Breaking News

Daily Archives: 14/09/2017

ເຈ້ຍ ປາຊິຟິກ ແລະ ໂຕໂນ່ ພາຄິນ ຮ່ວມເຟມຖ່າຍຮູບ ແຟນຄລັບເວົ້າກວນ… ເບິ່ງໄປເບິ່ງມາຄິດວ່າແຝດ!!!

ເຮັດວຽກໝົດມື້ ຮຽນໝົດມື້ແລ້ວ ມາພັກສະໜອງກັບເລື່ອງລາວໜ້າຮັກຂອງບັນດາຄົນດັງກັນແດ່ ເຊິ່ງໃນມື້ນີ້ ອ້າຍ ເຈ້ຍ ປາຊິຟິກ ຜູ້ກຳກັບຄົນເກັ່ງຂອງບ້ານເຮົາກໍມີໂອກາດໄດ້ຮ່ວມເຟມຖ່າຍຮູບກັບ ໂຕໂນ່ ພາຄິນ ນັກຮ້ອງ-ນັກສະແດງຂອງປະເທດເພື່ອນບ້ານ ໂດຍຮູບພາບດັ່ງກ່າວຖຶກໂພສເຜີຍແຜ່ໂດຍ ອ້າຍ ເຈ້ຍ ປາຊິຟິກ ແຖມອ້າຍເຈ້ຍ ຍັງຂຽນແຄັບຊັ່ນຕິດຕະຫຼົກອີກວ່າ “ໂຕໂນ້ ກັບ ເຮົາ ຄິດວ່າແຝດ”, ພໍແຕ່ໂພສບໍ່ຮອດຊົ່ວໂມງ ບັນດາແຟນຄລັບຂອງເພິ່ນ ລວມທັງເພື່ອນພ້ອງໃນວົງການກໍເຂົ້າມາໄລ້ ແຊຣ ແຖມຍັງສະແດງຄວາມຄິດເຫັນວ່າ ເຫັນດີທີ່ວ່າທັງສອງເປັນຝາແຝດກັນ ບາງຄົນກໍວ່າແຝດຄົນລະຝາ ເຊິ່ງເປັນການເວົ້າຍອກໄຍກັນໄປມາ. ກໍແນວວ່າ ທັງສອງໜຸ່ມ ຈາກສອງຝັ່ງຂອງ ມີຄວາມໜ້າຮັກ ແຖມຕະຫຼົກເຮຮາ ໜ້າຕາກໍເຈົ້າຊູ້… ບໍ່ໃຫ້ແຟນຄລັບຄິດວ່າເປັນຝາແຝດກັນກໍບໍ່ຮູ້ສິວ່າແນວໃດແລ້ວວ່າບໍ່ (ອິອິ). ຂໍຂອບໃຈຮູບພາບ:Phoumsana Jear Pacific , mootono29

Read More »

ຊົມ​ເຊີຍ​ຜູ້ທີ່ໄດ້ຮັບລາງວັນ​ ວັນນະ​ກໍາ “ ແມ່​ນໍ້າຂອງ” ຄັ້ງ​ທີ 8! ຊ່ວຍກັນສົ່ງເສີມວົງການນັກປະພັນລາວໃຫ້ຢູ່ຄູ່ສັງຄົມລາວຕະຫຼອດໄປ…

ຕອນ​ບາຍ​ຂອງ​ວັນ​ທີ 13 ກັນຍາ 2017 ກະຊວງ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ທີ່​ຫ້ອງ​ປະຊຸມ​ຊັ້ນ 4 ( ຕຶກ​ທ່ອງ​ທ່ຽວ ) ​ໄດ້​ພິທີ​ຈັດ​ງານ​ຊົມ​ເຊີຍ​ຜົນ​ສໍາ​ເລັດ​ໃນ​ການ​ມອບ​-ຮັບລາງວັນ ວັນນະ​ກໍາ  “​ ​ແມ່​ນໍ້າຂອງ ” ຄັ້ງ​ທີ 8 ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ໃບ ​ໂພທິ​ສານ ຫົວໜ້າກົມ​ມໍລະດົກ ທັງ​​ເປັນ​ປະທານ​ສະມາຄົມ​ນັກ​ປະພັນ​ລາວ, ທ່ານ ນາງ ສົມ​ພອນ ທຸມມາ​ວົງ ຮອງຫົວໜ້າອຳນວຍການ ວາລະສານວັນນະສິນ, ຫົວໜ້າຫ້ອງ ການສະມາຄົມນັກປະພັນລາວ ​ທັງເປັນ​ຜູ້​ຈັດ​ງານ​ຊົມ​ເຊີຍ​ລາງວັນ ວັນນະ​ກໍາ ​ແມ່​ນໍ້າຂອງ ຄັ້ງ​ທີ 8, ທ່ານ ນາງ ດາ​ລີວັນ ສິດ​ພະ​ໄຊ ( ຜູ້​ທີ່​ໄດ້​ຮັບ​ລາງວັນ​ທີ 1 ປະເພດບົດເລື່ອງສັ້ນ ) ​ແລະ ທ່ານ ​ແກ້ວ​ບຸນ​ທັນ …

Read More »

ທຸກຢ່າງຄືສິ່ງທີ່ບໍ່ແນ່ນອນ ຢ່າໄປຄາດຫວັງຄວາມສຸກຈາກຄົນອື່ນ ຫຼືສິ່ງຂອງ ແຕ່ໃຫ້ຊອກຈາກຕົວເຮົາເອງ. ມາເບິ່ງ! 5 ຂໍ້ເຕືອນໃຈໃນການໃຊ້ຊີວິດແນວໃດໃຫ້ຄຸ້ມຄ່າ!!!

ສາວໆເຄີຍສົງໄສບໍ່ວ່າ ເປັນຫຍັງເຮົາມີຄົບທຸກຢ່າງທີ່ຕ້ອງການຢູ່ແລ້ວ ຫຼືເຮົາກໍບໍ່ໄດ້ດ້ອຍຈາກຄົນອື່ນປານໃດ ແຕ່ເຮົາຄືຍັງບໍ່ມີຄວາມສຸກເລີຍ ກົງກັນຂ້າມບາງຄົນທີ່ເຂົາຍັງດ້ອຍກວ່າເຮົາຫຼາຍແຕ່ເປັນຫຍັງເບິ່ງຄືເຂົາມີຄວາມສຸກໃນການໃຊ້ຊີວິດຫຼາຍແທ້ ແລ້ວເຮົາຕ້ອງເຮັດແນວໃດຈຶ່ງມີຄວາມສຸກໄດ້ ລອງມາອ່ານ 5 ຂໍ້ເຕືອນໃຈໃນການໃຊ້ຊີວິດໃຫ້ຄຸ້ມຄ່າ ທີ່ຂວັນໃຈເອົາມາຕ້ອນໃນມື້ນີ້! ຄິດສະເໝີວ່າຊີວິດນີ້ສຸດແສນຈະສັ້ນ: ຫຼາຍໆຄົນມີແຕ່ໝົກໝົ້ນຢູ່ກັບໜ້າທີ່ວຽກງານ ເພື່ອໃຫ້ໄດ້ມາເຊິ່ງເງິນຄໍາຫຼາຍໆ ຈົນຫຼົງລືມໄປວ່າຊີວິດເຮົານັ້ນສັ້ນພຽງໃດ ເຮົາເສຍເວລາໃຫ້ກັບການຮຽນ, ການສຶກສາ ໄປດົນກວ່າ 20 ປີ ແລ້ວຈາກນັ້ນກໍ່ຕ້ອງເຂົ້າສູ່ຕະຫຼາດແຮງງານ ເພື່ອຊອກເງິນດົນກວ່າ 40 ປີ ແລ້ວຄວາມສຸກມັນຢູ່ໃສ? ເຮົາເຫັນມັນແລ້ວຫວາ? ເຮົາສູນເສຍເວລາໄປຫຼາຍກວ່າ 60 ປີໃນການຊອກຫາສິ່ງນອກກາຍທີ່ເຮັດໃຫ້ເຮົາມີຄວາມສຸກພຽງຊົ່ວຄາວ ແຕ່ຄວາມສຸກທີ່ແທ້ຈິງຂອງເຮົາຢູ່ໃສ? ຫຼາຍໆຄົນມັກຄິດໃນໃຈຕະຫຼອດ ຖ້າມື້ທີ່ຈະເລີ່ມຕົ້ນຊີວິດ… ສິ່ງນີ້ເປັນສິ່ງທີ່ຜິດ ເຈົ້າຄວນເລີ່ມແຕ່ຕອນນີ້ເລີຍ ບໍ່ຕ້ອງຖ້າໃຫ້ຮອດປີໜ້າ, ເດືອນໜ້າ, ມື້ອື່ນ ຫຼືມື້ໃດເພາະບາງເທື່ອມື້ນັ້ນອາດຈະສາຍເກີນໄປກໍໄດ້. 2. ຊີວິດຄືສິ່ງທີ່ເຮົາເລືອກເອງ: ຫົວຂໍ້ນີ້ຮູ້ສຶກຄຸ້ນໆບໍ່? ບາງຄົນອາດຈະເຂົ້າໃຈສິ່ງນີ້ຢ່າງຈະແຈ້ງແລ້ວ ແຕ່ຄໍານີ້ມັນສາມາດອະທິບາຍໄດ້ຫຼາຍໆຢ່າງ ໃນຊີວິດຂອງເຮົານັ້ນເຮົາມີຊີວິດໃຫ້ເລືອກຫຼາກຫຼາຍຄັ້ງ ທີ່ແຕ່ລະເທື່ອມັກຈະກໍານົດໂຊກຊະຕາໃນພາຍຫຼັງໃຫ້ກັບເຮົາ ເວົ້າງ່າຍໆກໍຄື ການຕັດສິນໃຈແຕ່ລະເທື່ອ ສົ່ງຜົນເຖິງສິ່ງທີ່ກໍາລັງຈະຕາມມາໃນພາຍຫຼັງນັ້ນເອງ. ມັນຍຸດຕິທໍາແລ້ວຫວາ ເພາະເຮົາມີສິດໃນການເລຶອກໃຊ້ຊີວິດ ແຕ່ຫຼາຍຄົນນັ້ນມັກຈະເລືອກຜິດ …

Read More »

ຂວັນເອີ້ຍຂວັນມາ! ນູ່ນີ່ ແລະ ອ໊ອຟ ສູ່ຂວັນ-ມັດແຂນ ງານນີ້ແຟນຄລັບລຸ້ນໄປຕາມໆກັນ!!!

ໂອ້ຍ!!! ຢາກຈະບອກວ່າລຸ້ນກັນເຫື່ອຕົກກັນເລີຍສຳລັບຄູ່ຮັກເນັດໄອດໍ້ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ຍິ່ງຍົດ (ອ໊ອບ ລາຍພາງ) ທີ່ຫຼ້າສຸດຫຼັງຈາກທີ່ທັງສອງຄວງແຂນກັນໄປເສີມຄວາມງາມໄກເຖິງ ສ.ເກົາຫລີ, ພໍແຕ່ກັບມາກໍຈັດພິທີມົງຄຸນ ສູ່ຂວັນ-ມັດແຂນ ໃນວັນທີ 13 ກັນຍາ 2017, ແຕ່ຢ່າຟ້າວເຂົ້າໃຈຜິດເພາະ ສາວ ນູ່ນີ່ ເພິ່ນກໍອອກມາໂພສແລ້ວວ່າພິທີດັ່ງກ່າວເປັນພຽງພິທີສູ່ຂວັນ-ມັດແຂນ ອ້າຍອ໊ອຟ ລາຍພາງ ຫວານໃຈຂອງນາງ ໃຫ້ມີສຸຂະພາບແຂງແຮງ, ບໍ່ແມ່ນພິທີມັດແຂນແຕ່ງດອງແຕ່ຢ່າງໃດ. ເອົ້າ!!! ໃຜທີ່ເປັນແຟນຄລັບຄູ່ນີ້ກໍບໍ່ຕ້ອງເສຍໃຈ ແລະ ລຸ້ນຕໍ່ໄປ ຖືວ່າທັງ ນູ່ນີ່ ແລະ ອ໊ອຟ ຊ້ອມນັ່ງພາຂວັນໄປກ່ອນເນາະ… (ອິອິ) ຝາກເຖິງສາວ ນູ່ນີ່ ແລະ ໜຸ່ມ ອ໊ອຟ ຮີບມີຂ່າວດີໄວໆເດີ້ ເພາະແຟນໆຖ້າສະແດງຄວາມຍິນດີຢູ່ເດີ້!!! #ໃຜທີ່ເປັນແຟນຄລັບຄູ່ນີ້ແຊຣດ່ວນນນ ຮູບພາບ: Noony Koumphonphakdee ,  Yingyot Aoflaiprang Kanjananiyom  

Read More »