Breaking News

Daily Archives: 29/09/2017

ກຣີດໆໆ! ຂວັນ ອຸສາມະນີ ດາລາດັງປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ ແຖມໂພສເຖິງລາວເຮົາແບບນີ້…

ອ໊າຍໆໆໆ! ຂວັນ ອຸສາມະນີ ໄວທະຍານົນ ດາລາ-ນັກສະແດງຊື່ດັງປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ ໃນວັນທີ 29 ກັນຍາ 2017 ເຊີ່ງພໍແຕ່ມາຮອດ ຂວັນ ອຸສາມະນີ ກໍໄດ້ນຸ່ງຊຸດໄໝລາວ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງລາວຫຼາຍແຫ່ງ ແລະ ຍັງໄດ້ໂພສເຖິງປະເທດລາວເຮົາວ່າ “ສະບາຍດີ” “ຮັກເມືອງລາວ ແລະ ຊຸດລາວຫຼາຍໆເດີ້ ຂອບໃຈຊຸດງາມໆອັນເປັນເອກະລັກຂອງປະເທດລາວ” ພໍແຕ່ໂພສກໍເຮັດໃຫ້ມີແຟນຄລັບຊາວລາວທີ່ມັກ ແລະ ຮັກໃນຜົນງານຂອງ ຂວັນ ອຸສາມະນີ ເຂົ້າມາກົດໄລ້ ກົດແຊຣ ແລະ ຄອມເມັ້ນຍິນດີຕ້ອນຮັບດາລາສາວຄົນນີ້ສູ່ປະເທດລາວກັນຢ່າງຫຼວງຫຼາຍ. ນອກຈາກນີ້ແຟນຄລັບທີ່ບັງເອີນເຈິສາວຄົນນີ້ຫຼາຍຄົນກໍຕ່າງບອກເປັນສຽງດຽວກັນວ່າ ຂວັນ ອຸສາມະນີ ໂຕແທ້ໜ້າຮັກ ນິໃສດີ ແລະ ງາມຫຼາຍໆ!!! รักเมืองลาวชุดลาวหลายๆเลยเด้อ?? ขอบคุณชุดสวยๆที่มีเอกลักษณ์ของประเทศลาว ใครอยากได้ชุดไหมสวยๆแบบขวัญ เข้าไปเลือกชมที่ FB:Teangsilkcottonshop #kwanfanmeetinglaos A post shared by Kwan Usamanee …

Read More »

ນໍ້າຕົກຕາດຟານ ເປັນນໍ້າຕົກຕາດສອງສາຍທີ່ໄຫຼມາຈາກພູຟາກກົງກັນຂ້າມ ຕົກຂະໜານກັນລົງໄປສອງສາຍ ເຊິ່ງມີຄວາມສວຍງາມສະຫງ່າ ແລະຍິ່ງໃຫຍ່ຫຼາຍ

ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ແລະອາຍໝອກ ສະບັບນີ້ ອິນດີ້ພາທ່ຽວ ຂໍເອົາໃຈສາວໆຂາລຸຍທີ່ຮັກໃນການທ່ອງທ່ຽວ ແລະ ຮັກໃນທຳມະຊາດທັງຫຼາຍ ໂດຍການພາຂີ່ລົດຈັກສຳຜັດກັບທຳມະຊາດ ແລະ ຜູ້ຄົນສອງຂ້າງທາງ ເລາະອາບນໍ້າຕົກໄປເລື້ອຍໆ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແລະ ແຕ່ລະບ່ອນແມ່ນຢູ່ໃກ້ໆກັນເຮັດໃຫ້ເຮົາຂີ່ລົດຈັກເລາະຢ່າງສະບາຍເລີຍ. ເລີ່ມຕົ້ນ Trip ນີ້ຂອງພວກເຮົາ ໂດຍການຫາທີ່ພັກໃນຕົວເມືອງປາກເຊກ່ອນ ແນະນໍາໃຫ້ຫາທີ່ພັກໃກ້ໆກັບບ່ອນເຊົ່າລົດຈັກ ເຊິ່ງບາງໂຮງແຮມຈະມີບໍລິການໃຫ້ເຊົ່າລົດຈັກນຳ ຈະຊ່ວຍເພີ່ມຄວາມສະດວກໃຫ້ເຮົາໄດ້ຫຼາຍຂຶ້ນຕື່ມ, ຕື່ນເຊົ້າ ພວກເຮົາກໍຕ້ອງເຕີມພະລັງກ່ອນອອກເດີນທາງດ້ວຍເຂົ້າປຽກເສັ້ນຮ້ານດັງ ທີ່ຢູ່ບໍລິເວນໂຮງໜັງເກົ່າ ຫຼັງຈາກກິນເຕັມອີ່ມແລ້ວເຮົາກໍເລີ່ມອອກເດີນທາງ ມຸ່ງໜ້າໄປເມືອງປາກຊ່ອງທັນທີ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ …

Read More »