Breaking News

Daily Archives: 02/10/2017

ມາຮູ້ຈັກກັບ!!! ປະຫວັດຄວາມເປັນມາ, ຄວາມໝາຍ ແລະ ຄວາມສໍາຄັນ ຂອງປະເພນີບຸອອກພັນສາ ປະວໍຣະນາ 1 ໃນຮີດ 12 ຮີດຂອງຄົນລາວ… (ແຊຣເອົາບຸນ)

ປະເພນີທີ 11: ບຸນອອກພັນສາ (ບຸນເດືອນ 11) ສະບາຍດີແຟນໆຂັວນໃຈ ໄລຍະນີ້ກໍເປັນໄລຍະຂອງປະເພນີບຸນອອກພັນສາ (ບຸນເດືອນ 11) ຫຼືບຸນຊ່ວງເຮືອ ທີ່ຄົນລາວຊາວພຸດຮູ້ຈັກກັນດີ ແລະ ມື້ນີ້ພວກເຮົາຈະພາແຟນໆໄປຮູ້ຈັກກັບ ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງປະເພນີນີ້ກັນວ່າ ມີທີ່ໄປທີ່ມາແນວໃດ? ໄປຮູ້ຈັກກັນເລີຍ!! ປະຫວັດຄວາມເປັນມາ: ປະເພນີອອກພັນສານັ້ນສ່ວນໃຫຍ່ແລ້ວ ຈະເນັ້ນທີ່ການທໍາບຸນທໍາທານ ແລະ ຕັກບາດເທໂວ ເຫດທີ່ຕ້ອງທໍາບຸນຕັກບາດເທໂວໃນວັນອອກພັນສານັ້ນ ເພາະຖືເອົາເທສະການສະເດັດລົງ ຈາກສະຫວັນຂອງພຣະພຸດທະເຈົ້າ ເຊິ່ງຕໍານານກ່າວວ່າ: ພຣະພຸດທະເຈົ້າຊຶ່ງມີຄວາມຕ້ອງການໄປໂປຣດພຣະມານດາທີ່ຢູ່ເມືອງສະຫວັນຊັ້ນດາວະດິງແລ້ວ ແລະ ໄປຈໍາພັນສາຢູ່ທີ່ນັ້ນ ຈົນຄົບໄຕຣມາດ 3 ເດືອນ ພໍເຖິງວັນອອກພັນສາ (ເພັງ 15 ຄໍ່າເດືອນ 11) ແລ້ວຈຶ່ງສະເດັດກັບເມືອງມະນຸດ ຂະນະທີ່ສະເດັດກັບກໍມີພະພຸດທະສາສະະນິກກະຊົນ ໄດ້ຄອຍຕ້ອນຮັບ ແລະ ລໍຖ້າໃສ່ບາດຢ່າງມາກມາຍ ຊຶ່ງມີທັງພຣະພິຂຸ ປະຊາຊົນທີ່ຈະໃສ່ບາດໃນຈໍານວນຫຼວງຫຼາຍ ບາງຄົນບໍ່ສາມາດເຂົ້າໃກ້ ແຕ່ຢາກໃສ່ບາດຈຶ່ງໂຍນເຂົ້າໃສ່ບາດໃນພຣະພຸດທະເຈົ້າ ແລະ ສາວົກ ເປັນເຫດໃຫ້ເກີດມີປະເພນີຕັກບາດເທໂວ …

Read More »