Breaking News

Daily Archives: 25/09/2017

ມາຮູ້ຈັກກັບ! 3 ສາວຜູ້ປະສົບຄວາມສໍາເລັດຈາກທຸລະກິດ Online (Trendy Online Business)

Trendy Online Business ຍອດຊີວັນ ວິລະວົງສາ (ຕ້າ), ອາຍຸ 26 ປີ, ອາຊີບ: ທຸລະກິດສ່ວນຕົວ   ພົບພໍ້ກັນອີກແລ້ວກັບຄໍລຳພິເສດໃນເດືອນ ກັນຍາ ສະບັບນີ້ກັບມາຕາມຄຳຮຽກຮ້ອງຂອງແຟນໆຂວັນໃຈ ທີ່ຕ້ອງການຢາກຮູ້ຂໍ້ມູນ ແລະເຕັກນິກ ໃນການເຮັດທຸລະກິດທາງສື່ອອນລາຍ ເຮັດແນວໃດໃຫ້ສ້າງລາຍໄດ້ ເຮັດແນວໃດໃຫ້ປະສົບຜົນສຳເລັດ ສະນັ້ນ ຂວັນໃຈ ເລີຍຈັດໃຫ້!!! ພິເສດສຸດໃນສະບັບນີ້ ເຮົາຂໍສະເໜີກະແສການສ້າງລາຍໄດ້ໃນໂລກອອນລາຍທີ່ຖືວ່າກຳລັງເປັນກະແສໃນບ້ານເຮົາ ແຕ່ວ່າ…ມັນຈະພິເສດຂຶ້ນເພາະໃນສະບັບນີ້ ຈະມີສາວໆ 3 ຄົນເຊິ່ງເປັນໝູ່ສະໜິດກັນ ຮ່ວມກັນເຮັດທຸລະກິດໃນໂລກອອນລາຍຈົນສ້າງລາຍໄດ້ມະຫາສານ ສ້າງຊື່ສຽງໃນຊົ່ວພິບຕາ ເວົ້າໄປບໍ່ມີໃຜຄົງຈະບໍ່ຮູ້ຈັກ ເອົາເປັນວ່າມາຮູ້ກັບສາວທັງເກັ່ງທັງງາມຄົນທຳອິດ ນາງຊື່ວ່າ ຍອດຊີວັນ ວິລະວົງສາ (ຕ້າ) ອາຍຸ 26 ປີ ສາວໝັ້ນ ເນັດໄອດໍ້ຄົນດັງ ຜູ້ປະສົບຜົນສຳເລັດໃນການເຮັດທຸລະກິດການຂາຍເຄື່ອງອອນລາຍ ເຈົ້າຂອງ Love Season Lao page. ແມ່ຄ້າຂາຍເສື້ອຜ້າ ຂາຍຈົນເປັນໜີ້ກ້ອນໃຫຍ່!! …

Read More »

ເກັ່ງອີ່ຫລີ! “ໜ້າກາກຊາກຸລະ” ຫຼື ອາເລັກແຊນດຼ້າ ທິດາວັນ ເດີນສາຍໂຊຄວາມສາມາດໃນລາຍການດັງຂອງປະເທດເພື່ອນບ້ານ!!!

ຂວັນໃຈຂອງທຸກຄົນ “ໜ້າກາກຊາກຸລະ” ຫຼື ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ນັກຮ້ອງສາວຊື່ດັງຫຼາກຫຼາຍຄວາມສາມາດຈາກລາວເຮົາ ຫຼັງຈາກໄດ້ໄປອອກລາຍການ The mask single3 ເພື່ອໂຊຄວາມສາມາດ ນິດໃສ ໃນຫຼາຍໆດ້ານທີ່ຫຼາຍໆຄົນຍັງບໍ່ຮູ້ພາຍໃຕ້ໜ້າກາກ, ໃນລາຍການ ໜ້າກາກຊາກຸລະ ກໍຮ້ອງທັງໝົດ 2 ເພງຄື “Dangerous woman” ແລະ “ຄິດຮອດ” ແຕ່ກໍເສຍດາຍທີ່ເສຍໃຫ້ “ໜ້າກາກແອັບເປີ້ນ” ແລະ ໄດ້ຖອດໜ້າກາກໃນທີ່ສຸດ, ຫຼ້າສຸດຫຼັງຈາກທີ່ຖອດໜ້າກາກແລ້ວ ອາເລັກແຊນດຼ້າ ຈາກທີ່ເຄີຍດັງຢູ່ແລ້ວ ກໍຍິ່ງດັງເຂົ້າໄປອີກເພາະມີແຟນຄລັບໃຫ້ຄວາມສົນໃຈ ແລະຕິດຕາມກັນຢ່າງຫຼວງຫຼາຍ ທັງຍັງຊົມເຊີຍໃນຄວາມສາມາດສະເພາະຕົວຂອງນາງ ແລະ ໃນໄວໆນີ້ ອາເລັກແຊນດ້າ ກຳລັງຈະມີຜົນງານຜ່ານລາຍການ “ໄມທອງຄຳ” ໂດຍນາງໄດ້ໄປໂຊໂຕທັງຮ້ອງເພງ ແລະ ຫຼິ້ນໄວໂອລີນ ແຖມຍັງໃສ່ຊຸດໄໝລາວງາມໆໄປອີກດ້ວຍ ແຕ່ລາຍການຍັງບໍ່ໄດ້ອອນແອ, ດັ່ງນັ້ນ Kuanjai ເຮົາກໍບໍ່ພາດທີ່ຈະເອົາຮູບຂອງ ຊຸບເປີສະຕາ ສາວຄົນນີ້ມາຝາກເປັນນໍ້າຈິ້ມໄປກ່ອນ ສ່ວນວ່າລາຍການອອກອາກາດມື້ໃດນັ້ນ ສັນຍາເລີຍວ່າຈະເອົາມາຝາກແຟນໆແນ່ນອນ!!! #ໃຜເປັນແຟນຄລັບໜ້າກາກຊາກຸລະຢ່າລືມແຊຣໄປເປັນກຳລັງໃຈນາງແດ່ ຮູບພາບ: Alexandra …

Read More »

ພິທີມອບລາງວັນ ໃຫ້ທີມຊະນະເລີດການແຂ່ງຂັນວິດີໂອສັ້ນ ຊາວໜຸ່ມອາຊຽນ

ໃນວັນທີ 21 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປເທດ, ຜູ້ຕາງໜ້າ​ຂອງ ສ​ປປ ລາວ ປະ​ຈໍາຄະນະ​ກໍາມາທິ​ການ​ ລະຫວ່າງ ລັດຖະບານ​ອາຊຽນ ວ່າ​ດ້ວຍ ສິດທິ​ມະນຸດ (AICHR) ໄດ້ເປັນປະທານ ໃນພິທີມອບລາງວັນ ແຂ່ງຂັນວິດີໂອສັ້ນຊາວໜຸ່ມອາຊຽນ ລະດັບປະເທດ ພາຍໃຕ້ຫົວຂໍ້: “ອາຊຽນຕ້ານການຄ້າມະນຸດ: ມະນຸດບໍ່ໄດ້ມີເພື່ອຂາຍ”,ໂດຍການເຂົ້າຮ່ວມ ຂອງຄະນະກົມອາຊຽນ, ບັນດາຄະນະກຳມະການ ຕັດສິນການແຂ່ງຂັນ, ຕາງໜ້າຈາກກະຊວງ ປ້ອງກັນຄວາມສະຫງົບ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງ. ທີມທີ່ໄດ້ຮັບລາງວັນຊະນະເລີດອັນດັບ 1 ໃນການແຂ່ງຂັນໃນຄັ້ງນີ້, ໄດ້ແກ່ທີມ “Me-O” ໄດ້ຮັບລາງວັນເປັນເງິນສົດ ຈາກ ຄະນະ​ກໍາມາ​ທິການ ​ລະຫວ່າງ ລັດຖະບານ​ອາຊຽນ …

Read More »

ງາມຫຼາຍ! ລູກນໍ້າ ທິດາລັດ ໄປໂຊຄວາມເປັນລາວທີ່ ປະເທດ ຍີ່ປຸ່ນ

ງາມເດ!!! ລູກນໍ້າ ທິດາລັດ ວົງສິລິ ດາລາ-ນັກສະແດງຈາກລາວເຮົາ ເດີນທາງຮ່ວມງານ “Tourism EXPO Japan 2017” ທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງງານດັ່ງກ່າວເປັນມະຫາກໍາທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ແລະ ໃຫຍ່ທີ່ສຸດຂອງອາຊີ ພາຍໃນງານກໍຈະມີບັນດາບູດການທ່ອງທ່ຽວທົ່ວປະເທດຍີ່ປຸ່ນຂອງແຕ່ລະແຂວງ ແລະ ຍັງມີບັນດາບູດຂອງຕົວແທນແຕ່ລະປະເທດໃນທົ່ວໂລກອີກດ້ວຍ .  ໂດຍສາວ ລູກນໍ້າ ກໍໄດ້ນຸ່ງຊຸດໄໝລາວປະຍຸກທີ່ມີຄວາມລຽບຫຼູ ເບິ່ງແລ້ວງາມຫຼາຍ ແລະ ລູກນໍ້າຍັງໄດ້ນຸ່ງຊຸດປະຍຸກ ເຈົ້າຍິງຊົນເຜົ່າໄທແດງ ຈົນເຮັດໃຫ້ຜູ້ທີ່ມາຮ່ວມງານຈາກທົ່ວໂລກໃຫ້ຄວາມສົນໃຈ ແລະ ຂໍຖ່າຍຮູບຢ່າງຫຼວງຫຼາຍ. ນອກຈາກນັ້ນ ລູກນໍ້າ ຍັງມີການຈັດງານ Meet and greet ໃຫ້ແຟນຄລັບທັງຊາວລາວ ແລະ ຍີ່ປຸ່ນ ໄດ້ຮ່ວມໃກ້ຊິດອີກດ້ວຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມເປັນລາວ   ລູກນໍ້າ ກັບແຟນຄລັບ ໜ້າຮັກຫຼາຍໆ ທີ່ມາ: Louknum Vongsili

Read More »