Breaking News

Daily Archives: 29/08/2017

ເຈາະເລິກ!!! ເຈ້ຍ ປາຊີຟິກ ຜູ້ກໍາກັບ 1.000 ລ້ານ (ຫົງຫາມເຕົ່າ)

ສະບາຍດີສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ!! ມື້ນີ້ ຄໍລຳ Entertainment Lao ຮູ້ສຶກຕື່ນເຕັ້ນຫຼາຍໆ ທີ່ໄດ້ມີໂອກາດສຳພາດຜູ້ກຳກັບ 1,000 ລ້ານ ທີ່ (ເກືອບ) ໜ້າຕາດີ ແຕ່ມີຄວາມໜ້າຮັກ ແຖມຄວາມສາມາດຍັງບໍ່ເປັນຮອງໃຜແນ່ນອນເດີ້ ຮູບເງົາທີ່ລາວສ້າງຜ່ານມາ ສ່ວນໃຫຍ່ກໍອອກແນວຕະຫຼົກມ່ວນຊື່ນ ສ້າງຮອຍຍິ້ມໃຫ້ກັບຜູ້ທີ່ໄດ້ຊົມ ປະສົມແນວຜີໆນຳອີກ ນັ້ນກໍຄືຮູບເງົາເລື່ອງ “ຮັກອີ່ຫຼີ 1 ແລະ 2” ທີ່ສ້າງລາຍຮັບລະດັບ 1,000 ລ້ານ ຕໍ່ເລື່ອງພຸ້ນແຫຼະ ຊິເປັນໃຜໄປບໍ່ໄດ້ນອກຈາກ ອ້າຍເຈ້ຍ ປາຊິຟິກ ຫຼ້າສຸດ ອ້າຍເຈ້ຍ ໄດ້ສ້າງ ແລະກໍາກັບຮູບເງົາເລື່ອງທີ 3 ຊື່ວ່າ “ຫົງຫາມເຕົ່າ” ທີ່ອອກສາຍໃນເດືອນມິຖຸນາຜ່ານມາ ແລະກວາດລາຍໄດ້ຢ່າງທະຫຼົ່ມທະລາຍອີກເຊັ່ນເຄີຍ ເພິ່ນເຮັດໄດ້ແນວໃດ ໄປເຈາະຈີ້ມເລື່ອງລາວພ້ອມໆກັນເລີຍ ເດັກຊາຍເຈ້ຍ ແຕ່ນ້ອຍງຽບໆ ບໍ່ຄ່ອຍມັກປາກ?? ພວກເຮົາສ່ວນຫຼາຍ ຕິດພາບຂອງ ອ້າຍເຈ້ຍ ທີ່ອາລົມດີ ຕະຫຼົກ ແຄ່ເຫັນໜ້າລາວກໍຍິ້ມອອກແລ້ວແມ່ນບໍ່? …

Read More »

ຢາກແນະນໍາໃຫ້ຮູ້ຈັກກັບ!!! “ລໍາພອນ ຫຼວງລາຊາ” ສະຈວດ ບ່າວລາວພຽງຄົນດຽວໃນສາຍການບິນ ກາຕາ (Qatar Airway)

ສະຈວດ ແລະ ສາວແອ ເປັນອາຊີບທີ່ຫຼາຍຄົນຢາກເປັນ ແລະ ກໍມີຫຼາຍຄົນທີ່ຝັນເປັນຈິງໄດ້ເຮັດອາຊີບທີ່ມັກ ດັ່ງທີ່ກ່ອນໜ້ານີ້ທີ່ເຮົາໄດ້ນໍາສະເໜີ ສາວລາວພຽງຄົນດຽວທີ່ເປັນສາວແອໃນສາຍການບິນ ກາຕາ (Qatar Airway) ເຊິ່ງທຸກຄົນກໍຮູ້ແລ້ວວ່າ ສາວລາວຄົນເກັ່ງຄົນນັ້ນກໍຄືສາວ ສຸມາໄລ ໂພທິສານ (ປຸ) ເຫັນວ່າຫຼາຍຄົນກໍໃຫ້ຄວາມສົນໃຈຫຼາຍ. ມື້ນີ້ ເຮົາກໍເລີຍຢາກຈະມາແນະນໍາໃຫ້ຮູ້ຈັກກັບບ່າວລາວພຽງຄົນດຽວໃນສາຍການບິນດຽວກັນນີ້ ນັ້ນກໍຄືບ່າວຄົນນີ້ “ລໍາພອນ ຫຼວງລາຊາ” ສະຈວດທີ່ເປັນບ່າວລາວພຽງຄົນດຽວໃນສາຍການບິນ ກາຕາ (Qatar Airway) ສາຍການບິນລະດັບ 5 ດາວ ເຊື່ອວ່າຫຼາຍຄົນທີ່ໄດ້ອ່ານບົດຄວາມແນະນໍາ ສາວປຸ ແລ້ວ ຄົງຈະຮູ້ຈັກກັນໄປແລ້ວກ່ຽວກັບສາຍການບິນນີ້ ແອັດເລີຍຈະບໍ່ແນະນໍາຄືນເດີ່! ແນວໃດກໍຕາມ ກໍຂໍຊົມເຊີຍໃນຄວາມຮູ້ ແລະ ຄວາມສາມາດຂອງຄົນລາວເຮົາ ທີ່ເຮັດໃຫ້ເຫັນວ່າ ຄົນລາວເຮົາກໍເກັ່ງບໍ່ໄດ້ດ້ອຍໄປກວ່າຊາດໃດໃນໂລກ! ອ້າວ ຈະຖ້າຫຍັງກໍຕົບມືຊົມເຊີຍລະແມ໋ະ! ແຕ່ຖ້າຕົບມືຢ້ານເພິ່ນບໍ່ຮູ້ກໍກົດ Like and Share ໃຫ້ຫຼາຍຄົນໄດ້ຮູ້ ເພາະເຊື່ອວ່າໃນປະເທດເຮົາຍັງມີອີກຫຼາຍຄົນທີ່ມີທັງຄວາມເກັ່ງ ແລະ ຄວາມສາມາດ …

Read More »

ເປີດຕົວແລ້ວ Honda CR-V

ໃນຕອນແລງຂອງວັນທີ 28 ສິງຫາ 2017 ບໍລິສັດ ນິວຈິບເຊັງ ຈໍາກັດ ໄດ້ຈັດງານເປີດຕົວລົດໃໝ່ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍມີທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນປະທານໃນການເປີດງານ ພ້ອມດ້ວຍຕົວແທນຈາກ ກຸ່ມບໍລິສັດ ນິວຈິບເຊັງ, ບໍລິສັດ ຮອນດ້າມໍເຕີ້ ປະເທດຍີ່ປຸ່ນ, ລູກຄ້າຂອງຮອນດ້າ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ລົດ Honda CR-V ຖືກເປີດຕົວໃນລາວມາແຕ່ປີ 1995 ໂດຍແມ່ນ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍພຽງຜູ້ດຽວ ເນື່ອງໃນໂອກາດຄົບຮອບ 22 ປີ ຂອງການເປີດຕົວຢ່າງເປັນທາງການຂອງ Honda CR-V ຢູ່ລາວ ຈຶ່ງຖືເອົາໂອກາດນີ້ເປັນການເປີດຕົວລົດໃໝ່ກັບ Honda CR-V Generation ທີ …

Read More »