Breaking News

Daily Archives: 27/07/2017

ມາແລ້ວ!!! ແຮງບັນດານໃຈສໍາລັບຄົນມີຝັນ (Designer your Dream Designer your Life)

ຄໍລໍາ Special Scoop ໃນເດືອນ ກໍລະກົດ ສະບັບເລກທີ 120 ນີ້ເຮົາມາເພີ່ມແຮງບັນດານໃຈໃຫ້ສາວໆ ທີ່ມີຄວາມໃຝ່ຝັນ ຢາກເປັນ Designer ຫຼື ນັກອອກແບບເສື້ອຜ້າ ແຕ່ຖ້າຍັງບໍ່ຮູ້ວ່າຈະເລີ່ມຕົ້ນແນວໃດ ມື້ນີ້ເຮົາໄດ້ນໍາເອົາ ແຮງບັນດານໃຈ ຈາກເລື່ອງລາວຂອງ 3 ສາວເຈົ້າຂອງຫ້ອງເສື້ອທີ່ທຸກຄົນຮູ້ຈັກດີ ຢ່າງ Vina Brand, Chic & Trendy ແລະ TYNA Brand. ເລື່ອງແຮງບັນດານໃຈ, ຄວາມຮູ້ດີໆແບບນີ້ຊອກອ່ານຢູ່ໃສບໍ່ໄດ້ອີກແລ້ວ. ວີນາ ຈັນພະນາ ( ສາວມິ້ມ ) ເຈົ້າຂອງ Vina Brand ( ເມື່ອເຫັນລົມພັດປິວມັນເຮັດໃຫ້ຮູ້ເລີຍວ່າ ຊຸດທີ່ອອກມາຕ້ອງປິວໄປຕາມລົມແບບໃດ ). ດາລຸນີ ພິລາວັນ ( ເອື້ອຍດາ ) ເຈົ້າຂອງຫ້ອງເສື້ອ Chic & …

Read More »

ມາຮູ້ຈັກກັບ! ສາວໄອຍະການຄົນງາມຄົນນີ້!! (ສາວລາວທັງງາມ ທັງເກັ່ງ ແຊວົນໄປ)

ສະບາຍດີສາວໆຂວັນໃຈທຸກໆຄົນ ສໍາລັບມື້ນີ້ມາພໍ້ກັນກໍບໍ່ມີຫຍັງຫຼາຍມາຕ້ອນດອກ ມີແຕ່ຢາກຈະມາແນະນໍາໃຫ້ຮູ້ຈັກກັບສາວໄອຍະການຄົນໜຶ່ງ ທີ່ Degree ຄວາມງາມທຽບກັບດາຣາໄດ້ເລີຍ! ຢາກຮູ້ບໍ່ວ່ານາງແມ່ນໃຜ? ຖ້າຢາກຮູ້ກໍຈະໃຫ້ຮູ້ຈັກກັນ ເຊິ່ງສາວງາມຄົນທີ່ວ່ານີ້ມີຊື່ວ່າ ພິລະດາ (ຊິ່ຊິ່ງ) ເປັນສາວໃຕ້ ແຂວງຈໍາປາສັກພຸ້ນລະ ເຮັດວຽກເປັນໄອຍະການປະຈໍາຢູ່ ອົງການໄອຍະການປະຊາຊົນປະຈໍາແຂວງຈໍາປາສັກ ວ້າວ! ເລີດໄດ້ອີກ ເມື່ອຮູ້ວ່າເຮັດວຽກຫຍັງ ແຖມຄວາມງາມນີ້ບໍ່ຮູ້ຈະບັນລະຍາຍ ບໍ່ຮູ້ວ່າໄປກິນຫຍັງ, ໄປເຮັດຫຍັງມາ ຈັ່ງແມ່ນຜູ້ງາມກະດໍ້ ແອັດເຫັນແລ້ວຢາກຈະຕາຍເກີດໃໝ່ພຸ້ນລະ ເພື່ອວ່າເກີດມາຊິໄດ້ງາມຄືເຂົາແດ່ (ມີຄວາມນ້ອຍໃຈໃຫ້ຕົວເອງ) ເອົາເປັນວ່າຢ່າດຣາມ່າດົນເຮົາໄປເບິ່ງສາວງາມໆເກັ່ງໆຄົນນີ້ກັນເລີຍດີກວ່າ! ໃນເຄື່ອງແບບ ໜ້າຮັກຫຼາຍ ໜ້າເປະ ໃສໆ ຫຸ່ນເປະ ໜ້າເດັກຂະໜາດ ດູດີ ສີ່ໜ້າ ສີ່ແບບ ມີຄວາມເທ່ ຍິ້້ມງາມ ໜ້າເດັກກວ່າຊູດຫຼາຍຍຍ ງາມທຸກແບບ By: BeautyGuru ຂອບໃຈຮູບຈາກ: Facebook: Sing Sing Phalitda (ຊິ່ງຊິ່ງ)

Read More »