Breaking News

Daily Archives: 16/08/2017

ການດູດແກ້ວບໍາບັດ ສິລະປະແຫ່ງການປິ່ນປົວຫຼາຍກວ່າພັນປີ

ສາວໆທີ່ມີບັນຫາເລື່ອງສຸຂະພາບໃຫ້ອ່ານທາງນີ້ເລີຍ ເພາະທາງທີມງານ ຂັວນໃຈໄດ້ນໍາເອົາວິທີການບໍາບັດສຸຂະພາບໃຫ້ແຂງແຮງຂຶ້ນ ສໍາລັບວິວັດທະນາການທາງການແພດນັ້ນ ຖືວ່າໄດ້ພັດທະນາໄປຢ່າງບໍ່ມີມື້ສິ້ນສຸດ ເຊິ່ງປະກອບມີທັງການແພດເຂົ້າມາຊ່ວຍໃຫ້ເຮົາເລືອກຄິດ ແລະ ຕັດສິນໃຈໄດ້ງ່າຍຂຶ້ນ ເລືອກສິ່ງທີ່ດີ ແລະ ເໝາະສົມກັບຕົວເອງຫຼາຍຂຶ້ນ ໂດຍການຄັບປິ້ງ (Cupping) ຫຼື ການດູດແກ້ວ ໄດ້ຮັບມີຄວາມນິຍົມຫຼາຍໃນປັດຈຸບັນ ຄວາມຈິງແລ້ວການດູດແກ້ວ ມີມາດົນຫຼາຍກວ່າພັນປີແລ້ວໃນປະເທດຈີນ ເຊິ່ງໃນສະໄໝກ່ອນຈະໃຊ້ບັ້ງໄມ້ໄຜ່ໃນການດູດແທນຈອກແກ້ວ ແລ້ວໃຊ້ຄວາມຮ້ອນ ຫຼືໄຟເຮັດໃຫ້ເປັນສູນຍາກາດ ແຕ່ປັດຈຸບັນເຮົາໃຊ້ຈອກແກ້ວ ເນື່ອງຈາກສາມາດລ້າງໃຫ້ສະອາດໄດ້ງ່າຍ ມີຂະໜາດຂອງຈອກທີ່ເທົ່າກັນຫຼາຍກວ່າ ທີ່ສໍາຄັນຄືຊອກຊື້ໄດ້ງ່າຍ ແລະ ຮັກສາບໍ່ຍາກ ຈຶ່ງເປັນທີ່ນິຍົມຫຼາຍ. ຈອກແກ້ວນັ້ນມີຂະໜາດທີ່ແຕກຕ່່າງກັນ ຂຶ້ນຢູ່ກັບບໍລິເວນທີ່ຕ້ອງການດູດແກ້ວມີຕັ້ງແຕ່ຂະໜາດ 6 cm, 5.5 cm, 4.5 cm, 3.5 cm ແລະ ຂະໜາດນ້ອຍທີ່ສຸດ ໃຊ້ດູດບໍລິເວນແຜ່ນຫຼັງ, ແອວ, ກະໂພກ, ກົກຂາ, ກາງຫຼັງ, ຄໍ, ສົ້ນນ່ອງ ແລະ ໃບໜ້າ ການດູດແກ້ວປິ່ນປົວຫຍັງແດ່? …

Read More »

ແອບສ່ອງ! ຄວາມຫວານນໍ້າຕານຍັງອາຍຂອງຄູ່ ບາບີ້ ປີຍະມາດ ແລະ ອະເລັກ LOG

ຫວານເວີ້!!! ແບບບໍ່ອີ່ຕົນຄົນໂສດກັນເລີຍສຳລັບຄູ່ຮັກດາລາ ບາບີ້ ປີຍະມາດ (ນາງແບບ-ນັກສະແດງ) ແລະ ອະເລັກ (ນັກຮ້ອງຮິບຮ໋ອບແຫ່ງວົງ  LOG) ທີ່ທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາໄລຍະໜຶ່ງແລ້ວ ແຕ່ເບິ່ງໄປກໍຍັງບໍ່ມີທີທ່າວ່າຄວາມຫວານຈະຫຼຸດລົງແຕ່ຢ່າງໃດ, ຫຼ້າສຸດສາວ ບາບີ້ ກໍໄດ້ໂພສຮູບລົງໃນອິນສະຕາແກຼມເປັນຮູບຄູ່ສຸດໜ້າຮັກພ້ອມຂຽນຄຳອະທິບາຍວ່າ “ບໍ່ຄິດວ່າ ເວລາມັນຈະໄວປານນີ້ 2ປີລະເດ້ ຮັກບູ້ນະ” ພ້ອມຊູ 2 ນິ້ວໃນຮູບພາບເຊິ່ງຊື່ຄວາມໝາຍວ່າໄດ້ຄົບກັນມາເປັນເວລາ 2 ປີແລ້ວ, ພໍແຕ່ໂພສກໍເຮັດໃຫ້ມີບັນດາຄົນໃນວົງການບັນເທີງ ແລະບັນດາແຟນຄລັບຂອງທັງສອງເຂົ້າມາຄອມເມັ້ນຍິນດີ ແລະ ຍ້ອງໃນຄວາມໜ້າຮັກຂອງພວກເຂົາ. ບໍ່ຄິດວ່າ ເວລາມັນຈະໄວປານນີ້ 2ປີລະເດ້ ຮັກບູ້ນະ A post shared by Barbie? (@barbie_piyamarth) on Aug 15, 2017 at 6:42am PDT #ຖ້າຈະຫວານຂະໜາດນີ້ແຊຣໄປໃຫ້ໂລກຮູ້ນຳແດ່  ຮູບພາບ: barbie_piyamarth, aleqs

Read More »

ວ້າວ! ສຸດຍອດຄວາມຄິດສ້າງສັນ! ສາວລາວຄົນນີ້ທີ່ນໍາເອົາເລື່ອງລາວຈາກ Animation ກາຕູນຊື່ດັງ ເຈົ້າຍິງ Disney ມາອອກແບບຊຸດໄໝລາວ!!

ວ້າວ! ສຸດຍອດຄວາມຄິດ! ສາວລາວຄົນນີ້ທີ່ນໍາເອົາເລື່ອງລາວຈາກ Animation ກາຕູນຊື່ດັງ ເຈົ້າຍິງ Disney ມາອອກແບບຊຸດໄໝລາວ!! ສະບາຍດີສາວໆຂັວນໃຈທັງຫຼາຍ ເວົ້າເຖິງ Designer ອອກແບບຊຸດໄໝລາວນັ້ນບ້ານເຮົາກໍມີຫຼາຍ ແອັດກໍມີໂອກາດໄດ້ເຫັນຜົນງານຂອງຫຼາຍໆຄົນທີ່ ນໍາເອົາຊຸດໄໝລາວມາປະຍຸກໃຫ້ເຂົ້າກັບຍຸກປັດຈຸບັນໄດ້ເປັນຢ່າງດີ ອັນນີ້ກໍຕ້ອງຂໍຊົມເຊີຍກັບຄວາມຄິດສ້າງສັນຂອງຄົນລາວເຮົາເນາະ! ແຕ່ແອັດໄດ້ມີໂອກາດໄປເຫັນ Designer ສາວຄົນໜຶ່ງນາງກໍອອກແບບຊຸດໄໝລາວຫຼາຍຊຸດ ຫຼາຍແບບ ພໍສົມຄວນ ແຕ່ທີ່ພິເສດຈົນແອັດຕ້ອງຮ້ອງ ວ້າວ! ນັ້ນກໍຍ້ອນວ່າ ນາງໄດ້ອອກແບບຊຸດໄໝລາວທີ່ນໍາແບບມາຈາກ Animation ກາຕູນຊື່ດັງ ຄື: “ເຈົ້າຍິງ Disney” ເຊິ່ງຖືວ່າເປັນຄວາມຄິດທີ່ສ້າງສັນ ແບບບໍ່ເຄີຍເຫັນຢູ່ໃສມາກ່ອນ ແລະ ຜູ້ຄົນກໍໃຫ້ຄວາມສົນໃຈກັນຫຼາຍພໍສົມຄວນ. ມື້ນີ້ ແອັດກໍໄດ້ນໍາມາໃຫ້ສາວໆໄດ້ເບິ່ງກັນນໍາ! ເຊິ່ງວ່າຈະງາມຂະໜາດໃດນັ້ນ ກໍໄປເບິ່ງພ້ອມກັນເລີຍ!! ເຈົ້າຍິງ Disney ໃນຮູບເງົາ ເອລຊ່າ ເວີຊັ່ນຊຸດໄໝລາວ ຕົວລະຄອນອື່ນໆ ຄົນອອກແບບ ເລີດ ງາມໜ້າຮັກ ຄົນສົນໃຈຫຼາຍ By: BeautyGuru ຂໍຂອບໃຈຮູບຈາກ: …

Read More »