Breaking News

Daily Archives: 14/08/2017

ຊາຄຣິດ ແຍ້ມນາມ ພະເອກຄົນດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວ

ຊາຄຣິດ ແຍ້ມນາມ ພະເອກຄົນດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວໃນຊ່ວງທ້າຍອາທິດທີ່ຜ່ານມາ ເຊິ່ງພະເອກສຸດເຈົ້າຊູ້ຄົນນີ້ໄດ້ເຊັກອິນຢູ່ທີ່ນະຄອນຫຼວງວຽງຈັນໃນວັນທີ 12 ສິງຫາ 2017 ແລະ ໄດ້ເຊັກອິນຢູ່ທີ່ແຂວງ ຫຼວງພະບາງ ໃນວັນທີ 13 ສິງຫາ 2017, ເຊິ່ງການມາ ສປປ ລາວ ຂອງພະເອກໜຸ່ມ ຊາຄຣິດໃນເທື່ອນີ້ແມ່ນມາພ້ອມດ້ວຍທີມງານ ແລະຍັງໄດ້ກິນອາຫານລາວ ຊີ້ນຈຸ່ມແຈ່ວເພ້ຍ  ແລະຍັງມີໂອກາດໄດ້ຂີ່ລົດຈຳໂບ້ ແລະພະເອກໜຸ່ມຄົນນີຍັງໄດ້ໂພສລົງໃນອິນສະຕາແກຼມອີກດ້ວຍ. ການມາ ສປປ ລາວ ໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດຂອງພະເອກໜຸ່ມຄົນນີ້ແຕ່ຢ່າງໃດ ແລະ ເວົ້າໄດ້ເລີຍວ່າ ຊາຄຣິດ ແຍ້ມນາມ ກໍເປັນອີກນັກສະແດງຂອງປະເທດເພື່ອນບ້ານທີ່ມາປະເທດລາວເຮົາຫຼາຍຕໍ່ຫຼາຍເທື່ອແລ້ວ. ปิดท้ายคืนนี้ด้วยจิ้มจุ่มแจ่วเพี้ย ณ เวียงจันทน์ประเทศลาว Laos ?? A post shared by shahkrit (@shahkrit) on Aug 12, 2017 at 9:24am PDT …

Read More »

ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ໜຶ່ງໃນດາວເດັ່ນຂອງການປະກວດມິດຢູນີເວີຣສລາວ (Miss Universe Laos 2017)

ເຜີຍໂສມໜ້າໃຫ້ເຫັນກັນເປັນທີ່ຮຽບຮ້ອຍແລ້ວສຳລັບບັນດານາງສາວງາມຜູ້ເຂົ້າຮອບ 10 ຄົນສຸດທ້າຍຂອງການປະກວດມິດຢູນີເວີຣສລາວ (Miss Universe Laos 2017) ແລະ ໜຶ່ງໃນບັນດາສາວງາມທີ່ກຳລັງເປັນກະແສ ຫຼືຈະເອີ້ນວ່າເປັນດາວເດັ່ນກໍວ່າໄດ້ນັ້ນກໍຄື ນຸ້ຍ ສຸພາພອນ ສົມວິຈິດ ອາຍຸ 20 ປີ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຄຸ້ນໜ້າຄຸ້ນຕາກັນສາວຄົນນີ້ເປັນຢ່າງດີ ເພາະນາງກໍເປັນໜື່ງໃນຜູ້ທີ່ເສີດສາຍໃນວົງການບັນເທິງເຊິ່ງ ນຸ້ຍ ສຸພາພອນ ກໍເປັນອີກໜຶ່ງສາວທີ່ມີຄວາມສາມາດຫຼາກຫຼາຍຢ່າງ ແລະ ຜ່ານງານໃນວົງການບັນເທິງບ້ານເຮົາມາຢ່າງຫຼວງຫຼາຍ ບໍ່ວ່າຈະເປັນດ້ານການປະກວດ, ການເດີນແບບ, ຖ່າຍແບບ ແລະ ສະແດງເອັມວີໃຫ້ແກ່ວົງຣ໋ອກຊື່ດັງມາແລ້ວ, ດັ່ງນັ້ນ ລອງມາຮູ້ຈັກກັນສາວງາມຄົນນີ້ກັນເລີຍ!!! ນຸ້ຍ ສຸພາພອນ ສົມວິຈິດ ອາຍຸ 20 ປີ ລວງສູງ 1,78 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້   ສາຂາບໍລິການທຸລະກິດ, ຜົນງານໃນໄລຍະທີ່ຜ່ານມາແມ່ນມາຈາກການປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງ ຮອງນາງສາວນະຄອນຫຼວງ ຫຼື ເອີ້ນວ່າ ຮອງອັນດັບໜຶ່ງ, ຕໍ່ມາມີວຽກດ້ານການຖ່າຍແບບ-ເດີນແບບຕາມວາລະສານ (ວາລະສານ …

Read More »

ນັກຮຽນ ແຂວງຊຽງຂວາງ ເສັງເອົາທຶນໄປຮຽນຕໍ່ເພີ່ມຂຶ້ນ 5 ເທົ່າ

ພະແນກສຶກສາທິການ ແລະ ກິລາ ຊຽງຂວາງເປີດເຜີຍວ່າ: ການສອບເສັງຄັດເລືອກເອົານັກຮຽນໄປສຶກສາຕໍ່ຢູ່ປະເທດ ສສ ຫວຽດນາມ ແລະ ປະເທດ ສປ ຈີນ ສົກຮຽນ 2017-2018 ໃນວັນທີ 11 ສິງຫາ 2017 ທີ່ຜ່ານມາ ມີທັງໝົດ 300 ກວ່າຄົນ ຖືວ່າເປັນຕົວເລກເສັງທີ່ເກີນຄາດ ຍ້ອນນັກຮຽນລົງທະບຽນສອບເພີ່ມຂຶ້ນ 5 ເທົ່າຕົວຖ້າທຽບໃສ່ສົກປິທີ່ຜ່ານມາ. ທ່ານ ລົດ ບົວສະຫວັນ ຫົວໜ້າຂະແໜງອະຊີວະສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກ່າວລາຍງານໃຫ້ຮູ້ວ່າ: ສົກຮຽນ 2017-2018 ນີ້ ທົ່ວແຂວງມີນັກຮຽນສະໝັກເຂົ້າມາສອບສັງຄັດເລືອກເອົາທຶນ ເພື່ອໄປສຶກສາຕໍ່ທີ່ປະເທດ ສສ ຫວຽດນາມ ແລະ ປະເທດ ສປ ຈີນ ຈໍານວນທັງໝົດ 317 ນ້ອງ, ຍິງ 145 …

Read More »

ເຜີຍໂສມ 10 ນາງສາວຜູ້ເຂົ້າຮອບມິດຢູນີເວີຣສລາວ (Miss Universe Laos 2017)

ເຜີຍໂສມສາວງາມຜູ້ເຂົ້າຮອບ ມິດຢູນີເວີຣສລາວ (Miss Universe Laos 2017) ເປັນທີ່ຮຽບຮ້ອຍແລ້ວ ໂດຍຄັດເລືອກມາໄດ້ທັງໝົດ 10 ນາງສາວເຊິ່ງເປັນຜູ້ທີ່ມີເງື່ອນໄຂເໝາະສົມ ແລະ ຈະມີການແຂ່ງຂັນໃນຮອບສຸດທ້າຍ (Final Show) ໃນວັນທີ 26 ສິງຫາ 2017 ເວລາ 19:00 ໂມງ ທີ່ສູນປະຊຸມແຫ່ງຊາດ. ນາງ ວາລິສະລາ ຕັງສຸວັນ, ອາຍຸ 27 ປີ, ລວງສູງ 1,70 ຊັງຕີແມັດ 2. ນາງ ຕົ້ນຄຳ ພົນຈັນເຮືອງ, ອາຍຸ 22 ປີ, ລວງສູງ 1,75 ຊັງຕີແມັດ 3. ນາງ ສຸພາພອນ ສົມວິຈິດ, ອາຍຸ 20 ປີ, ລວງສູງ 1,78 ຊັງຕີແມັດ …

Read More »