Breaking News

Daily Archives: 09/08/2017

ງາມຫຼາຍ! ຊຸບເປີສະຕາຈາກສອງຝັ່ງຂອງ ອໍ້າ ພັດຊະຣາພາ ແລະ ລູກນໍ້າ ທິດາລັດ ຖ່າຍຮູບຮ່ວມກັນ!!!

ເປັນທີ່ຮືຮາເມື່ອ ຊຸບເປີສະຕາໝາຍເລກໜຶ່ງຂອງປະເທດເພື່ອນບ້ານ ອໍ້າ ພັດຊະຣາພາ ໄຊເຊື້ອ ແລະ ນັກສະແດງສາວຊື່ດັງຈາກປະເທດລາວ ລູກນໍ້າ ທິດາລັດ ວົງສິຣິ ໄດ້ຖ່າຍຮູບຮ່ວມກັນໃນງານປະກາດຜົນລາງວັນ ມາຍາ ມະຫາຊົນ (Maya Awards 2017) ໃນວັນທີ 8 ສິງຫາ 2017, ຮູບພາບດັ່ງກ່າວຖືກໂພສຈາກ ລູກນໍ້າ ທິດາລັດ ແລະ ຍັງໄດ້ຂຽນຄຳອະທິບາຍວ່າ: “ດີໃຈນຳເອື້ອຍອໍ້າທີ່ໄດ້ຮັບລາງວັນ” ພໍແຕ່ໂພສຮູບນີ້ອອກໄປກໍເຮັດໃຫ້ມີແຟນຄລັບເຂົ້າໄປກົດໄລ້ ກົດແຊຣກັນສະໜັ່ນຫວັນໄຫວ ແລະຍັງມີແຟນໆເຂົ້າໄປສະແດງຄວາມຄິດເຫັນວ່າ ທັງສອງງາມຫຼາຍ, ບາງຄົນກໍວ່າງາມໜ້າຮັກໝົດທັງສອງຄົນ ແລະອີກຫຼາຍໆຄອມເມັ້ນທີ່ເຂົ້າໄປສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. ເບິ່ງໄປແລ້ວທັງ ເອື້ອຍ ອໍ້າ ແລະ ນ້ອງ ລູກນໍ້າ ກໍງາມໜ້າຮັກໝົດ 2 ເລີຍ ບໍ່ວ່າຈະເປັນ ສາວລາວ ຫຼື ສາວໄທ ກໍງາມໜ້າຮັກ ມີສະເໜ່ຂອງໃຜລາວ. #ກຳລັງເປັນກະແສແຊຣໄປໆ ຂໍຂອບໃຈຮູບພາບ: aum_patchrapa , Louknum Vongsili

Read More »

ລູກນໍ້າ ທິດາລັດ ນັກສະແດງສາວຈາກລາວຮ່ວມງານປະກາດຜົນລາງວັນທີ່ປະເທດໄທ

ລູກນໍ້າ ທິດາຣັດ ວົງສິຣິ ນັກສະແດງສາວຈາກລາວເດີນທາງຮ່ວມເດີນພົມແດງໃນງານປະກາດຜົນລາງວັນ ມາຍາ ມະຫາຊົນ (Maya Awards 2017) ທີ່ປະເທດໄທ ໃນຄໍ່າຄືນວັນທີ 8 ສິງຫາ 2017 ທີ່ຜ່ານມາ, ລູກນໍ້າ ນັກສະແດງສາວຄົນດັງຈາກລາວເຮົາກໍໄດ້ຮ່ວມເສີດສາຍ ໂຊໂຕຢ່າງງົດງາມເທິງພົມແດງໃນງານດຽວກັນກັບສິລະປິນ ແລະ ນັກສະແດງຄົນດັງຈາກປະເທດເພື່ອນບ້ານຫຼາຍຄົນເຊັ່ນ: ອໍ້າ ພັດຊະຣາພາ ໄຊເຊື້ອ, ກົບ ສຸວະນັນ, ໃໝ່ ດາວິກາ ໂຮເນ່, ຍຸ້ຍ ຈີລະນັນ, ເຈມ ຈິຣາຍຸ ແລະຍັງມີສິນລະປິນລະດັບແຖວໜ້າຂອງປະເທດເພື່ອນບ້ານໄປໃນງານນີ້ຢ່າງຫຼວງຫຼາຍ. ສຳລັບ ລູກນໍ້າ ທິດາຣັດ ວົງສິຣິ ກໍເປັນອີກໜຶ່ງນັກສະແດງທີ່ມີຄວາມສາມາດ ແລະ ໃນໄວໆນີ້ ລູກນໍ້າ ກໍກຳລັງຈະມີຜົນງານຮ່ວມສະແດງຮູບເງົາ “ມັງກອນນາລີປີສາດ” ຮ່ວມກັບປະເທດເພື່ອນບ້ານອີກດ້ວຍ. #ແຊຣໄປເປັນກຳລັງໃຈໃຫ້ລູກນໍ້າແດ່ ຮູບພາບ:  Louknum Vongsili

Read More »

ອໍ້າ ພັດຊະຣາພາ ຊຸບເປີສະຕາໂຕແມ່ ຮ່ວມງານປະກາດຜົນລາງວັນ ແຖມຄວ້າລາງວັນກັບບ້ານ!!!

ຄໍ່າຄືນຂອງວັນທີ 8 ສິງຫາ 2017 ເປັນທີ່ຮືຮາຂອງບັນດາແຟນຄລັບ ເພາະວ່າດາລາໝາຍເລກ 1 ອໍ້າ ພັດຊະຣາພາ ໄຊເຊື້ອ ຊຸບເປີສະຕາໂຕແມ່ຂອງວົງການບັນເທິງຂອງປະເທດເພື່ອນບ້ານ ໄດ້ໄປຮ່ວມງານປະກາດຜົນລາງວັນຂອງ ມາຍາແຊນເນວ ແລະຍັງເປັນດາລາຄົນສຸດທ້າຍທີ່ເດີນພົມແດງປິດທ້າຍງານ (Finale) ພາຍໃນງານກໍມີເຫຼົ່າບັນດາແຟນຄລັບຄົນຮັກ ອໍ້າ ພັດຊະຣາພາ ນຳໄປຕາມເຊຍ ຕາມກຣີດໆໆໆ ດາລາໃນດວງໃຈກັນຢ່າງຫຼວງຫຼາຍ, ແຖມງານນີ້ ຊຸບຕາໝາຍເລກ 1 ຍັງບໍ່ເຮັດໃຫ້ແຟນໆຜິດຫວັງ ເພາະສາມາດຄວ້າລາງວັນ “ດາລານຳຍິງຂວັນໃຈມະຫາຊົນ” ໃນລະຄອນເລື່ອງ ເພີງພະນາງ ທີ່ດາລາສາວຄົນນີ້ໄດ້ຫຼິ້ນໃນຊ່ວງຕົ້ນປີທີ່ຜ່ານມາຫຼັງຈາກທີ່ຫ່າງຫາຍງານທາງດ້ານລະຄອນມາດົນ. ຮູບພາບ: aum_patchrapa

Read More »

ວ້າວ! ເລີດ! ເລີດ! ເຄີຍເຫັນແລ້ວບໍ່! ຮູບຖ່າຍແບບກັບເຄື່ອງປະດັບຂອງນ້ອງໆ Laos super model 2017 (ສະເພາະສາວໆ)

ຜ່ານໄປແລ້ວສໍາລັບການແຂ່ງຂັນ ປະກວດ Laos super model 2017 ກ່ອນອື່ນກໍຕ້ອງຂໍຊົມເຊີຍນ້ອງໆທຸກຄົນທີ່ມີຄວາມສາມາດກ້າສະແດງງອອກ ແລະ ຂໍສະແດງຄວາມຍິນດີກັບນ້ອງທີ່ຊະນະກັນກ່ອນ ຕໍ່ມາກໍເພື່ອບໍ່ເປັນການເສຍເວລາເຮົາມາແນະນໍາກັນເລີຍດີກວ່າວ່າ ມື້ນີ້ເຮົາຈະເອົາຫຍັງມາຕ້ອນສໍາລັບງານນີ້ ແຕ່!!! ບໍ່ຕ້ອງເດົາກັນໃຫ້ດົນ ເອົາເປັນວ່າບອກໃຫ້ຮູ້ເລີຍກະແລ້ວກັນ ເພາະສິ່ງທີ່ເອົາມາຕ້ອນໃນມື້ນີ້ກໍຄື ຮູບພາບງາມໆຈາກນ້ອງໆທີ່ເຂົ້າຮ່ວມແຂ່ງຂັນ ເຊິ່ງມາໃນແຄມເປນ Amazed me By khamphouvong ເຊິ່ງເຊື່ອວ່າຫຼາຍຄົນຄົງຈະບໍ່ທັນເຫັນແບບເຕັມອາລະບໍ້າ ມື້ນີ້ຂວັນໃຈເຮົາໃຈດີເອົາມາຕ້ອນກັນໃຫ້ໄດ້ເບິ່ງແບບເຕັມທີ່ໄົປເລີຍ (ແຕ່ເຮົາຈະເອົາສະເພາະສາວໆມາຕ້ອນກັນກ່ອນ ສ່ວນໜຸ່ມໆເອົາເປັນໂອກາດໜ້າແລ້ວເຮົາຈະເອົາມາໃຫ້ເບິ່ງກັນອີກເທື່ອໜຶ່ງເນາະ) ວ້າວໆໆ ໃຈດີແບບນີ້ກໍຢ່າລືມກົດ Like And Share ໃຫ້ກໍາລັງໃຈແອັດກັນແນ່ເດີ່ ທີ່ອຸດສາໄປຊອກຄົ້ນຊອກຫາມາໃຫ້ແຟນໄດ້ເບິ່ງກັນ!!! By: BeautyGuru ຂອບໃຈຮູບງາມໆຈາກ: Page: ຮ້ານຄຳພູວົງ Phouvong Jewelry

Read More »

ພູມໃຈ! ບໍລິສັດຕົວແທນຈາກລາວ ໄດ້ຮັບລາງວັນຊຶ່ງເປັນທີ່ຍອມຮັບໃນລະດັບສາກົນ

Havas Riverorchid Laos ໄດ້ຮັບ 3 ລາງວັນສໍາລັບຜົນງານໂຄສະນານໍ້າດື່ມຫົວເສືອ ໃນງານ The Communitor Awards ປະຈໍາປີ ຄັ້ງທີ 23 ທີ່ປະເທດສະຫະລັດອາເມລິກາ. The Communitor Awards ແມ່ນລາງວັນລະດັບສາກົນທີ່ຍອມຮັບເຖິງຄວາມຄິດທີ່ຍິ່ງໃຫຍ່ໃນດ້ານການຕະຫຼາດ ແລະ ການສື່ສານ ເຊິ່ງໄດ້ກໍ່ຕັ້ງຂຶ້ນມາຫຼາຍກວ່າສອງທົດສະວັດແລ້ວ, ໂດຍໃນແຕ່ລະຄັ້ງ ຈະຮັບຜົນງານຫຼາຍກວ່າ 6,000 ລາຍການ ຈາກຫຼາຍໜ່ວຍງານໃນທົ່ວໂລກ, ເຮັດໃຫ້ລາງວັນດັ່ງກ່າວນີ້ ເປັນໜຶ່ງໃນລາງວັນທີ່ໃຫຍ່ທີ່ສຸດໃນໂລກ. Havas Riverorchid Laos ໄດ້ຮັບ 3 ລາງວັນ Silver ສໍາລັບຜົນງານໂທລະທັດກັບຜະລິດຕະພັນ ນໍ້າດື່ມຫົວເສືອ. ລາງວັນຊະນະເລີດ ໄດ້ແກ່ປະເພດ Health and Wellness ລວມໄປເຖິງໃນປະເພດ Craft ສໍາລັບຜົນງານຖ່າຍວິດີໂອໂຄສະນາດີເດັ່ນ ແລະມີເຕັກນິກພິເສດໃນການຖ່າຍວິດີໂອ. ຄວາມພະຍາຍາມໃນການສ້າງສັນຂຶ້ນ ແມ່ນພາຍໃຕ້ແນວຄວາມຄິດ “ພູມໃຈໃນຄວາມເປັນລາວ”. The …

Read More »