Breaking News

Daily Archives: 08/09/2017

ໂຮງແຮມຫລູຫລາໃນລາຄາທີ່ທຸກຄົນສຳຜັດໄດ້

ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກທັງຫຼາຍ ມື້ນີ້ ທີມງານເວັບໄຊຂວັນໃຈ ມີໂຮງແຮມດີໆມາແນະນໍາໃຫ້ກັບແຟນໆຄົນໃດ ທີ່ກໍາລັງຊອກຫາໂຮງແຮມ ຫຼື ສະຖານທີ່ພັກຜ່ອນທີ່ດີໆ,ຫລູຫລາ ແຕ່ລາຄາສະບາຍສະບາຍ ໃຜໆກໍສາມາດເຂົ້າມາພັກໄດ້ ທີ່ຢູ່ໃນນະຄອນຫລວງວຽງຈັນ ພວກເຮົາແນະນໍາໂຮງແຮມນີ້ເລີຍທີ່ມີຄົບທຸກຢ່າງຕາມທີ່ລູກຄ້າຕ້ອງການເລີຍກໍວ່າໄດ້ ນັ້ນກໍຄື “ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ” ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ມີຫ້ອງພັກ ແລະ ຫ້ອງສູດທີ່ມີອຸປະກອນ ແລະ ເຄື່ອງຕົບແຕ່ງຄົບຊຸດ ຈໍານວນ 198 ຫ້ອງ ທີ່ໄດ້ຮັບການຕົບແຕ່ງເປັນຢ່າງດີ ຊຶ່ງປະສົມປະສານອົງປະກອບພື້ນເມືອງຂອງລາວ ເຂົ້າກັບສິ່ງອໍານວຍຄວາມສະດວກສະໄໝໃໝ່ ໄດ້ຢ່າງກົມກືນ ຊ່ວຍໃຫ້ທ່ານໄດ້ຜ່ອນຄາຍ ແລະ ເຕີມພະລັງໄດ້ຢ່າງສະດວກສະບາຍໃນສະໄຕລ໌ຂອງທ່ານ ໃນຫ້ອງພັກທຸກຫ້ອງມີອິນເຕີເນັດໄຮ້ສາຍຄວາມໄວສູງສຸດໃນນະຄອນຫຼວງໄວ້ຄອຍບໍລິການ. ພິເສດ, ທ່ານຍັງສາມາດເລືອກໝອນແບບຕ່າງໆໄດ້ເຖິງ 7ປະເພດໝອນ, ມີບໍລິການໂທປຸກໃນຍາມເຊົ້າ, ມີພື້ນທີ່ໆງຽບສະຫງົບ ແລະ ສະເປນໍ້າມັນຫອມລະເຫີຍ ເພື່ອຊ່ວຍຮັບປະກັນໃຫ້ທ່ານນອນຫຼັບສະບາຍຕະຫຼອດຄືນ. ບໍລິການດັ່ງກ່າວຖືເປັນການບໍລິການອັນເປັນເອກະລັກຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ ກັນເລີຍ, ແຂກທີ່ເຂົ້າມາພັກໃນຫ້ອງພັກລະດັບ …

Read More »

ຮູບພາບງາມໆຂອງນັກສຶກສາໃນມື້ສໍາເລັດການສຶກສາ

ມື້ນີ້ກໍເປັນວັນສຸກມື້ທ້າຍອາທິດແລ້ວ ແລະ ທ້າຍອາທິດແບບນີ້ ແອັດກໍມີເລື່ອງມາເມົ້າມອຍເລື່ອງຊາວບ້ານຕາມເຄີຍ…ເຮີຍ!!…ບໍ່ແມ່ນເວົ້າຜິດ ແອັດຊິມາເວົ້າເຖິງສາວທີ່ມີຄວາມງົດງາມ ເວລາໃສ່ຊຸດນັກສຶກສາແບບເຕັມຊຸດ ໃນມື້ທີ່ໄດ້ສໍາເລັດການສຶກສາ ນັ້ນກໍຄືມື້ທີ່ຮັບໃບປະກາສະນີຍະບັດນັ້ນເອງ ແລະ ມື້ນີ້ແອັດໄດ້ຮວບຮວມເອົາຮູບພາບສ່ວນໜຶ່ງຂອງໜຸ່ມໆສາວໆທີ່ໜ້າຮັກທັງຫຼາຍ ມາຝາກໃຫ້ແຟນໄດ້ເບິ່ງ ເພື່ອວ່າແຟນໆຄົນໃດທີ່ກຽມຮັບໃບປະກາດ ແລະ ຢາກຖ່າຍຮູບໃນມື້ສໍາຄັນໃຫ້ອອກມາແນວໃດໃຫ້ງົດງາມນັ້ນ ເຮົາໄປເບິ່ງພ້ອມໆກັນເລີຍ!!!   ຮູບພາບ: B.noonoo.b photokit,   ມັກຖ່າຍ, Feelimage, TUDSANYLARN…

Read More »

ສຸດຍອດ! Miss Universe Laos ກຳລັງມີຄະແນນນຳປະເທດອື່ນ ມາຮ່ວມກັນໂຫວດໃຫ້ຊະນະລາງວັນ “PEOPLE’S CHOICE”

ເປັນຂ່າວດີຂອງຄົນລາວທີ່ໃນປີນີ້ມີນາງງາມຕົວແທນປະເທດລາວ ສຸພາພອນ ສົມວິຈິດ (ນຸ້ຍ)  Miss Universe Laos 2017 ທີ່ກຳລັງຈະໄດ້ໄປເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບໂລກທີ່ ປະເທດ ອາເມລິກາ ໃນໄວໆນີ້, ແລະ ຫຼ້າສຸດທາງເພສການປະກວດ “Miss Universe Predictions Fanpag” ເຊິ່ງເປັນເພສຂອງການປະກວດ Miss Universe ກໍກຳລັງເປີດໂຫວດໃຫ້ປະຊາຊົນທົ່ວໂລກໄດ້ໂຫວດໃຫ້ສາວງາມໃນຕຳແໜ່ງ “MISS UNIVERSE 2017 PEOPLE’S CHOICE” , ປັດຈຸບັນ ສຸພາພອນ ສົມວິຈິດ (ນຸ້ຍ)  Miss Universe Laos 2017  ກຳລັງມີຄະແນນໂຫວດເປັນອັນດັບ 1 ຈາກສາວງາມກວ່າ 40 ປະເທດກັນເລີຍ. ມາຮ່ວມໂຫວດໃຫ້  ສຸພາພອນ ສົມວິຈິດ (ນຸ້ຍ)  Miss Universe Laos 2017 ໂດຍແຟນໆສາມາດເຂົ້າໄປທີ່ເພສ “Miss Universe Predictions Fanpag” ແລ້ວກົດໄລ້ ກົດແຊຣ ຮູບພາບຂອງ Miss …

Read More »