Breaking News

Daily Archives: 02/08/2017

ວ້າວ!!! ນີ້ຫວາ ນັກກິລາບານສົ່ງສາວ ທີ່ຂຶ້ນຊື່ວ່າ ເປັນນັກຕົບສາວທີ່ງາມທີ່ສຸດ…

ມື້ນີ້ເຮົາຈະມາເວົ້າກັນດ້ວຍເລື່ອງຂອງນັກກິລາສາວງາມຄົນໜຶ່ງ ທີ່ນາງນັ້ນຂຶ້ນຊື່ວ່າເປັນນັກຕົບສາວທີ່ງາມທີ່ສຸດໃນໂລກ (ຈັດກັນເອງ) ວ້າວ! ຈັ່ງແມ່ນເລີດ ແບບວ່າທັງງາມທັງເກັ່ງ! ຄົນອື່ນອາດຈະສົງໄສວ່ານາງແມ່ນໃຜ? ແຕ່ແອັດບໍ່ສົງໄສເລີຍ ເພາະແອັດໄດ້ໄປແອບສ່ອງ Page ທີ່ມີຊື່ວ່າ Alice Mayonok ມາແລ້ວ ເຊິ່ງ Page ດັ່ງກ່າວເປັນ Page ຂອງນັກກິລາບານສົ່ງສາວ Alice Mayonok ນັກຕົບສາວ ຣັດເຊຍ ນັ້ນເອງ ເຊິ່ງເຫັນໄດ້ເລີຍເລີຍວ່າ ນາງນັ້ນມີຄວາມເໝາະສົມກັບຕໍາແໜ່ງນັກຕົບສາວງາມທີ່ສຸດອີ່ຫຼີ ເພາະກາລັນຕີດ້ວຍຕໍາແໜ່ງນາງງາມຈາກຫຼາຍເວທີເຊັ່ນ: Miss Inter National Russia, Top Model Russia… ແລະ ຫຼ້າສຸດກັບຕໍາແໜ່ງຮອງອັນດັບ 1 ຈາກເວທີ Super Model Inter National 2016 ທີ່ປະເທດໄທ ດ້ວຍອາຍຸພຽງ 21 ປີ (ແຕ່ໜ້າເສຍດາຍທີ່ນາງໄດ້ຫັນຫຼັງໃຫ້ກັບວົງການບານສົ່ງ ແລ້ວຫັນເຂົ້າມາເປັນນາງແບບ ແບບເຕັມຕົວແລ້ວ) …

Read More »

ປະເທດລາວສວຍງາມໃຜໆກໍຢາກມາ! ຜ່ານມາມີສິລະປິນຕ່າງຊາດຄົນໃດມາຢ້ຽມຢາມບ້ານເຮົາແດ່ມາເບິ່ງກັນ!!!

ສະບາຍດີ!!! ແຟນເພສ ຂວັນໃຈ ທຸກໆຄົນ… ເຮີ້!!! ຜ່ານໄປແປັບດຽວເວລາກໍເດີນທາງມາຮອດທ້າຍປີ 2017 ແລ້ວໄວໆເນາະ (ອິອິ), ດັ່ງນັ້ນມື້ນີ້ ຊະນີIndy ຂາເມົ້າ ຂາຝອຍຄົນເກົ່າເຈົ້າເດີມ ຈະມາລວບລວມເອົາສິລະປິນຕ່າງຊາດທີ່ມີໂອກາດໄດ້ມາຢ້ຽມຢາມບ້ານເຮົາມາຝາກ, ຜ່ານມາຊ່ວງຫຼັງໆຮູ້ສຶກວ່າມີສິລະປິນຈາກຕ່າງຊາດມາຢ້ຽມຢາມບ້ານເຮົາແບບບໍ່ຂາດສາຍ ບໍ່ວ່າຈະເປັນນັກຮ້ອງ-ນັກສະແດງ ກໍຈະປ່ຽນກັນມາໃຫ້ເຮົາໄດ້ກຣີດໆໆໆ…ດາລາໃນດວງໃຈໂດຍທີ່ເຮົາບໍ່ຈຳເປັນຈະຕ້ອງບິນຂ້າມນໍ້າຂ້າມທະເລເພື່ອໄປເບິ່ງຄືກັບແຕ່ກ່ອນ. ທີ່ຜ່ານມາບໍ່ມີພຽງແຕ່ນັກຮ້ອງ-ນັກສະແດງຈາກປະເທດເພື່ອນບ້ານເທົ່ານັ້ນທີ່ໄດ້ມາຢ້ຽມຢາມ ຫຼືມາໂຊໂຕ ແຕ່ຍັງມີສິລະປິນລະດັບໂລກຫຼາຍທ່ານທີ່ໄດ້ມາໂຊຜົນງານ ເອົາໃຈແຟນໆຊາວລາວ, ເອົ້າ…ເວົ້າໄປຫຼາຍດຽວສິຫາວ່າຝອຍຍາວ ລອງມາເບິ່ງກັນວ່າຜ່ານມາມີສິລະປິນຕ່າງຊາດຄົນໃດມາຢ້ຽມຢາມບ້ານເຮົາແດ່!!! #ແຊຣໄປໃຫ້ໂລກຮູ້ປະເທດລາວສວຍງາມໃຜໆກໍຢາກມາ 1. Joss Stone: ນັກຮ້ອງຊື່ດັງຂອງໂລກສັນຊາດ ອັງກິດ ມີໂອກາດໄດ້ມາປະເທດລາວ ແລະຍັງມີໂອກາດຮ້ອງເພງປະຈຳຊາດຂອງລາວ “ຈຳປາເມືອງລາວ” ອີກດ້ວຍ.   2. DJ Vinai: 2 ດີເຈສຸດຫຼໍ່ ແຖມມີດີກຼີເປັນເຖິງດີເຈອັນດັບໂລກ ງານນີ້ເຮັດເອົາສາວໆທັງສາວແທ້ ສາວທຽມ ກຣີດໆໆໆ…ກັນເລີຍແມ່ນບໍ່? 555 3. DJ Soda: ດີເຈສາວສຸດເຊັກຊີ່ຈາກ ເກົາຫລີໃຕ້ ທີ່ຊື່ສຽງນາງກໍຂຶ້ນຊື່ລະດັບໂລກ ແລະຍັງໄດ້ມາປະເທດລາວ ແລະຍັງມີໂອກາດໄດ້ນຸ່ງຊຸດໄໝລາວ …

Read More »