Breaking News

Daily Archives: 28/08/2017

“ສະຈວດ” ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລ້ວເຮັດແນວໃດຈະໄດ້ເປັນ “ເບັນ” ມີຄໍາຕອບໃຫ້!!!

“ສະຈວດ” ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລ້ວເຮັດແນວໃດຈະໄດ້ເປັນ “ເບັນ” ມີຄໍາຕອບ!!! ຄໍລໍາ: His Mind ສໍາພາດ ອານົນສິດ ຈຸນລະມຸນຕີ (ເບັນ) ພະນັກງານຕ້ອນຮັບເທິງເຮືອບິນ (Fight attendant) ຫຼືສະຈວດຂອງສາຍການບິນລາວ ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລະ ອາຊີບທີ່ເຮັດໃຫ້ແມ່ຍິງຫຼາຍຄົນຮ້ອງວ້າວ (ບ່າວສະຈວດມັກຈະຫຸ່ນດີ ແລະ ມີ Six pack) ບ່າວຄົນນີ້ມາເຮັດຫຍັງນັ້ນຫວາ? ກໍມາຖ່າຍແບບໂຊ Six pack ໃຫ້ສາວໆໄດ້ເອົາໄປນອນຝັນຫຼິ້ນໆ ແລະ ມາແນະນໍາເທັກນິກໃນການເຮັດວຽກໃຫ້ໜຸ່ມໆໄດ້ຮູ້ວ່າ ຄົນທີ່ຈະເປັນສະຈວດໄດ້ຕ້ອງມີຄຸນນະສົມບັດຫຍັງແດ່? ນອກນັ້ນ ໜຸ່ມຄົນນີ້ຍັງມີທັກສະສໍາລັບນ້ອງໆ ຫຼືຄົນທີ່ຢາກເກັ່ງ ພາສາອັງກິດ ມາຕ້ອນນໍາອີກ! ວ້າວໆໆ ເລີດ!!! ເອີ້ນໄດ້ວ່າໄດ້ປະໂຫຍດທັງສາວໆ, ໜຸ່ມໆ ແລະ ນ້ອງໆຄົບກັນອີ່ຫຼີ. ແຕ່ຖ້າຈະອ່ານ ແລະ ເບິ່ງ ອ້າຍບ່າວຄົນນີ້ແບບເຕັມຮູບແບບ ແມ່ນອ່ານໄດ້ທີ່ດຽວຄື ວາລະສານຂວັນໃຈ ສະບັບເດຶອນສິງຫາ …

Read More »

ມາເບິ່ງ! ຄວາມງາມຂອງ ນຸ້ຍ ສຸພາພອນ Miss Universe Laos ແລະ ມາລີຍາ ພູນເລີດລາບ Miss Universe Thailand 2017

ຊ່ວງນີ້ວົງການນາງງາມທົ່ວໂລກກຳລັງຄືກຄື້ນລວມເຖິງປະເທດລາວເຮົາກໍເຊັ່ນດຽວກັນ ເພາະຫຼ້າສຸດປະກວດກັນໄປແບບສົດໆຮ້ອນໆໃນວັນທີ 26 ສິງຫາ ທີ່ຜ່ານມາ ແລະເຮົາກໍໄດ້ຮູ້ກັນແລ້ວວ່າ ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20 ປີ ໄດ້ເປັນສາວງາມຜູ້ທີ່ມີຄວາມເໝາະສົມສາມາດຄວ້າຕຳແໜ່ງ Miss Universe Laos 2017 ໄປໄດ້ສຳເລັດ ແລະ ກໍຈະໄດ້ເປັນຕົວແທນປະເທດລາວໄປປະກວດໃນ ປະເທດ ອາເມລິກາ ອີກດ້ວຍ. ໃນມື້ນີ້ ຊະນີIndy ກໍມີແນວງາມໆ ງາມຫູ ງາມຕາ ມາຝາກແຟນໆທຸກຄົນ ແນ່ນອນວ່ານອກຈາກ ນຸ້ຍ ສຸພາພອນ ແລ້ວ ຍັງມີອີກໜຶ່ງສາວງາມຈາກປະເທດເພື່ອນບ້ານເຈົ້າຂອງຕຳແໜ່ງ Miss Universe Thalland 2017 ນັ້ນກໍຄື ມາລີຍາ ພູນເລີດລາບ ລອງມາຮູ້ຈັກກັບສອງສາວນີ້ກັນເລີຍ!!! ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20 ປີ, ລວງສູງ 178 ຊັງຕີແມັດ, Miss Universe …

Read More »

ແບ້ວໄດ້ອີກ!! ກັບຊົງຜົມໜ້າມ້າ ໜ້າຮັກໃສໆ Style ໃດກໍໂດດເດັ່ນທີ່ກໍາລັງມາແຮງໃນຕອນນີ້!!!

ສາວໆ Fashions ຊົງຜົມນີ້ຊ່າງມີສະເໜ່ຢູ່ຕະຫຼອດທຸກມື້ ບໍ່ວ່າຈະເປັນເທຼນຊົງຜົມ ຜົມໜ້າມ້າ ຫຼືແມ່ນແຕ່ສີຜົມຕ່າງໆທີ່ອອກມາຫຼາຍຈົນບາງເທື່ອສາວໆ ກໍຮູ້ສຶກວ່ານໍາບໍ່ທັນ ແຕ່ມື້ນີ້ເຮົາມີເທຼນຜົມໜ້າມ້າ ທີ່ເພີ່ມຄວາມເກ໋ ຄວາມໜ້າຮັກໃຫ້ກັບສາວໆ ໄດ້ບໍ່ໜ້ອຍເລີຍ! ຢາກຮູ້ວ່າມີແບບໃດແດ່ເຮົາໄປເບິ່ງພ້ອມກັນເລີຍດີກວ່າ!!! ໝາຍເຫດ: ມັກຊົງໃດກໍໄປລອງເຮັດກັນເບິ່ງໄດ້ເດີ່ສາວໆ!!! ບໍ່ຫວງຈ໊າ ສາຍແບ້ວກໍາລັງມາ ໜ້າຮັກໃສໆໄວລຸ່ນມັກ ຮິບເຕີກໍ່ມາເດີ່ ແອບເຊັກຊີ່ ເບິ່ງຈາກຊົງ ຫວານໆ ອອກແນວໆ ເທ່ໆ ແບ້ວໄດ້ອີກ ໂກງອາຍຸໃຫ້ນ້ອຍລົງ ແບບນີ້ກະໂອ ໜ້າມ້າແບບໜາໆ ໜ້າມ້າໜາກັບຜົມດໍາກະຜ່ານ ຜົມສັ້ນກໍໄດ້ ດັດລອນເຮັດໃຫ້ເປັນຜູ້ໃຫຍ່ຂຶ້ນ ເບິ່ງໜ້າລຽວແຫຼມຂຶ້ນ ໜ້າມ້າກັບຜົມສີເທົາຜ່ານບໍ່?? ນ້ອງໝວຍກໍເຮັດ ມີຄວາມເຊັກຊີ່ ຫວານໆແບບຜູ້ໃຫຍ່ ໜ້າເດັກລົງໄດ້ອີກ ເຊີໆ Style ສາວຍີ່ປຸ່ນ By: BeautyGuru ຂອບໃຈຮູບຈາກ: Spice

Read More »

ມາຮ່ວມເປັນກຳລັງໃຈ! 2 ສາວນາງງາມຈາກລາວ ເປັນຕົວແທນບິນລັດຟ້າໄປປະກວດທີ່ ສປ ຈີນ!!!

ຮ່ວມເປັນກຳລັງໃຈໃຫ້ສອງສາວຈາກປະເທດລາວເຮົາ ກິດສະດາ ວົງໄຊສະຫວາດ (ຮອງອັນດັບສອງ) ແລະ ແສງສະຫວັນ ສີຫາລາດ (ຮອງອັນດັບສີ່) Miss Grand Laos 2017 ໄປຮ່ວມປະກວດ The 13th Miss China-Asean Etiquette Pageant ທີ່ ສປຈີນ ແຕ່ວັນທີ 27/8-14/9/2017. ກິດສະດາ ວົງໄຊສະຫວາດ (ມຸກ) ຮອງອັນດັບສອງMiss Grand Laos 2017 ແສງສະຫວັນ ສີຫາລາດ (ມູ່ມີ່) ຮອງອັນດັບສີ່ Miss Grand Laos 2017 ທີ່ມາ: MISS GRAND LAOS ມີສແກຣນລາວ

Read More »