Breaking News

Daily Archives: 04/10/2017

ມາເອົາໃຈວ່າທີ່ເຈົ້າສາວໂດຍສະເພາະ

ມື້ນີ້ຂໍເອົາໃຈສາວໆທີ່ໃກ້ຈະເຂົ້າພິທີວິວາເນາະ ໃກ້ໆເຂົ້າມາແລ້ວກັບເທສະການງານແຕ່ງ ອີກບໍ່ພໍເທົ່າໃດມື້ກໍອອກພັນສາແລ້ວ ຫຼັງຈາກອອກພັນສາຄູ່ຮັກຫຼາຍໆກໍເລີ່ມຫ້າງຫາກະກຽມມື້ພິເສດໆສໍາລັບຄູ່ຮັກ ຫຼື ເລືອກມື້ງາມຍາມດີໄວ້ແລ້ວເນາະ…ມື້ນີ້ແອັດກໍເລີຍຈະມາເອົາໃຈສາວເປັນພິເສດ ສາວໆຄົນໃດທີ່ຍັງບໍ່ຮູ້ວ່າຈະໃສ່ຊຸດເຈົ້າສາວສີໃດໃຫ້ເຂົ້າກັບຕົນເອງ ເພື່ອໃຫ້ຕົນເອງໂດດເດັ່ນ ແລະ ງາມທີ່ສຸດໆໆໃນມື້ສໍາຄັນ…ມາເບິ່ງທາງນີ້ເລີຍ ເພາະແອັດໄດ້ນໍາເອົາສີສັນຊຸດເຈົ້າສາວມາໃຫ້ສາວໆໄດ້ເລືອກ ບໍ່ຊັກຊ້າເສຍເວລາໄປເລືອກພ້ອມກັນເລີຍ!! ຮູບພາບ: ສະບາຍດີງານແຕ່ງ

Read More »

ດ່ວນ! ມິສແກຼນ ມຽນມ້າ ອອກເຄື່ອນໄຫວແລ້ວຫຼັງຈາກທີ່ຖືກສັ່ງປົດຕຳແໜ່ງ ຖານປະພຶດຕົວບໍ່ເໝາະສົມ!!!

ເປັນຂ່າວດັງໄປທົ່ວໂລກກໍລະນີທີ່ Shwe Eain Si ອາຍຸ 19 ປີ ມິສແກຼນ ມຽນມ້າ  2017 ຖືກສັ່ງໃຫ້ປົດອອກຈາກຕຳແໜ່ງກ່ອນການເດີນທາງໄປປະກວດ  Miss Grand International 2017 ທີ່ ປະເທດ ຫວຽດນາມ ຖານເຮັດຜິດກົດ ແລະ ປະພຶດຕົວບໍ່ເໝາະສົມ ເຊິ່ງຫຼາຍຄົນກໍຊອກສາເຫດການປົດຕຳແໜ່ງຂອງ Shwe Eain Si ວ່າອາດເປັນຍ້ອນທີ່ນາງໄດ້ໂພສຄລິບວິດີໂອຄວາມຮຸນແຮງໃນ ລັດ ຍະໄຂ່ ພ້ອມຂຽນຂໍ້ຄວາມປະນາມ. ຫຼ້າສຸດໃນວັນທີ 3 ຕຸລາ Shwe Eain Si ກໍໄດ້ອອກເຄື່ອນໄຫວແລ້ວ ໂດຍການໂພສຖະແຫຼງການຜ່ານເຟສບຸກ ຊີ້ໃຫ້ເຫັນວ່າສາເຫດການຖືກປົດຕຳແໜ່ງກ່ຽວຂ້ອງກັບການອອກມາວິຈານສະຖານະການຄວາມຮຸນແຮງໃນມຽນມ້າ ໂດຍລະບຸວ່າ: “ຖືເປັນເລື່ອງຈຳເປັນໃນຖານະປະຊາຊົນຄົນໜຶ່ງທີ່ຈະໃຊ້ຊື່ສຽງໃນການເວົ້າຄວາມຈິງເພຶ່ອປະເທດຊາດ” Shwe Eain Si's Response to the Revocation Announcement …………….1.Since 2013, Hello Madam Media …

Read More »

ເຜີຍໂສມໜ້າຂອງບັນດານາງຟ້າ Victoria’s Secret ມາເບິ່ງກັນວ່າປີນີ້ຈະມີໃຜແດ່?

ຖ້າຈະເວົ້າເຖິງງານແຟຼຊັ່ນໂຊທີ່ຄົນທົ່ວໂລກໃຫ້ຄວາມສົນໃຈ ແລະ ຕ່າງລຸ້ນ ຕ່າງລໍຖ້າເພື່ອທີ່ຈະໄດ້ເບິ່ງບັນດາເຫຼົ່ານາງແບບງາມໆ ເຊັກຊີ່ໆ ຄົງຈະບໍ່ມີໃຜບໍ່ນຶກເຖິງ Victoria’s Secret Fashion Show ຢ່າງແນ່ນອນ ເພາະນອກຈາກບັນດາສາວໆຈະໄດ້ເບິ່ງຄໍເລັກຊັ່ນໃໝ່ໆທີ່ສຸດແສນຈະອະລັງການແລ້ວ ບັນດາໜຸ່ມໆກໍຍັງຈະໄດ້ເພີດເພີນຕາໄປກັບສາວໆນາງຟ້າວິກຕໍເລຍທີ່ມາຮ່ວມເດີນແບບອວດຫຸ່ນງາມໆ. ໂດຍງານໃນປີນີ້ຈະຈັດຂຶ້ນໃນວັນທີ 28 ພະຈິກ 2017 ທີ່ນະຄອນຫຼວງ ຊຽງໄຮ້ ປະເທດ ຈີນ ເຊິ່ງທາງວິກຕໍເລຍ ຊີເຄຣັດ ກໍໄດ້ເປີດເຜີຍລາຍຊື່ບັນດານາງແບບທີ່ໄດ້ຮັບການຍືນຍັນອອກມາແລ້ວວ່າຈະໄດ້ເດີນແບບໃນ ວິກຕໍເລຍ ຊີເຄຣັດ ແຟຼຊັ່ນໂຊ 2017ເປັນທີ່ຮຽບຮ້ອຍກວ່າ 50 ຄົນ, ໃນມື້ນີ້ ຂວັນໃຈ ເຮົາຈຶ່ງຂໍນຳເອົາຮູບພາບຂອງນາງຟ້າວິກຕໍເລຍ ມາໃຫ້ເບິ່ງເປັນນໍ້າຈິ້ມໄປກ່ອນ ເຊິ່ງຂໍບອກເລີຍເດີ້ວ່ານາງແບບແຕ່ລະຄົນນັ້ນບໍ່ແມ່ນເລື່ອງງ່າຍທີ່ຈະໄດ້ມາເດີນແບບໃນເວທີນີ້ ຕ້ອງຄັດແລ້ວຄັດອີກ ກວ່າຈະໄດ້ສາວໆທີ່ມີຄວາມງາມ ຄວາມເຊັກຊີ່ ມີເອກະລັກສະເພາະຕົວ ລອງມາເບິ່ງກັນເລີຍວ່າຈະມີໃຜແດ່… ອະເດີຍນ່າ ລິມ່າ (Adriana Lima) ອະເລັກຊຣານດຣ້າ ອຳໂບຊິໂອ (Alessandra Ambrosio) ເບຮາຕິ ພຣິ້ນລູ (Behati …

Read More »

OMG! ຫຼິງຫຼິງ ປິຍະດາ ທ່ອງທ່ຽວຊີວິດດີໆທີ່ສີພັນວາ ແຖມຈັດເຕັມໂຊຫຸ່ນສຸດ SEXY!!!

ຫຼັງຈາກທີ່ເຕັມທີ່ກັບວຽກງານມາໃນໄລຍະໜຶ່ງ ພໍແຕ່ມີເວລາ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ກໍບໍ່ປ່ອຍໃຫ້ເວລາເສຍໄປລ້າໆ ຂໍຈັດ Tips  ທ່ອງທ່ຽວເພື່ອຜ່ອນຄາຍກັນແດ່ ແຕ່ເທື່ອນີ້ນາງບໍ່ໄດ້ໄປໄກ ຂໍໄປທ່ອງທ່ຽວໃຊ້ຊິວິດດີໆ ທີ່ສີພັນວາ ຈັງຫວັດພູເກັດ (ປະເທດເພື່ອນບ້ານ) ແຖມເທື່ອນີ້ ຫຼິງຫຼິງ ກໍຂໍຈັດເຕັມໂດຍການໃສ່ສຸດລອຍນໍ້າ (One Piece) ສີຂາວໂຊຫຸ່ນສຸດເຊັກຊີ່ຢ່າງເຕັມທີ່ ພ້ອມໂພສທ່າຖ່າຍຮູບທີ່ທະເລເບິ່ງແລ້ວເປັນຕາອອນຊອນ ງານນີ້ບັນດາແຟນຄລັບຂອງສາວ ຫຼິງຫຼິງ ກົດໄລ້ ກົດແຊຣກັນສະໜັ່ນກັນເລີຍ. ລອງມາເບິ່ງວ່າເຊັກຊີ່ຊໍ່າໃດ… ທ່ານີ້ກໍກິນຂາດ!!! ທ່ານີ້ກໍເລີດໄປອີກ!!! ຮູບນີ້ ຫຼິງຫຼິງ ແລະ ແສງຕາເວັນຕົກ (ມີຄວາມ Art) ຮູບພາບ: Pitadar Lingling Inthavong

Read More »

ສະເໜ່ຄວາມງາມຂອງສາວຊົນເຜົ່າມົ້ງບໍ່ໜ້ອຍໜ້າຊົນເຜົ່າອື່ນໆ

ວ້າວວວມາແລ້ວໆໆ…!! ມື້ນີ້ແອັດຈະພາມາເບິ່ງສາວງາມໃນຊຸດເຜົ່າມົ້ງນໍາກັນ ເຊິ່ງແຕ່ລະຄົນນັ້ນ ແອັດຂໍບອກໄດ້ເລີຍວ່າມີແຕ່ຄົນງາມໆ ງາມທັງຊຸດງາມທັງຄົນໃສ່…ສາວໆແຕ່ລະຄົນກໍມີສະເໜ່ຄວາມງົດງາມ ຄວາມໜັາຮັກທີ່ແຕກຕ່າງກັນໄປ ນອກຈາກງາມແລ້ວສາວໆເຜົ່າມົ້ງຍັງເກັ່ງ ແລະ ມີສີມືການຍິບປັກຖັກແສ່ວອັນປານີດ ເພື່ອຕົບແຕ່ງສີສັນລວດລາຍໃສ່ຊຸດຊົນເຜົ່າ ສ່ວນຫຼາຍແມ່ນເຮົາຈະເຫັນໄດ້ເຂົາເຈົ້າໃສ່ ໃນໄລຍະເທສະການບຸນປີໃໝ່ຂອງເຜົ່າມົ້ງ. ເຫັນແລ້ວເປັນຕາສະອອນກັບຄວາມງາມສາວມົ້ງກະໂປງລາຍເດ້ນໍ້!!! ຮູບພາບ: IGLAO

Read More »