Breaking News

Daily Archives: 18/09/2017

ເອົາແລ້ວ! ຊາວເນັດຮືຮາ…ຄາດເດົາວ່າ “ໜ້າກາກຊາກຸລະ” ໃນ The Mask Singer3 ແມ່ນ “ອາເລັກຊານດ້າ ບຸນຊ່ວຍ”

ໃນຊ່ວງທ້າຍອາທິດທີ່ຜ່ານມາເຮັດເອົາຊາວເນັດໃຫ້ຄວາມສົນໃຈກັນຢ່າງແຜ່ຫຼາຍ ສຳລັບລາຍການ The Mask Singer ຊີ່ຊັ່ນ 3 ເຊິ່ງເປີດໂຕໄປພຽງບໍ່ຈັກຕອນກໍເຮັດໃຫ້ເກີດກະແສຄວາມແຮງ ເປັນທີ່ຮືຮາຂອງຊາວເນັດ ເພາະມີ “ໜ້າກາກຊາກຸລະ” ເປີດໂຕອອກມາຮ້ອງໃນບົດເພງ Dangerous Woman ຂອງນັກຮ້ອງສາວ ຊຸບເປີສະຕາ (Ariana Grande) ເຊິ່ງ ໜ້າກາກຊາກຸລະ ຮ້ອງເພງດັ່ງກ່າວອອກມາໄດ້ດີ ມ່ວນຄ້າຍຄືກັບຕົ້ນສະບັບ ແຕ່ທີ່ພິເສດກວ່ານັ້ນສຽງຮ້ອງຂອງ ໜ້າກາກຊາກຸລະ ດັນມາຄ້າຍຄຽງກັບ ຊຸບເປີສະຕາສາວລາວ ອາເລັກຊານດ້າ ບຸນຊ່ວຍ ຊາວເນັດເລີຍເກີດກະແສຄວາມສົງໃສວ່າແມ່ນ ອາເລັກຊານດ້າບໍ່? ແຕ່ກໍໜ້າຄິດ ເພາະນາງເຄີຍໄປສຶກສາທີ່ ປະເທດ ຍີ່ປຸ່ນ, ບາງຄົນກໍໄປຊອກຟັງເພງເກົ່າໆຂອງນາງ ລວມທັງໄປຊອກເບິ່ງລີລາທ່າທາງເວລາຮ້ອງເພງຂອງ ອາເລັກຊານດ້າ ຈົນໃຜໆກໍເວົ້າເປັນສຽງດຽວກັນວ່າ “ໜ້າກາກຊາກຸລະ” ຕ້ອງເປັນ ນັກຮ້ອງສາວລາວ ອາເລັກຊານດ້າ ບຸນຊ່ວຍ ເຮົາແນ່ນອນ. ສຳລັບ “ໜ້າກາກຊາກຸລະ”  ໄດ້ແຂ່ງຂັນກັບ  “ໜ້າກາກນິນຈາ” ເຊິ່ງກໍເປັນຝ່າຍ ໜ້າກາກຊາກຸລະ ທີ່ຊະນະແລະຍັງບໍ່ໄດ້ຖອດໜ້າກາກ, ມາລຸ້ນນຳກັນໃນອາທິດຕໍ່ໆໄປວ່າໜ້າກາກຊາກຸລະນີ້ຈະແມ່ນ ຊຸບເປີສະຕາສາວລາວ ອາເລັກຊານດ້າ ບຸນຊ່ວຍ ແທ້ ຫຼື ບໍ່??? ຂໍຂອບໃຈ:Alexandra Bounxouei – …

Read More »

ຮ່ວມໂຫວດນາງແບບປະຕິທິນ ຮ້ານຄໍາສີດາ ລາດຊະວົງ ປະຈໍາປີ 2018

    ເມື່ອ ວັນທີ 16 ກັນຍາ 2017 ຜ່ານມາ ທີ່ຮ້ານຄໍາ ສີດາ ລາດຊະວົງ ຕະຫຼາດຊ໊ອບປິງມໍ ຊັ້ນ 2 ຮ້ານຄໍາ ສີດາ ລາດຊະວົງ ໄດ້ຈັດກິດຈະກໍາໃຫ້ນາງສາວງາມ ຈາກໂຄງການ “ຄົ້ນຫານາງແບບປະຕິທິນ” ຮ້ານ ຄໍາສີດາ ລາດຊະວົງ ປະຈໍາປີ 2018 ມາຢ້ຽມຊົມພາຍໃນຮ້ານ, ມີການໃສ່ຊຸດຄໍາງາມໆທີ່ຈະໃສ່ຖ່າຍແບບ ປະຕິທິນປະຈໍາປີ 2018 ແລະ ຍັງມີການມອບຂອງທີລະນຶກໃຫ້ແກ່ນາງສາວທັງໝົດ 15 ນາງສາວ ທີ່ຜ່ານເຂົ້າຮອບສຸດທ້າຍ.ໂຄງການຄົ້ນຫານາງແບບປະຕິທິນ ຮ້ານ ຄໍາສີດາ ລາດຊະວົງ ປະຈໍາປີ 2018 ແມ່ນເລີ່ມຕົ້ນມາແຕ່ ກາງເດືອນ ສິງຫາ ປີ 2017 ໂດຍຈະມີການປິດໂຫວດໃນວັນທີ 24 ກັນຍາ ແລະ ຈະປະກາດຜົນໃນວັນທີ 30 …

Read More »

ວັນໃໝ່ ທຳມະວົງ ຮ່ວມເສີດສາຍ ໂຊຝີມືດ້ານການເດີນແບບໃນງານ (Lao Fashion Week 2017)

ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງສຸດຮ໋ອດ ກໍບໍ່ພາດທີ່ຈະຮ່ວມເສີດສາຍ ໂຊຝີມືດ້ານການເດີນແບບໃນງານ Lao Fashion Week 2017 ທີ່ຈັດຂຶ້ນໃນຊ່ວງອາທິດກ່ອນ, ງານນີ້ຖືວ່າ ນ້ອງ ວັນໃໝ່ ກໍຫອບເອົາຄວາມໝັ້ນໃຈມາຢ່າງເຕັມທີ່ ເດີນແບບໄດ້ຢ່າງສະຫງ່າງາມ ເປັນທີ່ຍອມຮັບຂອງຄົນພາຍໃນງານ ແລະ ບັນດາແຟນຄລັບກັນຖ້ວນໜ້າ. ວັນໃໝ່ ມົນຈຳປາ ທຳມະວົງ  ອາຍຸ 21 ປີ, ໂດ່ງດັງ ແລະ ເປັນທີ່ຮູ້ຈັກຈາກການປະກວດ Miss International Queen 2016 ແລະ ຍັງໄດ້ລາງວັນມາຝາກພີ່ນ້ອງຊາວລາວແມ່ນ “ລາງວັນຊຸດປະຈຳຊາດດີເດັ່ນ”, ປັດຈຸບັນ ວັນໃໝ່ ກໍເລີ່ມມີບົດບາດໃນວົງການບັນເທິງເຊັ່ນ ຖ່າຍແບບ ເດີນແບບ ເປັນພີເຊັນເຕີ້ ເປັນນາງເອກເອັມວີ ແລະ ລວມທັງງານໃຫ່ຍໆລະດັບປະເທດກໍບໍ່ພາດທີ່ຈະມີວັນໃໝ່ຮ່ວມເປັນໜຶ່ງນັ້ນອີກດ້ວຍ. #ສາວປະເພດສອງລາວທັງງາມທັງເກັ່ງແຊຣໄປໃຫ້ໂລກຮູ້ ຮູບພາບ: Wanmai Thammavong

Read More »

ວັດທະນະທໍາການນຸ່ງຖືເປັນອີກໜຶ່ງມໍລະດົກຂອງຊາດລາວ…

ມາພົບກັນອີກແລ້ວສາວໆມາພົບກັບ BeautyGuru ຄົນເກົ່າຄົນເດີມເພີ່ມເຕີມຄືສາລະ (ຄິດເຂົ້າຂ້າງຕົວວ່າຊັ້ນ) ເພາະໃນມື້ນີ້ BeautyGuru ຈະມາເວົ້າກ່ຽວກັບວັດທະນະທໍາການນຸ່ງຖືຂອງຄົນລາວແທ້ໆມາໃຫ້ສາວໆໄດ້ອ່ານກັນຈັກໜ້ອຍ, ເນຶ່ອງຈາກວ່າສາວໆຍຸກໃໝ່ຄືພວກເຮົານັ້ນອາດຈະຢູ່ກັບຍຸກແຫ່ງແຟຊັ່ນບາງເທຶ່ອເຮົາກໍອາດຈະລືມໄປວ່າເອກະລັກການນຸ່ງຖືນັ້ນຄົນລາວເຮົາແມ່ນຖືເປັນມຸນມໍລະດົກອັນໜື່ງ ທີ່ບັນພະບູລຸດປະໄວ້ໃຫ້ລູກຫຼານຄົນລາວສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເອກະລັກໜຶ່ງ ຂອງຄວາມເປັນຊາດລາວ. ແຕ່ປະເພນີການນຸ່ງຖື ບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະໄໝ ຕາມຄວາມນິຍົມເຊັ່ນ: ການໄປສົ່ງສະການແຕ່ກ່ອນເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າ ແຕ່ມາຮອດປັດຈຸບັນກໍ່ນິຍົມກັນໃສ່ຊຸດດຳໄປສົ່ງສະການ ຈົນເປັນປະເພນີແລ້ວ. ການນຸ່ງຖືເຂົ້າວັດວາອາຮາມເພື່ອໄປເຮັດບຸນຕັກບາດຢາດນໍ້າ ສ້າງສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມເປັນເອກະລັກຂອງແມ່ຍິງລາວທີ່ມີຄວາມງົດງາມ ການນຸ່ງສິ້ນແມ່ຍິງລາວສະໄໝກ່ອນແມ່ນນຸ່ງສິ້ນມີ່ຕໍ່ຫົວ ແລະ ຕໍ່ຕີນ, ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນ, ນຸ່ງພໍເຂີນຕາຕຸ່ມມ໋ອງ ພໍໃຫ້ໄດ້ອວດປອກຂາເງີນ (ແຕ່ກ່ອນ ແມ່ຍິງລາວນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງຖືວ່າເປັນການບໍ່ສຸພາບ, ຜ້າບ່ຽງແພໃໝ ແມ່ນຄວາມງາມຂອງສີລະປະສີໄມ້ລາຍມືຂອງຄົນລາວ. ສ່ວນຜົມທີ່ເກົ້ານັ້ນ ກໍ່ປະດັບດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ. ຄວາມສວຍງາມຂອງອາເພດຊົງລາວ …

Read More »

ຂາໃຫຍ່ສໍ່າໃດກໍ Don’t Care ເພາະເຮົາມີ Idea ດີໆຢູ່ກັບຕົວ! ມາເບິ່ງ! ວິທີແຕ່ງຕົວປົກປິຂາໃຫຍ່ແບບເລີດໆ!!!

Hi Hi Hi ສາວທີ່ມັກຖືກທັກວ່າຂາໃຫຍ່ທັງຫຼາຍ ຈົນເຮັດໃຫ້ຄວາມໝັ້ນໃຈຫົດຫາຍໄປ ເພາະຄິດສະເໝີວ່າແຕ່ງຕົວແນວໃດກໍບໍ່ງາມດອກ!!! Stop know ເດີ່ຄວາມຄິດແບບນັ້ນ ເພາະມື້ນີ້ຂວັນໃຈຈະພາສາວໆໄປສ່ອງ Fashions ການແຕ່ງຕົວແນວຟຣັ່ງ! ຟຣັ່ງ! ແຊ໋ບໆ! ເລີິດໆ! ແຕ່ສາມາດປົກປິດຂາໃຫຍ່ໄດ້ແບບດີງາມ!!! ເຮົາລອງໄປເບິ່ງກັນວ່າຢູ່ບ້ານເຮົາສາມາດເອົາແບບໃດມາແຕ່ງນໍາໄດ້ແດ່? ແຕ່ແອັດເຊື່ອວ່າມີຫຼາຍເລີຍລະເພາະແອັດໄດ້ຄັດເອົາມາເພື່ອສາວໆບ້ານເຮົາເປັນພິເສດກັນຢູ່ແລ້ວ! ໄປເບິ່ງກັນເລີຍ!!! ກະໂປງຊົງເອທີ່ສາມາດອໍາພາງກົກຂາອັນໃຫຍ່ມະຫຶມາ ແລະ ກົ້ນອັນໃຫຍ່ໂຕມະໂຫຖານຂອງສາວໆ ກະໂປງຊົງເປີດຍາວປະມານຫົວເຄົ່າໃຊ້ໄດ້ເປັນຢ່າງຍິ່ງ ສາວບ້ານເຮົາແຕ່ງໄດ້ສະບາຍ No ສົນ No Care ກະຄົນມັນຈະງາມ ກະໂປງສີເຂັ້ມລາຍດອກໄມ້ໜ້າຮັກ ສົ້ງຢີນຂາດເຄົ່າແບບເຊີໆ ສະກິນນີ່ຢີນເຮັດໃຫ້ຂາຍາວຂຶ້ນ ແລະ ນ້ອຍລົງໄດ້ ງ່າຍໆສະບາຍໆບໍ່ຕ້ອງຫຼາຍ ສົ້ງຂາຍຸ້ມເຂົ້າກໍລອດແລ້ວ ໃຫ້ Look ແບບ Sport Girl ໃສ່ເປັນສະກິນນີ່ສີດໍາເພີ່ມຄວາມຍາວລຽວໃຫ້ກັບຂາ ສົ້ງລາຍດໍາຂາວເຮັດໃຫ້ຂາຍາວຂຶ້ນ   ໃສ່ເປັນ Dresses ສີຂາວ ແລ້ວຊອກເສື້ອຄຸມຍາວໆມາເພີ່ມຈັກຕົວ ໃສ່ເສື້ອຂາວກັບຢີນອໍາພາງກົ້ນໄດ້ ໃສ່ເປັນ …

Read More »