Breaking News

Daily Archives: 19/09/2017

ຜະລິດດອກຈຳປາຄຳ 555.555 ດອກ ເພື່ອສ້າງລາຍຮັບໃຫ້ແມ່ຍິງ ແລະ ເດັກນ້ອຍລາວ

  ສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ ແລະ ວິສາຫະກິດຫັດຖະກຳ ປະດິດຈຳປາລາວ. ຈັດພິທີເຊັນສັນຍາຮ່ວມມື ການສ້າງລາຍຮັບ ເພື່ອພັດທະນາ ແມ່ຍິງ ແລະ ເດັກນ້ອຍລາວ. ຢູ່ທີ່ຫ້ອງປະຊຸມ ສູນກາງສະຫະພັນແມ່ຍິງລາວ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 18 ກັນຍາ 2017. ໂດຍການເຂົ້າຮ່ວມຂອງທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ. ໂດຍການລົງນາມຂອງທ່ານ ນາງ ສຸດາວັນ ຈັນທະວີທອງ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ໄພລັດ ຈະເລີນທັງສົມບັດ ປະທານວິສາຫະກິດຫັດຖະກຳ ປະດິດຈຳປາລາວ, ມີບັນດາ ຄະນະບໍລິຫານ, ແຂກທີ່ມີກຽດເຂົ້າຮ່ວມ. ທ່ານ ນາງ ວະລີນລັດ ພັນທະວົງ ຮອງປະທານ ວິສາຫະກິດປະດິດຈຳປາລາວ ກ່າວວ່າ: ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ກໍເພື່ອຈະເປັນການສ້າງລາຍຮັບເພື່ອພັດທະນາແມ່ຍິງ …

Read More »

ອຸ໋ຍໆໆ! ງາມກະດໍ້, ຫຸ່ນດີແບບນີ້ດາລາ ຫຼືນາງແບບນີ້ ໃຜຮູ້ບອກແດ່ດ່ວນໆເດີ່!!!

ມາໆ ຟ້າວມາເບິ່ງຊ່ວຍກັນໄວ! ສາວຄົນນີ້ບໍ່ຮູ້ວ່າເປັນດາລາ ຫຼືນາງແບບ ຮູ້ແຕ່ວ່າຜູ້ງາມຮ້າຍ ງາມກະດໍ້ ໃຜຮູ້ຊ່ວຍບອກແອັດແດ່ ແອັດສັບສົນໄປໝົດແລ້ວ… ກໍແອັດນັ້ນໄປລັກສ່ອງແລ້ວສ່ອງອີກ ກັບ Facebook ທີ່ມີຊື່ວ່າ A’mimie Ans (ມິມີ່) ແຕ່ກໍຍັງຄິດບໍ່ອອກຈັກເທື່ອຈຶ່ງຕັດສິນໃຈເອົາມາຖາມທຸກຄົນວ່ານາງແມ່ນໃຜ ແລະ ເຮັດວຽກຫຍັງກັນແທ້ ແຕ່ທີ່ແນ່ໆຄືນນາງນັ້ນງາມທຽບເທົ່າດາລານາງແບບພຸ້ນລະ ກໍເຫັນມີຫຼາຍຮູບທີ່ເບິ່ງແລ້ວກໍຄ້າຍໆວ່າຖ່າຍແບບຖ່າຍຫຍັງປະມານນັ້ນແຫຼະ! ແຖມຍັງມີຄົນຕິດຕາມ ເປັນໝື່ນໆ ແລະ ຍອດ Like ຍອດ Share ຂອງແຕ່ລະຮູບທີ່ນາງ Post ນັ້ນກໍບໍ່ແມ່ນໜ້ອຍໆ ແນວໃດກໍຕາມຖ້ານາງບໍ່ແມ່ນດາລາ ຫຼືນາງແບບຫຍັງແອດກໍຕ້ອງຂໍໂທດນໍາຫຼາຍໆມາຍັງທີ່ນີ້ດ້ວຍ ແຕ່ຖ້າແມ່ນແອັດກໍຕ້ອງຂໍຍ້ອງອີກວ່າ ງາມອີ່ຫຼີ… ອ່າວ! ຊິເວົ້າຫຍັງຫຼາຍ ມື້ນີ້ແອັດກໍມີຮູບມາຢືນຢັນພ້ອມຊິມາເວົ້າລອຍໆໄປຊື່ໆ ຫຼາຍຄົນກໍຕ້ອງບໍ່ເຊື່ອຢ່າງແນ່ນອນ ເອົາເປັນວ່າເຮົາໄປເບິ່ງພ້ອມກັນເລີຍດີກວ່າ!!! ນີ່ງາມບໍ່??? ຍິ້ມຫວານ ຖ່າຍແບບບໍນີ້??? ໜ້າຮັກກກກ ງາມກະດໍ້ເດີ່ຜູ້ນີ້…   ນີ່ຫຸ່ນດີສຸດຍອດ ເຊັກຊີ່ເບົາໆ ມີຄວາມເທ່ ເບິ່ງແລ້ວຟີນນນນ ສາວລາວຍິ້ມງາມຫຼາຍ …

Read More »