Breaking News

Daily Archives: 09/09/2017

ຈັບອາບນໍ້າ ຫວີຜົມ! ມີຄົນໃຈດີຍື່ນມືເຂົ້າມາຊ່ວຍ ນາງ ນ້ອຍ ຫຼື “ຜູ້ສາວຂາລັກ” ຕໍ່ໄປນີ້ຈະເປັນຄົນມີບ່ອນຢູ່ອາໄສແລ້ວ!!!

ກາຍເປັນກະແສໂດ່ງດັງໃນໂລກອອນລາຍມາຫຼາຍເດືອນສຳລັບ ນາງ ນ້ອຍ ຫຼືຄົນສ່ວນຫຼາຍຮູ້ກັນໃນນາມ “ຜູ້ສາວຂາລັກ”  ທີ່ຈະເຫັນນາງໄປທົ່ວທຸກໆແຂວງ ໄປຂຶ້ນເຮືອນຫຼັງນັ້ນຫຼັງນີ້  ແລະ ມັກຈະມີພໍ່ແມ່ປະຊາຊົນເຫັນ ແລະ ຖ່າຍຮູບລາຍງານຄວາມເຄື່ອນໄຫວຂອງນາງຄົນນີ້ຢູ່ເລື້ອຍໆ ແລະ ຫຼ້າສຸດກໍມີຄົນໃຈດີນັ້ນກໍຄື ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໄດ້ຍື່ນມີເຂົ້າມາຊ່ວຍ ພໍແຕ່ມາກໍຊ່ວຍອານາໄມຮ່າງກາຍ ຫວີຜົມ ເພາະຜູ້ກ່ຽວຢູ່ໃນສະພາບທີ່ບໍ່ຈົບງາມ ແລະ ທາງສະມາຄົມຍັງໄດ້ໂພສຂໍຄວາມເຫັນໃຈຈາກຜູ້ໃຈບຸນທັງຫຼາຍວ່າ: “ສະບາຍດີພໍ່ແມ່ພີ່ນ້ອງຜູ້ໃຈບຸນທັງຫລາຍ ຕອນນີ້ທາງສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ຮ່ວມກັບທີ່ປືກສາຂອງສະມາຄົມ ໄດ້ຊອກບ່ອນຢູ່ອາໃສໃຫ້ນາງນ້ອຍ ຄົນນີ້ໄດ້ແລ້ວ, ເຊີ່ງຫຼາຍໆຄົນອາດຈະຮູ້ຈັກນາງນ້ອຍຄົນນີ້ ນາງບໍ່ມີບ່ອນພັກອາໃສ ສະຕິບໍ່ດີ ພວກເຮົາຈື່ງຢາກວິງວອນໃຫ້ສັງຄົມເຫັນໃຈແລະຊ່ວຍນາງແດ່ເພາະນາງຕ້ອງໄດ້ຮັບການຮັກສາປີ່ນປົວ ຄ່າຢາແລະການຢູ່ກິນ ເພື່ອຈະໄດ້ຫາຍປົກກະຕິຄືຄົນອື່ນ ໃນການປີ່ນປົວຮັກສານາງຕ້ອງໄດ້ໃຊ້ເວລາແຕ່ພວກເຮົາກໍ່ຈະຕິດຕາມແລະເບິ່ງແຍງນາງຕະຫຼອດໄປ ດັ່ງນັ້ນຈື່ງຂໍໃຫ້ຜູ້ໃຈບຸນທັງຫຼາຍຮ່ວມຊ່ວຍນາງເພື່ອບໍ່ໃຫ້ນາງໄປເປັນພາລະຂອງສັງຄົມຄືທີ່ຜ່ານມາ ແລະ ພວກເຮົາຂໍຂອບໃຈມາຍັງອົງການຈັດຕັ້ງຕ່າງໆ ທີ່ໄດ້ຊ່ວຍໃຫ້ຄຳປືກສາແນະນຳເພື່ອໃຫ້ນາງນ້ອຍຄົນນີ້ໄດ້ມີບ່ອນພັກອາໃສ ບໍ່ໄປສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ”   ສຳລັບແຟນໆທ່ານໃດທີ່ມີໃຈບຸນຢາກຊ່ວຍເຫຼຶອນາງນ້ອຍຄົນນີ້ ສາມາດຄລິກເຂົ້າໄປທີ່ເພສຂອງ ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໄດ້ເລີຍ!!! #ແຊຣໄປຕໍ່ໄປນີ້ຜູ້ສາວຂາລັກຈະມີບ່ອນຢູ່ອາໄສແລ້ວ ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 , Nhipoun Ouanmixay

Read More »

ມາແລ້ວ! ແອັບເປີ້ນ-ຟຸກ ຄູ່ຮັກດາລາ (ສາວລາວ ບ່າວໄທ) ປ່ອຍຮູບພາບ Pre-Wedding ສຸດໜ້າຮັກມາໃຫ້ແຟນຄລັບໄດ້ກົດໄລ້ ກົດແຊຣລົວໆ!!!

ໂອ້ຍ!!! ຢາກຈະບອກວ່າມີຄວາມອິດສາໃນຄວາມໜ້າຮັກຂອງ  ແອັບເປີ້ນ ສີສະຫງວນ ສີຫາລາດ ແລະ ຟຸກ ຈິລະ ຄູ່ຮັກດາລາສາວລາວບ່າວໄທ ທີ່ກ່ອນໜ້ານີ້ທັງສອງເພິ່ນກໍມີການເປີດເຜີຍມາແລ້ວວ່າທັງສອງຈະຈູງມືກັນເຂົ້າພິທີວິວາໃນຊ່ວງເດືອນ ພະຈິກ ທີ່ຈະມາຮອດມາເຖິງນີ້ ເພາະທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາດົນແລ້ວ ກ່ອນໜ້ານີ້ທັງສອງກໍໄດ້ປ່ອຍຮູບພາບຊຸດທີ່ໃຊ້ໃນພິທີງານດອງໃນຊຸດລາຕີຍາວສີຂາວ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຈື່ກັນໄດ້. ແຕ່ຫຼ້າສຸດໃນວັນທີ 8 ກັນຍາ 2017 ແອັບເປີ້ນ ແລະ ຟຸກ ກໍໄດ້ປ່ອຍຮູບພາບ Pre-Wedding ສຸດຫວານຈົນນໍ້າຕານຍັງອາຍ ເປັນຮູບພາບເຊັດທີ່ຖ່າຍໃນຊຸດໄໝລາວ  ທີ່ແຟນຄລັບຫຼາຍຄົນຕ່າງລໍຖ້າເບິ່ງ ແລະ ແອັບເປີ້ນຍັງໄດ້ບອກແຟນໆອີກວ່າ: “ມາແລ້ວວວວ ອິອິ ຊຸດເຈົ້າສາວລາວ ຊຸດທຳອິດ ຕື່ນເຕັ້ນແລ້ວ ໄກ້ແລ້ວ ຮູບພີເວດດິ້ງໄດ້ຄົບ ແລ້ວຈະຄ່ອຍໆລົງໃຫ້ເບິ່ງ ມີຫຼາຍໆ” ຈົນມີບັນດາໝູ່ເພື່ອນ ຄົນໃນວົງການ ແລະ ບັນດາແຟນຄລັບເຂົ້າໄປໄລ້ ແຊຣ ແລະ ສະແດງຄວາມຍິນດີກັນລົວໆ!!! #ໃຜເປັນແຟນຄລັບຄູ່ນີ້ໄລ້ແຊຣກັນລົວໆແດ່ ຂໍຂອບໃຈສຳລັບຮູບພາບ: appleminiberry , fluke_jira

Read More »