Breaking News

Daily Archives: 22/09/2017

ຢາກມີແອວ S ເຮັດໄດ້ງ່າຍໆ! ກັບ 8 ທ່າ! 8 ນາທີ ຕໍ່ມື້ ແລະ 5 ມື້ຕໍ່ອາທິດ!!! (ແຊຣເກັບໄວ້ເບິ່ງ ແລະ ເຮັດຕາມ)

ສາວໆໃຜທີ່ກໍາລັງມີບັນເລື່ອງຂອງໜ້າທ້ອງຢູ່ແດ່? ປະມານວ່າຫຼຸດນໍ້າໜັກຈົນໂຕຈ່ອຍໝົດແລ້ວ ແຕ່ທ້ອງກໍຍັງຍື່ນອອກມາຢູ່ ຫຼືສາວບາງຄົນທີ່ບໍ່ມັກຄວາມຈ່ອຍ ຢາກໃຫ້ຕົວເອງນັ້ນອວບໆມີນໍ້າມີນວນ ເພາະເຊື່ອວ່າຜູ້ຊາຍສະໄໝນີ້ເຂົາບໍມັກກັນດອກຄົນຈ່ອຍໆແຫ້ງໆວ່າຊັ້ນສາ! ຢາກເປັນສາວອວບໃຫ້ຜູ້ຊາຍມັກ ແຕ່ຢາກມີແອວ S ກໍສາມາເຮັດຕາມກັນໄດ້ສໍາລັບ 8 ທ່າ ບໍລິຫານໜ້າທ້ອງ ພຽງແຕ່ 8 ນາທີ/ມື້ 5ມື້/ອາທິດ ເທົ່ານີ້ກໍສາມາດປ່ຽນແອວແບບຂີ້ໂພ່ນເປັນຊັ້ນ ຫຼືທ້ອງຍື່ນອອກມາໃຫ້ກາຍເປັນສາວແອວ S ໄດ້ແລ້ວ!!!​ ອ້າວເຮົາບໍ່ຖ້າດົນແລ້ວເອົາເປັນວ່າໄປເບິ່ງພ້ອມກັນເລີຍສາວໆ ແລ້ວຢ່າລືມເຮັດຕາມນີ້ເດີ່!! ຈະໄດ້ແອວ S ໃສ່ຫຍັງກໍໝັ້ນໃຈແບບສຸດໆໄປເລີຍ… 1.   DIAGONAL PLANK How to: ເບື້ອງລະ 10 ວິນາທີ –    ນອນລົງກັບພື້ນ ໃຊ້ແຂນດັນຕົວເອງຂຶ້ນໂດຍຢຽດແຂນໃຫ້ຊື່ –    ຍົກແຂນເບືຶ້ອງໃດເບື້ອງໜຶ່ງໄປທາງໜ້າ ຕັ້ງສາກ 90 ອົງສາ –    ຍົກຂາ ສະລັບເບື້ອງກັບແຂນໄປທາງຫຼັງ ພະຍາຍາມຢຽດຂາໃຫ້ຊື່ (ດັ່ງໃນຮູບ) 2.   V-CRUNCH How …

Read More »

ມັກໃຈສຸດ! ແບບບໍ່ມີປິດບັງ ຄົນດັງຂອງລາວທີ່ໄປເຮັດສັນຍະກຳມາແລ້ວງາມຂຶ້ນ ມີໃຜແດ່ມາເບິ່ງ!!!

ມາເບິ່ງ! ຄົນດັງຂອງບ້ານເຮົາ ຈະມີຄົນໃດແດ່ທີ່ໄປເຮັດສັນຍະກຳ ເຖິງແຕ່ກ່ອນຈະເປັນຄົນງາມຢູ່ແລ້ວແຕ່ກໍຍັງໄປເຮັດສັນຍະກຳເພີ່ມເຕີມຄວາມງາມ ພໍແຕ່ເຮັດມາຍິ່ງງາມ ຍິ່ງເລີດ ເຮັດມາແລ້ວມີວຽກແໜ້ນຈົນລົ້ນມື ເອົາລະບໍ່ເວົ້າຍາວມາເບິ່ງກັນໃຫ້ເຫັນກັບຕາກັນເລີຍ ເປີດເຜີຍທີ່ນີ້ທີ່ດຽວ ເບິ່ງແລ້ວໃຜທີ່ຢາກໄປເຮັດງາມຕາມຄົນດັງເຫຼົ່ານີ້ກໍບໍ່ວ່າຫຍັງເດີ້!!! ກຸ້ງນາງ (FB: mkkoungnangplk / IG: MissKoungnang) ສາວກຸ້ງນາງ ເປັນທັງພິທີກອນ ແລະ ດີເຈ ນອກຈາກຈະມີຄວາມສາມາດທັງເບື້ອງໜ້າ ແລະ ເບື້ອງຫຼັງ,  ກຸ້ງນາງກໍບໍ່ພາດທີ່ຈະໄປເພີ່ມຄວາມງາມ ໂດຍການເຮັດຕາສອງຊັ້ນທີ່ ປະເທດເພື່ອນບ້ານ ເຮັດມາແລ້ວງາມ ໜ້າຮັກຫຼາຍໆ ເບິ່ງແລ້ວດວງຕາສົດໃສເປັນປະກາຍສຸດໆ. (ຫຼັງເຮັດ) (ກ່ອນເຮັດ ຫຼັງເຮັດ) ສຸດາ ວັນທອງທິບ (FB: soudavanthongthip / IG: souda_vanthongthip) ນ້ອງ ດາ ຫຼື ນ້ອງ ສຸດາ ເນັດໄອດໍ້ ທີ່ບອກເລີຍວ່າໃນໂລກອອນລາຍບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະນາງມີຄວາມໜ້າຮັກ ຍິ້ມຫວານມີສະເໜ່ ສຸດາ ມີທັງຜົນງານຖ່າຍແບບ …

Read More »

ຖອດແລ້ວ! ອາເລັກແຊນດຼ້າ ທິດາວັນ ແມ່ນ “ໜ້າກາກຊາກຸລະ” ໃນ The Mask Singer3 (ເປັນໄປຕາມທີ່ແຟນໆທວາຍໄວ້ບໍ່ມີຜິດ)

ລຸ້ນໃຈຈົດໃຈຈໍ່ກັນເລີຍສຳລັບລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ The Mask Singer3 ທີ່ມີກະແສຮືຮາໄປທົ່ວຫຼັງຈາກເທບທຳອິດຂອງລາຍການເປີດໂຕມາມີຫຼາຍໆໜ້າກາກ ແຕ່ມີໜ້າກາກໜຶ່ງທີ່ມີຜູ້ຄົນໃຫ້ຄວາາມສົນໃຈຫຼາຍກໍຄື “ໜ້າກາກຊາກຸລະ” ທີ່ແຟນໆທັງລາວ ແລະ ໄທ ຕ່າງກໍທວາຍໄວ້ວ່າຕ້ອງເປັນ ນັກຮ້ອງສາວສຽງຫວານຈາກ ສປປ ລາວ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ແນ່ນອນ. ໃນວັນທີ 21 ກັນຍາ 2017 ລາຍການ The Mask Singer3 ກໍເຮັດການແຂ່ງຂັນອີກຄັ້ງຈົນຮູ້ແລ້ວວ່າທີ່ແທ້ຈິງ ໜ້າກາກຊາກຸລະ ທີ່ຫຼາຍໆຄົນຕ່າງລຸ້ນກັນວ່າຈະເປັນສິລະປິນທີ່ຕົວເອງທວາຍໄວ້ຫຼືບໍ່ກໍຖືກຖອດໜ້າກາກແລ້ວ. ໃນການແຂ່ງຂັນ ໜ້າກາກຊາກຸລະ ໄດ້ເຮັດການແຂ່ງຂັນກັບ ໜ້າກາກແອັບເປີ້ນ ເຊິ່ງຜູ້ທີ່ຊະນະກໍ່ແມ່ນຝ່າຍ ໜ້າກາກແອັບເປີ້ນທີ່ໄດ້ຜ່ານເຂົ້າຮອບຕໍ່ໄປ ແລະ ແນ່ນອນເລີຍວ່າໜ້າກາກທີ່ເປັນຝ່າຍເສຍກໍຕ້ອງໄດ້ຖອດ ພໍແຕ່ຖອດມາເທົ່ານັ້ນແຟນໆທີ່ກຳລັງລຸ້ນກໍຕ້ອງຮ້ອງດ້ວຍຄວາມດີໃຈ ເພາະເປັນໃຜບໍ່ໄດ້ເລີຍນອກຈາກ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ  ກໍແນວວ່າສຽງຫວານເປັນເອກະລັກປານນັ້ນ ເປັນໃຜກໍຈະບໍ່ຈື່ວ່າບໍ່ (ອິອິ). #ກຳລັງເປັນກະແສແຊຣໄປ ຮູບພາບ ແລະ ຄລິບ: WorkpointOfficial ,  Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »