Breaking News

Daily Archives: 10/08/2017

ຮູບເງົາ “ນາຄີ ພາກ2” ເປີດກ້ອງແລ້ວ ແຖມໄດ້ພະນາງຄູ່ຈິ້ນ ນະເດດ-ຢ່າຢ້າ ມາຮັບບົດສະແດງຫຼັກ!!!

ກັບມາຕາມຄຳຮຽກຮ້ອງຂອງບັນດາແຟນໆລະຄອນ ນາຄີ ເຊິ່ງໃນລະຄອນພາກກ່ອນກໍຮັບບົດຫຼັກໂດຍນາງເອກໃນຕາຫວານ ແຕ້ວ ນະຖະພອນ ແລະ ພະເອກສຸດຫຼໍ່ ເຄນ ພູພູມ ທີ່ໃນພາກກ່ອນກໍສ້າງປະກົດການຮືຮາຖືໄດ້ວ່າເປັນລະຄອນທີ່ມີເລດຕິ້ງດີ ແຟນລະຄອນຕ່າງພາກັນເວົ້າເຖິງແລະຕິດກັນໃນໄລຍະນັ້ນໄປທົ່ວບ້ານທົ່ວເມືອງ. ໃນວັນທີ 9 ສິງຫາ 2017 ທາງຜູ້ກຳກັບຊື່ດັງ ອ໋ອບ ພົງພັດ ກໍໄດ້ລວມຕົວກັບບັນດານັກສະແດງ ແລະທີມງານ ຈັດພິທີບວງສວງ ນາຄີພາກ2 ເຊິ່ງໃນພາກນີ້ຈະມາໃນຮູບແບບຂອງເວີຊັ່ນຮູບເງົາ ແລະຍັງໄດ້ເຊີໄພ້ແຟນໆໂດຍທີ່ໄດ້ທາບທາມເອົາພະນາງຄູ່ຈິ້ນ ນະເດດ-ຢ່າຢ້າ ມາຮັບບົດສະແດງຫຼັກໃນຮູບເງົາເລື່ອງ ນາຄີ2 ນີ້ອີກດ້ວຍ,  ແຕ່ສຳລັບແຟນໆລະຄອນທີ່ເປັນແຟນຄລັບຂອງສາວ ແຕ້ວ ແລະ ໜຸ່ມ ເຄນ ກໍບໍ່ຕ້ອງເສີຍໃຈໄປເພາະຄູ່ພະນາງທັງສອງກໍຍັງຈະສະແດງຢູ່ໃນຮູບເງົາເລື່ອງນີ້ເຊັ່ນເກົ່າ. ຮູບເງົາ ນາຄີ 2 ນີ້ຈະມີເນື້ອເລື່ອງຫຍໍ້ຄື: ເລື່ອງນີ້ຈະມາໃນແນວທີ່ເວົ້າເຖິງຊະຕາກຳຂອງມະນຸດເຮົາ ພົມລິຂິດຂອງແຕ່ລະຄົນ ຈະມີການເວົ້າເຖິງບາບກຳທີ່ຄົນສ້າງຂຶ້ນ ແລະເວົ້າເຖິງເລື່ອງລາວຂອງການແກ້ແຄ້ນ ໂດຍສ້າງຄວາມເສຍຫາຍໃຫ້ເຈົ້າແມ່ນາຄີ ເຊິ່ງຈະມີທັງຕົວລະຄອນໃນອະດີດແລະປັດຈຸບັນ ແລະ ນາຄີ 2 ນັ້ນຈະມີຄວາມມ່ວນ ແລະປະສົບຜົນສຳເລັດຄືກັບລະຄອນໃນພາກກ່ອນບໍ່ ຕ້ອງລໍຖ້າຕິດຕາມໄປພ້ອມໆກັນ!!! …

Read More »

ສາລະດີໆ! ທີ່ສາວໆຄວນຮູ້ກ່ຽວກັບວິທີການເບິ່ງແຍງຫຼັງຈາກ “ກົດສິວ” ຖ້າບໍ່ຢາກໃຫ້ກັບມາເປັນຄືເກົ່າ

ສາລະດີໆ! ທີ່ສາວໆຄວນຮູ້ກ່ຽວກັບວິທີການເບິ່ງແຍງຫຼັງຈາກ “ກົດສິວ” ສາວໆມື້ນີ້ ເຮົາຈະມາເວົ້າເລື່ອງສິວໆບັນຫາກວນໃຈທີ່ບໍ່ສາມາດຫຼີກໄດ້ຂອງທຸກຄົນ ເຊິ່ງບາງຄົນກໍອາດຈະເປັນໜ້ອຍ ບາງຄົນກໍເກີດຂຶ້ນຫຼາຍຈົນເຖິງຂັ້ນຕ້ອງໄດ້ໄປຮັກສາຢູ່ຄຼີນິກຄວາມງາມຕ່າງໆເຊັ່ນ ການກົດສິວ ເປັນຕົ້ນ ແຕ່ຮັກສາໄປແລ້ວບໍ່ດົນກໍກັບມາເປັນອີກ ຮູ້ບໍ່ສາເຫດເປັນຍ້ອນຫຍັງ? ແລະ ມີວິທີໃດບໍ່ທີ່ຈະເຮັດໃຫ້ສິວຫາຍບໍ່ກັບມາເປັນອີກ? ມື້ນີ້ ເຮົາກໍໄດ້ນໍາເອົາເຄັດລັບສໍາລັບການເບິ່ງແຍງໜ້າຫຼັງຈາກ ກົດສິວ ເພື່ອບໍ່ໃຫ້ໜ້າກັບມາເປັນສິວອີກ! (ຄໍາແນະນໍາຈາກທ່ານໝໍສັນຍະກໍາປະຈໍາຄຼີນິກແຫ່ງໜຶ່ງ) ຖ້າຢາກຮູ້ກໍນໍາແອັດມາເລີຍ! ຢຸດເອົາມືໄປສໍາພັດໜ້າ ຫຼືຄໍ້າແກ້ມເວລາຄິດຫຍັງ ເພາະມືຂອງເຮົາເຕັມໄປດ້ວຍແບັກທີເຣຍ ເຊິ່ງຈະເຮັດໃຫ້ສິວກັບຄືນມາໄດ້ງ່າຍ ເສື້ອ, ແພເຊັດໜ້າ, ເສື້ອໝອນ, ຜ້າປູບ່ອນນອນ ແລະ ສິ່ງຕ່າງໆທີ່ມັກສໍາພັດກັບໜ້າຕະຫຼອດນັ້ນ ໃຫ້ໝັ່ນທໍາຄວາມສະອາດຢູ່ສະເໝີ  ລ້າງໜ້າໃຫ້ສະອາດ ມື້ລະ 2 ເທື່ອ ດ້ວຍສະບູທີ່ອ່ອນບໍ່ຄັນເຄືອງ ແລ້ວລ້າງອອກດ້ວຍນໍ້າອຸ່ນ ເຊັດເບົາໆດ້ວຍຜ້າແພອ່ອນ ຈື່ເອົາໄວ້ວ່າບໍ່ຄວນລ້າງໜ້າຕະຫຼອດຈະເຮັດໃຫ້ຜິວເສຍຄວາມຊຸ່ມຊື່ນ ໂດຍບໍ່ໄດ້ຊ່ວຍປ້ອງກັນສິວແຕ່ຢ່າງໃດເລີຍ ອອກກໍາລັງກາຍ ແລະ ກິນອາຫານເພື່ອສຸຂະພາບ ຄວນອອກກໍາລັງກາຍໃຫ້ໄດ້ຢ່າງໜ້ອຍ 3 ຄັ້ງຕໍ່ອາທິດ ຈະຊ່ວຍໃຫ້ເລືອດໝູນວຽນໄດ້ດີ ມີອົກຊີແຊນໄປລ້ຽງອະໄວຍະວະຕ່າງໆຂອງຮ່າງກາຍ ແລະ ຊ່ວຍໃຫ້ຜິວສຸຂະພາບດີຂຶ້ນ. ຄວນກິນອາຫານທີ່ມີປະໂຫຍດເຊັ່ນ …

Read More »

ຊາວເນັດແຫ່ແຊຣ! ພົນລະເມືອງດີຊ່ວຍຈັບໂຈນດຶງກະເປົ໋ານັກທ່ອງທ່ຽວຕ່າງຊາດ (ມີຄລິບ)

ຊາວເນັດແຫ່ແຊຣ! ພົນລະເມືອງດີຊ່ວຍຈັບໂຈນດຶງກະເປົ໋ານັກທ່ອງທ່ຽວຊາວຕ່າງຊາດ ໃນວັນທີ 9 ສິງຫາ 2017 ທີ່ຜ່ານມາ, ເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ເຂດບ້ານ ສີຫອມ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ກໍຂໍຊົມເຊີຍພົນລະເມືອງດີ ອ້າຍ ອາລີ້ ແກ້ວມະນີໄຊ ແລະປະຊາຊົນອີກຫຼາຍໆຄົນທີ່ຍັງຊວ່ຍກັນເປັນຫູເປັນຕາຊ່ວຍຈັບໂຈນໄດ້ຈົນສຳເລັດ, ຄລິບ ແລະຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ໂດຍຜູ້ໃຊ້ເຟສບຸກລາຍໜຶ່ງໂດຍໄດ້ໂພສແລະຂຽນຄຳອະທິບາຍວ່າ: “ຊົມເຊີຍອາລີ້ ເຈົ້າຂອງຮ້ານນໍ້າເຕົາຮູ້ໃບເຕີຍ (ສີຫອມ)ໄດ້ຊ່ວຍຈັບຄົນຮ້າຍທີ່ດືງກະເປົາຊາວຕ່າງປະເທດ..ສຸດຍອດອາລີ້”  ພໍແຕ່ຄລິບ ແລະຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປກໍເຮັດໃຫ້ມີບັນດາສື່ຕ່າງໆ ແລະປະຊາຊົນໃຫ້ຄວາມສົນໃຈຖືກກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ ແລະຍັງມີຜູ້ຄົນແຫ່ເຂົ້າໄປຄອມເມັ້ນສະແດງຄວາມຄິດເຫັນບາງຄົນກໍ່ວ່າ: ຍັງດີທີ່ບ້ານເຮົາຍັງມີຄົນດີໆແບບນີ້, ບາງຄົນກໍວ່າຊົມເຊີຍອ້າຍລາວທີ່ໃຈກ້າຈັບໂຈນ, ບາງຄົນກໍຍົກຍ້ອງວ່ານິແຫຼະ Hero ໃນຊີວິດຈິງ ແລະຫຼາຍໆຄວາມຄິດທີ່ເຂົ້າໄປຊື່ນຊົມຈົນເກີດເປັນກະແສສະໝັ່ນໂຊຊ່ຽວພາຍໃນຂ້າມຄືນ. โพสต์โดย OH Bouttavet บน 9 สิงหาคม 2017   ເຖິງຢ່າງໃດກໍຕາມ!!! ການທີ່ສັງຄົມລາວເຮົາຍັງມີຄົນດີໆແບບນີ້ແມ່ນດີຫຼາຍ ແລະກໍຂໍຍົກຍ້ອງຊົມເຊີຍພົນລະເມືອງດີທຸກຄົນທີ່ຊ່ວຍກັນເປັນຫູເປັນຕາ ແລະກຳຈັດກຸ່ມຄົນບໍ່ດີ ໂດຍທີ່ບໍ່ຄິດວ່າມັນເປັນວຽກຂອງໃຜຄົນໃດຄົນໜຶ່ງ ເພາະທຸກໆຄົນກໍຕ້ອງໄດ້ຮ່ວມມືຮ່ວມໃຈກັນ ບ້ານເມືອງເຮົາສັງຄົມເຮົາຈຶ່ງຈະໜ້າຢູ່ຍິ່ງໆຂຶ້ນໄປ. #ຄົນດີໆແບບນີ້ຖ້າຫຍັງຢູ່ແຊຣໄປໆ …

Read More »