖມທັງສອງຍັງໂຊຄວາມຫວານກັນແບບບໍ່ມີຂາດວັກຂາດຕອນ ໝັ່ນໂພສຮູບຄູ່ໃຫ້ແຟນຄລັບໄດ້ຕິດຕາມກັນເລື້ອຍໆ ແລະ ຫຼ້າສຸດກໍມີຄລິບສຳພາດຈາກລາຍການ ເທັກມີເອົ້າໄທແລນ ອອກມາແລ້ວວ່າທັງສອງນັ້ນກຳລັງຢູ່ໃນຊ່ວງທີ່ກຳລັງເບິ່ງໃຈກັນ ຖ້າຄົບກັນໄປແລ້ວໂອເຄກໍອາດຈະຕົກລົງປົງໃຈກໍເປັນໄດ້ ແລະ ສ່ວນຝ່າຍຊາຍ ອ໋ອບ ລາຍພາງ ກໍຍັງມີຫຍັງຫຼາຍໆຢ່າງທີ່ຕ້ອງພິສູດໃຫ້ສາວ ນູ່ນີ່ ຂອງເຮົາໄດ້ໝັ້ນໃຈ, ຍັງໆຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໜຸ່ມ ອ໋ອບ ລາຍພາງ ວ່າທີ່ເຂີຍລາວກໍຍັງໄດ້ພາສາວນູ່ນີ່ລົງໃຕ້ (ປະເທດໄທ) ໄປຢ້ຽມຢາມພໍ່ແມ່ຂອງຕົນພ້ອມແນະນຳໃຫ້ພໍ່ແມ່ໄດ້ຮູ້ຈັກກັບສາວ ນູ່ນີ່ ກຸມພົນພັກດີ ອີກດ້ວຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣເລີຍ ຂໍຂອບໃຈຮູບພາບ ແລະ ຄລິບຈາກ: Yingyot Aoflaiprang Kanjananiyom, Noony Koumphonphakdee

Read More »

ການທ່ອງທ່ຽວແບບທ້າທາຍ ປີນຜາທີ່ Green climbers home

ສະບາຍດີ ແຟນໆຂວັນໃຈ ທີ່ໜ້າຮັກ ມື້ນີ້ແອັດຈະມາຊວນແຟນໆໄປທ່ຽວນໍາກັນ ແຕ່ເປັນການທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ຖ້າໃຜມັກຄວາມທ້າທາຍແອັດຂໍແນະນໍານີ້ເລີຍ Green climbers home ທີ່ຕັ້ງຢູ່ບ້ານ ກວນຜາວັງ ເມືອງທ່າແຂກ ແຂວງຄໍາມ່ວນ ຫ່າງຈາກຕົວເມືອງທ່າແຂກປະມານ 16 ກິໂລແມັດ ແລະ Green climbers home ແຫ່ງນີ້ເປັນແຫຼ່ງທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ດ້ວຍການປີນໜ້າຜາທີ່ມີຄວາມສູງຈາກໜ້າດິນຂຶ້ນເຖິງຫຼັງຜາປະມານ 60 ແມັດຫາ 400 ກວ່າແມັດ ແລະ ກໍາລັງກາຍເປັນທີ່ນິຍົມຂອງນັກທ່ອງທ່ຽວຕ່າງປະເທດ ຜູ້ທີ່ມັກປະຈົນໄພ, ມັກຄວາມທ້າທາຍເຊັ່ນ: ປະເທດເຢຍລະມັນ, ຝຣັ່ງ, ສິງກະໂປ, ຍີ່ປຸ່ນ, ໄທ, ອີຕາລີ, ອົດສະຕາລີ ແລະ ອີກຫຼາຍໆປະເທດ, ສໍາລັບຄົນລາວເຮົາແລ້ວ ຜູ້ທີ່ມັກຄວາມທ້າທາຍກໍບໍ່ຄ່ອຍມີຫຼາຍປານໃດ ແລະ ໃນແຕ່ລະປີເມື່ອເຖິງທ້າຍເດືອນ ພຶດສະພາ ຈະປິດບໍລິການ ຍ້ອນເປັນລະດູຝົນເຮັດໃຫ້ການປີນໜ້າຜາຍາກ ແລະ ຈະເປີດໃຫ້ບໍລິການໃນຕົ້ນເດືອນ …

Read More »

ຂໍສະແດງຄວາມຍິນດີກັບ!!! ວົງ “Dynamic”ຊະນະເລີດໂຄງການ “Beerlao Band Challenge Season 2”

ຜ່ານການແຂ່ງຂັນ“Beerlao Band Challenge Season 2” ຕັ້ງແຕ່ຮອບຄັດເລືອກຈົນມາຮອດມື້ສຸດທ້າຍຮອບຊິງຊະນະເລີດໃນວັນທີ 15 ກໍລະກົດ 2017 ທີ່ສູນກິລາໃນຮົ່ມລ້ານຊ້າງ ສຳລັບວົງດົນຕີທີ່ໄດ້ຊະນະເລີດໃນການແຂ່ງຂັນໂຄງການນີ້ໄດ້ແກ່ວົງ B.12 Dynamic ໄດ້ຮັບເງິນລາງວັນມູນຄ່າ 50.000.000 ກີບ, ໄດ້ຮັບເຄື່ອງດົນຕີ 1 ຊຸດຍີ່ຫໍ້ Yamaha ມູນຄ່າ 25.000.000 ກີບ, ພ້ອມເຊັນສັນຍາເປັນສິລະປິນໃນຄ້າຍເພງ ອິນດີ້ ເຣກຂອດ 1ປີເຕັມ ມີ Single ເປັນຂອງຕົວເອງແລະຍັງໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ. ຮອງອັນດັບ 1: ໄດ້ແກ່ວົງ 06Rock Normalໄດ້ຮັບເງິນລາງວັນມູນຄ່າ 20.000.000 ກີບ, ໄດ້ຮັບກີຕ້າໂປ່ງ1ໜ່ວຍມູນຄ່າ 2.500.000 ກີບ ແລະໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ. ຮອງອັນດັບ 2: ໄດ້ແກ່ວົງ 10 N.O.Mໄດ້ຮັບເງິນລາງວັນມູນຄ່າ 15.000.000 ກີບ, …

Read More »

ໄປສ່ອງ! ສາວລາວສຸດ Sexy ຄົນນີ້! ບໍ່ຮູ້ວ່າໄປເຮັດຫຍັງມາຫຸ່ນຈຶ່ງໄດ້ດີອີ່ຫຍັງປານນີ້!

ການຊອກຮູ້ຊອກເຫັນເລື່ອງຂອງຊາວບ້ານເປັນວຽກຖະນັດຂອງ BeautyGuru (ແຕ່ຊິໃຫ້ລາອອກຈາກວຽກໄປຊອກຮູ້ຊອກເຫັນອັນນີ້ກະບໍ່ດີເດີ້) ສາວໆເຊື່ອວ່າແມ່ຍິງສະໄໝນີ້ບໍ່ວ່າໃຜກໍຢາກທີ່ຈະມີຫຸ່ນດີ, ຫຸ່ນພຽວແບບນຸ່ງເຄື່ອງແບບໃດກໍໝັ້ນໃຈໄປໝົດຫັ່ນນ່າ ອັນນີ້ແອັດມີຄວາມເຂົ້າໃຈແມ່ຍິງເປັນຢ່າງສູງ ເພາະແອັດກໍແມ່ນແມ່ຍິງຄົນໜຶ່ງທີ່ມີຄວາມຫຼົງໄຫຼຢາກມີໃນຮູບຮາງທີ່ພຽວບາງ ແຕ່ກໍເຮັດບໍ່ໄດ້ຈັ໋ກເທື່ອເລີຍ ແລະ ມື້ນີ້ແອັດກໍບັງເອີນໄດ້ເຫັນສາວຄົນໜຶ່ງ ຮູ້ສຶກວ່ານາງແບບ Sexy ເຫຼືອເກີນ ຫຸ່ນນີ້ແບບ ແອັດບໍ່ມີຄໍາຈະບັນລະຍາຍ ບອກໄດ້ຄໍາດຽວວ່າບໍ່ມີທີ່ຕິ ແຕ່ແອັດກໍບໍ່ຮູ້ວ່າລາວແມ່ນໃຜຊື່ຫຍັງໄປເຮັດແນວໃດຈຶ່ງໄດ້ຫຸ່ນແບບນີ້ມາ ແອັດກໍເລີຍບໍ່ລໍຊ້າທີ່ຈະໄປຊອດສ່ອງໃນ Facebook ສ່ວນຕົວຂອງນາງ ທີ່ມີຊື່ວ່າ Irishka Smolyaninova ຈຶ່ງໄດ້ຮູ້ມາວ່າ ສາວຄົນນີ້ແມ່ນເປັນສາວລູກເຄິ່ງ (ເຄິ່ງລາວກັບຫຍັງກະບໍ່ຮູ້) ແຕ່ທີ່ແນ່ໆແອັດຮູ້ມາອີກວ່ານາງເຮັດວຽກເປັນ English Teacher ແລະ Personal Trainer ປະຈໍາຢູ່ Fitness ແຫ່ງໜຶ່ງ ວ້າວໆ (ຕົບມືໃຫ້ກັບຄວາມເກັ່ງຂອງແອັດແດ່) ກະວ່າແຫຼະສົມພໍວ່າຫຸ່ນເຖິງ Sexy ອີ່ຫຍັງໄດ້ປານນີ້! ແລະ ແອັດກໍຍັງເຂົ້າໃຈມາອີກວ່າທີ່ນາງຫຸ່ນດີໆ Sexy ແບບນີ້ກໍເພາະນາງອອກກໍາລັງກາຍເປັນປະຈໍານັ້ນເອງ. ສະຫຼຸບກະຄືທີ່ຖ້າໃຜຢາກມີຫຸ່ນດີໆແບບນີ້ກໍຄືຕ້ອງອອກກໍາລັງກາຍເດີ້ສາວໆ (ຂ້າກັນດ້ວຍວິທີອອກກໍາລັງກາຍອີກແລ້ວວວວ) ສາວໆຢ່າເວົ້າຫຼາຍເທາະເຮົາໄປເບິ່ງຄວາມ Sexy ຂອງນາງກັນໃຫ້ອິດສາລົວໆໄປກ່ອນເນາະ! She Sexy …

Read More »

ເບິ່ງໄປຍິ້ມໄປ!!! “ມີແຟນຍັງ” version ມິດຕະພາບ ລາວ-ໄທ

ເບິ່ງໄປຍິ້ມໄປ!!!  “ມີແຟນຍັງ” version ມິດຕະພາບ ລາວ-ໄທ ຮ້ອງໂດຍ ນົກ  & ລ້ອດເຕ່ , ຫວັງວ່າສຽງເພງນີ້ຈະເປັນຄືກັບສະພານທີ່ເຊື່ອມຕໍ່ພາຫົວໃຈໃຫ້ສະນິດກັນລະຫວ່າງ ປະເທດ ລາວ ແລະ ປະເທດ ໄທ.   ຂໍຂອບໃຈ: Brick House

Read More »